ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນມິຖຸນາ 2019
ການປະຕິບັດສາດສະໜາກິດ ຄືການເຫັນຄົນອື່ນ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນ
ພຣະເຢຊູໄດ້ໃຊ້ເວລາສ່ວນຫລາຍຂອງພຣະອົງ ກັບຜູ້ທີ່ຖືກເຫັນວ່າແຕກຕ່າງ; ພຣະອົງເຫັນສັກກະຍະພາບແຫ່ງສະຫວັນຂອງເຂົາເຈົ້າ.
ໃນຄວາມພະຍາຍາມຂອງເຮົາທີ່ຈະປະຕິບັດສາດສະໜາກິດດັ່ງພຣະຜູ້ຊ່ວຍໃຫ້ລອດ, ເຮົາອາດຖືກຂໍໃຫ້ປະຕິບັດສາດສະໜາກິດຕໍ່ບາງຄົນ ທີ່ແຕກຕ່າງຈາກເຮົາ. ສິ່ງນີ້ຈະໃຫ້ໂອກາດເຮົາ ເພື່ອຮຽນຮູ້ ແລະ ເຕີບໂຕ.
ວັດທະນະທຳ, ການສຶກສາ, ເຊື້ອຊາດ, ດ້ານເສດຖະກິດ, ອາຍຸ, ການປະພຶດໃນອະດີດ ຫລື ໃນປະຈຸບັນ, ຫລື ຄວາມແຕກຕ່າງອື່ນໆ ສາມາດເຮັດໃຫ້ເຮົາຕັດສິນຄົນອື່ນ ກ່ອນເຮົາຮູ້ຈັກເຂົາເຈົ້າ. ການຕັດສິນລ່ວງໜ້ານີ້ ເປັນເລື່ອງອັກຄະຕິ, ແລະ ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນຕ້ານ (ເບິ່ງ 1 ຊາມູເອນ 16:7; ໂຢຮັນ 7:24).
ເຮົາສາມາດເບິ່ງຂ້າມຄວາມແຕກຕ່າງນີ້ໄດ້ບໍ ແລະ ເຫັນຄົນອື່ນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນ? ເຮັດແນວໃດເຮົາຈຶ່ງຈະສາມາດຮຽນຮູ້ທີ່ຈະຮັກຄົນອື່ນດັ່ງທີ່ເຂົາເປັນຢູ່ໃນເວລານີ້ ແລະ ຜູ້ທີ່ເຂົາສາມາດກາຍເປັນ?
ການເພັ່ງຕາເບິ່ງ ແລະ ການຮັກ
ພຣະຄຣິສຕະທຳຄຳພີບອກເຖິງເລື່ອງລາວທີ່ຮູ້ຈັກກັນດີ ກ່ຽວກັບເສດຖີໜຸ່ມ ຜູ້ໄດ້ທູນຖາມ ຢາກຮູ້ຈັກວິທີທີ່ຈະໄດ້ຮັບຊີວິດນິລັນດອນ: “ພຣະເຢຊູໄດ້ເພັ່ງຕາເບິ່ງຊາຍຜູ້ນັ້ນດ້ວຍຄວາມຮັກ ແລະ ກ່າວວ່າ, ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ບໍລິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ແລະ ເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ” (ມາຣະໂກ 10:21).
ຂະນະທີ່ແອວເດີ ແອັສ ມາກ ພາມເມີ ແຫ່ງສາວົກເຈັດສິບ ກຳລັງສຶກສາພຣະຄຳພີຂໍ້ນີ້ ເມື່ອຫລາຍປີກ່ອນ, ທັນໃດນັ້ນ ພາກສ່ວນໜຶ່ງຂອງເລື່ອງ ປະກົດວ່າສຳຄັນຫລາຍຕໍ່ເພິ່ນ.
“‘ພຣະເຢຊູໄດ້ເພັ່ງຕາເບິ່ງຊາຍຜູ້ນັ້ນດ້ວຍຄວາມຮັກ.’
