ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນມັງກອນ 2019
ຈຸດປະສົງທີ່ຈະປ່ຽນແປງການປະຕິບັດສາດສະໜາກິດຂອງເຮົາ
ຂະນະທີ່ການປະຕິບັດສາດສະໜາກິດມີຈຸດປະສົງຫລາຍຢ່າງ, ຄວາມພະຍາຍາມຂອງເຮົາຄວນຖືກນຳພາໂດຍຄວາມປາດຖະໜາ ທີ່ຈະຊ່ວຍຄົນອື່ນໃຫ້ບັນລຸການປ່ຽນໃຈເຫລື້ອມໃສສ່ວນຕົວ ທີ່ເລິກຊຶ້ງກວ່າ ແລະ ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ.
ເມື່ອເຮົາຮັກຄົນອື່ນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຮັກ, ເຮົາຢາກຈະຊ່ວຍເຂົາເຈົ້າດັ່ງທີ່ພຣະອົງໄດ້ຊ່ວຍ. ໃນຖານະພຣະຜູ້ລ້ຽງທີ່ດີ, ພຣະອົງໄດ້ເປັນຕົວຢ່າງທີ່ດີເລີດທີ່ສຸດ ເຖິງການປະຕິບັດສາດສະໜາກິດຢ່າງມີປະສິດທິພາບ.
ໃນການປະຕິບັດສາດສະໜາກິດຂອງເຮົາ ຕາມແບບຢ່າງຂອງພຣະອົງ, ມັນສຳຄັນທີ່ຈະຈື່ຈຳວ່າ ຄວາມມຸ່ງໝັ້ນຂອງພຣະອົງທີ່ຈະຮັກ, ເຊີດຊູ, ຮັບໃຊ້ ແລະ ອວຍພອນ ມີເປົ້າໝາຍທີ່ສູງກວ່າ ການສະໜອງຄວາມຕ້ອງການຢ່າງຮີບດ່ວນເທົ່ານັ້ນ. ແນ່ນອນທີ່ ພຣະອົງຮູ້ເຖິງຄວາມຕ້ອງການປະຈຳວັນຂອງເຂົາເຈົ້າ ແລະ ມີຄວາມເຫັນອົກເຫັນໃຈນຳຄວາມທຸກທໍລະມານ ໃນປະຈຸບັນຂອງເຂົາເຈົ້າ. ດັ່ງນັ້ນ ພຣະອົງຈຶ່ງໄດ້ປິ່ນປົວ, ລ້ຽງດູ, ໃຫ້ອະໄພ, ແລະ ສິດສອນ. ແຕ່ພຣະອົງປະສົງທີ່ຈະເຮັດຫລາຍກວ່າ ການຊ່ວຍໃຫ້ເຊົາກະຫາຍນ້ຳ ແຕ່ໃນມື້ນີ້ເທົ່ານັ້ນ (ເບິ່ງ ໂຢຮັນ 4:13–14). ພຣະອົງປະສົງໃຫ້ຜູ້ທີ່ຢູ່ອ້ອມຮອບພຣະອົງ ຕິດຕາມພຣະອົງ (ເບິ່ງ ລູກາ 18:22; ໂຢຮັນ 21:22), ຮູ້ຈັກພຣະອົງ (ເບິ່ງ ໂຢຮັນ 10:14; Doctrine and Covenants 132:22–24), ແລະ ເອື້ອມເຖິງສັກກະຍະພາບທີ່ສູງສົ່ງຂອງເຂົາເຈົ້າ (ເບິ່ງ ມັດທາຍ 5:48). ສິ່ງດຽວກັນນັ້ນກໍຈິງແທ້ໃນທຸກວັນນີ້ (ເບິ່ງ Doctrine and Covenants 67:13).
ມີຫລາຍວິທີຈົນນັບບໍ່ຖ້ວນ ທີ່ເຮົາສາມາດຊ່ວຍເປັນພອນໃຫ້ແກ່ຄົນອື່ນ, ແຕ່ເມື່ອຈຸດເປົ້າໝາຍແທ້ໆຂອງການປະຕິບັດສາດສະໜາກິດຂອງເຮົາ ແມ່ນທີ່ຈະຊ່ວຍຄົນອື່ນໃຫ້ມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ, ແລ້ວເຮົາຈະທຳງານເພື່ອວັນເວລາທີ່ເຮົາ ບໍ່ຈຳເປັນຕ້ອງສິດສອນເພື່ອນບ້ານຂອງເຮົາ ໃຫ້ຮູ້ຈັກພຣະຜູ້ເປັນເຈົ້າ ເພາະເຮົາທຸກຄົນຈະຮູ້ຈັກພຣະອົງ (ເບິ່ງ ເຢເຣມີຢາ 31:34).
