​2020
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ການ​ກຸ້ມ​ຕົນ​ເອງ
ເດືອນ​ສິງຫາ 2020


“ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ການ​ກຸ້ມ​ຕົນ​ເອງ,” Liahona, ເດືອນ​ສິງຫາ 2020

ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ

ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ສິງຫາ 2020

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ການ​ກຸ້ມ​ຕົນ​ເອງ

ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ ເປັນ​ການ​ຈັດ​ຫາໃຫ້ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ເຮົາ​ຫລາຍ​ຄົນ ມີ​ຄວາມ​ສົນ​ໃຈ​ໃນ​ການ​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຫລາຍກວ່າ​ເກົ່າ. ການ​ໃຊ້ໂຄງ​ການ​ລິ​ເລີ່ມ​ການ​ກຸ້ມ​ຕົນ​ເອງ​ຂອງ​ສາດ​ສະ​ໜາ​ຈັກ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ພົບ​ເຫັນ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້, ດູ​ແລ, ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຂະ​ນະ​ທີ່​ເຂົາ​ເຈົ້າ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ດ້ວຍ​ຫລັກ​ທຳ​ທີ່​ນຳ​ “ຄວາມ​ຫວັງ, ຄວາມ​ສະ​ຫງົບ, ແລະ ຄວາມ​ກ້າວ​ໜ້າທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ” ມາ​ໃຫ້.1

“ຂ້ອຍ​ຢູ່​ຖືກ​ບ່ອນ​ແລ້ວ”

ໂດຍ ຄຣິດ​ຊີ ແຄັບເລີ, ແອ​ຣິ​ໂຊ​ນາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ

ຂ້ອຍ​ໄດ້​ດີ້ນ​ລົນ​ຫລາຍ​ທີ່​ສຸດກ່ຽວ​ກັບການ​ເງິນ​ຫລັງ​ຈາກ​ທີ່​ໄດ້ຢ່າ​ຮ້າງ, ພະ​ຍາ​ຍາມ​ຫາ​ຫົນ​ທາງ​ກັບ​ຄືນ​ໄປ​ທຳ​ງານ ຫລັງ​ຈາກ​ໄດ້​ຢູ່​ເຮືອນ​ດູ​ແລ​ລູກ​ເຕົ້າ​ເປັນ​ເວ​ລາ​ແປດ​ປີ. ຂ້ອຍ​ກໍ​ດີ້ນ​ລົ​ນ​ທາງວິນ​ຍານ​ນຳ​ອີກ, ຊອກ​ຫາ​ຄວາມ​ຈິງ ແລະ ສັດ​ທາ, ແຕ່​ຂ້ອຍ​ຍັງ​ບໍ່​ໄດ້​ກັບ​ຄືນ​ໄປ​ໂບດ​ເທື່ອ ນັບ​ຕັ້ງ​ແຕ່​ຕອນ​ເປັນ​ໄວ​ລຸ້ນ.

ວັນ​ອາ​ທິດມື້​ໜຶ່ງ ຂ້ອຍ​ກຳ​ລັງ​ຊັກ​ເຄື່ອງ​ຢູ່​ບ້ານ​ຂອງ​ເອື້ອຍ​ຂ້ອຍ ຊື່ ປີຊາລາ, ຜູ້​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງຂອງ​ສາດ​ສະ​ໜາ​ຈັກ. ຂະ​ນະ​ທີ່​ຂ້ອຍ​​ຢູ່​ທີ່ນັ້ນ, ເອື້ອຍປີຊາລາ ໄດ້ເຊື້ອ​ເຊີນ​ຂ້ອຍ​ໃຫ້​ໄປ​ໂບດ​ກັບ​ຄອບ​ຄົວ​ຂອງລາວ—ມັນ​ເປັນ​ການເຊື້ອ​ເຊີນ​ເທື່ອ​ທຳ​ອິດ ເປັນ​ເວ​ລາ 15 ປີ.