“ເມື່ອຂ້າພະເຈົ້າໄດ້ຍິນຂໍ້ຄວາມເຫລົ່ານີ້, ພາບທີ່ຊັດເຈນໄດ້ປະກົດຂຶ້ນຢູ່ໃນຈິດໃຈຂອງຂ້າພະເຈົ້າ ເປັນພາບທີ່ພຣະຜູ້ເປັນເຈົ້າຢຸດບຶດໜຶ່ງ ແລະ ເພັ່ງຕາເບິ່ງ ຊາຍໜຸ່ມຜູ້ນີ້. ການເພັ່ງຕາເບິ່ງ—ຄືການຈ້ອງມອງເບິ່ງຄັກໆ ເຂົ້າເຖິງຈິດວິນຍານຂອງລາວ, ການຮັບຮູ້ເຖິງຄວາມດີງາມ ແລະ ສັກກະຍະພາບຂອງລາວ, ຕະຫລອດທັງການຫລິງເຫັນວ່າ ລາວຕ້ອງການສິ່ງໃດຫລາຍທີ່ສຸດ.
“ແລະ ຂໍ້ຄວາມທີ່ລຽບງ່າຍ—ພຣະເຢຊູ ຮັກລາວ. ພຣະອົງມີຄວາມຮູ້ສຶກວ່າ ຮັກ ແລະ ເຫັນອົກເຫັນໃຈຊາຍໜຸ່ມທີ່ດີຄົນນີ້, ແລະ ເປັນເພາະ ຄວາມຮັກນີ້ ແລະ ດ້ວຍ ຄວາມຮັກນີ້, ພຣະເຢຊູຈຶ່ງໄດ້ຂໍຢ່າງຫລວງຫລາຍຈາກລາວ. ຂ້າພະເຈົ້າໄດ້ວາດພາບເຫັນວ່າ ຊາຍໜຸ່ມຜູ້ນີ້ຄົງຮູ້ສຶກແນວໃດ ເມື່ອຖືກຫຸ້ມຫໍ່ດ້ວຍຄວາມຮັກເຊັ່ນນັ້ນ ແມ່ນແຕ່ໃນຂະນະທີ່ລາວຖືກຂໍໃຫ້ເຮັດບາງສິ່ງທີ່ຍາກທີ່ສຸດ ຄືໃຫ້ຂາຍທຸກສິ່ງທີ່ລາວມີຢູ່ ແລະ ບໍລິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ. …
“[ຂ້າພະເຈົ້າໄດ້ຖາມຕົວເອງວ່າ] ‘ເຮົາຈະສາມາດເຕັມໄປດ້ວຍຄວາມຮັກຢ່າງພຣະເຈົ້າໄດ້ແນວໃດ ເພື່ອວ່າ [ຄົນອື່ນ] ຈະສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ ຜ່ານທາງເຮົາ ແລະ ປາດຖະໜາທີ່ຈະປ່ຽນແປງ?’ ເຮົາຈະສາມາດ ເພັ່ງຕາເບິ່ງ [ບຸກຄົນທີ່ຢູ່ອ້ອມຮອບເຮົາ] ໄດ້ແນວໃດ ໃນວິທີທາງດຽວທີ່ພຣະຜູ້ເປັນເຈົ້າເພັ່ງຕາເບິ່ງເສດຖີໜຸ່ມ, ເຫັນເຂົາເຈົ້າດັ່ງທີ່ເຂົາເຈົ້າເປັນຢູ່ ແລະ ຜູ້ທີ່ເຂົາເຈົ້າສາມາດກາຍເປັນ, ແທນທີ່ເຫັນແຕ່ສິ່ງທີ່ເຂົາເຈົ້າກຳລັງເຮັດຢູ່ ຫລື ບໍ່ເຮັດ? ເຮົາຈະເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນໄດ້ແນວໃດ?”1
ການຮຽນຮູ້ທີ່ຈະເຫັນຄົນອື່ນ
ການຮຽນຮູ້ທີ່ຈະເຫັນຄົນອື່ນ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນ ຈະນຳລາງວັນທີ່ດີເລີດມາໃຫ້ເຮົາ. ຕໍ່ໄປນີ້ແມ່ນຄຳແນະນຳຈຳນວນໜຶ່ງ ທີ່ສາມາດຊ່ວຍໄດ້ ຂະນະທີ່ເຮົາບັນລຸເປົ້າໝາຍນີ້.
