​Friend
ການ​ອະ​ທິ​ຖານ​ແມ່ນ​ຫຍັງ?
ເດືອນ​ເມ​ສາ 2024


“What Is Prayer?” Friend, April 2024, 46–47.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ເມ​ສາ 2024

ການ​ອະ​ທິ​ຖານ​ແມ່ນ​ຫຍັງ?

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ອະ​ທິ​ຖານ​ຢູ່​ຂ້າງ​ຕຽງ

ພາບ​ປະ​ກອບ​ໂດຍ ເອ​ໂພ ສະ​ຕ໋ອດ

ການ​ອະ​ທິ​ຖານ​ແມ່ນ​ວິ​ທີ​ທີ່​ເຮົາ​ເວົ້າ​ລົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຮູບ​ພາບ
ເດັກ​ຊາຍ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ເດີ່ນ​ຫລິ້ນ

ເຮົາ​ສາ​ມາດ​ອະ​ທິ​ຖານ​ໄດ້​ທຸກ​ເວ​ລາ, ທຸກ​ບ່ອນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໄດ້​ຍິນ​ເຮົາ​ສະ​ເໝີ.

ຮູບ​ພາບ
ເດັກ​ຊາຍ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ

ເຮົາ​ໃຊ້​ຖ້ອຍ​ຄຳ​ທີ່​ສະ​ແດງ​ເຖິງ​ຄວາມ​ຮັກ ແລະ ຄວາມ​ນັບ​ຖື​ເມື່ອ​ເຮົາ​ອະ​ທິ​ຖານ.

ຮູບ​ພາບ
ເດັກ​ຊາຍ​ກຳ​ລັງ​ອະ​ທິ​ຖານ​ກັບ​ຄອບ​ຄົວ

ເຮົາ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ພອນ​ຂອງ​ເຮົາ. ແລະ ເຮົາ​ສາ​ມາດ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ.

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ອະ​ທິ​ຖານ​ຢູ່​ເທິງ​ຕຽງ​ນອນ

ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທຸກ​ຄັ້ງ​ທີ່​ເຮົາ​ອະ​ທິ​ຖານ!

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ຮູບ​ພາບ
alt text here

ພາບ​ປະ​ກອບ ໂດຍ ອາ​ດາມ ໂຄ​ຟອດ

ເຈົ້າ​ອະ​ທິ​ຖານ​ກ່ຽວ​ກັບ​ຫຍັງ?

ພິມ