ຫລັກທຳຂອງການປະຕິບັດສາດສະໜາກິດ, ເດືອນກັນຍາ 2019
ວິທີທີ່ພຣະວິນຍານສາມາດ (ແລະ ຈະ) ຊ່ວຍທ່ານປະຕິບັດສາດສະໜາກິດ
ການມອບໝາຍຂອງຖານະປະໂລຫິດໃຫ້ປະຕິບັດສາດສະໜາກິດ, ແມ່ນຖືກມອບໃຫ້ທັງຜູ້ຊາຍ ແລະ ຜູ້ຍິງ, ຮ່ວມທັງສິດທີ່ຈະໄດ້ຮັບການເປີດເຜີຍ.
ການເອີ້ນໃຫ້ປະຕິບັດສາດສະໜາກິດ ແລະ ຮັບໃຊ້ ແລະ ແມ່ນແຕ່ຮັກ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຮັກ ບາງເທື່ອອາດເບິ່ງຄືວ່າເປັນການທ້າທາຍ—ໂດຍສະເພາະເມື່ອມັນກ່ຽວພັນກັບການເອື້ອມອອກໄປຫາຄົນທີ່ເຮົາອາດບໍ່ຮູ້ດີ. ດ້ວຍຫລາຍລ້ານວິທີທີ່ຈະປະຕິບັດສາດສະໜາກິດ, ເຮົາອາດສົງໄສວ່າ ເຮົາຈະຮູ້ຈັກວິທີທີ່ດີທີ່ສຸດໄດ້ແນວໃດ ເພື່ອເອື້ອມອອກໄປຫາຄົນທີ່ເຮົາໄດ້ຖືກມອບໝາຍ.
ເຮົາບໍ່ຕ້ອງສົງໄສດົນ ເພາະຄວາມພະຍາຍາມທີ່ຈິງໃຈຂອງເຮົາ ສາມາດຖືກນຳພາໂດຍພຣະວິນຍານບໍລິສຸດ.
“ການມອບໝາຍໃຫ້ປະຕິບັດສາດສະໜາກິດທີ່ສັກສິດຂອງທ່ານ ໄດ້ມອບສິດແຫ່ງສະຫວັນໃຫ້ທ່ານ ເພື່ອຮັບການດົນໃຈ,” ຊິດສະເຕີ ບອນນີ ເອັຈ ກໍດອນ, ປະທານອົງການຍິງໜຸ່ມສາມັນໄດ້ກ່າວ. “ທ່ານສາມາດສະແຫວງຫາການດົນໃຈນັ້ນດ້ວຍຄວາມໝັ້ນໃຈໄດ້.”1
ເມື່ອເຮົາສະແຫວງຫາທີ່ຈະຮັບໃຊ້ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບໃຊ້, ແລ້ວເຮົາຈະສາມາດໄດ້ຮັບການນຳພາໂດຍພຣະວິນຍານດຽວກັນນັ້ນ ທີ່ໄດ້ນຳພາພຣະອົງ. ສິ່ງນີ້ເປັນຄວາມຈິງ ໂດຍສະເພາະເມື່ອຮັບໃຊ້ໃນການມອບໝາຍ, ດັ່ງເຊັ່ນການປະຕິບັດສາດສະໜາກິດ, ທີ່ມອບໃຫ້ພາຍໃຕ້ສິດອຳນາດຂອງຂໍກະແຈຖານະປະໂລຫິດຂອງອະທິການ. ຕໍ່ໄປນີ້ແມ່ນຄຳແນະນຳຫົກຢ່າງ ສຳລັບການປະຕິບັດສາດສະໜາກິດ ດ້ວຍພຣະວິນຍານ.
ເຮົາຈະສາມາດມີພຣະວິນຍານສະຖິດຢູ່ນຳໄດ້ແນວໃດ ເວລາປະຕິບັດສາດສະໜາກິດ?
