​2020
ການ​ແບ່ງປັນ​ແສງ​ສະຫວ່າງ​ຂອງ​ພຣະຜູ້​ຊ່ວຍໃຫ້​ລອດ​ໃນວັນ​ຄຣິດສະ​ມາດ
ເດືອນ​ທັນວາ 2020


“ການ​ແບ່ງປັນ​ແສງສະຫວ່າງ​ຂອງ​ພຣະຜູ້​ຊ່ວຍໃຫ້​ລອດ​ໃນວັນ​ຄຣິດສະ​ມາດ,” Liahona, ເດືອນ​ທັນວາ 2020

ຮູບ​ພາບ
ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ

ຮູບການ​ປະສູດ​ໂດຍ ນິດຊາ ບີອາທຣີສ ຊານຕິຢານ ກາສຕີໂຢ; ຮູບຂອງ​ຂວັນຈາກ Getty Images

ຫລັກ​ທຳ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເດືອນ​ທັນວາ 2020

ການ​ແບ່ງປັນ​ແສງ​ສະຫວ່າງ​ຂອງ​ພຣະຜູ້​ຊ່ວຍໃຫ້​ລອດ​ໃນວັນ​ຄຣິດສະ​ມາດ

ໃຫ້ພິ​ຈາ​ລະ​ນາ​ກ່ຽວ​ກັບ​ຜູ້​ທີ່​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່. ທ່ານ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າໃກ້​ພຣະຄຣິດ​ຫລາຍ​ຍິ່ງຂຶ້ນ​ໄດ້​ແນວໃດ​ໃນວັນ​ຄຣິດສະ​ມາດ​ນີ້?

ໃນ​ຂະນະ​ທີ່​ພວກເຮົາ​ລະນຶກ​ເຖິງ​ພຣະຜູ້​ຊ່ວຍໃຫ້​ລອດ ພຣະເຢຊູ​ຄຣິດ ຕະຫລອດ​ທັງປີ, ຄຣິດສະ​ມາດ​ແມ່ນເທດ​ສະ​ການ​ທີ່ພວກເຮົາ​ສະຫລອງ​ຂອງຂວັນ​ທີ່​ຍິ່ງໃຫຍ່​ທີ່ສຸດ​ທີ່ຖືກ​ປະທານ​ໃຫ້: “ເພາະ​ພຣະເຈົ້າ​ຮັກໂລກ​ຫລາຍແທ້ ຈົນ​ໄດ້​ປະທານ​ພຣະບຸດ​ອົງດຽວ​ຂອງພຣະອົງ” (ໂຢຮັນ 3:16). ດັ່ງທີ່​ພວກເຮົາ​ປະຕິບັດ​ສາດສະ​ໜາກິດ​ໃນວັນ​ຄຣິດສະ​ມາດ, ພວກເຮົາ​ກໍສາມາດ​ໃຫ້ຂອງຂວັນ​ຕ່າງໆທີ່​ສາມາດ​ຊ່ວຍໃຫ້​ຄົນອື່ນ​ເຂົ້າໃກ້​ພຣະຜູ້​ຊ່ວຍໃຫ້​ລອດຫລາຍ​ຂຶ້ນໄດ້. ເປັນສິ່ງ​ທີ່ວິເສດ​ຫລາຍທີ່​ຄິດວ່າ​ຕົວເຮົາ​ສະທ້ອນ​ເຖິງຂອງ​ຂວັນທີ່​ພຣະ​ບິດາ​ເທິງ​ສະຫວັນ​ຊົງ​ປະທານ​ໃຫ້.

