​2020
ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ປຶ້ມຈົ່ງ​ຕາມ​ເຮົາ​ມາ
ເດືອນ​ກັນຍາ 2020


“ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ,” Liahona, ເດືອນ​ກັນຍາ 2020

ຮູບ​ພາບ
ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ

ຫລັກ​ທຳຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ກັນຍາ 2020

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ

ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຊ່ວຍ​ທ່ານ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ​ແນວ​ໃດ?

ບໍ່​ວ່າ​ທ່ານ​ຢູ່​ກັບ​ຄອບ​ຄົວ​ຂອງ​ທ່ານ​ຫລືບໍ່​ກໍ​ຕາມ, ໃນ​ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ ໃນ​ຖາ​ນະ​ຄູ​ສອນ ຫລື ນັກ​ຮຽນ, ຫລື ຢູ່​ທີ່​ໂຮງ​ຮຽນ, ບ່ອນ​ທຳ​ງານ, ຫລື ໃນ​ບາງ​ບ່ອນ​ອື່ນ​ອີກ, ການ​ສຶກ​ສາ​ພຣະ​ຄຳ​ພີ​ຜ່ານ​ທາງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຈະ​ໃຫ້​ໂອ​ກາດ​ຢ່າງ​ຫລວງ​ຫລາຍ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ. ເຖິງ​ຢ່າງ​ໃດ, ການ​ສິດ​ສອນ, “ແມ່ນ​ເກີນກວ່າ​ການ​ນຳ​ພາ​ການ​ສົນ​ທະ​ນາ​ໃນ​ວັນ​ອາ​ທິດ​ເທົ່າ​ນັ້ນ; ມັນ​ຮ່ວມ​ດ້ວຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ຮັກ ແລະ ການ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ດ້ວຍ​ພຣະ​ກິດ​ຕິ​ຄຸນ.”1

ການ​ຕິດ​ຕໍ່​ກັບ​ນັກ​ຮຽນ

ເມື່ອ​ນາງ ໂອ​ຟີ​ເລຍ ເທຼ​ໂຮ ເດ ຄາ​ເດ​ນາສ໌ ໄດ້​ຖືກ​ເອີ້ນ​ໃຫ້​ສິດ​ສອນ​ຜູ້​ໃຫຍ່​ໜຸ່ມ ຢູ່​ໃນ​ຫວອດ​ເມືອງ​ແມັກ​ຊິ​ໂກ​ຂອງ​ນາງ, ນາງ​ຮູ້​ສຶກວ່າ ການ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ກັບ​ນັກ​ຮຽນ​ໃນ​ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ນາງ ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ນາງ ໃນ​ການ​ສິດ​ສອນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຂົາ​ເຈົ້າ.

“ຖ້າ​ຫາກ​ຂ້ອຍບໍ່​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ກັບ​ນັກ​ຮຽນ​ຂອງ​ຂ້ອຍ ແລະ ຖ້າ​ຫາກ​ເຂົາ​ເຈົ້າບໍ່​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ຂ້ອຍ, ແລ້ວ​ເຂົາ​ເຈົ້າ​ອາດບໍ່​ເຊື່ອ​ຂ້ອຍ ຕອນ​ຂ້ອຍ​ສິດ​ສອນ​ຫ້ອງ​ຮຽນ ຫລື ຕອນ​ຂ້ອຍສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ຂ້ອຍ,” ນາງ​ເວົ້າ. “ເຂົາ​ເຈົ້າ​ອາດ​ຮູ້​ສຶກວ່າ ຂ້ອຍ ພຽງ​ແຕ່ ເປັນ​ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ​ເທົ່າ​ນັ້ນ.”

