​Friend
ອາ​ໂຣນ​ສິດ​ສອນ​ກະ​ສັດ
ເດືອນ​ກໍ​ລະ​ກົດ 2024


“Aaron Teaches the King,” Friend, July 2024, 26–27.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກໍ​ລະ​ກົດ 2024

ອາ​ໂຣນ​ສິດ​ສອນ​ກະ​ສັດ

ຮູບ​ພາບ
ອາ​ໂຣນ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ; ອາ​ໂຣນ​ກຳ​ລັງ​ຢືນ​ຢູ່​ຕໍ່​ໜ້າ​ກະ​ສັດ

ພາບ​ປະ​ກອບ ໂດຍ ແອນ​ດຣູ ໂບສ໌​ລີ

ອາ​ໂຣນ​ແມ່ນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ໂມ​ໄຊ​ຢາ. ເພິ່ນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ເພິ່ນ​ໄດ້​ສິດ​ສອນ​ກະ​ສັດ​ຂອງ​ຊາວ​ເລ​ມັນ​ທີ່​ປົກ​ຄອງ​ທົ່ວ​ແຜ່ນ​ດິນ.

ຮູບ​ພາບ
ອາ​ໂຣນ​ກຳ​ລັງ​ເວົ້າ​ກັບ​ກະ​ສັດ

ອາ​ໂຣນ​ໄດ້​ຖາມ​ກະ​ສັດ​ວ່າ ເພິ່ນ​ເຊື່ອ​ໃນ​ພຣະ​ເຈົ້າ​ບໍ. ກະ​ສັດ​ໄດ້​ກ່າວ​ວ່າ​ເພິ່ນ​ຈະ​ເຊື່ອ​ຖ້າ​ວ່າ​ອາ​ໂຣນ​ບອກ​ກັບ​ເພິ່ນ​ວ່າ​ພຣະ​ເຈົ້າ​ມີ​ຈິງ. ເພິ່ນ​ໄດ້​ຂໍ​ໃຫ້​ອາ​ໂຣນ​ບອກ​ກັບ​ເພິ່ນ​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ເຈົ້າ.

ຮູບ​ພາບ
ອາ​ໂຣນ​ກຳ​ລັງ​ສິດ​ສອນ​ກ່ຽວ​ກັບ​ທີ່​ມາ​ຂອງ​ສະ​ຫວັນ

ອາ​ໂຣນ​ອ່ານ​ພຣະ​ຄຳ​ພີ​ໃຫ້​ກະ​ສັດ​ຟັງ. ເພິ່ນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ສ້າງ​ໂລກ. ເພິ່ນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ບອກ​ກະ​ສັດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ກະ​ສັດ​ຂອງ​ຊາວ​ເລ​ມັນ​ກຳ​ລັງ​ຄຸ​ເຂົ່າ; ອາ​ໂຣນ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ຜູ້​ຄົນ

ຫລັງ​ຈາກ​ນັ້ນ, ກະ​ສັດ​ໄດ້​ອະ​ທິ​ຖານ. ເພິ່ນ​ໄດ້​ທູນ​ຖາມ​ພຣະ​ເຈົ້າ​ວ່າ​ສິ່ງ​ທີ່​ອາ​ໂຣນ​ກ່າວ​ມາ​ນັ້ນ ເປັນ​ຄວາມ​ຈິງ​ຫລື​ບໍ່. ກະ​ສັດ​ໄດ້​ຮັບ​ຄຳ​ຕອບ​ວ່າ​ມັນ​ເປັນ​ຄວາມ​ຈິງ!

ກະ​ສັດ​ເຊື່ອ​ໃນ​ສິ່ງ​ທີ່​ອາ​ໂຣນ​ໄດ້​ສິດ​ສອນ. ທຸກ​ຄົນ​ໃນ​ຄົວ​ເຮືອນ​ຂອງ​ເພິ່ນ​ກໍ​ພາ​ກັນ​ເຊື່ອ​ເຊັ່ນ​ກັນ. ພວກ​ເພິ່ນ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຕິດ​ຕາມ​ພຣະ​ເຢ​ຊູ​ໄດ້​ໂດຍ​ການ​ສະ​ແດງ​ຄວາມ​ຮັກ

ຮູບ​ພາບ
ໜ້າ​ລະ​ບາຍ​ສີ ຮູບ​ເດັກ​ນ້ອຍ ແລະ ຮູບ​ຫົວ​ໃຈ​ໃຫຍ່

ພາບ​ປະ​ກອບ ໂດຍ ອາ​ດາມ ໂຄ​ຟອດ

ເຈົ້າ​ຈະ​ສະ​ແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ແນວ​ໃດ?

ພິມ