​2018
ການ​ສ້າງ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ
August 2018


ຮູບ​ພາບ
Ministering

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ສິງ​ຫາ 2018

ການ​ສ້າງ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ

ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ດູ​ແລ​ຄົນ​ອື່ນ ຈະ​ເພີ່ມ​ທະ​ວີ​ຂຶ້ນ ເມື່ອ​ເຮົາ​ມີ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ ກັບ​ເຂົາ​ເຈົ້າ.

ການ​ເຊື້ອ​ເຊີນ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດຕໍ່​ຄົນ​ອື່ນ ແມ່ນ​ໂອ​ກາດ​ທີ່​ຈະ​ສ້າງ​ຄວາມ​ສຳ​ພັນ​ແຫ່ງ​ການ​ດູ​ແລ​ກັບ​ເຂົາ​ເຈົ້າ—ເປັນ​ຄວາມ​ສຳ​ພັນ​ແບບ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຂໍ ຫລື ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ໄດ້​ຢ່າງ​ສະ​ບາຍ. ເມື່ອ​ເຮົາໃຊ້​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ເຊັ່ນ​ນັ້ນ, ພຣະ​ເຈົ້າ​ຈະ​ສາ​ມາດ​ປ່ຽນ​ຊີ​ວິດ ໃນ​ຄວາມ​ສຳ​ພັນ​ຂອງ​ທັງ​ສອງ​ຝ່າຍ.

“ຂ້າ​ພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ຈະບໍ່​ມີ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ ປາດ​ສະ​ຈາກ​ຄວາມ​ສຳ​ພັນ​ທີ່​ສຳ​ຄັນ,” ແຊ​ຣັນ ຢູ​ແບ້ງ, ທີ່​ປຶກ​ສາ​ທີ​ໜຶ່ງ ໃນ​ຝ່າຍ​ປະ​ທານ​ອົງ​ການ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ກ່າວ. ແລະ ກ່ອນ​ທີ່ການ​ປະ​ຕິ​ບັດ​ຮັບ​ໃຊ້ ຈະ​ເກີດ​ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ, ນາງ​ໄດ້​ກ່າວ, ເຂົາ​ເຈົ້າ​ຕ້ອງ “ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ເລິກ​ຊຶ້ງ ທີ່​ຈະ​ປິ່ນ​ປົວ ແລະ ໃຫ້​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື ແລະ ມີ​ຄວາມ​ນັບ​ຖື.”1

ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ ບໍ່​ແມ່ນ​ຍຸດ​ທະ​ວິ​ທີ. ມັນ​ຖືກ​ສ້າງ​ຂຶ້ນ​ເທິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ເທິງ​ຄວາມ​ພະ​ຍາ​ຍາມ​ຢ່າງຈິງ​ໃຈ, ແລະ ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ (ເບິ່ງ D&C 121:41).2

ວິ​ທີ​ທີ່​ຈະ​ສ້າງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ

“ເຮົາ​ສ້າງ [ຄວາມ​ສຳ​ພັນ] ກັບເທື່ອ​ລະ​ຄົນ,” ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ.3 ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ສຳ​ພັນ​ຢ່າງ​ມີ​ຄວາມ​ໝາຍ ກັບ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່, ພຣະ​ວິນ​ຍານ​ບໍ​ລິ​ສຸດ ສາ​ມາດຊີ້​ນຳ​ເຮົາ​ໄດ້. ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້ ແມ່ນອີງ​ຕາມ​ແບບ​ແຜນ​ທີ່​ແອວ​ເດີ ອຸກ​ດອບ ໄດ້​ສະ​ເໜີ.4

  • ຮຽນ​ຮູ້​ກ່ຽວ​ກັບ​ເຂົາ​ເຈົ້າ.

    ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ (1899–1994) ໄດ້​ສອນ​ວ່າ, “ທ່ານ​ບໍ່​ສາ​ມາດ​ຮັບ​ໃຊ້​ໄດ້​ດີ ຕໍ່​ຜູ້​ທີ່​ທ່ານ​ບໍ່​ຮູ້​ຈັກ​ດີ.” ເພິ່ນ​ໄດ້​ແນະ​ນຳ​ໃຫ້​ຮູ້​ຈັກ​ຊື່​ຂອງ​ແຕ່​ລະ​ຄົນ​ໃນ​ຄອບ​ຄົວ ແລະ ຮູ້​ຈັກ​ວາ​ລະ​ໂອ​ກາດ​ທີ່​ສຳ​ຄັນ ດັ່ງ​ເຊັ່ນ ວັນ​ເກີດ, ການ​ໃຫ້​ພອນ, ການ​ບັບ​ຕິ​ສະ​ມາ, ແລະ ການ​ແຕ່ງ​ງານ. ສິ່ງນີ້​ຈະ​ໃຫ້​ໂອ​ກາດແກ່​ເຮົາ ເພື່ອ​ຂຽນ​ຈົດ​ໝາຍ​ນ້ອຍ ຫລື ໂທ​ໄປ​ຫາ ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ຄົນ​ໃນ​ຄອບ​ຄົວ ກັບ​ຄວາມ​ສຳ​ເລັດ ພິ​ເສດ​ນັ້ນ.5

  • ໃຊ້​ເວ​ລາ​ນຳ​ກັນ.

    ຄວາມ​ສຳ​ພັນ​ຕ້ອງ​ໃຊ້​ເວ​ລາ​ພັດ​ທະ​ນາ. ຊອກ​ຫາ​ໂອ​ກາດ​ທີ່​ຈະ​ຮັກ​ສາ​ການ​ຕິດ​ຕໍ່​ໄວ້. ຈາກ​ການ​ຄົ້ນ​ຄວ້າ ເຫັນ​ໄດ້​ວ່າ ການບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ ທ່ານ​ເປັນ​ຫ່ວງ​ເປັນ​ໃຍ ເປັນ​ສິ່ງ​ສຳ​ຄັນ​ຫລາຍ​ຕໍ່​ຄວາມ​ສຳ​ພັນ​ທີ່​ໝັ້ນ​ແກ່ນ.6 ຢ້ຽມ​ຢາມ​ຜູ້​ທີ່​ທ່ານ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເລື້ອຍໆ. ເວົ້າ​ລົມ​ກັບ​ເຂົາ​ເຈົ້າ​ຢູ່​ໂບດ. ໃຫ້​ໃຊ້​ວິ​ທີ​ອື່ນ​ອີກ ແບບ​ໃດ​ກໍ​ຕາມ​ທີ່​ເໝາະ​ສົມ—ດັ່ງ​ເຊັ່ນ ອີ​ເມວ, Facebook, Instagram, Twitter, Skype, ໂທ​ໄປ​ຫາ, ຫລື ສົ່ງໂປ​ສະ​ຄາດ. ແອວເດີ ​ຣິເຈີດ ຈີ ສະກາດ (1928–2015) ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງໄດ້​ກ່າວ​ກ່ຽວ​ກັບ​ພະ​ລັງ​ຂອງ​ການ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ສະ​ໜັບ​ສະ​ໜູນ​ຢ່າງ​ລຽບ​ງ່າຍ ແລະ ຊ່າງ​ປະ​ດິດ​ຄິດ​ສ້າງ: “ເມື່ອຂ້າ​ພະ​ເຈົ້າ​ເປີດ​ພຣະ​ຄຳ​ພີ​ອ່ານ, … ຂ້າ​ພະ​ເຈົ້າ​ມັກຈະ​ເຫັນເຈ້ຍ​ນ້ອຍ​ດ້ວຍ​ຖ້ອຍ​ຄຳ​ທີ່​ອ່ອນ​ຫວານ ແລະ ໃຫ້​ກຳ​ລັງ​ໃຈ ທີ່​ນາງ​ຈານີນ [ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ] ໄດ້​ສອດ​ໃສ່​ໄວ້. … ຖ້ອຍ​ຄຳ​ທີ່​ມີ​ຄ່າ​ເຫລົ່າ​ນັ້ນ … ໄດ້​ກາຍ​ເປັນຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ ທີ່​ໃຫ້​ການ​ປອບ​ໂຍນ ແລະ ການ​ດົນ​ໃຈ.”7

