ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນທັນວາ 2018
ສື່ສານວ່າທ່ານເປັນຫ່ວງເປັນໃຍ
ມັນມີຫລາຍວິທີທີ່ເຮົາສາມາດສະແດງໃຫ້ເຫັນວ່າ ເຮົາເປັນຫ່ວງເປັນໃຍ, ໂດຍສະເພາະໃນຊ່ວງບຸນຄຣິດສະມັດ. ເຮົາສາມາດເວົ້າອອກ, ສົ່ງຂໍ້ຄວາມມືຖື, ຂຽນຫາ, ມອບໃຫ້, ແບ່ງປັນ, ອະທິຖານ, ເຮັດອາຫານ, ຮ້ອງເພງ, ໂອບກອດ, ຫລິ້ນມ່ວນ, ເພາະປູກ, ຫລື ທຳຄວາມສະອາດ. ພຽງແຕ່ລອງເຮັດ.
ການສະແດງຄວາມຮັກຕໍ່ຄົນອື່ນ ຄືຈຸດໃຫຍ່ໃຈກາງຂອງການປະຕິບັດສາດສະໜາກິດ. ປະທານສະມາຄົມສະຕີສົງເຄາະສາມັນ ຈີນ ບີ ບິງກຳ ໄດ້ກ່າວວ່າ: “ການປະຕິບັດສາດສະໜາກິດທີ່ແທ້ຈິງ ຈະປະສົບຄວາມສຳເລັດຜົນເທື່ອລະຄົນ ໂດຍມີຄວາມຮັກເປັນປັດໃຈທີ່ຊຸກຍູ້. … ດ້ວຍຄວາມຮັກເປັນປັດໃຈທີ່ຊຸກຍູ້, ສິ່ງມະຫັດສະຈັນຈະເກີດຂຶ້ນ, ແລະ ເຮົາຈະພົບເຫັນເສັ້ນທາງທີ່ຈະນຳເອື້ອຍອ້າຍນ້ອງທີ່ ‘ເສຍໄປ’ ຂອງເຮົາເຂົ້າມາສູ່ອ້ອມກອດທີ່ຮວມໝົດທຸກຢ່າງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.”1
ການໃຫ້ຄົນອື່ນຮູ້ວ່າເຮົາເປັນຫ່ວງເປັນໃຍ ເປັນພາກສ່ວນທີ່ສຳຄັນຂອງການພັດທະນາຄວາມສຳພັນເປັນສ່ວນຕົວ. ແຕ່ຜູ້ຄົນທີ່ແຕກຕ່າງກັນ ຈະໄດ້ຮັບຂ່າວສານໃນວິທີທີ່ແຕກຕ່າງກັນ. ສະນັ້ນ ເຮົາຈະສາມາດສະແດງຄວາມຮັກທີ່ເໝາະສົມກັບຄົນອື່ນ ໃນວິທີທີ່ເຂົາເຈົ້າຈະເຂົ້າໃຈ ແລະ ຮູ້ບຸນຄຸນ ໄດ້ແນວໃດ? ຕໍ່ໄປນີ້ແມ່ນບາງວິທີ ທີ່ສື່ສານວ່າເຮົາເປັນຫ່ວງເປັນໃຍ, ພ້ອມດ້ວຍສອງສາມແນວຄິດ ເພື່ອລິເລີ່ມຄວາມຄິດຂອງທ່ານເອງ.
