​2022
ຮຽນ​ຮູ້​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ
ເດືອນ​ກັນ​ຍາ 2022


“Learn of Jesus Christ and Access His Power,” For the Strength of Youth, Sept. 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກັນ​ຍາ 2022

ຮຽນ​ຮູ້​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ເຖິງ ວິ​ທີ ທີ່​ເຮົາ​ສາ​ມາດ​ດຶງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ອາ​ຈານ, ພຣະ​ເຢ​ຊູ​ຄຣິດ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ.

ເຮົາ​ເລີ່ມ​ຕົ້ນ​ໂດຍ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ.1 “ເປັນ​ໄປ​ບໍ່​ໄດ້​ທີ່ [ເຮົາ] ຈະ​ລອດ​ໃນ ຄວາມ​ໂງ່​ຈ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:6). ເມື່ອ​ເຮົາ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຈະ​ຮູ້​ວ່າ​ພຣະ​ອົງ​ສາ​ມາດ​ປະ​ທານ​ພະ​ລັງ​ທີ່​ເຮົາ​ຕ້ອງ​ການ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ກ່າວ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ວ່າ ເປັນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ເຮັດ​ໃຫ້​ການ​ຟື້ນ​ຄືນ​ຊີ​ວິດ​ເກີດ​ເປັນ​ຈິງ​ສຳ​ລັບ​ທຸກ​ຄົນ ແລະ ເຮັດ​ໃຫ້​ຊີ​ວິດ​ນິ​ລັນ​ດອນ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ ແລະ ຮັບ​ເອົາ ແລະ ຮັກ​ສາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ.

ພາຍ​ໃຕ້​ແຜນ​ນິ​ລັນ​ດອນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ, ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໄດ້​ຮັບ​ທຸກ​ທໍ​ລະ​ມານ. ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໄດ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ. ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໄດ້​ຈ່າຍ​ແທນ​ບາບ ແລະ ການ​ລ່ວງ​ລະ​ເມີດ​ຂອງ​ເຮົາ ແລະ ລຶບ​ມັນ​ອອກ​ໃນ ເງື່ອນ​ໄຂ ແຫ່ງ​ການ​ກັບ​ໃຈ​ຂອງ​ເຮົາ. ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໄດ້​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ.

ຄຳ​ສັກ​ສິດ​ເຊັ່ນ​ວ່າ ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ ອະ​ທິ​ບາຍ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ, ຕາມ​ແຜນ​ຂອງ​ພຣະ​ບິ​ດາ, ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ຫວັງ​ໃນ​ຊີ​ວິດ​ນີ້ ແລະ ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

ພິມ