2023
ເຈັດ​ມື້​ແຫ່ງ​ການ​ແບ່ງ​ປັນ
ເດືອນ​ກໍ​ລະ​ກົດ 2023


“Seven Days of Sharing,” For the Strength of Youth, July 2023.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກໍ​ລະ​ກົດ 2023

ເຈັດ ມື້​ແຫ່ງ​ການ​ແບ່ງ​ປັນ

ເຈົ້າ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໄດ້ ໃນ​ວິ​ທີ​ທີ່​ປົກ​ກະ​ຕິ ແລະ ເປັນ​ທຳ​ມະ​ຊາດ. ເຈົ້າ​ພ້ອມ​ສຳ​ລັບ​ການ​ທ້າ​ທາຍ​ແລ້ວ​ບໍ?

ເມື່ອ​ເຮົາ​ເວົ້າ​ກ່ຽວ​ກັບ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ, ເຮົາ​ມັກ​ຈະ​ຄິດ​ເຖິງ​ການ​ກ່າວ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ຫລືຶ ໃນ​ສະ​ຖານ​ທີ່​ທີ່​ເປັນ​ທາງ​ການ​ອື່ນໆ. ແຕ່​ເຮົາ​ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້ “ຊອກ​ຫາ​ໂອ​ກາດ​ສະ​ເໝີ ທີ່​ຈະ​ສະ​ແດງ​ສັດ​ທາ​ຂອງ​ທ່ານ ໃນ​ວິ​ທີ​ທາງ​ແບບ​ທຳ​ມະ​ຊາດ ແລະ ປົກ​ກະ​ຕິ.”1

ໃນ​ການ​ທ້າ​ທາຍ​ເຈັດ​ມື້​ຢູ່​ຂ້າງ​ລຸ່ມ​ນີ້, ເຈົ້າ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ​ໃນ​ທຸກໆ​ມື້ ເປັນ​ເວ​ລາ​ໜຶ່ງ​ອາ​ທິດ. ເຈົ້າ​ສາ​ມາດ​ເຮັດ​ສິ່ງ​ເຫລົ່າ​ນີ້​ໃນ​ລຳ​ດັບ​ໃດ​ກໍ​ໄດ້, ຫລື ເຈົ້າ​ຍັງ​ສາ​ມາດ​ອອກ​ແນວ​ຄິດ​ຂອງ​ຕົນ​ເອງ​ກໍ​ໄດ້! ເຈົ້າ​ພ້ອມ​ສຳ​ລັບ​ການ​ທ້າ​ທາຍ​ແລ້ວ​ບໍ?

ຮູບ​ພາບ
ຕຶກ​ໂບດ

ຮູບ​ພາບ​ປະ​ກອບ ໂດຍ ເອັມ​ມະ​ລີ ເດ​ວິສ

ມື້​ທີ 1: ໂບດ

ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ກ່າວ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ໃນ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ຢູ່​ໂບດ ຖ້າ​ມັນ​ເປັນ​ສິ່ງ​ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້​ຢ່າງ​ສະ​ບາຍ​ໃຈ. ຖ້າ​ບໍ່​ດັ່ງ​ນັ້ນ, ເຈົ້າ​ກໍ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ຢູ່​ໂບດ ໂດຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ຫ້ອງ​ຮຽນ​ຂອງ​ເຈົ້າ​ໃນ​ວັນ​ອາ​ທິດ ແລະ ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ​ຂອງ​ເຈົ້າ. ຄວາມ​ຄິດ​ເຫັນ​ທີ່​ເຈົ້າ​ແບ່ງ​ປັນ​ຢູ່​ທີ່​ນັ້ນ ສາ​ມາດ​ເຊີດ​ຊູ​ໃຈ​ຄົນ​ອື່ນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ ເຊັ່ນ​ດຽວ​ກັບ​ຂອງ​ເຈົ້າ.