ເວົ້າອອກ
ບາງເທື່ອ ບໍ່ມີສິ່ງໃດສາມາດມາທົດແທນການເວົ້າວ່າ ທ່ານຮູ້ສຶກແນວໃດກ່ຽວກັບບາງຄົນ. ເຖິງແມ່ນສິ່ງນີ້ອາດໝາຍເຖິງການບອກຄົນນັ້ນວ່າທ່ານຮັກເຂົາເຈົ້າ, ແຕ່ມັນຍັງລວມທັງການບອກເຖິງສິ່ງທີ່ທ່ານຊົມເຊີຍ ຫລື ຍ້ອງຍໍເຂົາເຈົ້າ ດ້ວຍຄວາມຈິງໃຈນຳອີກ. ການຢືນຢັນແບບນີ້ ຈະຊ່ວຍເຮັດໃຫ້ຄວາມສຳພັນແໜ້ນແຟ້ນຫລາຍຂຶ້ນ. (ເບິ່ງ ເອເຟໂຊ 4:29.)
-
ຊອກຫາໂອກາດທີ່ຈະບອກຄົນນັ້ນໃຫ້ຮູ້ວ່າ ທ່ານຊົມເຊີຍຄວາມດີເດັ່ນຢ່າງໃດຢ່າງໜຶ່ງຂອງເຂົາເຈົ້າ.
-
ແວະໄປຫາ, ໂທຫາ, ຫລື ສົ່ງອີເມວ, ສົ່ງຂໍ້ຄວາມມືຖື, ຫລື ສົ່ງກັກ ເພື່ອບອກຄົນນັ້ນວ່າ ທ່ານຄິດເຖິງເຂົາເຈົ້າ.
ຢ້ຽມຢາມ
ການໃຊ້ເວລາເວົ້າລົມນຳ ແລະ ຮັບຟັງບຸກຄົນ ເປັນວິທີທີ່ມີພະລັງ ໃນການສະແດງວ່າ ເຂົາເຈົ້າມີຄຸນຄ່າສຳລັບທ່ານ. ບໍ່ວ່າທ່ານຈະຢ້ຽມຢາມຢູ່ທີ່ບ້ານ, ຢູ່ທີ່ໂບດ, ຫລື ໃນບ່ອນໃດກໍຕາມ, ມີຫລາຍຄົນທີ່ຕ້ອງການຄົນ ເພື່ອເວົ້າລົມນຳ. (ເບິ່ງ ໂມໄຊຢາ 4:26; D&C 20:47.)
-
ໃຫ້ຈັດເວລາໄປຢ້ຽມຢາມ ອີງຕາມຄວາມຕ້ອງການຂອງບຸກຄົນ. ໃຊ້ເວລາຮັບຟັງແທ້ໆ ແລະ ເຂົ້າໃຈສະຖານະການຂອງເຂົາເຈົ້າ.
-
ເຖິງແມ່ນມັນອາດເປັນສິ່ງຫຍຸ້ງຍາກທີ່ຈະໄປຢ້ຽມຢາມຢູ່ທີ່ບ້ານ ເພາະໄລຍະທາງໄກ, ວັດທະນະທຳ, ຫລື ສະຖານະການອື່ນໆ, ແຕ່ໃຫ້ຫາທາງເວົ້າລົມກັນຫລັງຈາກເລີກໂບດ.
ຮັບໃຊ້ດ້ວຍຈຸດປະສົງ
ໃຫ້ເອົາໃຈໃສ່ຕໍ່ສິ່ງທີ່ຄົນນັ້ນ ຫລື ຄອບຄົວຕ້ອງການ. ການຮັບໃຊ້ທີ່ມີຄວາມໝາຍ ສື່ສານວ່າທ່ານເປັນຫ່ວງເປັນໃຍ. ມັນລວມຂອງຂວັນທີ່ມີຄ່າຄືເວລາ ແລະ ຄວາມພະຍາຍາມທີ່ຮູ້ຈັກຄິດນຳຜູ້ອື່ນເຂົ້າກັນ. “ການກະທຳແບບລຽບງ່າຍຂອງການຮັບໃຊ້ ກໍສາມາດມີອິດທິພົນທີ່ເລິກຊຶ້ງ ຕໍ່ຄົນອື່ນໄດ້,” ຊິດສະເຕີ ບິງກຳ ໄດ້ກ່າວ.2
-
ໃຫ້ການຮັບໃຊ້ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ບຸກຄົນ ຫລື ຄອບຄົວຂອງເຂົາເຈົ້າ, ດັ່ງເຊັ່ນ ການເບິ່ງເດັກນ້ອຍ ເພື່ອວ່າພໍ່ແມ່ຂອງເຂົາຈະໄດ້ໄປພຣະວິຫານ.