-
ທູນຂໍການນຳພາ. ພຣະບິດາເທິງສະຫວັນປະສົງໃຫ້ເຮົາສື່ສານກັບພຣະອົງ ຜ່ານທາງການອະທິຖານ. ການອະທິຖານບໍ່ພຽງແຕ່ອະນຸຍາດໃຫ້ເຮົາເຂົ້າໃກ້ພຣະອົງຫລາຍກວ່າເກົ່າ, ແຕ່ມັນຍັງຈະໃຫ້ “ພອນທີ່ພຣະເຈົ້າເຕັມພຣະໄທທີ່ຈະປະທານໃຫ້ຢູ່ແລ້ວ ແຕ່ຕ້ອງມີເງື່ອນໄຂ ອີງຕາມການທີ່ເຮົາທູນຂໍ.”2 ຊິດສະເຕີ ກໍດອນ ໄດ້ກ່າວວ່າ, “ເມື່ອເຮົາອະທິຖານ ແລະ ສະແຫວງຫາທີ່ຈະເຂົ້າໃຈຈິດໃຈຂອງເຂົາເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພຣະບິດາເທິງສະຫວັນຈະນຳພາເຮົາ ແລະ ພຣະວິນຍານຂອງພຣະອົງຈະໄປກັບເຮົາ.”3
-
ຢ່າລໍຖ້າເພື່ອໄດ້ຮັບການກະຕຸ້ນກ່ອນ. ເປັນຄົນລິເລີ່ມ. ໃຫ້ “ທຸ້ມເທຢ່າງກະຕືລືລົ້ນ” (ຄຳສອນ ແລະ ພັນທະສັນຍາ 58:27), ແລ້ວທ່ານຈະພົບວ່າ ຄວາມພະຍາຍາມຂອງທ່ານ ສາມາດຖືກນຳພາ ແລະ ຂະຫຍາຍອອກກວ້າງໄດ້. “ການກ້າວເດີນໄປໜ້າກັບການຮັບໃຊ້ ແລະ ວຽກງານຂອງເຮົາ ເປັນວິທີທີ່ສຳຄັນ ເພື່ອໃຫ້ເໝາະສົມກັບການເປີດເຜີຍ,” ປະທານດາລິນ ເອັຈ ໂອກສ໌ ທີ່ປຶກສາທີໜຶ່ງໃນຝ່າຍປະທານສູງສຸດໄດ້ກ່າວ. “ໃນການສຶກສາພຣະຄຳພີຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ສັງເກດເຫັນວ່າ ການເປີດເຜີຍສ່ວນຫລາຍຕໍ່ລູກໆຂອງພຣະເຈົ້າມາເຖິງຕອນທີ່ເຂົາເຈົ້າລົງມືປະຕິບັດ ບໍ່ແມ່ນຕອນທີ່ເຂົາເຈົ້ານັ່ງຢູ່ບ້ານລ້າໆ ລໍຖ້າໃຫ້ພຣະຜູ້ເປັນເຈົ້າບອກເຂົາເຈົ້າເຖິງຂັ້ນຕອນທຳອິດທີ່ຈະເລີ່ມຕົ້ນແນວໃດ.”4
ເຮົາຈະຮູ້ຈັກການກະຕຸ້ນໃຫ້ປະຕິບັດສາດສະໜາກິດໄດ້ແນວໃດ?
-
ເຮັດຕາມຄຳແນະນຳຂອງມໍມອນ. ເຮົາບໍ່ຈຳເປັນຕ້ອງຢູ່ລ້າໆ ກັງວົນວ່າຄວາມນຶກຄິດເປັນການກະຕຸ້ນຫລືບໍ່. ເພາະເຮົາຮູ້ຈັກວິທີງ່າຍໆຂອງມໍມອນ ເລື່ອງການຮູ້ຈັກວ່າ: ຖ້າຫາກທ່ານມີຄວາມນຶກຄິດທີ່ກະຕຸ້ນທ່ານໃຫ້ເຮັດຄວາມດີ ແລະ ໃຫ້ເຊື່ອ ຫລື ໃຫ້ຊ່ວຍຄົນອື່ນເຊື່ອໃນພຣະຄຣິດ, ແລ້ວທ່ານກໍສາມາດຮູ້ໄດ້ວ່າ ສິ່ງນັ້ນມາຈາກພຣະເຈົ້າ (ເບິ່ງ ໂມໂຣໄນ 7:16).
-
ຢ່າເປັນຫ່ວງ. “ໃຫ້ລົງມືເຮັດໂລດ,” ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງກຸ່ມອັກຄະສາວົກສິບສອງໄດ້ກ່າວ. “ສະແຫວງຫາຜູ້ທີ່ຕ້ອງການຄວາມຊ່ວຍເຫລືອໂລດ. ຢ່າຄິດຊື່ໆ ວ່າຈະເຮັດແນວໃດ ຈະໄປທາງຫລັງ ຫລື ທາງໜ້າດີນໍ້. ຖ້າພວກເຮົາເຮັດຕາມກົດພື້ນຖານ ທີ່ສອນມາແລ້ວ, ເຮັດຕາມຂໍກະແຈຂອງຖານະປະໂລຫິດ, ແລະ ສະແຫວງຫາການນຳທາງຈາກພຣະວິນຍານບໍລິສຸດ, ພວກເຮົາຈະບໍ່ພາດພັ້ງ.”5
ແມ່ນຫຍັງຄືວິທີທີ່ດີທີ່ສຸດ ທີ່ຈະເຮັດຕາມການກະຕຸ້ນ?