ແຕ່​ຊິດ​ສະ​ເຕີຄາ​ເດ​ນາສ໌ຈະພັດ​ທະ​ນາ​ຄວາມ​ສຳ​ພັນ​ເຊັ່ນນັ້ນ​ໄດ້​ແນວ​ໃດ ຖ້າ​ຫາກ​ນາງ​ສິດ​ສອນ​ພຽງ​ແຕ່ເດືອນ​ລະ​ສອງ​ເທື່ອ​ເທົ່າ​ນັ້ນ? ນາງ​ພົບ​ເຫັນ​ຄຳ​ຕອບ​ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ. ໂດຍການ​ໃຊ້​ແອພ WhatsApp ຢູ່​ໃນ​ມື​ຖື, ບໍ່​ດົນ ນາງ ແລະ ນັກ​ຮຽນ​ຂອງ​ນາງ​ກໍ​ໄດ້​ຕິດ​ຕໍ່​ຫາ​ກັນ​ໃນ​ແຕ່​ລະ​ວັນ​ຜ່ານ​ທາງ​ການ​ສົ່ງ​ຂໍ້​ຄວາມ ແລະ ການປະ​ສຽງ​ໄວ້​ໃນ​ມື​ຖື. ບັດ​ນີ້, ທຸກມື້​ກ່ອນ​ບົດ​ຮຽນ​ໃນ​ວັນ​ອາ​ທິດ​ຕໍ່​ໄປ, ນັກ​ຮຽນ​ຄົນ​ໜຶ່ງ​ຈະ​ອາ​ສາ​ສະ​ໝັກ​ສົ່ງ​ຂໍ້​ພຣະ​ຄຳ​ພີ​ໄປ​ໃຫ້​ເພື່ອນ​ນັກ​ຮຽນ​ດ້ວຍ​ກັນ ກ່ຽວ​ກັບ​ບົດ​ຮຽນ​ໃນ​ອາ​ທິດ​ຕໍ່​ໄປ ພ້ອມ​ດ້ວຍ​ຄວາມ​ຄິດ​ຄວາມ​ເຫັນ​ສ່ວນ​ຕົວ​ທີ່​ກ່ຽວ​ຂ້ອງ. ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ ແລະ ຄວາມ​ຄິດ​ຄວາມ​ເຫັນ​ແລ້ວ, ເພື່ອນ​ນັກ​ຮຽນ​ກໍ​ໄດ້​ຕອບ​ກັບ​ໄປ​ດ້ວຍ​ຄວາມ​ຄິດຄວາມ​ເຫັນ​ຂອງ​ຕົນ​ເອງ.

“ເມື່ອ​ເຂົາ​ເຈົ້າ​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ເຂົາ​ເຈົ້າ​ໄດ້ສົ່ງ​ຮູບ​ຮອຍຍິ້ມ​ກັບ​ໄປ ເພື່ອໃຫ້​ຂ້ອຍ​ຮູ້​ວ່າ ເຂົາ​ເຈົ້າ​ໄດ້​ອ່ານ ຫລື ໄດ້​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ ແລະ ວ່າ​ເຂົາ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ມັນ,” ຊິດ​ສະ​ເຕີຄາ​ເດ​ນາສ໌ເວົ້າ. ເມື່ອ​ເຖິງ​ເວ​ລາ​ສຳ​ລັບ​ບົດ​ຮຽນ​ໃນ​ວັນ​ອາ​ທິດ​ຕໍ່​ໄປ, ພວກ​ນັກ​ຮຽນ​ກໍ​ກະ​ກຽມ​ຮຽບ​ຮ້ອຍ​ແລ້ວ.

ການ​ຕິດ​ຕໍ່​ໃນ​ແຕ່​ລະ​ວັນ​ເມື່ອບໍ່​ດົນ​ມານີ້ ໄດ້​ເປັນ​ພອນ​ໃຫ້​ແກ່​ຜູ້​ໃຫຍ່​ໜຸ່ມ​ຄົນ​ໜຶ່ງ ຜູ້​ທີ່​ພໍ່​ແມ່ບໍ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ.

