​2022
ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ເຢ​ຊູ
ເດືອນ​ທັນ​ວາ 2022


“The Many Names of Jesus,” Monthly Friend Messages, December 2022

“The Many Names of Jesus”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ທັນ​ວາ 2022

ພຣະ​ນາມ​ຕ່າງໆ​ຂອງ​ພຣະ​ເຢ​ຊູ

ຮູບ​ພາບ
ເອ​ເຊ​ກຽນ​ກຳ​ລັງ​ຂຽນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ສາດ​ສະ​ດາ​ຫລາຍ​ທ່ານ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ໄດ້​ເວົ້າ​ວ່າ ພຣະ​ອົງ​ຈະ​ກຳ​ເນີດ​ມາ​ເພື່ອ​ສະ​ແດງ​ໃຫ້​ເຮົາ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ໃຊ້​ຊີ​ວິດ. ພວກ​ເພິ່ນ​ໄດ້​ໃຊ້​ຫລາຍ​ພຣະ​ນາມ​ໃນ​ການ​ສິດ​ສອນ​ກ່ຽວ​ກັບ​ພຣະ​ອົງ.

ຮູບ​ພາບ
ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ

ບາງ​ຄັ້ງ​ໃນ​ພຣະ​ຄຳ​ພີ​ພຣະ​ເຢ​ຊູ​ໄດ້​ຖືກ​ເອີ້ນ​ວ່າ ເອ​ມາ​ນູ​ເອນ. ພຣະ​ນາມ​ນັ້ນ​ມີ​ຄວາມ​ໝາຍ​ວ່າ “ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຮົາ​ທັງ​ຫລາຍ.”

ຮູບ​ພາບ
ການ​ພິມ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ດ້ວຍ​ຈັກ​ພິມ​ທີ່​ຫາ​ກໍ​ເຄີຍ​ມີ

ພຣະ​ເຢ​ຊູ​ຍັງ​ໄດ້​ຖືກ​ເອີ້ນ​ວ່າ ພຣະ​ເມ​ຊີ​ອາ. ພຣະ​ເມ​ຊີ​ອາ ມີ​ຄວາມ​ໝາຍ​ວ່າ “ຜູ້​ທີ່​ຖືກ​ເຈີມ​ໄວ້.” ພຣະ​ເຢ​ຊູ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຢູ່​ກັບ​ພຣະ​ເຈົ້າ​ໄດ້​ອີກ​ຄັ້ງ.

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ກຳ​ລັງ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ໂດຍ​ໃຫ້​ນາງ​ເອມ​ມາ​ເປັນ​ຜູ້​ຂຽນ

ພຣະ​ເຢ​ຊູ​ຄື ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂອງ​ເຮົາ. ພຣະ​ອົງ​ຊ່ວຍ​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ
ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ນາມ​ໜຶ່ງ​ອີກ​ຂອງ​ພຣະ​ເຢ​ຊູ​ຄື ອົງ​ສັນ​ຕິ​ລາດ. ເມື່ອ​ເຮົາ​ຮູ້​ສຶກ​ຢ້ານ​ກົວ ຫລື ເສຍ​ໃຈ, ພຣະ​ອົງ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ເຖິງ​ສັນ​ຕິ​ສຸກ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຮູບ​ພາບ
ເດັກ​ນ້ອຍ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ລໍ້​ເລື່ອນ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ເຮົາ​ຮັກ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຊົນ​ຊີບ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ໃນ​ພຣະ​ຄຳ​ພີ.

ໜ້າ​ລະ​ບາຍ​ສີ

ເຮົາ​ຮັກ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ເດັກ​ນ້ອຍ ແລະ ຄູ​ສອນ​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ຈະ​ສະ​ແດງ​ວ່າ​ເຈົ້າ​ຮັກ​ພຣະ​ເຢ​ຊູ​ແນວ​ໃດ?

ພິມ