-
ເຮັດທັນທີ. ຊິດສະເຕີ ຊູແຊນ ແບ໊ດນາ (ພັນລະຍາຂອງແອວເດີ ເດວິດ ເອ ແບ໊ດນາ ແຫ່ງກຸ່ມອັກຄະສາວົກສິບສອງ) ເປັນຕົວຢ່າງທີ່ດີເລີດ ເລື່ອງການເຮັດຕາມການກະຕຸ້ນ. ຫລັງຈາກໄດ້ອະທິຖານ “ທູນຂໍຕາທາງວິນຍານ ເພື່ອຈະໄດ້ເຫັນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ,” ແລ້ວນາງກໍໄດ້ຫລຽວເບິ່ງຜູ້ຄົນທີ່ມາປະຊຸມທີ່ໂບດ ແລະ ສ່ວນຫລາຍຈະ “ຮູ້ສຶກຖືກຊັກຈູງໃຫ້ໄປຢ້ຽມຢາມ ຫລື ໂທໄປຫາຜູ້ຄົນເຫລົ່ານັ້ນ,” ແອວເດີ ແບ໊ດນາ ໄດ້ບອກເລົ່າ. “ແລະ ເມື່ອໃດທີ່ຊິດສະເຕີ ແບ໊ດນາ ໄດ້ຮັບການກະຕຸ້ນເຊັ່ນນັ້ນ, ນາງຈະເຮັດຕາມ ແລະ ເຊື່ອຟັງທັນທີ. ສ່ວນຫລາຍຈະເປັນກໍລະນີ ໃນທັນທີທັນໃດທີ່ໄດ້ຍິນຄຳວ່າ ‘ອາແມນ’ ຂອງການອະທິຖານປິດ, ແລ້ວນາງຈະໄປເວົ້າລົມກັບຊາວໜຸ່ມບາງຄົນ ຫລື ໂອບກອດເອື້ອຍນ້ອງບາງຄົນ, ຫລື ຫລັງກັບບ້ານ ຈະຈັບມືຖືຂຶ້ນມາໂທຫາບາງຄົນທັນທີ.”6
-
ກ້າຫານ. ຄວາມຢ້ານຖືກປະຕິເສດ ແລະ ຄວາມຮູ້ສຶກອາຍ, ຄວາມບໍ່ພຽບພ້ອມ, ຫລື ຄວາມບໍ່ສະດວກ ສາມາດກີດກັນເຮົາຈາກການເຮັດຕາມການກະຕຸ້ນ ທີ່ຈະປະຕິບັດສາດສະໜາກິດໄດ້. “ໃນຫລາຍເວລາ ແລະ ຫລາຍວິທີ, ເຮົາທຸກຄົນກໍຮູ້ສຶກວ່າບໍ່ພຽບພ້ອມ, ບໍ່ໝັ້ນໃຈ, ບາງທີ ບໍ່ມີຄ່າຄວນພໍ,” ແອວເດີ ແກຣິດ ດັບເບິນຢູ ກອງ ແຫ່ງກຸ່ມອັກຄະສາວົກສິບສອງໄດ້ກ່າວ. “ແຕ່ໃນຄວາມພະຍາຍາມຂອງເຮົາດ້ວຍສັດທາ ທີ່ຈະຮັກພຣະເຈົ້າ ແລະ ປະຕິບັດຕໍ່ເພື່ອນບ້ານຂອງເຮົາ, ເຮົາອາດຮູ້ສຶກເຖິງຄວາມຮັກຂອງພຣະອົງ ແລະ ການດົນໃຈທີ່ຕ້ອງການ ສຳລັບເຂົາເຈົ້າ ແລະ ຊີວິດຂອງເຮົາ ໃນວິທີໃໝ່ ແລະ ສັກສິດກວ່າ.”7
ອ້າຍນ້ອງຄົນໜຶ່ງໄດ້ແບ່ງປັນວິທີທີ່ລາວລັ່ງເລໃຈ ທີ່ຈະເອື້ອມອອກໄປຫາສາມີຂອງແມ່ຍິງຄົນໜຶ່ງ ຜູ້ໄດ້ພະຍາຍາມຈະຂ້າຕົວຕາຍ. ແຕ່ໃນທີ່ສຸດ ລາວໄດ້ຊວນຜູ້ຊາຍຄົນນັ້ນອອກໄປກິນເຂົ້າທ່ຽງນຳລາວ. “ເມື່ອຂ້ອຍໄດ້ເວົ້າວ່າ, ‘ເມຍເຈົ້າໄດ້ພະຍາຍາມຈະຂ້າຕົວຕາຍ. ສິ່ງນັ້ນຕ້ອງເປັນເລື່ອງໜັກໃຈສຳລັບເຈົ້າ. ເຈົ້າຢາກເວົ້າລົມກ່ຽວກັບເລື່ອງນີ້ບໍ?’ ລາວໄຫ້ສະອື້ນ,” ລາວໄດ້ເລົ່າໃຫ້ຟັງ. “ພວກເຮົາໄດ້ມີການເວົ້າລົມທີ່ລະອຽດອ່ອນ ແລະ ສ່ວນຕົວ ແລະ ໄດ້ພັດທະນາຄວາມໃກ້ຊິດ ແລະ ຄວາມໄວ້ວາງໃຈທີ່ປະຫລາດໃຈທັນທີ.”8
© 2019 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/18. ການແປໄດ້ຮັບອະນຸຍາດ: 6/18. ແປຈາກ Ministering Principles, September 2019. Laotian. 15770 331