ຂ້າພະເຈົ້າ​ຍັງຄົງ​ທະນຸ​ຖະໜອມ​ຂອງຂວັນ​ນັ້ນ

ຊູຊານ ຮາດີ, ແຄລິໂຟເນຍ, ສະຫະລັດ​ອາເມຣິກາ

ຕອນທີ່​ຂ້າພະເຈົ້າ​ອາຍຸ 11 ປີ, ຄູສອນ​ໂຮງຮຽນ​ວັນອາທິດ, ບຣາເດີ ດີສ, ໄດ້ບອກ​ຫ້ອງຂອງ​ພວກເຮົາ​ວ່າ ຖ້າພວກ​ເຮົາຈື່​ຫລັກແຫ່ງ​ຄວາມເຊື່ອ ແລະ ອະທິບາຍ​ໃຫ້ລາວ​ຟັງວ່າ ນັ້ນໝາຍ​ຄວາມວ່າ​ຫຍັງ, ລາວຈະຊື້​ພຣະຄໍາພີ​ໃຫ້ພວກເຮົາ​ແຕ່​ລະ​ຄົນ​ໜຶ່ງ​ຊຸດ.

ບຣາເດີ ແລະ ຊິດສະເຕີ ດີສ ເປັນຄູ່​ສາມີ​ພັນລະຍາ​ທີ່ຫາ​ກໍ​ແຕ່ງງານ​ໃໝ່. ຂ້າພະເຈົ້າ​ບໍ່ແນ່ໃຈ​ວ່າ ບຣາເດີ ດີສ ຈະສາມາດ​ຊື້​ຂອງຂວັນ​ໃຫ້ໃຜ​ໄດ້ບໍ່. ແຕ່​ຂ້າພະເຈົ້າ​ຕັດ​ສິນໃຈ​ວ່າ ຖ້າລາວ​ຄິດວ່າ​ຫລັກແຫ່ງ​ຄວາມເຊື່ອ​ສໍາຄັນ​ພໍໃຫ້ຈື່, ຂ້າພະເຈົ້າ​ຈະຮັບ​ເອົາການ​ທ້າທາຍ​ນີ້.

ຫລັງຈາກ​ທີ່​ຂ້າພະເຈົ້າ​ສໍາເລັດ​ທັງ 13 ຂໍ້ແລ້ວ, ເວລາ​ຜ່ານໄປ ແລະ ຂ້າພະເຈົ້າ​ໄດ້ລືມ​ກ່ຽວກັບ​ຄໍາສັນຍາ​ຂອງລາວ.

ແລ້ວໃນ​ວັນ​ຄຣິດສະ​ມາດ, ຂ້າພະເຈົ້າ​ໄດ້ຮັບ​ພັດສະດຸ​ທີ່ມີ​ຊື່ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ເປີດກ່ອງ ແລ້ວພົບ​ພຣະຄໍາພີ​ໜຶ່ງ​ຊຸດສໍາລັບ​ຂ້າພະເຈົ້າ​ໂດຍສະເພາະ, ພ້ອມ​ດ້ວຍ​ຈົດ​ໝາຍ​ນ້ອຍ​ທີ່ຊູໃຈ​ໃຫ້​ຂ້າພະເຈົ້າ​ອ່ານມັນ​ເປັນປະຈໍາ. ນັ້ນ​ແມ່ນປີ 1972, ແລະ ຈົນເຖິງ​ມື້ນີ້ ຂ້າພະເຈົ້າ​ຍັງມີ​ພຣະຄໍາພີ​ເຫລົ່ານັ້ນ​ຢູ່. ພວກມັນ​ມີຄ່າ​ສໍາລັບ​ຂ້າພະເຈົ້າ​ຫລາຍ.

ບໍ່ແມ່ນ​ລາຄາ​ຂອງຂອງ​ຂວັນ ແຕ່ແມ່ນ​ຄວາມໃຈ​ດີທີ່​ລາວໄດ້​ສະແດງ​ຕໍ່​ຂ້າພະເຈົ້າ ແລະ ການເສຍ​ສະລະ​ທີ່ລາວ​ເຕັມໃຈ​ເຮັດເພື່ອ​ຂ້າພະເຈົ້າ ຊຶ່ງເຮັດ​ໃຫ້​ຂ້າພະເຈົ້າ​ມີຄວາມ​ປາດຖະໜາ​ຢ່າງ​ເລິກເຊິ່ງ​ທີ່ຈະ​ສຶກສາ​ພຣະຄໍາ​ຂອງ​ພຣະເຈົ້າ. ຂ້າພະເຈົ້າ​ພະຍາ​ຍາມ​ທີ່ຈະ​ເຮັດຕາມ​ແບບຢ່າງ​ຂອງ​ບຣາເດີ ດີສ ໂດຍການ​ໃຫ້ຂອງ​ຂວັນທີ່​ມີຄວາມ​ໝາຍ​ຕໍ່ຜູ້ຄົນ​ທີ່ຢູ່​ອ້ອມຕົວ​ຂ້າພະເຈົ້າ, ໂດຍ​ຫວັງວ່າ​ຂ້າພະເຈົ້າ​ຈະສາມາດ​ເປັນພອນ​ໃຫ້​ແກ່​ຊີວິດ​ຂອງຄົນ​ອື່ນ ດັ່ງທີ່​ລາວໄດ້​ເປັນພອນ​ໃຫ້​ແກ່​ຊີວິດ​ຂອງ​ຂ້າພະເຈົ້າ.