-
ຫາວິທີຮູ້ຈັກເຂົາເຈົ້າ
ພະຍາຍາມຫາວິທີຮູ້ຈັກຜູ້ຄົນ ທີ່ເກີນກວ່າການຮູ້ຈັກພຽງເລັກນ້ອຍເທົ່ານັ້ນ. ຮັບຮູ້ວ່າ ການສ້າງຄວາມສຳພັນ ຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຈິງໃຈ. (ເບິ່ງບົດຄວາມໃນຫລັກທຳຂອງການປະຕິບັດສາດສະໜາກິດ ເດືອນສິງຫາ 2018 “ການສ້າງຄວາມສຳພັນທີ່ມີຄວາມໝາຍ” ສຳລັບການຊ່ວຍເຫລືອ.) -
ສຳຫລວດຕົວເອງ
ໃຫ້ເອົາໃຈໃສ່ຕໍ່ການຕັດສິນຄົນອື່ນ ທີ່ທ່ານອາດເຮັດ ໂດຍຮູ້ສຶກຕົວ ຫລື ບໍ່ຮູ້ສຶກຕົວ. ສັງເກດເບິ່ງການສົມມຸດຕິຖານ ທີ່ທ່ານໄດ້ເຮັດກ່ຽວກັບຄົນອື່ນ ແລະ ພະຍາຍາມເຂົ້າໃຈວ່າ ເປັນຫຍັງທ່ານຈຶ່ງຮູ້ສຶກແນວນັ້ນກ່ຽວກັບເຂົາເຈົ້າ. -
ຫລີກເວັ້ນຈາກການຕັດສິນ
ຮັບຮູ້ວ່າຄຸນຄ່າຂອງບຸກຄົນ ບໍ່ໄດ້ຂຶ້ນຢູ່ກັບສະຖານະການ. ໃຫ້ປຽບທຽບຕົວເຮົາໃສ່ກັບເຂົາເຈົ້າ ແລະ ພິຈາລະນາເບິ່ງວ່າ ທ່ານຢາກໃຫ້ຄົນອື່ນເຫັນທ່ານໃນແບບໃດ ຖ້າຫາກທ່ານຕົກຢູ່ໃນສະຖານະການທີ່ເໝືອນກັນນັ້ນ. ແຍກການເລືອກ ແລະ ການປະພຶດຂອງບຸກຄົນນັ້ນ ອອກຈາກຄຸນຄ່າທີ່ມີຢູ່ໃນຕົວເຂົາ ແລະ ສັກກະຍະພາບແຫ່ງສະຫວັນຂອງເຂົາ ທີ່ສາມາດຊ່ວຍເຮົາໃຫ້ເຫັນເຂົາດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດເຫັນ. -
ອະທິຖານເພື່ອຈະໄດ້ຮັກເຂົາເຈົ້າ
ອະທິຖານເພື່ອເຂົາເຈົ້າ ເປັນປະຈຳໂດຍການກ່າວຊື່ ແລະ ເພື່ອໃຫ້ມີຄວາມອົດທົນ ທີ່ຈະພັດທະນາມິດຕະພາບທີ່ແທ້ຈິງ. ເບິ່ງການຮັບໃຊ້ຂອງທ່ານດ້ວຍການອະທິຖານ. ມັນມີຄວາມແຕກຕ່າງລະຫວ່າງສິ່ງທີ່ທ່ານເຮັດ ແລະ ສິ່ງທີ່ເຂົາເຈົ້າຕ້ອງການແທ້ໆບໍ?