-
ໃຫ້ຊອກຫາວິທີທີ່ຈະແບ່ງເບົາພາລະ ຕອນທີ່ຊີວິດຫຍຸ້ງຍາກ, ດັ່ງເຊັ່ນການທຳຄວາມສະອາດປ່ອງຢ້ຽມ, ການພາໝາໄປຍ່າງ, ຫລື ການຊ່ວຍທຳຄວາມສະອາດເດີ່ນບ້ານ.
ເຮັດກິດຈະກຳນຳກັນ
ມີຫລາຍຄົນທີ່ບໍ່ຕິດແທດກັນຜ່ານທາງການສົນທະນາທີ່ເລິກຊຶ້ງ. ສ່ວນບາງຄົນ, ເຂົາເຈົ້າຕິດແທດກັນໂດຍການມີຄວາມສົນໃຈທີ່ຄືກັນ ແລະ ໃຊ້ເວລາເຮັດສິ່ງເຫລົ່ານັ້ນນຳກັນ. ພຣະຜູ້ເປັນເຈົ້າຊຸກຍູ້ເຮົາໃຫ້ຢູ່ກັບອ້າຍເອື້ອຍນ້ອງຂອງເຮົາ (ເບິ່ງ D&C 20:53) ແລະ ເຮັດໃຫ້ເຂົາເຈົ້າເຂັ້ມແຂງຂຶ້ນ.
-
ໄປຍ່າງ, ວາງແຜນຄືນຫລິ້ນເກມ, ຫລື ຈັດເວລາເປັນປະຈຳ ເພື່ອອອກກຳລັງກາຍນຳກັນ.
-
ຮັບໃຊ້ນຳກັນໃນໂຄງການຂອງຊຸມຊົນ ຫລື ຂອງສາດສະໜາຈັກ.
ໃຫ້ຂອງຂວັນ
ບາງເທື່ອ ເວລາ ຫລື ໂອກາດ ທີ່ຈະພົບປະມີຈຳກັດ. ໃນຫລາຍວັດທະນະທຳ, ການໃຫ້ຂອງຂວັນ ເປັນເຄື່ອງໝາຍຂອງການເປັນຫ່ວງເປັນໃຍ ແລະ ການເຫັນອົກເຫັນໃຈ. ແມ່ນແຕ່ໃນບາງໂອກາດ, ຂອງຂວັນແບບທຳມະດາກໍສາມາດສື່ສານບອກເຖິງຄວາມສົນໃຈຂອງທ່ານ ທີ່ຈະສ້າງຄວາມສຳພັນທີ່ດີກວ່າເກົ່າໄດ້. (ເບິ່ງ ສຸພາສິດ 21:14.)
-
ເອົາເຂົ້າໜົມທີ່ເຂົາເຈົ້າມັກກິນໄປຝາກ.
-
ແບ່ງປັນຂໍ້ອ້າງອີງ, ຂໍ້ພຣະຄຳພີ, ຫລື ຂ່າວສານອື່ນໆ ທີ່ທ່ານຮູ້ສຶກວ່າ ມັນຈະເປັນປະໂຫຍດ.