ຮູບ​ພາບ
ໝູ່​ເພື່ອນ

ມື້​ທີ 2: ໝູ່​ເພື່ອນ

ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຢູ່​ໂບດ​ໃນ​ວັນ​ອາ​ທິດ? ເຈົ້າ​ມັກ​ສິ່ງ​ທີ່​ບາງ​ຄົນ​ໄດ້​ແບ່ງ​ປັນ​ໃນ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ຫລື ໃນ​ການ​ສົນ​ທະ​ນາ​ໃນ​ຫ້ອງ​ຮຽນ​ຂອງ​ເຈົ້າ​ບໍ່? ບາງ​ເທື່ອ ເພງ​ເປີດ​ເປັນ​ໜຶ່ງ​ໃນ​ເພງ​ສວດ​ທີ່​ເຈົ້າ​ມັກ. ເລົ່າ​ໃຫ້​ໝູ່​ຟັງ! ແລ້ວ​ຖາມ​ກ່ຽວ​ກັບ​ວັນ​ທ້າຍ​ອາ​ທິດ​ຂອງ​ພວກ​ເຂົາ​ເຊັ່ນ​ກັນ.

ຮູບ​ພາບ
ໂທ​ລະ​ສັບ​ກັບ​ສື່​ສັງ​ຄົມ

ມື້​ທີ 3: ສື່​ສັງ​ຄົມ

ສື່​ສັງ​ຄົມ ເປັນ​ບ່ອນ​ທີ່​ດີ​ສຳ​ລັບ​ການ​ແບ່ງ​ປັນ​ເລື່ອງ​ທາງ​ວິນ​ຍານ​ຢ່າງ​ເປັນ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ. ສຳ​ລັບ​ການ​ທ້າ​ທາຍ​ໃນ​ມື້​ນີ້, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ແບ່ງ​ປັນ​ໂພສ​ກ່ຽວ​ກັບ:

  • ໜຶ່ງ​ໃນ​ຂໍ້​ພຣະ​ຄຳ​ພີ​ທີ່​ເຈົ້າ​ມັກ.

  • ຖ້ອຍ​ຄຳ​ອ້າງ​ອີງ​ທີ່​ເຊີດ​ຊູ​ໃຈ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.

  • ຄວາມ​ຄິດ ຫລື ປະ​ສົບ​ການ​ທາງ​ວິນ​ຍານ.

  • ສິ່ງ​ທີ່​ເຈົ້າ​ຮັກ ຫລື ຊາບ​ຊຶ້ງ​ໃຈ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ວິ​ທີ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ເຈົ້າ​ເມື່ອ​ບໍ່​ດົນ​ມາ​ນີ້ ຫລື ຄຸນ​ສົມ​ບັດ​ທີ່​ເຈົ້າ​ຊື່ນ​ຊົມ​ໃນ​ຕົວ​ຂອງ​ພຣະ​ອົງ ແລະ ເຫດ​ຜົນ.

ຮູບ​ພາບ
ໂທ​ລະ​ສັບ​ກັບ​ວິ​ດີ​ໂອ ແລະ ຂໍ້​ຄວາມ

ມື້​ທີ 4: ຂໍ້​ຄວາມ ຫລື ວິ​ດີ​ໂອ

ສົ່ງ​ຂ່າວ​ສານ​ທີ່​ເຊີດ​ຊູ​ໃຈ​ໄປ​ໃຫ້​ໝູ່​ຄົນ​ໜຶ່ງ​ຜ່ານ​ທາງ​ຂໍ້​ຄວາມ ຫລື ວິ​ດີ​ໂອ. ເຈົ້າ​ສາ​ມາດ​ແບ່ງ​ປັນ​ບົດ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ທີ່​ເຈົ້າ​ຄິດ​ວ່າ​ເຂົາ​ອາດ​ມັກ, ບອກ​ເຂົາ​ເຖິງ​ສິ່ງ​ທີ່​ເຈົ້າ​ຊາບ​ຊຶ້ງ​ໃຈ​ກ່ຽວ​ກັບ​ເຂົາ, ຫລື ແບ່ງ​ປັນ​ກ່ຽວ​ກັບ​ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ເຂົາ​ອາດ​ຕ້ອງ​ການ​ທີ່​ຈະ​ຮູ້​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ມີ​ຕໍ່​ເຂົາ. ເຈົ້າ​ສາ​ມາດ​ບອກ​ເຂົາ​ແບບ​ຕົວ​ຕໍ່​ຕົວ​ໄດ້​ສະ​ເໝີ!

