​​For the Strength of Youth
ປິ​ຕຸ​ພອນ​ຂອງ​ເຈົ້າ
ເດືອນ​ກໍ​ລະ​ກົດ 2024


“Words to Live By,” For the Strength of Youth, July 2024.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກໍ​ລະ​ກົດ 2024

ປິ​ຕຸ​ພອນ​ຂອງ​ເຈົ້າ

ດັດ​ແປງ​ມາ​ຈາກ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023 ໂດຍ ແອວ​ເດີ ຄາ​ຊູ​ຮິ​ໂກະ ຢາ​ມາ​ຊີ​ຕະ ແລະ ແອວ​ເດີ ແຣນ​ໂດ ເຄ ເບັນ​ເນັດ ແຫ່ງ​ສາ​ວົກ​ເຈັດ​ສິບ.

ຮູບ​ພາບ
ຊາຍ​ໜຸ່ມ

ພາບ​ປະ​ກອບ ໂດຍ Guev

  • ບັນ​ຈຸ​ຄຳ​ແນະ​ນຳ​ສ່ວນ​ຕົວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ເຈົ້າ.

  • ຮູບ​ພາບ
    ຕົ້ນ​ຕະ​ກຸນ​ຄອບ​ຄົວ

    ປະ​ກາດ​ເຊື້ອ​ສາຍ​ຂອງ​ເຈົ້າ ຢູ່​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

  • ຮູບ​ພາບ
    ພຣະ​ຄຳ​ພີ

    ຄື​ພຣະ​ຄຳ​ພີ​ສ່ວນ​ຕົວ.

  • ຮູບ​ພາບ
    ໜ່ວຍ​ກະ​ແຈ

    ຄື​ຄວາມ​ສັກ​ສິດ ແລະ ເປັນ​ຄວາມ​ລັບ.

  • ຮູບ​ພາບ
    ແຜນ​ທີ່

    ບໍ່​ໄດ້​ກຳ​ນົດ​ເສັ້ນ​ທາງ​ຊີ​ວິດ​ຂອງ​ເຈົ້າ.

  • ຮູບ​ພາບ
    ຄຳ​ຕອບ​ສຳ​ຄັນ

    ບໍ່​ໄດ້​ຕອບ​ຄຳ​ຖາມ​ທັງ​ໝົດ​ຂອງ​ເຈົ້າ.

ຖ້າ​ວ່າ​ມັນ​ບໍ່​ໄດ້​ກ່າວ​ເຖິງ​ເຫດ​ການ​ໃດ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຊີ​ວິດ, ຢ່າ​ໄດ້​ຖື​ວ່າ ມັນ​ໝາຍ​ຄວາມ​ວ່າ ເຈົ້າ​ຈະ​ບໍ່​ມີ​ໂອ​ກາດ​ນັ້ນ. ປິ​ຕຸ​ພອນ​ເປັນ​ສິ່ງ​ນິ​ລັນ​ດອນ, ແລະ ຖ້າ​ວ່າ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ, ຄຳ​ສັນ​ຍາ​ຕ່າງໆ​ທີ່​ຍັງ​ບໍ່​ບັນ​ລຸ​ຜົນ​ໃນ​ຊີ​ວິດ​ນີ້​ຈະ​ໄດ້​ຮັບ​ໃນ​ຊີ​ວິດ​ຕໍ່​ໄປ.

ຮູບ​ພາບ
ພວກ​ຜູ້​ຍິງ

ແລ້ວ​ເຈົ້າ​ຄວນ​ມີ​ອາ​ຍຸ​ເທົ່າ​ໃດ?

  • ມີ​ວຸດ​ທິ​ພາ​ວະ​ພໍ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ສຳ​ຄັນ ແລະ ລັກ​ສະ​ນະ​ອັນ​ສັກ​ສິດ​ຂອງ​ພອນ ແລະ ເຂົ້າ​ໃຈ​ຫລັກ​ທຳ​ພື້ນ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ.

  • ຕາມ​ອຸ​ດົມ​ການ​ແລ້ວ​ຄວນ​ເປັນ​ໄວ​ໜຸ່ມ​ພຽງ​ພໍ​ທີ່​ວ່າ​ການ​ຕັດ​ສິນ​ໃຈ​ສຳ​ຄັນ​ຫລາຍ​ຢ່າງ​ໃນ​ຊີ​ວິດ​ຍັງ​ຢູ່​ໃນ​ພາຍ​ພາກ​ໜ້າ.

ພອນ​ຈາກ​ພອນ​ຕ່າງໆ​ຂອງ​ເຈົ້າ

ພິມ