    ພ້ອມນີ້, ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄວາມ​ສຳ​ພັນ​ແມ່ນ​ຕ້ອງ​ມີ​ສອງຝ່າຍ. ທ່ານ​ສາ​ມາດ​ສະ​ເໜີ​ທີ່​ຈະ​ໃຫ້​ຄວາມ​ຮັກ ແລະ ຄວາມ​ສຳ​ພັນ​ໄດ້, ແຕ່​ຄວາມ​ສຳ​ພັນ​ຈະ​ບໍ່​ເຕີບ​ໂຕ ຍົກ​ເວັ້ນ​ແຕ່​ການ​ສະ​ເໜີ​ນັ້ນ ຖືກ​ຮັບ​ໄວ້ ແລະ ຖືກ​ຕອບ​ສະ​ໜອງ. ຖ້າ​ຫາກ​ບຸກ​ຄົນ​ອີກ​ຝ່າຍ​ໜຶ່ງ​ເບິ່ງ​ຄື​ວ່າ ບໍ່​ຍອມ​ຮັບ​ເອົາ, ກໍ​ຢ່າ​ບັງ​ຄັບ​ໃຫ້​ມີ​ຄວາມ​ສຳພັນ. ໃຫ້​ເວ​ລາ​ເຂົາ​ເຈົ້າ ເພື່ອ​ເບິ່ງ​ຄວາມ​ພະ​ຍາ​ຍາມ​ທີ່​ຈິງ​ໃຈ​ຂອງ​ທ່ານ, ແລະ ຖ້າ​ຈຳ​ເປັນ, ໃຫ້​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ຂອງ​ທ່ານ ວ່າ​ເປັນ​ໄປ​ໄດ້​ຢູ່​ບໍ ທີ່​ຈະ​ມີ​ຄວາມ​ສຳ​ພັນ​ຢ່າງ​ມີ​ຄວາມ​ໝາຍ.

  • ສື່​ສານ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ.

    ການ​ສ້າງ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ ຮຽກ​ຮ້ອງເຮົາ​ໃຫ້​ເຮັດ​ຫລາຍກວ່າ​ທຳ​ມະ​ດາ. ການ​ສື່​ສານ​ແບບ​ທຳ​ມະດາ ແມ່ນ​ເຕັມ​ໄປ​ດ້ວຍ ການ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຕາ​ຕະ​ລາງ, ອາ​ກາດ, ແລະ ເລື່ອງ​ເລັກ​ນ້ອຍ​ຢ່າງ​ອື່ນໆ, ແຕ່​ມັນ​ບໍ່​ຮ່ວມ​ດ້ວຍ​ການ​ແບ່ງ​ປັນ​ຄວາມ​ຮູ້​ສຶກ, ຄວາມ​ເຊື່ອ​ຖື, ເປົ້າ​ໝາຍ, ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຊຶ່ງ​ຈຳ​ເປັນ​ສຳ​ລັບ​ຄວາມ​ກ່ຽວ​ພັນ​ທີ່​ມີ​ຄວາມ​ໝາຍ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ໄດ້​ເປັນ​ແບບ​ຢ່າງ​ເຖິງ​ການ​ສື່​ສານ​ທີ່​ມີ​ຄວາມ​ໝາຍ​ເຊັ່ນ​ນີ້ ໂດຍ​ການ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ອົງ ແລະ ແຜນ​ຂອງ​ພຣະ​ອົງ ກັບ​ພຣະ​ບຸດ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 5:20) ແລະ ກັບ​ເຮົາ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ (ເບິ່ງ ອາ​ໂມດ 3:7). ໂດຍ​ການບອກ​ກ່າວ​ເຖິງ​ເລື່ອງ​ກິດ​ຈະ​ກຳ​ປະ​ຈຳ​ວັນ ແລະ ການ​ທ້າ​ທາຍ​ຂອງ​ຊີ​ວິດ ໃຫ້​ກັນ​ຟັງ ຕາມ​ທີ່​ຖືກ​ຊົງ​ນຳ​ໂດຍ​ພຣະ​ວິນ​ຍານ, ເຮົາ​ຈະຮູ້​ຄຸນ​ຄ່າ​ຂອງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ ເມື່ອ​ເຮົາເຫັນ​ວ່າ ມີ​ຄວາມ​ສົນ​ໃຈ​ທີ່​ຄ້າຍ​ຄືກັນ ແລະ ໄດ້​ແບ່ງ​ປັນ​ປະ​ສົບ​ການ​ໃຫ້​ກັນ​ແລະ​ກັນ.

