​2022
ເອ​ລີ​ຢາ ແລະ ສຽງ​ອັນ​ແຜ່ວ​ເບົາ
ເດືອນ​ກໍ​ລະ​ກົດ 2022


“Elijah and the Still, Small Voice,” Monthly Friend Messages, July 2022

“Elijah and the Still, Small Voice”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກໍ​ລະ​ກົດ 2022

ເອ​ລີ​ຢາ ແລະ ສຽງ​ອັນ​ແຜ່ວ​ເບົາ

ຮູບ​ພາບ
ເອ​ລີ​ຢາ​ຢູ່​ຂ້າງ​ພູ​ເຂົາ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເອ​ລີ​ຢາ​ເປັນ​ສາດ​ສະ​ດາ. ເພິ່ນ​ຢາກ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ຂຶ້ນ​ໄປ​ຍັງ​ພູ​ເຂົາ​ເພື່ອ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ດີ​ກວ່າ​ເກົ່າ.

ຮູບ​ພາບ
ເອ​ລີ​ຢາ​ເຫັນ​ລົມ​ແຮງ.

ມີ​ລົມ​ພັດ​ແຮງ​ຫລາຍ. ມັນ​ແຮງ​ຫລາຍ​ຈົນ​ເຮັດ​ໃຫ້​ກ້ອນ​ຫີນ​ແຕກ. ລົມ​ນັ້ນ​ສຽງ​ດັງ​ຫລາຍ. ແຕ່​ມັນ​ບໍ່​ແມ່ນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ເອ​ລີ​ຢາ​ເຫັນ​ແຜ່ນ​ດິນ​ໄຫວ ແລະ ໄຟ

ຕໍ່​ມາ​ກໍ​ເກີດ​ມີ​ແຜ່ນ​ດິນ​ໄຫວ. ແຜ່ນ​ດິນ​ໄດ້​ສັ່ນ​ສະ​ເທືອນ. ມີ​ໄຟ​ນຳ​ເຊັ່ນ​ກັນ. ມັນ​ມີ​ແປວ​ໄຟ​ທີ່​ໃຫຍ່. ແຕ່​ແຜ່ນ​ດິນ​ໄຫວ ແລະ ໄຟ​ບໍ່​ແມ່ນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ເອ​ລີ​ຢາ​ໄດ້​ຍິນ​ສຽງ​ອັນ​ແຜ່ວ​ເບົາ

ຈາກ​ນັ້ນ​ມັນ​ກໍ​ງຽບ. ເອ​ລີ​ຢາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ມັນ​ແຜ່ວ​ເບົາ. ແຕ່​ມັນ​ແຈ່ມ​ແຈ້ງ.

ຮູບ​ພາບ
ຜູ້​ຄົນ​ຢູ່​ໂບດ

ເຮົາ​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ໂດຍ​ການ​ຟັງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ອົງ​ກ່າວ​ກັບ​ເຮົາ​ໃນ​ວິ​ທີ​ນ້ອຍໆ ແລະ ລຽບ​ງ່າຍ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຮ້ອງ​ເພງ​ສວດ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ແມ່ນ​ຫຍັງ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

ພິມ