ການ​ເຊື້ອເຊີນ​ໃຫ້​ຮັບ​ບົດ​ເປັນ​ສ່ວນໜຶ່ງ

ຣິເຈີດ ເອັມ ຣອມນີ, ຢູທາ, ສະຫະລັດ​ອາເມຣິກາ

ເມື່ອ​ຜູ້ທີ່​ວາງແຜນ​ຈັດງານ​ຄຣິດສະ​ມາດ​ຢູ່ຫວອດ​ຂອງ​ພວກເຮົາ ຂໍໃຫ້​ຂ້າພະເຈົ້າ​ໄປ​ຢ້ຽມຢາມ​ສະມາຊິກ​ຄົນ​ໜຶ່ງ​ທີ່ບໍ່​ເຂັ້ມ​ແຂງ​ໃນ​ໂບດ ແລະ ເຊື້ອເຊີນ​ລາວໃຫ້​ມາເຂົ້າ​ຮ່ວມໃນ​ໂຄງການ, ຂ້າພະເຈົ້າ​ຕ້ອງ​ຂໍຍອມ​ຮັບວ່າ ຂ້າພະເຈົ້າ​ຮູ້ສຶກ​ໜັກ​ໃຈ. ຂ້າພະເຈົ້າ​ເຄີຍພົບ​ກັບ​ແດເຣັນ​ພຽງແຕ່​ເທື່ອ​ດຽວ​ເທົ່ານັ້ນ, ຕອນທີ່​ລາວເຂົ້າ​ຮ່ວມໃນ​ກິດຈະກໍາ​ຂອງຫວອດ​ກ່ອນ​ໜ້ານີ້. ລາວໃສ່​ຜ້າພັນ​ຫົວ​ລົດຈັກ​ພາດໜ້າ​ຜາກ​ຂອງລາວ. ຜົມ​ຍາວໆ​ສີຂາວ​ຂອງລາວ​ຖືກມັດ​ເປັນຊົງ​ຫາງມ້າ, ລາວມີ​ໜວດ​ທີ່ເປັນ​ສີຂາວ​ລ້ວນ, ແລະ ແຂນ​ຂອງລາວ​ກໍເຕັມ​ໄປດ້ວຍ​ຮອຍສັກ.

ບັດນີ້, ພ້ອມດ້ວຍ​ສະມາຊິກ​ຄະນະ​ກໍາມະການ, ຂ້າພະເຈົ້າ​ກໍາລັງ​ຢືນຢູ່​ໜ້າ​ປະຕູ​ເຮືອນຂອງ​ແດເຣັນ, ດ້ວຍ​ຄວາມ​ສົງໄສ​ວ່າລາວ​ຈະເວົ້າ​ຫຍັງ. ລາວບອກ​ໃຫ້​ພວກເຮົາ​ເຂົ້າໄປ​ທາງໃນ, ແລະ ພວກ​ເຮົາ​ບອກລາວ​ວ່າ ພວກເຮົາ​ມານີ້​ເຮັດຫຍັງ. ລາວເວົ້າວ່າ, “ໂອ, ຂ້ອຍ​ຢາກເຮັດ!”