    ການ​ຮັບ​ຟັງ​ເປັນ​ພາກ​ສ່ວນ​ສຳ​ຄັນ ທີ່​ສື່​ສານ​ວ່າ ທ່ານ​ເປັນ​ຫ່ວງ​ເປັນ​ໃຍ.8 ເມື່ອ​ທ່ານ​ຮັບ​ຟັງ​ຢ່າງ​ຮອບ​ຄອບ, ໂອ​ກາດ​ຂອງ​ທ່ານ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ ໃຫ້​ມາ​ສູ່​ພຣະ​ຄຣິດ ຈະ​ເພີ່ມ​ທະ​ວີ​ຂຶ້ນ ເມື່ອ​ທ່ານ​ມີ​ຄວາມ​ເຂົ້າ​ໃຈ ແລະ ຮູ້​ຈັກ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ ແລະ ເມື່ອ​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ ມີ​ຄົນ​ຮັກ​ແພງ, ມີ​ຄົນ​ເຂົ້າ​ໃຈ, ແລະ ປອດ​ໄພ.

  • ຮູ້​ຄຸນ​ຄ່າ​ຂອງ​ຄວາມ​ແຕກ​ຕ່າງ ເທົ່າໆ​ກັບ​ຄວາມ​ຄ້າຍ​ຄື​ກັນ.

    “ບາງ​ຄົນ … ເຊື່ອ​ວ່າ ສາດ​ສະ​ໜາ​ຈັກ​ຢາກ​ຈະ​ເຮັດ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ ກາຍ​ເປັນ​ເໝືອນ​ກັນ​ທັງ​ໝົດ—ວ່າ​ແຕ່​ລະ​ຄົນ​ຄວນ​ມີ​ຮູບ​ລັກ​ສະ​ນະ, ຮູ້​ສຶກ, ຄິດ, ແລະ ປະ​ພຶດ ຄື​ກັບ​ສະ​ມາ​ຊິກ​ຄົນ​ອື່ນໆ,” ແອວເດີ ອຸກດອບ ໄດ້​ກ່າວ. “ສິ່ງນີ້​ຈະ​ກົງ​ກັນ​ຂ້າມ​ກັບ​ປັນ​ຍາ​ຂອງ​ພຣະ​ເຈົ້າ, ອົງ​ທີ່​ໄດ້​ສ້າງ​ມະ​ນຸດ​ທຸກ​ຄົນ ໃຫ້​ແຕກ​ຕ່າງ​ຈາກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຂົາ. …

    “ສາດ​ສະ​ໜາ​ຈັກ​ເຂັ້ມ​ແຂງ​ຂຶ້ນ​ເມື່ອ​ເຮົາ​ສວຍ​ໂອ​ກາດ​ເອົາ​ຄວາມ​ແຕກ​ຕ່າງນີ້ ແລະ ຊຸກ​ຍູ້​ກັນ​ແລະ​ກັນ ໃຫ້​ພັດ​ທະ​ນາ ແລະ ໃຊ້​ພອນ​ສະ​ຫວັນ​ຂອງ​ເຮົາ ທີ່​ຈະ​ໃຫ້​ກຳ​ລັງ​ໃຈ ແລະ ເສີມ​ກຳ​ລັງ​ໃຫ້​ແກ່​ເພື່ອນ​ສາ​ນຸ​ສິດ​ຂອງ​ເຮົາ.”9