“ຂ້ອຍ​ມັກ​ຫລາຍ​ເມື່ອ​ຂ້ອຍ​ເຫັນ​ລາວ​ມາ​ໂບດ ເພາະ​ຂ້ອຍ​ຮູ້​ວ່າ ກ່ອນ​ຈະ​ໄປ​ເຖິງ​ຈຸດນັ້ນ, ລາວ​ຕ້ອງ​ໄດ້​ຜ່ານການ​ທ້າ​ທາຍ​ຫລາຍ​ຢ່າງ,” ຊິດສະ​ເຕີຄາ​ເດ​ນາສ໌ເວົ້າ. “ຂ້ອຍ​ແນ່​ໃຈ​ວ່າ ຂໍ້​ພຣະ​ຄຳ​ພີ ແລະ ຄວາມ​ຄິດ​ຄວາມ​ເຫັນ ທີ່​ເພື່ອນ​ນັກ​ຮຽນ​ສົ່ງ​ໄປ​ຫາ​ລາວ ແລະ ຂໍ້​ພຣະ​ຄຳ​ພີ ແລະ ຄວາມ​ຄິດ​ຄວາມ​ເຫັນ​ທີ່​ລາວ​ໄດ້​ສົ່ງ​ໃຫ້​ເພື່ອນ​ນັກ​ຮຽນ ຕອນ​ເຖິງ​ຜຽນ​ລາວ ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລາວ​ຫລາຍ​ທີ່​ສຸດ.”

ຊິດ​ສະ​ເຕີຄາ​ເດ​ນາສ໌ເວົ້າ​ວ່າ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຜ່ານ​ທາງ​ພຣະ​ຄຳ​ພີ ບໍ່​ໄດ້​ຢຸດ​ຢູ່​ກັບ​ບົດ​ຮຽນ​ໃນ​ວັນ​ອາ​ທິດ​ຂອງ​ນາງ ແລະ ການ​ສົ່ງ​ຕໍ່​ຂໍ້​ພຣະ​ຄຳ​ພີ​ຫາ​ກັນ​ໃນ​ແຕ່​ລະ​ວັນ.

“ການ​ກະ​ກຽມ​ຂອງ​ຂ້ອຍ​ແມ່ນ​ຮ່ວມ​ດ້ວຍ​ການ​ອະ​ທິ​ຖານ​ເພື່ອ​ນັກ​ຮຽນ​ຂອງ​ຂ້ອຍ,” ນາງ​ເວົ້າ. “ຂ້ອຍ​ຄິດ​ກ່ຽວ​ກັບ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໃນ​ວັນ​ອາ​ທິດ​ເທົ່າ​ນັ້ນ ແຕ່​ທຸກວັນ​ລະ​ຫວ່າງອາ​ທິດ​ຄື​ກັນ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ມີ​ຄວາມ​ຕ້ອງ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ແລະ ແຕກ​ຕ່າງ​ກັນ. ແຕ່​ລະ​ຄົນ​ເປັນລູກ​ຂອງ​ພຣະ​ເຈົ້າ. ຂ້ອຍ​ຄິດ​ກ່ຽວ​ກັບ​ເຂົາ​ເຈົ້າ​ຂະ​ນະ​ທີ່​ຂ້ອຍ​ກະ​ກຽມ​ບົດ​ຮຽນ​ຂອງ​ຂ້ອຍ.”

ແລະ ເມື່ອ​ນາງ​ສິດ​ສອນ, ນາງ​ຮັບ​ຟັງ—​ທັງ​ນັກ​ຮຽນ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

“ຄູ​ສອນ​ຄື​ພຣະ​ວິນ​ຍານ,” ຊຶ່ງ​ນາງ​ໄດ້​ຍິນ​ເລື້ອຍໆ ຈາກ​ສຽງ​ຂອງ​ນັກ​ຮຽນ​ຂອງ​ນາງ. “ຂ້ອຍ​ຕ້ອງ​ຕັ້ງ​ໃຈ​ຟັງ ເພາະ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ແມ່ນ​ເຫັນ​ໄດ້​ວ່າ ພຣະ​ວິນ​ຍານ​ໄດ້​ມອບ​ໃຫ້​ເຂົາ​ເຈົ້າ.”

