​2022
ຈົ່ງ​ຕັດ​ສິນ​ໃຈ
ເດືອນ​ມິ​ຖຸ​ນາ 2022


“Choose,” For the Strength of Youth, June 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ມິ​ຖຸ​ນາ 2022

ຈົ່ງ​ຕັດ​ສິນ​ໃຈ

ໂຢ​ຊວຍ​ໄດ້​ຊຸກ​ຍູ້​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ—ເພື່ອ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ.

ຈົ່ງ​ຕັດ​ສິນ​ໃຈ

ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຕັດ​ສິນ​ໃຈ ແລະ ກະ​ທຳ​ດ້ວຍ​ຕົວ​ເຮົາ​ເອງ​ເອີ້ນ​ວ່າ ອຳ​ເພີ​ໃຈ. ມັນ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຈຸດ​ປະ​ສົງ​ໜຶ່ງ​ໃນ​ຊີ​ວິດ​ນີ້​ຄື​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ຈະ​ເລືອກ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ເພື່ອ​ເຮົາ​ຈະ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ເຮົາ​ຈະ​ຖືກ​ພິ​ພາກ​ສາ​ຕາມ​ການ​ເລືອກ​ຂອງ​ເຮົາ. (ເບິ່ງ 2 ນີ​ໄຟ 2:27; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:78; ອັບ​ຣາ​ຮາມ 3:25.)

ມື້​ນີ້

ໂຢ​ຊວຍ​ໄດ້​ຊຸກ​ຍູ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ຕັດ​ສິນ​ໃຈ​ໃນ “ມື້​ນີ້,” ຫລື ດຽວ​ນີ້. ເຮົາ​ສາ​ມາດ​ເຮັດ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ເທື່ອ​ດຽວ ແລະ ແລ້ວ​ພະ​ຍາ​ຍາມ​ຍຶດ​ໝັ້ນ​ກັບ​ມັນ. (ເບິ່ງ ເພງ​ສັນ​ລະ​ເສີນ 37:5.)

ຮັບ​ໃຊ້

ໃນ​ຂໍ້​ນີ້, ຮັບ​ໃຊ້​ໝາຍ​ເຖິງ​ນະ​ມັດ​ສະ​ການ, ຊ່ວຍ​ເຫລືອ, ເຊື່ອ​ຟັງ, ແລະ ອຸ​ທິດ​ຕົນ​ຕໍ່​ຄົນ​ໃດ​ຄົນ​ໜຶ່ງ. ເຮົາ​ຄວນ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ໂມ​ເຊ 1:15).

ບັນ​ດາ​ພະ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຖືກ​ບັນ​ຊາ​ໃຫ້​ຮັບ​ໃຊ້​ພຣະ​ເຈົ້າ​ທີ່​ແທ້​ຈິງ ແລະ ຊົງ​ພຣະ​ຊົນ​ຢູ່​ອົງ​ດຽວ​ເທົ່າ​ນັ້ນ​ຄື, ພຣະ​ເຢ​ຊູ​ຄຣິດ (ເບິ່ງ ອົບ​ພະ​ຍົບ 20:2–5). ໂຢ​ຊວຍ​ໄດ້​ໃຫ້​ຕົວ​ຢ່າງ​ຂອງ​ບັນ​ດາ​ພະ​ອື່ນໆ ທີ່​ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ຄວນ​ນະ​ມັດ​ສະ​ການ. ບັນ​ດາ​ພະ​ໃນ​ຊີ​ວິດ​ຂອງ​ເຮົາ​ອາດ​ລວມ​ທັງ​ຊັບ​ສົມ​ບັດ, ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ, ຄວາມ​ສົນ​ໃຈ​ອື່ນໆ—ສິ່ງ​ໃດ​ກໍ​ຕາມ​ທີ່​ພາ​ເຮົາ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ກັບ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ

ໂຢ​ຊວຍ​ໄດ້​ເວົ້າ​ເຖິງ​ຕົວ​ເພິ່ນ​ເອງ ແລະ ຄອບ​ຄົວ​ຂອງ​ເພິ່ນ. ເພິ່ນ​ເວົ້າ​ວ່າ​ພວກ​ເພິ່ນ​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ຢາກ​ນຳ​ພາ​ຄອບ​ຄົວ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຊອບ​ທຳ ແລະ ສິດ​ສອນ​ພວກ​ເຂົາ​ໃຫ້​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:40).

ພິມ