ລາວເຮັດ​ວຽກໄດ້​ດີຫລາຍ, ໃນການ​ຊ່ວຍເຮັດ​ໃຫ້ກິດ​ຈະກໍາ​ນີ້ມີ​ຄວາມໝາຍ​ສໍາລັບ​ຫລາຍໆ​ຄົນ. ຫລັງຈາກ​ນັ້ນ​ບໍ່ດົນ, ຄູ່ປະຕິ​ບັດ​ສາດສະ​ໜາກິດ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້ຖືກຂໍ​ໃຫ້ໄປ​ຢ້ຽມຢາມ​ແດເຣັນ​ເປັນປະຈໍາ. ລາວເບິ່ງ​ຄືວ່າ​ດີໃຈ​ຫລາຍທີ່​ໄດ້ພົບ​ພວກເຮົາ, ແລະ ພວກເຮົາ​ກໍໄດ້​ມີການ​ສົນທະນາ​ທີ່ໜ້າ​ຊື່ນບານ​ໃຈ​ຫລາຍ. ຂ້າພະເຈົ້າ​ຮູ້ສຶກ​ຂອບຄຸນ​ສຳ​ລັບ​ແຮງ​ບັນດານ​ໃຈໃນ​ການ​ເຊື້ອເຊີນ​ລາວໃຫ້​ເຂົ້າຮ່ວມ​ໃນໂຄງການ​ຂອງ​ກິດຈະກໍາ​ຫວອດ ຊຶ່ງນໍາ​ໄປສູ່​ຄວາມ​ສໍາພັນ​ທີ່ໜ້າ​ຫວງແຫນ.

ການ​ປະຕິບັດ​ສາດສະ​ໜາກິດ​ຕໍ່ຄົນ​ອື່ນໃນ​ວັນຄຣິດ​ສະມາດ

ຕໍ່​ໄປນີ້​ແມ່ນບາງ​ສິ່ງທີ່​ທ່ານ​ສາມາດ​ເຮັດໄດ້ ເພື່ອ​ໃຫ້ແນ່ໃຈ​ວ່າຜູ້​ທີ່ທ່ານ​ກໍາລັງ​ປະຕິ​ບັດ​ສາດສະ​ໜາກິດ​ຕໍ່ ຈະຮູ້​ວ່າທ່ານ​ກໍາລັງ​ຄິດເຖິງ​ເຂົາ​ເຈົ້າ, ໂດຍ​ສະເພາະ​ໃນ​ເວລາ​ນີ້​ຂອງປີ.

  1. ບາງເທື່ອ​ການ​ໂທຫາ ຫລື ການສົ່ງ​ຂໍ້ຄວາມ​ກໍສ້າງ​ອັດສະຈັນ​ໄດ້. ການເລີ່ມ​ການສົນ​ທະນາ​ດ້ວຍຄໍາ​ທີ່​ລຽບງ່າຍ​ເຊັ່ນ “ສະບາຍດີ, ເປັນແນວ​ໃດ​ສະບາຍ​ດີບໍ່?”​ກໍສາ​ມາດສ້າງ​ຄວາມ​ແຕກຕ່າງ​ໄດ້.

  2. ເຂົ້າຮ່ວມ​ໃນການ​ສະຫລອງ​ຂອງເຂົາ​ເຈົ້າ​ເມື່ອ​ເໝາະສົມ. ຄຣິດ​ສະມາດ​ສາມາດ​ເປັນ​ເວລາ​ທີ່ດີ​ຫລາຍ​ທີ່ຈະ​ຮຽນຮູ້​ກ່ຽວກັບ​ຄວາມເຊື່ອ​ຖື​ທີ່​ພວກເຮົາ​ມີ​ຄືກັນ. ເມື່ອທ່ານ​ແບ່ງປັນ​ຄວາມ​ເຊື່ອຖື ແລະ ຟັງ​ຄົນອື່ນ, ທ່ານ​ກໍເປີດ​ປະຕູ​ສູ່ຄວາມ​ເຂົ້າໃຈ​ທີ່​ຍິ່ງໃຫຍ່.

