“Before We Came to Earth,” Monthly Friend Messages, January 2022
ກ່ອນເຮົາໄດ້ມາສູ່ໂລກນີ້
ຂ່າວສານປະຈຳເດືອນ Friend, ເດືອນມັງກອນ 2022
ກ່ອນເຮົາໄດ້ມາສູ່ໂລກນີ້
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
ກ່ອນເຮົາເກີດມາ, ເຮົາໄດ້ຢູ່ໃນສະຫວັນກັບພຣະບິດາເທິງສະຫວັນຂອງເຮົາ. ພຣະອົງໄດ້ສິດສອນເຮົາກ່ຽວກັບແຜນແຫ່ງຄວາມສຸກ.
ພຣະບິດາເທິງສະຫວັນໄດ້ເວົ້າວ່າ ເຮົາຈະມາສູ່ໂລກນີ້ເພື່ອຮັບຮ່າງກາຍ. ເຮົາຈະໄດ້ຮຽນຮູ້ ແລະ ຈະຕ້ອງເລືອກ. ບາງຄັ້ງເຮົາຈະເຮັດຜິດ. ເຮົາຈະຕ້ອງການພຣະຜູ້ຊ່ວຍໃຫ້ລອດ.
ພຣະຜູ້ຊ່ວຍໃຫ້ລອດຈະສະແດງໃຫ້ເຮົາຮູ້ຈັກວິທີທີ່ຈະໃຊ້ຊີວິດ. ແລະ ເມື່ອເຮົາເລືອກສິ່ງຜິດ, ເຮົາກໍຈະສາມາດກັບໃຈໄດ້.
ພຣະເຢຊູໄດ້ກ່າວວ່າ, “ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ.” ພຣະບິດາເທິງສະຫວັນໄດ້ເລືອກເອົາພຣະອົງໃຫ້ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ພຣະເຢຊູໄດ້ສັນຍາວ່າຈະມາສູ່ໂລກນີ້ເພື່ອຊ່ວຍເຮົາ.
ເຮົາສາມາດຕິດຕາມພຣະເຢຊູຄຣິດ. ເຮົາສາມາດກັບຄືນໄປ ແລະ ຢູ່ກັບພຣະບິດາເທິງສະຫວັນອີກໃນມື້ໜຶ່ງ.
ໜ້າລະບາຍສີ
ເຮົາເປັນລູກຂອງພຣະເຈົ້າ
ໃຫ້ກົດຮູບເພື່ອດາວໂຫລດ.
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
ເຈົ້າຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນແນວໃດ?
© 2022 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, January 2022. Laotian. 18295 331