ຄວາມເອົາໃຈໃສ່ຂອງພຣະຜູ້ຊ່ວຍໃຫ້ລອດ ແມ່ນເກີນກວ່າຄວາມຈຳເປັນໃນປະຈຸບັນ
-
ຫລາຍຄົນໄດ້ພະຍາຍາມຢ່າງພາກພຽນ ເພື່ອນຳໝູ່ເພື່ອນທີ່ເປັນເປ້ຍຂອງເຂົາເຈົ້າມາຫາພຣະເຢຊູເພື່ອປິ່ນປົວ. ໃນທີ່ສຸດ ພຣະຜູ້ຊ່ວຍໃຫ້ລອດກໍໄດ້ປິ່ນປົວຊາຍຄົນນັ້ນ, ແຕ່ພຣະອົງໄດ້ສົນໃຈທີ່ຈະອະໄພບາບໃຫ້ລາວຫລາຍກວ່າ (ເບິ່ງ ລູກາ 5:18–26).
-
ເມື່ອຜູ້ຄົນໄດ້ພາຍິງຄົນໜຶ່ງທີ່ຖືກຈັບຖານຫລິ້ນຊູ້ ມາຫາພຣະຜູ້ຊ່ວຍໃຫ້ລອດ, ການບໍ່ກ່າວໂທດຂອງພຣະອົງ ໄດ້ຊ່ວຍຊີວິດຂອງນາງໄວ້. ແຕ່ພຣະອົງປະສົງທີ່ຈະຊ່ວຍນາງທາງວິນຍານຄືກັນ, ໂດຍບອກນາງວ່າ “ຈົ່ງໄປສາ, ຕໍ່ໄປຢ່າເຮັດບາບອີກ” (ເບິ່ງ ໂຢຮັນ 8:2–11).
-
ມາຣີ ແລະ ມາທາ ໄດ້ສົ່ງຄົນໄປບອກພຣະເຢຊູ ຂໍໃຫ້ພຣະອົງມາປິ່ນປົວເພື່ອນຂອງພຣະອົງ ຊື່ ລາຊະໂຣ. ພຣະເຢຊູ, ຜູ້ເຄີຍໄດ້ປິ່ນປົວຄົນອື່ນໆ ຫລາຍເທື່ອຈົນນັບບໍ່ຖ້ວນ, ໄດ້ໄປຮອດຊ້າ ຫລັງຈາກລາຊະໂຣໄດ້ຕາຍແລ້ວ. ພຣະເຢຊູຮູ້ວ່າ ຄອບຄົວເຂົາເຈົ້າຕ້ອງການສິ່ງໃດ, ແຕ່ການໂຜດລາຊະໂຣຈາກຄວາມຕາຍ, ພຣະອົງໄດ້ຊ່ວຍໃຫ້ປະຈັກພະຍານຂອງເຂົາເຈົ້າເຂັ້ມແຂງຂຶ້ນ ເຖິງຄວາມເປັນພຣະເຈົ້າຂອງພຣະອົງ (ເບິ່ງ ໂຢຮັນ 11:21–27).
ມີຕົວຢ່າງໃດອີກແດ່ ທີ່ທ່ານຢາກເອົາມາຕື່ມໃສ່ກັບເລື່ອງລາວເຫລົ່ານີ້?
ເຮົາສາມາດເຮັດຫຍັງໄດ້ແດ່?
ຖ້າຫາກຈຸດປະສົງຂອງເຮົາ ຄືຈະຊ່ວຍຄົນອື່ນໃຫ້ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ, ແລ້ວມັນຈະປ່ຽນວິທີທີ່ເຮົາປະຕິບັດສາດສະໜາກິດ. ຕໍ່ໄປນີ້ແມ່ນບາງວິທີທີ່ຄວາມເຂົ້າໃຈນີ້ ສາມາດນຳພາເຮົາ ໃນຄວາມພະຍາຍາມທີ່ຈະປະຕິບັດສາດສະໜາກິດ.
