​2021
ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ
ເດືອນ​ມີ​ນາ 2021


“Continuing Revelation,” For the Strength of Youth, Mar. 2021, 16.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມີ​ນາ 2021

ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ

ຈາກ​ຄໍາ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2020.

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

ຮູບ​ພາບ​ປະ​ກອບ ໂດຍ ເບັນ ໄຊ​ມອນ​ເຊັນ

ສາດ​ສະ​ດາ​ໂຈ​ເຊັບ ສະມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ເທື່ອ. ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ຮັບ ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ເຮົາ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

ນອກ​ເໜືອ​ຈາກ​ນັ້ນ, ເຮົາ​ກໍ​ໄດ້​ຮັບ​ພອນ​ດ້ວຍການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ​ແກ່​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ຜູ້​ຊຶ່ງ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່ “ໄດ້​ຮັບ​ໜ້າ​ທີ່, ໄດ້​ຮັບ​ສິດ​ອຳ​ນາດ​ທີ່​ຈະ​ກ່າວ​ແທນ​ພຣະ​ອົງ.”1

ການ​ເປີດ​ເຜີຍ​ສ່ວນ​ຕົວ​ມີ​ໃຫ້​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົວ. ມັນ​ສຳ​ຄັນ​ເທົ່າໆ​ກັບ​ການ​ເປີດ​ເຜີຍ​ຂອງ​ສາດ​ສະ​ດາ.

ການ​ເປີດ​ເຜີຍ​ສ່ວນ​ຕົວ​ແມ່ນ​ຂຶ້ນ​ກັບ​ຄວາມ​ຈິງ​ທາງ​ວິນ​ຍານ​ທີ່​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ ຜູ້​ເປີດ​ເຜີຍ ແລະ ເປັນ​ພະ​ຍານ ເຖິງ​ຄວາມ​ຈິງ​ທັງ​ໝົດ, ໂດຍ​ສະ​ເພາະ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຖ້າ​ປາດ​ສະ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ຈະ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ບົດ​ບາດ​ທີ່ ສຳ​ຄັນ​ທີ່​ສຸດ ຂອງ​ພຣະ​ອົງ​ຄື​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ຕຳ​ແໜ່ງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຮັບ​ປະ​ກັນ​ວ່າ​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ໄດ້​ຮັບ​ການ​ນຳ​ພາ​ຈາກ​ການ​ເປີດ​ເຜີຍ​ເມື່ອ​ເຮົາ​ອອກ​ແຮງ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົວ.

ຄຳ​ອ້ອນ​ວອນ​ດ້ວຍ​ຄວາມ​ຖ່ອມ​ຂອງ​ຂ້າ​ພະ​ເຈົ້າ​ຄື ເຮົາ​ແຕ່​ລະ​ຄົນ​ຈະ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ ເພື່ອ​ນຳ​ພາ​ຊີ​ວິດ​ຂອງ​ເຮົາ ແລະ ຕິດ​ຕາມ​ພຣະ​ວິນ​ຍານ ເມື່ອ​ເຮົາ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

ແຫລ່ງ​ອ້າງ​ອີງ

  1. Hugh B. Brown, “Joseph Smith among the Prophets” (Sixteenth Annual Joseph Smith Memorial Sermon, Logan Institute of Religion, Dec. 7, 1958), 7.

ພິມ