ພຣະເຢຊູໄດ້ໃຊ້ເວລາຂອງພຣະອົງ ກັບຜູ້ຄົນໃນທຸກລະດັບ: ຄົນຮັ່ງມີ, ຄົນຍາກຈົນ, ຜູ້ປົກຄອງ, ແລະ ຄົນທຳມະດາສາມັນ. ສ່ວນຫລາຍແລ້ວ ພຣະອົງມັກຖືກຄົນອື່ນຕັດສິນພຣະອົງຢ່າງບໍ່ຖືກຕ້ອງ ເມື່ອພວກເຂົາຫລຽວເບິ່ງພຣະອົງ ແລະ ເຫັນສະພາບທີ່ຍາກຈົນ ຫລື ສະຖານະການທີ່ບໍ່ສຳຄັນຂອງພຣະອົງ. “ເພິ່ນບໍ່ມີທ່າທາງຜ່າເຜີຍ ແລະ ສະຫງ່າງາມໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວເພິ່ນໄດ້. … ພວກເຮົາດູໝິ່ນປະໝາດ ແລະ ປະຖິ້ມເພິ່ນໄປ” (ເອຊາຢາ 53:2–3).
ມະໂນພາບຢ່າງພຣະຄຣິດ
ເອື້ອຍນ້ອງຄົນໜຶ່ງໄດ້ແບ່ງປັນເລື່ອງໜຶ່ງ ກ່ຽວກັບການຮຽນຮູ້ທີ່ຈະເບິ່ງເພື່ອນບ້ານ ດ້ວຍຕາຢ່າງພຣະຄຣິດ:
“ຈູເລຍ (ຊື່ໃນນາມ) ໄດ້ອາໄສຢູ່ໃກ້ຂ້າພະເຈົ້າ ແລະ ເບິ່ງຄືວ່າບໍ່ມີໝູ່ເພື່ອນຈັກຄົນ. ເບິ່ງຄືວ່ານາງເສຍໃຈ ແລະ ໃຈຮ້າຍຕະຫລອດ. ເຖິງແມ່ນເປັນແນວນັ້ນ, ຂ້າພະເຈົ້າກໍຍັງຕັດສິນໃຈເປັນເພື່ອນກັບນາງ. ບໍ່ແມ່ນເປັນພຽງເພື່ອນທຳມະດາ, ແຕ່ເປັນເພື່ອນແທ້. ຂ້າພະເຈົ້າໄດ້ເວົ້າລົມກັບນາງ ເມື່ອໃດກໍຕາມທີ່ຂ້າພະເຈົ້າໄດ້ເຫັນນາງ ແລະ ໄດ້ສະແດງຄວາມສົນໃຈກັບສິ່ງໃດກໍຕາມທີ່ນາງກຳລັງເຮັດຢູ່. ເທື່ອລະເລັກເທື່ອລະນ້ອຍ, ຂ້າພະເຈົ້າໄດ້ສ້າງມິດຕະພາບກັບນາງ, ຊຶ່ງນຳຄວາມຊື່ນຊົມມາສູ່ຈິດໃຈຂອງຂ້າພະເຈົ້າ.
“ມື້ໜຶ່ງ, ຂ້າພະເຈົ້າໄດ້ຕັດສິນໃຈໄປຢ້ຽມຢາມນາງຈູເລຍ ແລະ ໄດ້ຖາມນາງກ່ຽວກັບການຕັດສິນໃຈຂອງນາງ ທີ່ເຊົາໄປໂບດ.
“ຂ້າພະເຈົ້າໄດ້ຮຽນຮູ້ວ່າ ນາງບໍ່ມີຄອບຄົວ ບໍ່ມີຍາດພີ່ນ້ອງທີ່ອາໄສຢູ່ໃກ້. ນາງມີອ້າຍຄົນດຽວ ຜູ້ທີ່ອາໄສຢູ່ໄກ, ໄດ້ຕິດຕໍ່ຫານາງ ທາງໂທລະສັບປີລະເທື່ອ. ຂະນະທີ່ຂ້າພະເຈົ້າຟັງນາງບອກກ່າວດ້ວຍຄວາມຂົມຂື່ນ, ດ້ວຍຄວາມໃຈຮ້າຍ, ແລະ ດ້ວຍຄວາມທໍ້ຖອຍໃຈ ກ່ຽວກັບຄອບຄົວຂອງນາງ ແລະ ສາດສະໜາຈັກ, ຂ້າພະເຈົ້າໄດ້ຮູ້ສຶກເຫັນອົກເຫັນໃຈ ແລະ ມີຄວາມຮັກຢ່າງເລິກຊຶ້ງ ທີ່ປະຕິເສດບໍ່ໄດ້ ຕໍ່ເອື້ອຍນ້ອງຄົນນີ້. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມທໍ້ຖອຍໃຈຂອງນາງ. ຂ້າພະເຈົ້າຮູ້ວ່າ ຊີວິດຂອງນາງເປົ່າປ່ຽວດຽວດາຍຫລາຍຂະໜາດໃດ. ຄືກັບວ່າ ຂ້າພະເຈົ້າໄດ້ຍິນຖ້ອຍຄຳທີ່ແຜ່ວເບົາ ດັງຢູ່ທາງຫລັງຂ້າພະເຈົ້າ ບອກວ່າ: ‘ເຮົາກໍຮັກນາງຄືກັນ. ຈົ່ງຮັກ ແລະ ນັບຖືນາງ.’