ແນວຄິດຢ່າງທີ 1: ເຊື່ອມໂຍງການຮັບໃຊ້ເຂົ້າກັບພຣະຜູ້ຊ່ວຍໃຫ້ລອດ
ຄວາມພະຍາຍາມທັງໝົດຂອງເຮົາ ທີ່ຈະເຮັດຄວາມດີແມ່ນກຸ້ມຄ່າ, ແຕ່ເຮົາສາມາດຊອກຫາໂອກາດທີ່ຈະເພີ່ມພູນການຮັບໃຊ້ຂອງເຮົາ ໂດຍການເຊື່ອມໂຍງມັນເຂົ້າກັບພຣະຜູ້ຊ່ວຍໃຫ້ລອດໄດ້. ຍົກຕົວຢ່າງ, ຖ້າຫາກຄອບຄົວທີ່ທ່ານປະຕິບັດສາດສະໜາກິດຕໍ່ ມີຄວາມເຈັບໄຂ້, ອາຫານອາດຊ່ວຍໄດ້ຫລາຍ, ແຕ່ການສະແດງຄວາມຮັກທີ່ລຽບງ່າຍຂອງທ່ານ ສາມາດຂະຫຍາຍອອກຢ່າງກວ້າງໄກ ໂດຍປະຈັກພະຍານຂອງທ່ານ ເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ມີຕໍ່ເຂົາເຈົ້າ. ການຊ່ວຍມ້ຽນເດີ່ນບ້ານ ກໍເປັນສິ່ງດີທີ່ໃຫ້ຮູ້ບຸນຄຸນ, ແຕ່ບາງທີເຮົາສາມາດເຮັດໃຫ້ມີປະສິດທິພາບຫລາຍກວ່ານັ້ນໄດ້ ໂດຍການສະເໜີມອບພອນຂອງຖານະປະໂລຫິດໃຫ້ດ້ວຍ.
ແອວເດີ ນຽວ ແອວ ແອນເດີເຊັນ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ສອນວ່າ: “ບຸກຄົນທີ່ມີນ້ຳໃຈ ສາມາດຊ່ວຍບາງຄົນແປງຢາງລົດ, ພາເພື່ອນທີ່ອາໄສຢູ່ຫ້ອງດຽວກັນໄປຫາໝໍ, ກິນເຂົ້າກັບບາງຄົນທີ່ໂສກເສົ້າ, ຫລື ຍິ້ມໃຫ້ ແລະ ຖາມສະບາຍດີ ເພື່ອໃຫ້ກຳລັງໃຈ ໃນມື້ນັ້ນ.
“ແຕ່ຜູ້ທີ່ເຮັດຕາມພຣະບັນຍັດຂໍ້ທຳອິດ ຍ່ອມຈະຕື່ມການຮັບໃຊ້ທາງວິນຍານໃສ່ກັບການຮັບໃຊ້ທີ່ສຳຄັນເຫລົ່ານີ້.”1
ແນວຄິດຢ່າງທີ 2: ເອົາໃຈໃສ່ຕໍ່ເສັ້ນທາງແຫ່ງພັນທະສັນຍາ
ໃນການກ່າວກັບສະມາຊິກເປັນເທື່ອທຳອິດ ໃນຖານະປະທານຂອງສາດສະໜາຈັກ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ຈົ່ງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.” ການເຮັດ ແລະ ຮັກສາພັນທະສັນຍາ “ຈະເປີດປະຕູຂອງພອນ ແລະ ສິດທິພິເສດທາງວິນຍານທຸກປະການ.”2
ໃນຖານະໄພ່ພົນຍຸກສຸດທ້າຍ, ເຮົາໄດ້ຮັບບັບຕິສະມາ, ໄດ້ຮັບການຢືນຢັນ, ແລະ ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ຜູ້ຊາຍທີ່ມີຄ່າຄວນ ກໍໄດ້ຮັບຖານະປະໂລຫິດ. ເຮົາໄປພຣະວິຫານ ເພື່ອຮັບເອົາຂອງປະທານສັກສິດ ແລະ ຜະນຶກເຂົ້າກັບຄອບຄົວຕະຫລອດການ. ພິທີການຊ່ວຍໃຫ້ລອດເຫລົ່ານີ້ ແລະ ພັນທະສັນຍາທີ່ກ່ຽວພັນ ແມ່ນຈຳເປັນສຳລັບເຮົາ ທີ່ຈະກາຍເປັນເໝືອນດັ່ງພຣະອົງ ເພື່ອວ່າເຮົາຈະໄດ້ຢູ່ນຳພຣະອົງ.
