​2022
ຢ່າ​ລໍ​ຖ້າ! ຈົ່ງ​ເປັນ​ເໝືອນ​ຄົນ​ລ້ຽງ​ແກະ
ເດືອນ​ທັນ​ວາ 2022


“Don’t Wait! Be Like the Shepherds,” For the Strength of Youth, Dec. 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ທັນ​ວາ 2022

ລູ​ກາ 2:8–20

ຢ່າ​ລໍ​ຖ້າ! ຈົ່ງ​ເປັນ​ເໝືອນ​ຄົນ​ລ້ຽງ​ແກະ

ຮູບ​ພາບ
ຄົນ​ລ້ຽງ​ແກະ

ໃນ​ຄືນ​ງຽບ​ສະ​ຫງັດ​ດົນ​ນານ​ມາ​ແລ້ວ, ຄົນ​ລ້ຽງ​ແກະ​ກຳ​ລັງ​ເຝົ້າ​ເບິ່ງ​ຝູງ​ແກະ​ຂອງ​ພວກ​ເຂົາ​ຢ່າງ​ພາກ​ພຽນ.

ຮູບ​ພາບ
ແກະ

ຄົນ​ລ້ຽງ​ແກະ​ມີ​ວຽກ​ງານ​ທີ່​ສຳ​ຄັນ. ແກະ​ຕ້ອງ​ການ​ອາ​ຫານ, ນ້ຳ, ແລະ ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຈາກ​ໄພ​ອັນ​ຕະ​ລາຍ​ຕ່າງໆ.

ຮູບ​ພາບ
ທູດ​ສະ​ຫວັນ

ທັນ​ໃດ​ນັ້ນ, ທູດ​ສະ​ຫວັນ​ອົງ​ໜຶ່ງ​ໄດ້​ມາ​ປະ​ກົດ!

“ຢ່າ​ຢ້ານ​ເລີຍ, ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກ​ເຈົ້າ​ຮູ້. … ເພາະ​ວ່າ​ໃນ​ວັນ​ນີ້ … ອົງ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ອົງ​ໜຶ່ງ, ຄື​ພຣະ​ຄຣິດ [ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ມາ​ບັງ​ເກີດ.”

ຮູບ​ພາບ
ທູດ​ສະ​ຫວັນ

ທູດ​ສະ​ຫວັນ​ໄດ້​ບອກ​ກັບ​ຄົນ​ລ້ຽງ​ແກະ​ວ່າ ພວກ​ເຂົາ​ຈະ​ໄດ້​ພົບ​ພຣະ​ກຸມ​ມານ​ນ້ອຍ​ອົງ​ໜຶ່ງ ພັນ​ໃນ​ຜ້າ​ອ້ອມ, ນອນ​ຢູ່​ໃນ​ຮາງ​ຫຍ້າ ໃນ​ເມືອງ​ເບັດ​ເລ​ເຮັມ.

ຮູບ​ພາບ
ກຸ່ມ​ນັກ​ຮ້ອງ​ເຫລົ່າ​ທູດ​ສະ​ຫວັນ

ກຸ່ມ​ນັກ​ຮ້ອງ​ເຫລົ່າ​ທູດ​ສະ​ຫວັນ​ເຕັມ​ທ້ອງ​ຟ້າ ແລະ ໄດ້​ເຂົ້າ​ຮ່ວມ​ກັບ​ທູດ​ສະ​ຫວັນ​ອົງ​ນັ້ນ​ໃນ​ການ​ສັນ​ລະ​ເສີນ​ພຣະ​ເຈົ້າ.

“ລັດ​ສະ​ໝີ​ພາບ ຈົ່ງ​ມີ​ແດ່​ພຣະ​ເຈົ້າ ໃນ​ສະ​ຫວັນ​ທີ່​ສູງ​ສຸດ, ແລະ ທີ່​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ, ແກ່​ມະ​ນຸດ​ທັງ​ປວງ.”

ຮູບ​ພາບ
ຄົນ​ລ້ຽງ​ແກະ

“ໃຫ້​ພວກ​ເຮົາ​ພາ​ກັນ​ໄປ​ເມືອງ​ເບັດ​ເລ​ເຮັມ​ເທາະ ໄປ​ເບິ່ງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ນັ້ນ.”

ຮູບ​ພາບ
ຄົນ​ລ້ຽງ​ແກະ​ໄດ້​ຕາມ​ດວງ​ດາວ​ນັ້ນ​ໄປ

ຄົນ​ລ້ຽງ​ແກະ​ບໍ່​ໄດ້​ລໍ​ຖ້າ. ເລື່ອງ​ນີ້​ສຳ​ຄັນ​ຫລາຍ! ພວກ​ເຂົາ​ໄດ້ “ຮີບ​ໄປ” ທີ່​ເມືອງ​ເບັດ​ເລ​ເຮັມ.

ຮູບ​ພາບ
ຄົນ​ລ້ຽງ​ແກະ​ທີ່​ຮາງ​ຫຍ້າ

ຄົນ​ລ້ຽງ​ແກະ​ໄດ້​ພົບ​ເຫັນ​ພຣະ​ເຢ​ຊູ​ພັນ​ໃນ​ຜ້າ​ອ້ອມ, ນອນ​ຢູ່​ໃນ​ຮາງ​ຫຍ້າ, ດັ່ງ​ທີ່​ທູດ​ສະ​ຫວັນ​ໄດ້​ກ່າວ​ໄວ້.

ຮູບ​ພາບ
ກຸມ​ມານ​ນ້ອຍ​ເຢ​ຊູ

ນີ້​ຄື​ພຣະ​ເມ​ຊີ​ອາ​ທີ່​ຖືກ​ສັນ​ຍາ​ໄວ້ ຊຶ່ງ​ມາ​ເພື່ອ​ເປັນ​ພຣະ​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ ແລະ ນຳ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ແທ້​ຈິງ​ມາ​ສູ່​ເຮົາ!

ຮູບ​ພາບ
ຄົນ​ລ້ຽງ​ແກະ

ຄົນ​ລ້ຽງ​ແກະ​ຕື່ນ​ເຕັ້ນ​ຫລາຍ! ພວກ​ເຂົາ​ໄດ້​ແບ່ງ​ປັນ​ໃນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ.

“ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ໄດ້​ກຳ​ເນີດ​ມາ!”

“ໃນ​ທີ່​ສຸດ​ພຣະ​ເມ​ຊີ​ອາ​ກໍ​ສະ​ເດັດ​ມາ!”

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ຄົນ​ລ້ຽງ​ແກະ​ໄດ້ “ຮີບ​ໄປ” ຫາ​ພຣະ​ເຢ​ຊູ. ເຈົ້າ​ກໍ​ສາ​ມາດ​ເຮັດ​ໄດ້​ເຊັ່ນ​ກັນ!

ເຈົ້າ​ສາ​ມາດ​ຮຽນ​ຮູ້​ຈາກ​ພຣະ​ອົງ.

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ຕັດ​ຫຍ້າ

ເຈົ້າ​ສາ​ມາດ​ຮັບ​ໃຊ້​ພຣະ​ອົງ​ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ

ເຈົ້າ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ.

ພິມ