ຮູບ​ພາບ
ຍິງ​ໜຸ່ມ​ກັບ​ປຸມ​ເປົ້າ​ຮູບ​ຫົວ​ໃຈ

ມື້​ທີ 5: ການ​ຮັບ​ໃຊ້

ເຈົ້າ​ອາດ​ສົງ​ໄສ​ວ່າ ການ​ຮັບ​ໃຊ້​ຄົນ​ອື່ນ ສາ​ມາດ​ເປັນ​ວິ​ທີ​ໜຶ່ງ​ໃນ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ໄດ້​ແນວ​ໃດ. ອັກ​ຄະ​ສາ​ວົກ ໂປ​ໂລ ໄດ້​ບອກ ຕີ​ໂມ​ທຽວ​ວ່າ, “ຈົ່ງ​ເປັນ​ຕົວ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ ໃນ​ທາງ​ກິ​ລິ​ຍາ ແລະ ວາ​ຈາ ໃນ​ຄວາມ​ຮັກ ໃນ​ຄວາມ​ເຊື່ອ ແລະ ໃນ​ຄວາມ​ບໍ​ລິ​ສຸດ​ຂອງ​ເຈົ້າ” (1 ຕີ​ໂມ​ທຽວ 4:12). ສະ​ນັ້ນ, ເຈົ້າ​ສາ​ມາດ​ສະ​ແດງ​ຄວາມ​ເຊື່ອ​ຂອງ​ເຈົ້າ ຜ່ານ​ທາງ​ຕົວ​ຢ່າງ​ຂອງ​ເຈົ້າ, ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຮັບ​ໃຊ້​ພວກ​ເຂົາ.

ຮູບ​ພາບ
ອຸ​ປະ​ກອນ​ສິ​ລະ​ປະ

ມື້​ທີ 6: ສິ​ລະ​ປະ

ບາງ​ເທື່ອ​ຜູ້​ຄົນ​ກໍ​ໃຊ້​ສິ​ລະ​ປະ​ເປັນ​ວິ​ທີ​ທີ່​ແຕກ​ຕ່າງ​ໃນ​ການ​ແບ່ງ​ປັນ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ. ເຈົ້າ​ສາ​ມາດ​ໃຊ້​ຮູບ​ແຕ້ມ, ຮູບ​ປັ້ນ, ບົດ​ກະ​ວີ, ດົນ​ຕີ, ຫລື ສິ​ລະ​ປະ​ປະ​ເພດ​ອື່ນໆ ເພື່ອ​ແບ່ງ​ປັນ​ວ່າ ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຮູບ​ພາບ
ຊາວ​ໜຸ່ມ​ກຳ​ລັງ​ລົມ​ກັນ

ມື້​ທີ 7: ການ​ສົນ​ທະ​ນາ​ທີ່​ເປັນ​ກັນ​ເອງ

ຢ່າ​ຢ້ານ​ທີ່​ຈະ​ກ່າວ​ເຖິງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໃນ​ສະ​ຖານ​ທີ່​ທີ່​ເປັນ​ກັນ​ເອງ, ເຊັ່ນ​ດຽວ​ກັບ​ວ່າ ເຈົ້າ​ຈະ​ແບ່ງ​ປັນ​ຄວາມ​ຄິດ​ອື່ນໆ​ທີ່​ເຈົ້າ​ມີ​ກ່ຽວ​ກັບ​ຫົວ​ຂໍ້​ໃດ​ໜຶ່ງ.