ເຮົາສາມາດມີບົດບາດທີ່ສຳຄັນ ໃນການຊ່ວຍຄົນອື່ນຢູ່ໃນເສັ້ນທາງ ຂະນະທີ່ເຮົາຊ່ວຍເຂົາເຈົ້າຮັກສາພັນທະສັນຍາຂອງເຂົາເຈົ້າ ແລະ ຕຽມທີ່ຈະເຮັດພັນທະສັນຍາ ໃນອະນາຄົດ.3 ທ່ານຈະຊ່ວຍບຸກຄົນ ຫລື ຄອບຄົວ ທີ່ທ່ານຮັບໃຊ້ ເພື່ອຮັບເອົາພິທີການຕໍ່ໄປ ທີ່ເຂົາເຈົ້າຕ້ອງການ ໄດ້ແນວໃດ? ສິ່ງນີ້ອາດໝາຍເຖິງການຊ່ວຍຕຽມຜູ້ເປັນພໍ່ ເພື່ອບັບຕິສະມາໃຫ້ລູກສາວຂອງລາວ, ການອະທິບາຍພອນຂອງພັນທະສັນຍາທີ່ຈະເຮັດຕໍ່ໄປ, ຫລື ການແບ່ງປັນວິທີທີ່ຈະມີປະສົບການທີ່ມີຄວາມໝາຍຫລາຍກວ່າ ເລື່ອງການຕໍ່ພັນທະສັນຍາ ຂະນະທີ່ຮັບສ່ວນສິນລະລຶກ.
ແນວຄິດຢ່າງທີ 3: ເຊື້ອເຊີນ ແລະ ຊຸກຍູ້
ເມື່ອເໝາະສົມ, ໃຫ້ປຶກສາຫາລືກັບຜູ້ທີ່ທ່ານດູແລ ກ່ຽວກັບການປ່ຽນໃຈເຫລື້ອມໃສ ແລະ ຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ. ບອກໃຫ້ເຂົາເຈົ້າຮູ້ເຖິງຄວາມເຂັ້ມແຂງ ທີ່ທ່ານເຫັນ ແລະ ຊົມເຊີຍຢູ່ໃນຕົວເຂົາເຈົ້າ. ສອບຖາມເບິ່ງວ່າ ເຂົາເຈົ້າຮູ້ສຶກວ່າ ມີສິ່ງໃດທີ່ເຂົາເຈົ້າຄວນພັດທະນາຫລືບໍ່ ແລະ ໃຫ້ເວົ້າລົມກັນກ່ຽວກັບວິທີທີ່ທ່ານສາມາດຊ່ວຍເຫລືອ. (ສຳລັບການຮັບຄຳແນະນຳເພີ່ມເຕີມກັບຜູ້ທີ່ທ່ານປະຕິບັດສາດສະໜາກິດ, ໃຫ້ເບິ່ງ “ປຶກສາຫາລືກັນກ່ຽວກັບຄວາມຕ້ອງການຂອງເຂົາເຈົ້າ,” Liahona, Sept. 2018, 6–9.)
ຢ່າຢ້ານທີ່ຈະເຊື້ອເຊີນເຂົາເຈົ້າ ໃຫ້ເຮັດຕາມພຣະຜູ້ຊ່ວຍໃຫ້ລອດ ແລະ ປ່ອຍໃຫ້ພຣະອົງຊ່ວຍເຂົາເຈົ້າ ເອື້ອມເຖິງສັກກະຍະພາບທີ່ສູງສົ່ງຂອງເຂົາເຈົ້າ. ການເຊື້ອເຊີນນີ້ ສາມາດເປັນການປ່ຽນຊີວິດ, ເມື່ອຮ່ວມມັນເຂົ້າກັບການບົ່ງບອກເຖິງຄວາມໝັ້ນໃຈຂອງທ່ານໃນຕົວເຂົາເຈົ້າ ແລະ ສັດທາຂອງທ່ານໃນພຣະອົງ.
ຫົກວິທີທີ່ເຮົາສາມາດຊ່ວຍຄົນອື່ນໃຫ້ກ້າວໜ້າໄປສູ່ພຣະຄຣິດ
ຕໍ່ໄປນີ້ແມ່ນຄຳແນະນຳບາງຢ່າງສຳລັບການສະໜັບສະໜູນຄົນອື່ນ ໃນການພັດທະນາຊີວິດ ແລະ ໃນການດຳເນີນຕໍ່ໄປໃນເສັ້ນທາງແຫ່ງພັນທະສັນຍາ. (ເບິ່ງ ຈົ່ງສອນພຣະກິດຕິຄຸນຂອງເຮົາ, ບົດທີ 11, ສຳລັບແນວຄິດເພີ່ມເຕີມ.)