ຫ້ອງ​ຮຽນ​ຂອງ​ພວກ​ເຮົາ​ເປັນ​ “​ຄືກັນ​ກັບ​ການ​ສັງ​ສັນ​ໃນ​ຕອນ​ແລງ”

ນາງ​ຄາ​ລາ ກູ​ເຕຍ​ເລສ໌ ອໍ​ເຕ​ກາ ຄໍ​ໂດ​ບາ ຮູ້​ສຶກ​ໄດ້​ຮັບ​ພອນ​ທີ່​ໄດ້​ເປັນ​ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ຊິດ​ສະ​ເຕີຄາ​ເດ​ນາສ໌ ເພາະ​ວ່າ​ມັນ​ເປັນ​ສະ​ພາບ​ແວດ​ລ້ອມ​ທີ່​ໃຫ້​ການລໍ່ລ້ຽງ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ນາງ​ຄາ​ລາ​ໃຫ້​ເຫດ​ຜົນ​ຂອງສະ​ພາບ​ແວດ​ລ້ອມນັ້ນ​ວ່າ​ເປັນ​ເພາະ​ປັດ​ໃຈ​ຫລາຍ​ຢ່າງ​, ລວມ​ທັງ:

  • ການ​ກະ​ກຽມ: ການ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ ແລະ ຄວາມ​ຄິດ​ຄວາມ​ເຫັນ ຊ່ວຍ​ນັກ​ຮຽນ​ໃຫ້​ກະ​ກຽມ​ສຳ​ລັບ​ຫ້ອງ​ຮຽນ​ເທື່ອ​ຕໍ່​ໄປ. “ຂໍ້​ພຣະ​ຄຳ​ພີໄດ້​ລໍ່​ລ້ຽງ ແລະ ເພີ່ມ​ຄວາມ​ຮູ້​ໃຫ້ພວກ​ເຮົາ​ທຸກວັນ,” ນາງ​ອະ​ທິ​ບາຍ.

  • ການ​ມີ​ພາກ​ສ່ວນ: “ພວກເຮົາ​ທຸກ​ຄົນ​ເວົ້າ​ລົມ​ກັນ. ສິ່ງນີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ຈັກ​ເພື່ອນນັກ​ຮຽນ​ຢ່າງ​ເລິກ​ຊຶ້ງ, ໃນ​ຖາ​ນະ​ໝູ່​ເພື່ອນ ແລະ ອ້າຍ​ເອື້ອຍ​ນ້ອງ​ກັນ.”

  • ຄວາມ​ຮັກ: “ຊິດ​ສະ​ເຕີຄາ​ເດ​ນາສ໌​ໄດ້ຈູງ​ມື​ນຳ​ພາ​ພວກ​ເຮົາ​ໄປ. ຫ້ອງ​ຮຽນ​ຂອງ​ພວກ​ເຮົາ​ຮູ້​ສຶກ​ຄື​ກັນ​ກັບ​ເປັນ​ການ​ສັງ​ສັນ​ໃນ​ຕອນ​ແລງ, ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ຫລາຍ​ຄົນ. ມັນ​ພິ​ເສດ​ຫລາຍ.”

  • ພຣະ​ວິນ​ຍານ​ບໍ​ລິ​ສຸດ: “ພວກ​ເຮົາ​ມີ​ຄວາມ​ຮູ້​ສຶກ​ທາງວິນ​ຍານ​ທີ່​​ສະ​ໜຸກ​ສະ​ໜານ ແລະ ຖືກ​ຕ້ອງ​ປອງດອງ​ກັນ ຢູ່​ໃນ​ຫ້ອງ​ຮຽນ​ຂອງ​ພວກ​ເຮົາ ເພາະ​ວ່າ​ພວກ​ເຮົາ​ສອດ​ຄ່ອງກັບ​ພຣະ​ວິນ​ຍານ.”