ທຳ​ອິດຂ້ອຍ​ກໍ​ລັງ​ເລ​ໃຈ, ແຕ່​ຄືນ​ກ່ອນນັ້ນ, ຂ້ອຍ​ໄດ້​ອ້ອນວອນ​ຫາພຣະ​ເຈົ້າ​​ເພື່ອສະ​ແດງ​ໃຫ້​ຂ້ອຍ​ເຫັນ​ວິ​ທີ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍກວ່າ​ເກົ່າ. ຫລັງ​ຈາກ​ທີ່​ໄດ້​ຄິດ​ໄປ​ຄິດ​ມາ, ຂ້ອຍ​ກໍ​ໄດ້​ຕົກ​ລົງ​ໃຈ​ວ່າ, “ໃຫ້​ລອງ​ໄປ​ຟັງ ແລະ ໄປ​ເບິ່ງ​ດ້ວຍ​ຕົວ​ເອງ ໃນ​ຖາ​ນະ​ເປັນ​ຜູ້​ໃຫຍ່ ດ້ວຍ​ໃຈ ແລະ ດ້ວຍ​ຕາ​ຂອງ​ຕົວ​ເອງ.”

ຂະ​ນະ​ທີ່​ພວກ​ເຮົາ​ຢູ່​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກ, ຂ້ອຍ​ໄດ້​ສັງ​ເກດ​ເຫັນ​ໃບ​ປະ​ກາດ​ຢູ່​ທີ່​ກະ​ດານ​ໃນ​ວັນ​ອາ​ທິດ ບອກ​ເຖິງ​ຫ້ອງ​ຮຽນ​ການ​ກຸ້ມ​ຕົນ​ເອງ ຝ່າຍ​ການ​ເງິນສ່ວນ​ຕົວ. ຂ້ອຍ​ຍັງບໍ່​ພ້ອມ​ທີ່​ຈະ​ກັບ​ໄປ​ໂບດ, ແຕ່​ຂ້ອຍ​ຮູ້​ສຶກ​ຢາກ​ໄປ​ຮ່ວມ​ຫ້ອງ​ຮຽນ 12 ອາ​ທິດ. ໂດຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເອື້ອຍ ແລະ ອ້າຍ​ເຂີຍ​ຂອງ​ຂ້ອຍ, ຂ້ອຍ​ກໍ​ເລີຍ​ຈົດ​ຊື່ເຂົ້າ​ຮຽນ, ຫວັງ​ພຽງ​ແຕ່​ຢາກ​ຮູ້​ຈັກ​ວິ​ທີ​ງົບ​ປະ​ມານ​ເງິນ ແລະ ຈ່າຍ​ໜີ້​ສິນ​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫ້ອງ​ຮຽນ​ນັ້ນ​ໄດ້​ປ່ຽນ​ແປງ​ຂ້ອຍ​ທາງວິນ​ຍານ.

ຂ້ອຍ​ປະ​ຫລາດ​ໃຈ​ກັບ​ຂ່າວ​ສານ​ທາງວິນ​ຍານ ໃນ​ສອງ​ອາ​ທິດ​ທຳ​ອິດ​ຂອງ​ຫ້ອງ​ຮຽນ, ແຕ່ອາ​ທິດ​ທີ​ສາມ, ຂ້ອຍ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ຂ້ອຍ​ຢູ່​ຖືກ​ບ່ອນ​ແລ້ວ ແລະ ກຳ​ລັງ​ໄດ້​ຍິນ​ຄວາມ​ຈິງ​ໃໝ່ ທີ່ຄຸ້ນ​ເຄີຍ​ມາ​ກ່ອນ. ຂ້ອຍ​ໄດ້​ອອກ​ຈາກ​ຫ້ອງ​ຮຽນ ແລະ ໄດ້​ຂັບ​ລົດ​ໄປ​ຫາ​ເອື້ອຍ​ປີຊາລາ​ທັນ​ທີ. ທັງ​ນ້ຳ​ຫູ​ນ້ຳ​ຕາ, ຂ້ອຍ​ໄດ້​ຖາມ​ລາວ​ວ່າ, “ເຮັດ​ແນວ​ໃດ​ຂ້ອຍ​ຈຶ່ງ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ຮູ້​ສຶກ​ແບບນີ້​ຫລາຍ​ຕື່ມ​ອີກ​ໃນ​ຊີ​ວິດ​ຂອງ​ຂ້ອຍ?” ລາວ​ໄດ້​ຕິດ​ຕໍ່​ຫາ​ຜູ້​ສອນ​ສາດ​ສະ​ໜາ ​ເພື່ອ​ໃຫ້​ເລີ່ມ​ຕົ້ນ​ສິດ​ສອນ​ຂ້ອຍ.