ການອອກແຮງດ້ວຍຄວາມຮັກ
ເມື່ອທ່ານຮູ້ຈັກຜູ້ທີ່ທ່ານປະຕິບັດສາດສະໜາກິດຕໍ່ ແລະ ຜູ້ທີ່ທ່ານສະແຫວງຫາການດົນໃຈເພື່ອ, ທ່ານຈະຮຽນຮູ້ເພີ່ມເຕີມ ໂດຍສະເພາະ ວິທີທີ່ຈະສື່ສານຄວາມຮັກ ແລະ ຄວາມເປັນຫ່ວງເປັນໃຍຂອງທ່ານ ຕໍ່ເຂົາເຈົ້າເປັນສ່ວນບຸກຄົນ.
ຄິມເບີລີ ເຊໂບ ຢູ່ລັດອໍເລກອນ, ສະຫະລັດ, ບອກເຖິງເລື່ອງລາວກ່ຽວກັບການສະແຫວງຫາການດົນໃຈ ແລະ ການໃຫ້ຂອງຂວັນ ທີ່ສະແດງເຖິງຄວາມຮັກດັ່ງນີ້:
“ເມື່ອໃດທີ່ຂ້າພະເຈົ້າພົບເຫັນຊີວິດຫຍຸ້ງຍາກ, ຂ້າພະເຈົ້າໄດ້ລຸກຂຶ້ນ ແລະ ເຮັດເຂົ້າຈີ່ໃສ່ໝາກສຸຄີນີ, ປົກກະຕິແລ້ວ ປະມານ ແປດກ້ອນ. ສ່ວນປະສົມພິເສດຂອງຂ້າພະເຈົ້າ ແມ່ນການອະທິຖານຢູ່ໃນໃຈ ທີ່ຂ້າພະເຈົ້າໄດ້ກ່າວ ໃນຂະນະທີ່ອົບເຂົ້າຈີ່ ເພື່ອຈະໄດ້ຮູ້ວ່າ ມີໃຜແດ່ທີ່ຕ້ອງການເຂົ້າຈີ່ເຫລົ່ານັ້ນ. ຂ້າພະເຈົ້າຮູ້ຈັກເພື່ອນບ້ານໃກ້ຄຽງຫລາຍຂຶ້ນ ແລະ ຖືກເຊື້ອເຊີນເຂົ້າໄປບ້ານເຮືອນ ແລະ ຊີວິດຂອງເຂົາເຈົ້າ ຍ້ອນເຂົ້າຈີ່ໃສ່ໝາກສຸຄີນີນີ້ແຫລະ.
“ໃນມື້ທີ່ຮ້ອນອົບເອົ້າມື້ໜຶ່ງຂອງລະດູແລ້ງ, ຂ້າພະເຈົ້າໄດ້ຈອດລົດຢູ່ ບ່ອນທີ່ຄອບຄົວໜຶ່ງໄດ້ເອົາໝາກແບຣີດຳມາຂາຍຢູ່ແຄມທາງ. ຂ້າພະເຈົ້າບໍ່ຕ້ອງການໝາກແບຣີດຳຕື່ມອີກ, ແຕ່ທ້າວນ້ອຍ, ຜູ້ຈ່ອຍຜອມ ຢູ່ບ່ອນຂາຍໝາກແບຣີ ມີຄວາມຕື່ນເຕັ້ນຫລາຍ ຄິດວ່າຂ້າພະເຈົ້າຈະຊື້. ຂ້າພະເຈົ້າໄດ້ຊື້ໝາກແບຣີດຳຈຳນວນໜຶ່ງ, ແຕ່ຂ້າພະເຈົ້າກໍມີຂອງຂວັນໃຫ້ລາວຄືກັນ. ຂ້າພະເຈົ້າໄດ້ເອົາເຂົ້າຈີ່ໃຫ້ລາວສອງກ້ອນ. ລາວໄດ້ຫັນໄປຫາພໍ່ ເພື່ອຂໍອະນຸຍາດ, ແລ້ວເວົ້າວ່າ, ‘ເບິ່ງແມ, ພໍ່ເອີຍ, ບັດນີ້ພວກເຮົາມີອາຫານກິນແລ້ວມື້ນີ້.’ ຂ້າພະເຈົ້າໄດ້ເຕັມໄປດ້ວຍຄວາມກະຕັນຍູ ສຳລັບໂອກາດນັ້ນ ເພື່ອສະແດງຄວາມຮັກ ໃນວິທີທີ່ລຽບງ່າຍ.”
ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ຂໍຮ້ອງ, “ວ່າ ຊາຍ ແລະ ຍິງທຸກຄົນ—ແລະ ຊາຍໜຸ່ມ ແລະ ຍິງໜຸ່ມຜູ້ໃຫຍ່ຂອງເຮົາ—ຈະມີການດູແລຈາກໃຈຈິງໃຫ້ກັນແລະກັນ, ຖືກດົນໃຈໂດຍຄວາມຮັກອັນບໍລິສຸດຂອງພຣະຄຣິດ ໃຫ້ເຮັດເທົ່ານັ້ນ. … ຂໍໃຫ້ເຮົາຈົ່ງອອກແຮງ ຄຽງບ່າຄຽງໄຫລ່ກັບພຣະຜູ້ເປັນເຈົ້າຂອງສວນອະງຸ່ນ, ໃຫ້ຄວາມຊ່ວຍເຫລືອແກ່ພຣະເຈົ້າ ແລະ ພຣະບິດາຂອງເຮົາ ເພື່ອຕອບຄຳອະທິຖານ, ໃຫ້ການປອບໂຍນ, ເຊັດນ້ຳຕາ, ແລະ ໃຫ້ກຳລັງຫົວເຂົ່າທີ່ອ່ອນເພຍ.”3
ພຣະເຢຊູຄຣິດເປັນຫ່ວງເປັນໃຍ
ຫລັງຈາກພຣະເຢຊູຄຣິດໄດ້ນຳລາຊະໂຣຄືນມາຈາກຕາຍແລ້ວ, “ພຣະເຢຊູກໍຮ້ອງໄຫ້.
“ປະຊາຊົນເວົ້າກັນວ່າ, ເບິ່ງດູ ເພິ່ນຮັກລາວເທົ່າໃດ!” (ໂຢຮັນ 11:35–36).
“ເຮົາມີຄວາມເມດຕາສົງສານເຈົ້າ,” ພຣະຄຣິດໄດ້ກ່າວກັບຊາວນີໄຟ. ແລ້ວ ພຣະອົງໄດ້ເອີ້ນຫາຄົນເຈັບຂອງພວກເຂົາ ແລະ ຄົນເປັນທຸກຂອງພວກເຂົາ, ແລະ ຄົນເປ້ຍລ່ອຍຂອງພວກເຂົາ, ແລະ ຄົນຕາບອດຂອງພວກເຂົາ, ແລະ “ພຣະອົງໄດ້ປິ່ນປົວພວກເຂົາ” (ເບິ່ງ 3 ນີໄຟ 17:7–9).
ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນຕົວຢ່າງໃຫ້ແກ່ເຮົາ ຂະນະທີ່ພຣະອົງເປັນຫ່ວງເປັນໃຍຕໍ່ຄົນອື່ນ. ພຣະອົງໄດ້ສອນເຮົາວ່າ:
“ຈົ່ງຮັກພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.
“ນັ້ນແຫລະ, ແມ່ນພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.
“ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” (ມັດທາຍ 22:37–39).
ແມ່ນໃຜຕ້ອງການຄວາມເປັນຫ່ວງເປັນໃຍຂອງທ່ານ? ທ່ານຈະສະແດງໃຫ້ເຂົາເຈົ້າຮູ້ວ່າ ທ່ານເປັນຫ່ວງເປັນໃຍເຂົາເຈົ້າໄດ້ແນວໃດ?
© 2018 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/17. ການແປໄດ້ຮັບອະນຸຍາດ: 6/17. ແປຈາກ Ministering Principles, December 2018. Laotian. 15056 331