  • ປະ​ຈັກ​ພະ​ຍານ: “ຈົ່ງ​ຕາມ​ເຮົາ​ມາ ໄດ້​ຊ່ວຍ​ຂ້ອຍ​ກຽມ​ພ້ອມ​ທີ່​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ຂ້ອຍ. ຂ້ອຍ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຢ່າງ​ເລິກ​ຊຶ້ງ. ສິ່ງນັ້ນ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ຂ້ອຍ​ກຳ​ລັງ​ຮຽນ​ຮູ້​ກັບ​ເພື່ອນນັກ​ຮຽນ ແລະ ຜູ້​ຄົນ​ຢູ່​ທີ່ບ່ອນ​ທຳ​ງານ.”

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ທາງວິນ​ຍານ

ເມື່ອ​ກະ​ເຣກ ແລະ ນິກກີ້ ຄ​ຣິ​ສ​ຕຽນ​ເຊັນ, ຈາກລັດ​ເຄັນ​ທັກ​ກີ້, ສະ​ຫະ​ລັດ, ໄດ້​ອ່ານ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ຢູ່​ໃນ​ພຣະ​ຄຳ​ພີ ພ້ອມ​ກັບ​ລູກ​ຊາຍ​ສາມ​ຄົນ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ໄດ້​ພົບ​ເຫັນວ່າ ເຂົາ​ເຈົ້າ​ບໍ່​ຮູ້​ຈັກ​ຈະ​ອະ​ທິ​ບາຍ​ແນວ​ໃດຕໍ່​ລູກ. ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ ​ໃຫ້ແຕ່​ລະ​ຄົນ​ສຶກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ເປັນ​ສ່ວນ​ຕົວ ແລະ ແລ້ວ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ.

“ພວກ​ເຮົາ​ໄດ້​ຍິນ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ໜ້າ​ສົນ​ໃຈ,” ກະ​ເຣກ​ເວົ້າ. “ລູກ​ຊາຍ​ຜູ້​ອາ​ຍຸ​ແປດ​ປີ​ໄດ້​ຮຽນ​ຮູ້​ວ່າ ອັບ​ຣາ​ຮາມ​ເຄີຍ​ມີ​ຊື່​ວ່າ ອັບ​ຣາມ. ຊື່​ເພິ່ນ​ໄດ້​​ຖືກປ່ຽນ​ເປັນ​ອັບ​ຣາ​ຮາມ ເພາະ​ວ່າ​ເພິ່ນ​ໄດ້​ເຮັດ​ຄຳໝັ້ນ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ຫັນ​ໜີ​ຈາກ​ບາບ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ. ຂ້ອຍ​ປະ​ຫລາດ​ໃຈ​ແທ້ໆທີ່​ລາວ​ຮູ້​ຈັກ​ແນວນັ້ນ.”

ທຸກ​ຄົນ​ກໍ​ໄດ້​ຮຽນ​ຮູ້​ບາງ​ຢ່າງ​ໃໝ່ໆ ແລະ ໄດ້​ມີ​ການ​ສົນ​ທະ​ນາ​ທີ່​ດີ​ກ່ຽວກັບ​ຄວາມ​ໝາຍ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ ແລະ ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ທຸກວັນ​ນີ້.

“ແຕ່​ກ່ອນ​ພວກ​ເຮົາ​ພຽງ​ແຕ່​ປ່ຽນ​ຜຽນ​ກັນ​ອ່ານ​ຂໍ້​ພຣະ​ຄຳ​ພີ​ເທົ່າ​ນັ້ນ ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ,” ​ນາງນິກກີ້​ເວົ້າ. ປຶ້ມ “ຈົ່ງ​ຕາມ​ເຮົາ​ມາ ເນັ້ນ​ໃສ່​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ. ບັດ​ນີ້​ເມື່ອ​ພວກ​ເຮົາ​ສຶກ​ສາ​ນຳ​ກັນ, ຂ້ອຍ​ຮູ້​ສຶກ​ຖືກ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ສົນ​ທະ​ນາ​ໃນ​ທິດ​ທາງ​ທີ່​ແຕກ​ຕ່າງ ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ພວກ​ເຮົາ.”

