​2022
ໂຢ​ເຊັບ​ກຽມ​ພ້ອມ​ສຳ​ລັບ​ເວ​ລາ​ລຳ​ບາກ
ເດືອນ​ມີ​ນາ 2022


“Joseph Prepares for Hard Times,” Monthly Friend Messages, Mar 2022

“ໂຢ​ເຊັບ​ກຽມ​ພ້ອມ​ສຳ​ລັບ​ເວ​ລາ​ລຳ​ບາກ”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມີ​ນາ 2022

ໂຢ​ເຊັບ​ກຽມ​ພ້ອມ​ສຳ​ລັບ​ເວ​ລາ​ລຳ​ບາກ

ຮູບ​ພາບ
ໂຢ​ເຊັບ​ຢູ່​ຕໍ່​ໜ້າ​ຟາ​ໂຣ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ໂຢ​ເຊັບ​ເປັນ​ສາດ​ສະ​ດາ. ເພິ່ນ​ອາ​ໄສ​ຢູ່​ປະ​ເທດ​ເອ​ຢິບ. ຄືນ​ໜຶ່ງ​ຟາ​ໂຣ, ກະ​ສັດ​ຂອງ​ເອ​ຢິບ, ໄດ້​ມີ​ຄວາມ​ຝັນ​ແປກໆ. ເພິ່ນ​ໄດ້​ຖາມ​ໂຢ​ເຊັບ​ວ່າ ຄວາມ​ຝັນ​ນັ້ນ​ໝາຍ​ເຖິງ​ຫຍັງ.

ຮູບ​ພາບ
ເດັກ​ນ້ອຍ​ຖື​ຖ້ວຍ​ເປົ່າ

ພຣະ​ເຈົ້າ​ໄດ້​ຊ່ວຍ​ໂຢ​ເຊັບ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ຝັນ​ນັ້ນ. ເປັນ​ເວ​ລາ​ເຈັດ​ປີ, ຜູ້​ຄົນ​ຈະ​ມີ​ອາ​ຫານ​ຢ່າງ​ອຸ​ດົມ​ສົມ​ບູນ. ແລະ ອີກ​ເຈັດ​ປີ​ຈາກ​ນັ້ນ, ພວກ​ເຂົາ​ຈະ​ບໍ່​ມີ​ພຽງ​ພໍ. ໂຢ​ເຊັບ​ໄດ້​ບອກ​ຟາ​ໂຣ.

ຮູບ​ພາບ
ໂຢ​ເຊັບ​ໄດ້​ສະ​ສົມ​ເຂົ້າ​ໃນ​ປະ​ເທດ​ເອ​ຢິບ

ໂຢ​ເຊັບ​ໄດ້​ເວົ້າ​ວ່າ ບັດ​ນີ້​ພວກ​ເຂົາ​ຄວນ​ເກັບ​ຮັກ​ສາ​ອາ​ຫານ. ແລ້ວ​ພວກ​ເຂົາ​ຈະ​ກຽມ​ພ້ອມ​ສຳ​ລັບ​ເວ​ລາ​ລຳ​ບາກ. ຟາ​ໂຣ​ໄດ້​ມອບ​ໃຫ້​ໂຢ​ເຊັບ​ຮັບ​ຜິດ​ຊອບ​ເລື່ອງ​ການ​ເກັບ​ຮັກ​ສາ​ອາ​ຫານ. ໂຢ​ເຊັບ​ໄດ້​ເຮັດ​ວຽກ​ໜັກ.

ຮູບ​ພາບ
ໂຢ​ເຊັບ​ກຳ​ລັງ​ແຈກ​ຢາຍ​ເຂົ້າ​ໃຫ້​ກັບ​ຜູ້​ຄົນ

ເມື່ອ​ເຈັດ​ປີ​ຂອງ​ຄວາມ​ອຶດ​ຢາກ​ມາ​ຮອດ, ຜູ້​ຄົນ​ໄດ້​ມີ​ອາ​ຫານ​ພຽງ​ພໍ​ທີ່​ຈະ​ກິນ. ພວກ​ເຂົາ​ຍັງ​ມີ​ພຽງ​ພໍ​ທີ່​ຈະ​ແບ່ງ​ປັນ​ໃຫ້​ກັບ​ຄົນ​ອື່ນໆ​ນຳ​ອີກ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຍ່າງ​ໄປ​ໂບດ

ເຮົາ​ສາ​ມາດ​ກຽມ​ພ້ອມ​ແຕ່​ດຽວ​ນີ້. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ຂ້າມ​ຜ່ານ​ເວ​ລາ​ລຳ​ບາກ​ໄປ​ໄດ້!

ໜ້າ​ລະ​ບາຍ​ສີ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຊ່ວຍ​ເຫລືອ​ເຮົາ​ຂ້າມ​ຜ່ານ​ເວ​ລາ​ລຳ​ບາກ

ຮູບ​ພາບ
ອ້າຍ​ເອື້ອຍ​ນ້ອງ​ກຳ​ລັງ​ໂບກ​ມື​ລາ​ກັນ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຊ່ວຍ​ເຫລືອ​ເຈົ້າ​ຕອນ​ໃດ?

ພິມ