2023
ບັນ​ດາ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ
ເດືອນ​ທັນ​ວາ 2023


“The Dead Will Stand before God,” For the Strength of Youth, Dec. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ທັນ​ວາ 2023

ບັນ​ດາ​ຄົນ​ທີ່​ຕາຍ​ແລ້ວ ຈະ ຢືນ ຢູ່​ຕໍ່​ພຣະ​ພັກ​ຂອງ ພຣະ​ເຈົ້າ

ໃນ​ການ​ເປີດ​ເຜີຍ​ຂອງ​ເພິ່ນ, ໂຢ​ຮັນ​ໄດ້​ເຫັນ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

He Comes Again to Rule and Reign [ພຣະ​ອົງ​ສະ​ເດັດ​ມາ​ອີກ​ຄັ້ງ​ເພື່ອ​ປົກ​ຄອງ ແລະ ຄອງ​ຣາດ], ໂດຍ ແມ​ຣີ ຊໍ​ເອີ

ບັນ​ດາ​ຄົນ​ທີ່​ຕາຍ​ແລ້ວ, ທັງ​ຜູ້​ໃຫຍ່ ແລະ ຜູ້​ນ້ອຍ, ພາ​ກັນ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ

ອຳ​ນາດ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ນຳ ທຸກ​ຄົນ ເຂົ້າ​ໄປ​ສູ່​ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ ເພື່ອ​ຮັບ​ການ​ພິ​ພາກ​ສາ (ເບິ່ງ ແອວ​ມາ 11:42–44; 33:22; 40:21; ຮີ​ລາ​ມັນ 14:15–17; ມໍ​ມອນ 9:13–14).

ໜັງ​ສື​ຕ່າງໆ​ກໍ​ເປີດ​ອອກ

ໜັງ​ສື​ເຫລົ່າ​ນີ້ ເປັນ​ຕົວ​ແທນ​ໃຫ້​ແກ່​ບັນ​ທຶກ​ຕ່າງໆ​ທີ່​ໄດ້​ຖືກ​ບັນ​ທຶກ​ໄວ້​ເທິງ​ແຜ່ນ​ດິນ​ໂລກ ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ທັງ​ຫລາຍ​ໄດ້​ເຮັດ​ເທິງ​ແຜ່ນ​ດິນ​ໂລກ ເພື່ອ​ຕິດ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:7).

ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ

“ໃນ​ຄວາມ​ໝາຍ​ໜຶ່ງ ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ ແມ່ນ​ບັນ​ຊີ​ຂອງ​ຄວາມ​ຄິດ ແລະ ການ​ກະ​ທຳ​ທັງ​ໝົດ​ຂອງ​ບຸກ​ຄົນ—ບັນ​ທຶກ​ຊີ​ວິດ​ຂອງ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຄຳ​ພີ​ໄດ້​ແຈ້ງ​ບອກ​ວ່າ ບັນ​ທຶກ​ໃນ​ສະ​ຫວັນ​ໄດ້​ເກັບ​ກຳ​ບັນ​ທຶກ​ຂອງ​ຄົນ​ທີ່​ຊື່​ສັດ, ລວມ​ທັງ​ຊື່ ແລະ ເລື່ອງ​ລາວ​ທີ່​ຊອບ​ທຳ​ຂອງ​ເຂົາ​ເຈົ້າ” (ຄູ່​ມື​ພຣະ​ຄຳ​ພີ, “ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ,” scriptures.ChurchofJesusChrist.org).

ຖືກ​ຕັດ​ສິນ

ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ຈະ​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ຄົນ​ທັງ​ຫລາຍ​ຟື້ນ​ຄືນ​ຊີ​ວິດ​ແລ້ວ. ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ຜູ້​ພິ​ພາກ​ສາ​ຂອງ​ແຕ່​ລະ​ຄົນ. ການ​ພິ​ພາກ​ສາ​ນີ້ ຈະ​ກຳ​ນົດ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ​ທີ່​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ. (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພິ​ພາກ​ສາ, ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ,” scriptures.ChurchofJesusChrist.org; ແອວ​ມາ 41:3–5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:26–32.)

ຕາມ​ການ​ກະ​ທຳ​ຂອງ​ພວກ​ເຂົາ

ແຕ່​ລະ​ຄົນ​ຈະ​ຖືກ​ຕັດ​ສິນ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ ແລະ ສິ່ງ​ທີ່​ພວກ​ເຂົາ​ປາດ​ຖະ​ໜາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:9). ພວກ​ເຂົາ​ຈະ​ຖືກ​ຕັດ​ສິນ​ວ່າ ພວກ​ເຂົາ​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ປະ​ພຶດ​ຕົນ​ຢ່າງ​ສອດ​ຄ່ອງ​ກັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ໄດ້​ຮັບ​ໃນ​ຊີ​ວິດ​ນີ້.

ພິມ