ແນ່​ນອນ, ເຈົ້າ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ຫລື ຂໍ້​ພຣະ​ຄຳ​ພີ​ທີ່​ເຈົ້າ​ຫາ​ກໍ​ອ່ານ​ເມື່ອ​ບໍ່​ດົນ​ມາ​ນີ້, ແຕ່​ມັນ​ກໍ​ຍັງ​ສາ​ມາດ​ເປັນ​ກັນ​ເອງ​ໄດ້​ຫລາຍ​ກວ່າ​ນັ້ນ​ອີກ. ຍົກ​ຕົວ​ຢ່າງ:

  • ຖ້າ​ເຈົ້າ​ຮູ້​ສຶກ​ວ່າ ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ທຳ​ມະ​ຊາດ, ກໍ​ໃຫ້​ສະ​ແດງ​ຄວາມ​ຊາບ​ຊຶ້ງ​ໃຈ​ຂອງ​ເຈົ້າ​ຕໍ່​ສິ່ງ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ​ຕໍ່​ຄົນ​ອືື່ນ.

  • ບາງ​ເທື່ອ​ເຈົ້າ​ຫາ​ກໍ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ຄັກ. ເລົ່າ​ໃຫ້​ໝູ່​ຟັງ​ກ່ຽວ​ກັບ​ມັນ ຖ້າ​ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ສ່ວນ​ຕົວ​ຫລາຍ.

  • ຊອກ​ຫາ​ການ​ປຽບ​ທຽບ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ປຶ້ມ ຫລື ໜັງ​ທີ່​ເຈົ້າ​ມັກ, ແລະ ແບ່ງ​ປັນ​ຄວາມ​ຮູ້​ແຈ້ງ​ຂອງ​ເຈົ້າ.

ປົກ​ກະ​ຕິ ແລະ ທຳ​ມະ​ຊາດ

ຂະ​ນະ​ທີ່​ເຈົ້າ​ຊອກ​ຫາ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ເຈົ້າ, ການ​ກະ​ທຳ​ເຊັ່ນ​ນັ້ນ ຈະ​ຍິ່ງ​ກາຍ​ເປັນ​ເລື່ອງ​ທຳ​ມະ​ຊາດ​ສຳ​ລັບ​ເຈົ້າ​ຫລາຍ​ຂຶ້ນ​ເລື້ອຍໆ. ມັນ​ອາດ​ຈະ​ຮູ້​ສຶກ​ອຶດ​ອັດ​ໃນ​ຕອນ​ທຳ​ອິດ, ແຕ່​ກໍ​ບໍ່​ເປັນ​ຫຍັງ! ໃຫ້​ຈື່​ໄວ້​ວ່າ, ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ ກໍ​ເປັນ​ເລື່ອງ​ທຳ​ມະ​ຊາດ​ສຳ​ລັບ​ເຈົ້າ​ໃນ​ຕົວ​ຂອງ​ມັນ​ເອງ​ຢູ່​ແລ້ວ—ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕົວ​ຕົນ​ຂອງ​ເຈົ້າ. ການ​ແບ່ງ​ປັນ​ມັນ​ກໍ​ສາ​ມາດ​ກາຍ​ເປັນ​ເລື່ອງ​ທຳ​ມະ​ຊາດ​ໄດ້​ເຊັ່ນ​ກັນ. ສິ່ງ​ທີ່​ຕ້ອງ​ເຮັດ​ກໍ​ຄື ມີ​ແຕ່​ສະ​ແດງ​ມັນ​ອອກ​ມາ​ຫລາຍ​ຂຶ້ນ​ເທື່ອ​ລະ​ໜ້ອຍ​ໃນ​ແຕ່​ລະ​ມື້.

ເຈົ້າ​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ແນວ​ໃດ​ໃນ​ມື້​ນີ້?

ພິມ