ສະ​ມາ​ຊິກ​ຢູ່​ໃນ​ຫ້ອງ​​ຮຽນການ​ກຸ້ມ​ຕົນ​ເອງ ໄດ້​ມາ​​ຟັງ​ບົດ​ຮຽນ​ຂອງ​ຜູ້​ສອນສາດ​ສະ​ໜາ​ນຳ​ຂ້ອຍ ແລະ ສະ​ໜັບ​ສະ​ໜູນ​ຂ້ອຍ. ເຂົາ​ເຈົ້າ​ມີ​ຜົນ​ກະ​ທົບ​ອັນ​ຍາວ​ນານ​ທາງວິນ​ຍານ​ຕໍ່​ຂ້ອຍ ແລະ ໄດ້​ຊ່ວຍ​ຂ້ອຍ​ພັດ​ທະ​ນາ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ດາ​ໃນ​ຍຸກ​ໃໝ່.

ໃນ​ໄລ​ຍະ​ນັ້ນ ຈົນ​ເຖິງ​ເວ​ລາ​​ທີ່ຂ້ອຍ​ຮຽນ​ຈົບ​ຫ້ອງ​ຮຽນ, ຂ້ອຍ​ໄດ້ປ່ຽນ​ແປງ​ຫລາຍ​ຢ່າງ​ທາງ​ໂລກ ແລະ ທາງວິນ​ຍານ. ຂ້ອຍ​ໄດ້​ເລີ່ມ​ຕົ້ນ​ເຮັດ​ວຽກ​ນຳ​ບໍ​ລິ​ສັດ​ທີ່​ດີ​ແຫ່ງ​ໜຶ່ງ, ແລະ ຂ້ອຍ​ໄດ້​ຊຳ​ລະ​ໜີ້​ສິນ​ຫລາຍ​ຢ່າງ.

ແຕ່​ພອນ​ທີ່​ເລິກ​ຊຶ້ງ ແລະ ຫວານ​ຊື່ນ​ຫລາຍກວ່າ​ທີ່​ມາ​ຈາກ​ຫ້ອງ​ຮຽນ​ນັ້ນ ແມ່ນ​ຮ່ວມ​ດ້ວຍ​ການ​ສ້າງ​ມິດ​ຕະ​ພາບ​ທີ່​​ງົດ​ງາມ, ການ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ໃນ​ທາງບວກ​ກັບ​ອະ​ທິ​ການ​ທີ່ໃຫ້​ກຳ​ລັງ​ໃຈ, ການ​ພົບ​ເຫັນ​ປະ​ຈັກ​ພະ​ຍານ​ເລື່ອງ​ການ​ຈ່າຍ​ເງິນ​ສ່ວນ​ສິບ, ການ​ຮັບ​ເອົາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຂອງ​ຂ້ອຍ, ການ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ແລະ ການ​ໄດ້​ເຫັນ​ລູກ​ຜູ້​ໃຫຍ່​ສອງ​ຄົນ​ຂອງ​ຂ້ອຍ​ຮັບ​ບັບ​ຕິ​ສະ​ມາ.

ຂ້ອຍ​ຍັງ​ຢູ່​ໃນເສັ້ນ​ທາງ​ກັບ​ຄືນ​ສູ່​ການ​ກຸ້ມ​ຕົນ​ເອງ​ຢູ່​ໃນ​ເວ​ລານີ້, ແຕ່​ສ່ວນ​ທີ່​ເຫລືອ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ຂ້ອຍ, ຂ້ອຍ​ຈະ​ທະ​ນຸ​ຖະ​ໜອມ​ບົດ​ຮຽນ​ທີ່​ຂ້ອຍ​ໄດ້​ຮັບ ແລະ ມິດ​ຕະ​ພາບ​ທີ່​ຂ້ອຍ​ໄດ້​ສ້າງ.

