“Paul Teaches Us to Follow Jesus Christ,” Friend, Oct. 2023, 46–47.
ຂ່າວສານປະຈຳເດືອນ Liahona, ເດືອນຕຸລາ 2023
ໂປໂລສິດສອນເຮົາໃຫ້ຕິດຕາມພຣະເຢຊູຄຣິດ
ພາບປະກອບ ໂດຍ ເອໂພ ສະຕ໋ອດ
ໂປໂລເປັນອັກຄະສາວົກ. ເພິ່ນໄດ້ສິດສອນເຮົາໃຫ້ເປັນຕົວຢ່າງໃຫ້ແກ່ຄົນອື່ນ. ນັ້ນໝາຍເຖິງການເຮັດໃນສິ່ງທີ່ພຣະເຢຊູຄຣິດຈະຊົງເຮັດ.
ໂປໂລໄດ້ກ່າວວ່າ ເຮົາຄວນໃຊ້ຄຳເວົ້າທີ່ດີເວລາເຮົາເວົ້າກັບຄົນອື່ນ.
ເພິ່ນຍັງກ່າວອີກວ່າ ເຮົາຄວນມີສັດທາໃນພຣະເຢຊູຄຣິດ.
ເພິ່ນໄດ້ສິດສອນວ່າ ເຮົາຄວນເລືອກທາງທີ່ດີ, ເຊັ່ນ ການຊ່ວຍເຫລືອຄົນອື່ນ.
ໜ້າລະບາຍສີ
ເຮົາສາມາດຕິດຕາມພຣະເຢຊູຄຣິດ
ພາບປະກອບ ໂດຍ ເອໂພ ສະຕ໋ອດ
ເຮົາສາມາດຕິດຕາມພຣະເຢຊູຄຣິດໄດ້ ໂດຍການຟັງສາດສະດາ.
© 2023 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, October 2023. Language. 19048 331