ການ​ໃຊ້ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ບໍ່​ພຽງ​ແຕ່​ໄດ້ຊ່ວຍ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ມີ​ພາກ​ສ່ວນ ແລະ ສົນ​ໃຈ​ໃນ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄອບ​ຄົວ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ຊ່ວຍ​ກະ​ເຣກ ແລະ ນາງນິກກີ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ທາງວິນ​ຍານ​ຂອງ​ລູກໆ​ຂອງ​ເຂົາ​ເຈົ້າ​ນຳ​ອີກ.

ປຶ້ມ “ຈົ່ງ​ຕາມ​ເຮົາ​ມາ ຊ່ວຍ​ຂ້ອຍ​ສິດ​ສອນ​ລູກໆ​ຂອງ​ຂ້ອຍ,” ນາງ​ນິກກີ້​ເວົ້າ. “ມັນ​ກໍ​ຍັງ​ຊ່ວຍ​ຂ້ອຍ​ໃຫ້​ສາ​ມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍທີ່​ແຕກ​ຕ່າງ​ກັນ ຊຶ່ງ​ຂ້ອຍ​ເຄີຍ​ມີ​ກັບ​ລູກໆ​ຂອງ​ຂ້ອຍ​ເປັນ​ບາງ​ຄັ້ງ​ນຳ​ອີກ. ຂ້ອຍ​ຮູ້​ສຶກ​ເຂົ້າ​ໃກ້​ພຣະ​ວິນ​ຍານ​ຫລາຍກວ່າ​ເກົ່າ, ຂ້ອຍ​ຮັບ​ຟັງ​ຢ່າງ​ຕັ້ງ​ໃຈ​ຫລາຍກວ່າ​ເກົ່າ, ແລະ ຂ້ອຍ​ໄດ້​ຮັບ​ການ​ກະ​ຕຸ້ນ​ເຖິງວິ​ທີ​ທີ່​ຂ້ອຍ​ສາ​ມາດ​ຊ່ວຍ​ລູກ​ແຕ່​ລະ​ຄົນ.”

ກະ​ເຣກ​ກໍ​ມັກ​ການສົນ​ທະ​ນາ​ດົນໆ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ ທີ່​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຊ່ວຍ​ຂະ​ຫຍາຍ​ຢູ່​ໃນ​ຄອບ​ຄົວ. “ພວກ​ລູກ​ຊາຍ​ຂອງ​ພວກ​ເຮົາ ແຕ່​ລະ​ຄົນ​ກໍ​ມີ​ຄວາມ​ຮູ້​ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ,” ລາວ​ເວົ້າ. “ຈົ່ງຕາມ​ເຮົາ​ມາ ໄດ້​ໃຫ້​ວິ​ທີ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ແຕ່​ລະ​ຄົນ​ໃຫ້​ຮຽນ​ຮູ້ ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ການ​ເຫັນ​ເຂົາ​ເຈົ້າ​ເຕີບ​ໂຕ​ດ້ວຍ​ຄວາມ​ຮັກ​ທີ່​ມີຕໍ່​ພຣະ​ກິດ​ຕິ​ຄຸນ ແລະ ການ​ເບິ່ງ​ເຂົາ​ເຈົ້າ​ຊອກ​ຫາວິ​ທີ​ທີ່​ຈະ​ນຳ​ໃຊ້​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ໄດ້​ເປັນ​ພອນ​ທີ່​ປະ​ເສີດ​ຫລາຍ.”

ແຫລ່ງ​ອ້າງ​ອີງ

  1. Come, Follow Me—for Sunday School: Book of Mormon 2020 (2019), 19.

ພິມ