“ຂ້ອຍ​ອອກ​ຈາກ​ຫ້ອງ​ຮຽນ​ແຕ່​ລະ​ເທື່ອ​ດ້ວຍ​ຄວາມ​ຮູ້​ສຶກວ່າ​ມີ​ຄົນ​ຮັກ​ຂ້ອຍ”

ຕອນ​ນາງ​ໄດ້​ໄປ​ຢ້ຽມ​ຢາມ​ບໍ​ລິ​ເວນ​ພຣະ​ວິ​ຫານ​ເຊົາ​ເລັກ, ຢູ​ທາ, ກັບທ້າວ​ວິນ​ເຊັນ ​ລູກ​ຊາຍ​ອາ​ຍຸ 10 ປີ​ຂອງ​ນາງ, ໃນ​ເດືອນ​ທັນວາ ປີ 2016, ນາງແຄ​ຕີ້ ຟັ້ງ ໄດ້​ຖືຕົວ​ເອງວ່າ​ເປັນ​ຄົນ​ທີ່ “ບໍ່​ເຊື່ອ​ເລື່ອງ​ພຣະ​ເຈົ້າ.” ນາງ​ໄດ້​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຕອນ​ນາງ​ມີ​ອາ​ຍຸ​ໄດ້ 16 ປີ, ກາຍ​ເປັນ​ແມ່ລ້ຽງ​ລູກ​ດ່ຽວ ຕອນ​ມີ​ອາ​ຍຸ​ໄດ້ 17 ປີ, ໄດ້​ເລີ່ມ​ຕົ້ນ​ສັກ​ລາຍ, ແລະ ດື່ມ​ກາ​ເຟ. ແຕ່​ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ​ບໍ​ລິ​ເວນ​ພຣະ​ວິ​ຫານ​ເທື່ອນັ້ນ, ທ້າວ​ວິນ​ເຊັນ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້ບອກ​ແມ່​ຂອງ​ລາວ​ວ່າ ລາວ​ຢາກ​ຮັບ​ບົດ​ຮຽນ​ຈາກ​ຜູ້​ສອນ​ສາດ​ສະ​ໜາ.

ເຖິງ​ແມ່ນ​ວ່ານາງ​ຕ້ອງ​ທຳ​ງານ​ສອງ​ບ່ອນ, 80 ຊົ່ວ​ໂມງ​ຕໍ່​ອາ​ທິດ, ແຕ່​ນາງ​ແຄ​ຕີ້​ໄດ້ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ກັບ​ທ້າວ​ວິນ​ເຊັນ, ຄົ້ນ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ລາວ ໃນ​ໄລ​ຍະ​ທີ່​ຜູ້​ສອນ​ສາ​ດ​ສະ​ໜາ​ໄປ​ຢ້ຽມ​ຢາມ. ເມື່ອ​ເຖິງ​ລະ​ດູ​ແລ້ງ​ປີ 2017, ນາງ​ໄດ້​ເລີ່ມ​ຕົ້ນ​ໄປໂບດ, ບ່ອນ​ທີ່​ນາງ​ໄດ້​ຍິນ​ກ່ຽວ​ກັບ​ຫ້ອງ​ຮຽນ​ການ​ກຸ້ມ​ຕົນ​ເອງ​ຂອງ​ສາດ​ສະ​ໜາ​ຈັກ.

“ຂ້ອຍ​ຮັບ​ຮູ້​ວ່າ ມັນ​ເປັນ​ບາງ​ສິ່ງ​ທີ່ສາ​ມາດ​ຊ່ວຍ​ເຫລືອ​ຂ້ອຍ​ໄດ້,” ນາງ​ເວົ້າ. “ບາງ​ທີ​ຂ້ອຍບໍ່​ຈຳ​ເປັນ​ຕ້ອງ​ທຳ​ງານ​ສອງ​ບ່ອນ ຫລື ເພິ່ງ​ອາ​ໄສ​ພໍ່​ແມ່​ຂອງ​ຂ້ອຍ ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້ອຍ.”

ນາງ​ແຄ​ຕີ້​ເອີ້ນ​ຫ້ອງ​ຮຽນ​ຂອງ​ນາງວ່າ “ເປັນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ທາງ​ໂລກ ແລະ ທາງວິນ​ຍານ​ຢ່າງ​ໜ້າ​ເຫລືອ​ເຊື່ອ,” ບໍ່​ພຽງ​ແຕ່​ເປັນ​ເພາະ​ສິ່ງ​ທີ່​ນາງ​ໄດ້​ຮຽນ​ຮູ້​ເທົ່າ​ນັ້ນ ແຕ່​ເປັນ​ເພາະ​ວິ​ທີ​ທີ່​ກຸ່ມ​ກຸ້ມ​ຕົນ​ເອງ​ຮັບ​ເອົາ​ນາງ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ນາງ​ນຳ​ອີກ.

ແຫລ່ງ​ອ້າງ​ອີງ

  1. “Message from the First Presidency,” ໃນ Personal Finances for Self-Reliance (2016), i.