-
ແບ່ງປັນ. ໃຫ້ຈິງໃຈ ແລະ ໜັກແໜ້ນ ເມື່ອແບ່ງປັນເຖິງວິທີທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍທ່ານ ຂະນະທີ່ທ່ານພະຍາຍາມເຂົ້າໃກ້ພຣະອົງ ໂດຍການດຳລົງຊີວິດຕາມພຣະກິດຕິຄຸນ ເຖິງແມ່ນມີບັນຫາກໍຕາມ.
-
ພອນທີ່ສັນຍາ. ຜູ້ຄົນຕ້ອງການເຫດຜົນທີ່ກະຕຸ້ນຄວາມສົນໃຈເພື່ອໃຫ້ປ່ຽນ ແທນທີ່ຈະເປັນເຫດຜົນຕ່າງໆທີ່ບໍ່ໃຫ້ປ່ຽນ. ການອະທິບາຍພອນທີ່ກ່ຽວພັນກັບການກະທຳໃດໜຶ່ງໂດຍສະເພາະ ຈະກໍ່ໃຫ້ເກີດການຈູງໃຈທີ່ມີພະລັງ (ເບິ່ງ Doctrine and Covenants 130:20–21).
-
ເຊື້ອເຊີນ. ການດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນ ຈະນຳປະຈັກພະຍານ ທີ່ບອກວ່າ ມັນເປັນຄວາມຈິງ ມາໃຫ້ (ເບິ່ງ ໂຢຮັນ 7:17) ແລະ ນຳໄປສູ່ການປ່ຽນໃຈເຫລື້ອມໃສທີ່ເລິກຊຶ້ງ.4 ການປະຕິບັດຕໍ່ກັນເກືອບທຸກຢ່າງ ສາມາດຮ່ວມດ້ວຍການເຊື້ອເຊີນຢ່າງລຽບງ່າຍ ໃຫ້ເຮັດບາງສິ່ງທີ່ຈະຊ່ວຍເຂົາເຈົ້າກ້າວໄປໜ້າ.
-
ວາງແຜນນຳກັນ. ຕ້ອງມີຫຍັງເກີດຂຶ້ນສຳລັບເຂົາເຈົ້າ ເພື່ອເຂົາເຈົ້າຈະໄດ້ຮັກສາຄຳສັນຍາຂອງຕົນທີ່ຈະປ່ຽນໄວ້ໄດ້? ທ່ານຈະຊ່ວຍໄດ້ແນວໃດ? ມີກຳນົດເວລາຢູ່ບໍ?
-
ສະໜັບສະໜູນ. ຖ້າເປັນໄປໄດ້, ໃຫ້ພັດທະນາເຄືອຂ່າຍສະໜັບສະໜູນ ຜູ້ທີ່ສາມາດຊ່ວຍບຸກຄົນນັ້ນໃຫ້ຍຶດໝັ້ນຢູ່ກັບຄວາມຕັ້ງໃຈ ແລະ ຄວາມສຳເລັດຜົນ. ເຮົາທຸກຄົນກໍຕ້ອງການຜູ້ຮ້ອງເຊຍ.
-
ຕິດຕາມເບິ່ງ. ແບ່ງປັນຄວາມກ້າວໜ້າເປັນປະຈຳ. ຕັ້ງໃຈຢູ່ໃນເສັ້ນທາງ ແຕ່ເຮັດໃຫ້ດີຂຶ້ນເມື່ອຈຳເປັນ. ໃຫ້ອົດທົນ, ບໍ່ລົດລະ, ແລະ ຊຸກຍູ້. ການປ່ຽນແປງຈະໃຊ້ເວລາ.
ການເຊື້ອເຊີນໃຫ້ກະທຳ
ໃຫ້ພະຍາຍາມຄິດຫາວິທີທີ່ຈະປະຕິບັດສາດສະໜາກິດ—ບໍ່ວ່າຈະເປັນວິທີໃດ—ກໍສາມາດຊ່ວຍຄົນອື່ນໃຫ້ສາມາດປ່ຽນໃຈເຫລື້ອມໃສຢ່າງເລິກຊຶ້ງໄດ້ ແລະ ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ.
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, January 2019. Laotian. 15762 331