  3. ອະທິຖານ​ເພື່ອ​ເຂົາ​ເຈົ້າ​ໂດຍ​ການ​ອອກຊື່. ທູນ​ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ຊ່ວຍໃຫ້​ທ່ານຄິດ​ເຖິງ​ວິທີ​ນໍາ​ພາ​ເຂົາ​ເຈົ້າ​ໃຫ້ເຂົ້າ​ໃກ້​ພຣະບຸດ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ.

  4. ຂອງຂວັນ​ທີ່​ລຽບງ່າຍ​ມັກ​ຈະເປັນ​ທີ່​ຈົດຈໍາ​ຫລາຍ​ທີ່ສຸດ. ຂອງຂວັນ​ບໍ່ຈໍາ​ເປັນຕ້ອງ​ຊັບຊ້ອນ​ເພື່ອ​ໃຫ້ເປັນ​ທີ່ຮັກ. ຂອງຂວັນ​ແຫ່ງ​ເວລາ, ຂອງຂວັນ​ແຫ່ງ​ການຟັງ, ການແບ່ງ​ປັນ​ຮູບພາບ ຫລື ຄວາມ​ຊົງຈໍາ—ສິ່ງ​ທັງໝົດ​ເຫລົ່ານີ້​ສາມາດ​ເປັນ​ຂອງຂວັນ​ແຫ່ງ​ຈິດໃຈ​ໄດ້.

  5. ໃຫ້​ຂອງຂວັນ​ແຫ່ງ​ປະຈັກ​ພະຍານ. ຂໍໃຫ້​ເຂົາ​ເຈົ້າ​ແບ່ງປັນ​ຄວາມຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ພຣະຜູ້​ຊ່ວຍໃຫ້​ລອດ​ກັບທ່ານ, ແລະ ໃຫ້​ສະ​ເໜີ​ແບ່ງປັນ​ຄວາມຮັກ​ທີ່ທ່ານ​ມີຕໍ່​ພຣະອົງ​ກັບເຂົາ​ເຈົ້າ.

  6. ເຊື້ອເຊີນ​ຜູ້ອື່ນ​ໃຫ້ເຂົ້າ​ຮ່ວມ​ງານ​ຄຣິດສະ​ມາດ. ບາງຄົນ​ຢາກ​ນະມັດ​ສະການ ແຕ່ບໍ່​ຮູ້ວ່າ​ຈະໄປ​ໃສ. ເຊື້ອເຊີນ​ເຂົາ​ເຈົ້າ​ໃຫ້​ເຂົ້າມາ​ນະມັດ​ສະການ​ກັບທ່ານ.

  7. ເຕີມເຕັມ​ບ້ານຂອງ​ເຂົາ​ເຈົ້າ​ດ້ວຍສັນ​ຕິສຸກ. ໃຫ້​ເຂົາ​ເຈົ້າ​ຮູ້ວ່າ ຜູ້ສອນ​ສາດສະ​ໜາ​ມີ​ຂ່າວ​ສານ​ຄຣິດສະ​ມາດ​ທີ່​ພິເສດ​ທີ່​ເຂົາ​ເຈົ້າ​ສາມາດ​ແບ່ງປັນ​ໄດ້, ຊຶ່ງເປັນ​ຂ່າວ​ສານ​ທີ່ຈະ​ນໍາ​ຄວາມຫວັງ ແລະ ຄວາມຮັກ​ມາສູ່​ຈິດໃຈ​ຂອງ​ເຂົາ​ເຈົ້າ.

ການ​ປະຕິ​ບັດ​ສາດສະ​ໜາກິດ​ຕໍ່​ທຸກຄົນ​ເປັນ​ກຸ່ມ​ໃຫຍ່.