    ການ​ທີ່​ຈະ​ຮັກ​ຄົນ​ອື່ນ ໃນ​ວິ​ທີ​ທີ່​ພຣະ​ເຈົ້າ​ຮັກ​ເຮົາ, ເຮົາ​ຕ້ອງ​ພະ​ຍາ​ຍາມ​ເບິ່ງ​ຄົນ​ອື່ນ ໃນ​ວິ​ທີ​ທີ່​ພຣະ​ເຈົ້າ​ເບິ່ງ​ເຂົາ​ເຈົ້າ. ປະ​ທານ​ທອມມັສ ແອັສ ມອນສັນ (1927–2018) ໄດ້​ສອນ​ວ່າ, “ເຮົາ​ຕ້ອງ​ພັດ​ທະ​ນາ​ຄວາມ​ສາ​ມາດ ທີ່​ຈະ​ເບິ່ງ [ຄົນ​ອື່ນ] ບໍ່​ແມ່ນ​ດັ່ງ​ທີ່​ເຂົາ​ເຈົ້າ​ເປັນ​ຢູ່​ໃນ​ເວ​ລານີ້ ແຕ່​ດັ່ງ​ທີ່​ເຂົາ​ເຈົ້າ​ຈະ​ກາຍ​ເປັນ.”10 ເຮົາ​ສາ​ມາດ​ອະ​ທິ​ຖານ ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອໃຫ້​ເຮົາ​ເບິ່ງ​ຄົນ​ອື່ນ ໃນ​ວິ​ທີ​ທີ່​ພຣະ​ເຈົ້າ​ເບິ່ງ​ເຂົາ​ເຈົ້າ. ເມື່ອ​ເຮົາ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ ອີງ​ຕາມ​ສັກ​ກະ​ຍະ​ພາບ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ເຕີບ​ໂຕ, ສ່ວນ​ຫລາຍ​ແລ້ວ ເຂົາ​ເຈົ້າ​ຈະ​ກາຍ​ເປັນ​ຄົນ​ເຊັ່ນ​ນັ້ນ.11

  • ຮັບ​ໃຊ້​ເຂົາ​ເຈົ້າ.

    ໃຫ້​ມີ​ຄວາມ​ຮູ້​ສຶກ​ໄວຕໍ່​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ແລະ ເຕັມ​ໃຈ​ທີ່​ຈະ​ໃຫ້​ເວ​ລາ ແລະ ພອນ​ສະ​ຫວັນ, ບໍ່​ວ່າ​ຈະ​ເປັນ​ໃນ​ເວ​ລາ​ທີ່​ຕ້ອງ​ການ ຫລື ພຽງ​ແຕ່​ເພາະ​ວ່າ​ທ່ານ​ເປັນ​ຫ່ວງ​ເປັນ​ໃຍ​ເທົ່າ​ນັ້ນ. ທ່ານ​ສາ​ມາດ​ຢູ່​ກັບ​ເຂົາ​ເຈົ້າ ເພື່ອ​ໃຫ້​ຄວາມ​ປອບ​ໂຍນ, ໃຫ້​ກຳ​ລັງ​ໃຈ, ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ ທີ່​ຕ້ອງ​ການ ໃນ​ຍາມ​ສຸກ​ເສີນ, ເຈັບ​ປ່ວຍ, ຫລື ໃນ​ສະ​ຖາ​ນະ​ການ​ທີ່​ຮີບ​ດ່ວນ. ແຕ່​ໃນ​ຄວາມ​ສຳ​ພັນ​ກັບ​ຫລາຍໆ​ຄົນ ເຮົາ​ເປັນ​ພຽງ​ແຕ່​ຜູ້​ຕອບ​ຮັບ​ຊື່ໆ. ພຣະ​ເຈົ້າ​ໄດ້​ມອບ​ອຳ​ເພີ​ໃຈ​ໃຫ້​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ກະ​ທຳ ບໍ່​ແມ່ນ​ໃຫ້​ຖືກ​ກະ​ທຳ​ຕໍ່ (ເບິ່ງ 2 ນີ​ໄຟ 2:14). ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂຢ​ຮັນ ໄດ້​ສອນ​ວ່າ ພວກເຮົາ​ຮັກ​ພຣະ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ຮັກ​ພວກເຮົາ​ກ່ອນ (ເບິ່ງ 1 ໂຢ​ຮັນ 4:19), ເມື່ອ​ຄົນ​ອື່ນຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ແທ້​ຈິງ​ຂອງ​ເຮົາ ຜ່ານ​ທາງ​ການ​ຮັບ​ໃຊ້​ຂອງ​ເຮົາ, ແລ້ວ​ມັນ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ເຂົາ​ເຈົ້າ​ອ່ອນ​ລົງ ແລະ ມີ​ຄວາມ​ຮັກ ແລະ ຄວາມ​ໄວ້​ວາງ​ໃຈ​ຫລາຍ​ຂຶ້ນ.12 ສິ່ງນີ້​ຈະ​ສ້າງ​ການກະ​ທຳ​ທີ່​ມີ​ຄວາມ​ເມດ​ຕາ​ກະ​ລຸ​ນາ ທີ່​ດີ​ຂຶ້ນ​ເລື້ອຍໆ ຊຶ່ງສາ​ມາດ​ສ້າງ​ຄວາມ​ສຳ​ພັນ​ໄດ້.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ

ພຣະ​ເຢ​ຊູ​ຄຣິດ ສ້າງ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 11:5). ພຣະ​ອົງ​ຮູ້​ຈັກ​ພວກ​ເຂົາ (ເບິ່ງ ໂຢ​ຮັນ 1:47–48). ພຣະ​ອົງ​ໄດ້​ໃຊ້​ເວ​ລາ​ຢູ່​ກັບ​ພວກ​ເຂົາ (ເບິ່ງ ລູ​ກາ 24:13–31). ການ​ສື່​ສານ​ຂອງ​ພຣະ​ອົງ​ແມ່ນ​ເກີນ​ກວ່າ​ແບບ​ທຳ​ມະ​ດາ (ເບິ່ງ ໂຢ​ຮັນ 15:15). ພຣະ​ອົງ​ຮູ້​ຄຸນ​ຄ່າ​ຂອງ​ຄວາມ​ແຕກ​ຕ່າງ​ຂອງພວກ​ເຂົາ (ເບິ່ງ ​ມັດ​ທາຍ 9:10) ແລະ ໄດ້​ເຫັນ​ສັກ​ກະ​ຍະ​ພາບ​ຂອງ​ພວກ​ເຂົາ (ເບິ່ງ ໂຢ​ຮັນ 17:23). ພຣະ​ອົງ​ໄດ້​ຮັບ​ໃຊ້​ທຸກ​ຄົນ, ເຖິງ​ແມ່ນ​ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທຸກ​ຄົນ​ກໍ​ຕາມ, ໂດຍ​ໄດ້​ກ່າວ​ວ່າ ພຣະ​ອົງ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບ​ໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບ​ໃຊ້​ເຂົາ (ເບິ່ງ ມາ​ຣະ​ໂກ 10:42–45).

ທ່ານ​ຈະ​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ສ້າງ​ຄວາມ​ສຳ​ພັນ​ທີ່​ເຂັ້ມ​ແຂງ ກັບ​ຜູ້​ທີ່​ທ່ານ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້?

ແຫລ່ງ​ອ້າງ​ອີງ

  1. Sharon Eubank, in “Humanitarian Acts Must Be Rooted in Relationship, Sharon Eubank Says,” mormonnewsroom.org.

  2. ເບິ່ງ “Ministering Principles: Reach Out in Compassion,” Liahona, July 2018, 6–9.

  3. Dieter F. Uchtdorf, “Of Things That Matter Most,” Liahona, Nov. 2010, 22.

  4. ເບິ່ງ Dieter F. Uchtdorf, “Of Things That Matter Most,” 22.

  5. ເບິ່ງ Ezra Taft Benson, “To the Home Teachers of the Church,” Ensign, May 1987, 50.

  6. ເບິ່ງ Charles A. Wilkinson and Lauren H. Grill, “Expressing Affection: A Vocabulary of Loving Messages,” ໃນMaking Connections: Readings in Relational Communication, ed. Kathleen M. Galvin, 5th ed.(2011), 164–73.

  7. Richard G. Scott, “The Eternal Blessings of Marriage,” Liahona, May 2011, 96.

  8. ເບິ່ງ “Ministering Principles: Five Things Good Listeners Do,” Liahona, June 2018, 6–9.

  9. Dieter F. Uchtdorf, “Four Titles,” Liahona, May 2013, 59.

  10. Thomas S. Monson, “See Others as They May Become,” Liahona, Nov. 2012, 69.

  11. ເບິ່ງ Terence R. Mitchell ແລະ Denise Daniels, “Motivation,” ໃນ Handbook of Psychology, vol. 12, ed. Walter C. Borman ແລະ ອື່ນໆ (2003), 229.

  12. ເບິ່ງ Edward J. Lawler, Rebecca Ford, ແລະ Michael D. Large, “Unilateral Initiatives as a Conflict Resolution Strategy,” Social Psychology Quarterly, vol. 62, no. 3 (Sept. 1999), 240–56.

ພິມ