“ຂ້າພະເຈົ້າໄດ້ນັ່ງຟັງນາງ ຈົນວ່ານາງບໍ່ມີຫຍັງຊິເວົ້າອີກ. ຂ້າພະເຈົ້າຮູ້ສຶກມີຄວາມຮັກຕໍ່ນາງ ແລະ ເຫັນອົກເຫັນໃຈນາງ. ນີ້ແມ່ນເອື້ອຍນ້ອງຄົນໜຶ່ງ ຜູ້ບໍ່ເຄີຍຮູ້ຈັກວ່າ ການທີ່ມີຜູ້ຄົນຮັກນາງນັ້ນເປັນຈັ່ງໃດ. ທັນໃດນັ້ນ ຂ້າພະເຈົ້າກໍເຂົ້າໃຈນາງຫລາຍກວ່າເກົ່າ. ຂ້າພະເຈົ້າໄດ້ຂອບໃຈນາງ ທີ່ໃຫ້ຂ້າພະເຈົ້າໄປຢ້ຽມຢາມນາງ, ແລະ ຂ້າພະເຈົ້າໄດ້ຈາກນາງໄປດ້ວຍການໂອບກອດ ແລະ ດ້ວຍຄວາມຮັກ ແລະ ຄວາມນັບຖືຕໍ່ນາງ. ນາງຄົງບໍ່ມີວັນຮູ້ວ່າ ນາງໄດ້ເຮັດໃຫ້ຂ້າພະເຈົ້າປະທັບໃຈຫລາຍຂະໜາດໃດ ໃນການຢ້ຽມຢາມເທື່ອນັ້ນ. ພຣະບິດາເທິງສະຫວັນໄດ້ເປີດຕາຂອງຂ້າພະເຈົ້າ ແລະ ໄດ້ສອນຂ້າພະເຈົ້າວ່າ ຂ້າພະເຈົ້າມີຄວາມສາມາດທີ່ຈະຮັກ ໂດຍມີຄວາມເຫັນອົກເຫັນໃຈຫລາຍກວ່າເກົ່າ. ຂ້າພະເຈົ້າໄດ້ຕັ້ງໃຈແທ້ໆວ່າ ບໍ່ພຽງແຕ່ຂ້າພະເຈົ້າຈະເປັນເພື່ອນຂອງນາງເທົ່ານັ້ນ, ແຕ່ຍັງຈະເປັນຄອບຄົວຂອງນາງນຳອີກ.”
ມັນເປັນສິ່ງສັກສິດ ທີ່ຖືກເຊື້ອເຊີນໃຫ້ເຂົ້າໄປໃນຊີວິດຂອງຜູ້ໃດຜູ້ໜຶ່ງ. ດ້ວຍການອະທິຖານ, ດ້ວຍຄວາມອົດທົນ, ແລະ ດ້ວຍຄວາມຊ່ວຍເຫລືອຈາກພຣະວິນຍານ, ເຮົາສາມາດຮຽນຮູ້ທີ່ຈະເຮັດເຊັ່ນນີ້ ດ້ວຍມະໂນພາບຢ່າງພຣະຄຣິດໄດ້.
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, June 2019. Laotian. 15767 331