ຄວາມ​ຕ້ອງການ​ຂອງ​ແຕ່​ລະ​ກຸ່ມ​ແມ່ນບໍ່​ຄື​ກັນ. ບາງກຸ່ມ​ໄດ້ປະໂຫຍດ​ຈາກການ​ຈັດ​ກິດຈະກໍາ​ທີ່ໃຫຍ່​ໂຕ. ບາງ​ກຸ່ມ​ອາດໄດ້​ປະໂຫຍດ​ຈາກ​ສິ່ງ​ເລັກນ້ອຍ ແລະ ລຽບງ່າຍ. ຜູ້ທີ່​ກ່ຽວຂ້ອງ​ກັບການ​ວາງແຜນ ແລະ ການຈັດ​ກິດຈະກໍາ ພິຈາ​ລະນາ​ດ້ວຍການ​ອະທິ​ຖານວ່າ​ຈະເຮັດ​ຢ່າງໃດ​ເພື່ອຕອບ​ສະໜອງ​ຄວາມຕ້ອງ​ການທີ່​ມີຢູ່.

  • ສະມາ​ຊິກ​ຈາກ​ສາມ​ສະເຕກ​ໃນ​ປາຣີສ, ປະເທດ​ຝຣັ່ງ, ໄດ້ຊ່ວຍ​ສະໜັບ​ສະໜຸນ​ໂຄງການ​ເຮັດໃຫ້​ໂລກ​ສະຫວ່າງ ຊຶ່ງລວມ​ທັງການ​ສະແດງ​ຄວາມ​ສາມາດ ແລະ ເດີນແຟ​ຊັ້ນໂຊ. ເຂົາ​ເຈົ້າ​ໄດ້​ກະກຽມ​ສິ່ງຂອງ​ທີ່ໄດ້​ມອບໃຫ້ແກ່​ຊາວ​ອົບ​ພະ​ຍົບ ແລະ ຜູ້ຄົນ​ທັງຫລາຍ​ທີ່ກໍາລັງ​ປະສົບ​ກັບຄວາມ​ພະເນ​ຈອນ.

  • ສະເຕກ​ຊາລ໊ອດ ນ໊ອດ​ຄາໂຣ​ໄລນາ ເຊັນທຣັລ ໄດ້​ຈັດງານ “ຄຣິດສະ​ມາດໃນ​ທັງ​ທົ່ວໂລກ” ສໍາລັບ​ຊຸມຊົນ, ດ້ວຍ​ການ​ສັງ​ສັນ​ທີ່​ສະເຫລີມ​ສະຫລອງ​ພຣະຄຣິດ​ຜ່ານທາງ​ອາຫານ, ການ​ສະແດງ​ຄຣິດສະ​ມາດພື້ນ​ເມືອງ​ນານາຊາດ, ດົນຕີ, ໂຄງການ​ຮັບ​ໃຊ້, ແລະ ການ​ສະແດງ​ການ​ປະສູດ​ຂອງ​ກຸ່ມ​ເດັກນ້ອຍ.

  • ສະມາ​ຊິກ​ທັງຫລາຍ​ຈາກ​ສະເຕກ​ເວໂຣບີຈ໌ ຟລໍຣິດາ ໄດ້​ເຂົ້າຮ່ວມ​ໃນການ​ຢໍ້າເຕືອນ​ຊຸມຊົນ​ວ່າ ເປັນຫຍັງ​ເຮົາຈຶ່ງ​ສະຫລອງ​ວັນຄຣິດ​ສະມາດ. ຂອງຫລິ້ນ​ໄດ້ຖືກ​ບໍລິຈາກ​ໃຫ້ແກ່​ອົງກອນ​ການ​ກຸສົນ​ຕ່າງໆ​ໃນ​ຊຸມຊົນ. ກຸ່ມ​ຮ້ອງເພງ​ປະສານ​ສຽງ​ຈາກ​ເດັກນ້ອຍ​ປະຖົມໄວ​ໄດ້ຂຶ້ນ​ສະແດງ, ແລະ ຫລາຍໆ​ໂບດໄດ້​ຕັ້ງ​ໂຕະ​ວາງ​ເຄື່ອງ​ສະແດງ​ຂໍ້ມູນ.

  • ສະເຕກ​ແຈັກສັນວີວ ຟລໍຣິດາ​ໃຕ້ ໄດ້ນໍາ​ສະເໜີ​ການ​ສະ​ແດງ ພຣະຜູ້​ຊ່ວຍໃຫ້​ລອດ​ຂອງໂລກ ສຳ​ລັບຊຸມຊົນ.

ພິມ