ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ
ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ ປີ 2021


“ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ ປີ 2021,” ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ ປີ 2021 (2020)

“ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ ປີ 2021,” ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ ປີ 2021

ຮູບ​ພາບ
ຄອບ​ຄົວອ່ານພຣະຄຳພີ

ຄຳ​ແນະ​ນຳ​ສຳ​ລັບ​ຫລັກ​ສູດ ປີ 2021

ເອ​ກະ​ສານ​ສະ​ບັບ​ນີ້​ລະ​ບຸ​ອຸ​ປະ​ກອນສຳ​ລັບ​ຫລັກ​ສູດ​ທີ່ສາດ​ສະ​ໜາ​ຈັກ​ອະ​ນຸ​ມັດ​ໃຫ້​ໃຊ້ ໃນ​ປີ 2021. ສຳ​ລັບ​ພາ​ສາ​ສ່ວນ​ຫລາຍ, ອຸ​ປະ​ກອນເຫລົ່າ​ນີ້​ມີ​ໃຫ້​ບໍ​ລິ​ການ​ໃນ​ຮູບ​ແບບ​ດິ​ຈິ​ຕັນ ຢູ່​ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ຢູ່​ທີ່ ComeFollowMe.ChurchofJesusChrist.org. ອຸ​ປະ​ກອນໃໝ່​ສຳ​ລັບ ປີ 2021 ຖືກ​ໝາຍ​ແຈ້ງບອກ.

ບຸກ​ຄົນ ແລະ ຄອບ​ຄົວ

ໃໝ່ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (16587)

ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ໜ່ວຍ​ຂອງ​ທ່ານ​ເວົ້າ​ພາ​ສາ ຮີ​ລີ​ກາ​ໂນນ, ສິນ​ຫາ​ລາ, ຕວຽກ​ກີ, ຮິນ​ດີ, ຕາ​ມຽວ, ເຕ​ລູ​ກູ, ຫລື ເອີ​ດູ, ໃຫ້​ໃຊ້ Come, Follow Me—For Individuals and Families: New Testament 2021 (16899).

ຊັ້ນປະ​ຖົມ​ໄວ

ຫ້ອງ​ຮຽນ​ອະ​ນຸ​ບານ (ອາ​ຍຸ 18 ເດືອນ–2 ປີ)

Behold Your Little Ones: Nursery Manual (37108)

ເວ​ລາ​ຮ້ອງ​ເພງ ແລະ ຫ້ອງ​ຮຽນ​ຊັ້ນ​ປະ​ຖົມ​ໄວ​ທັງ​ໝົດ (ອາ​ຍຸ 3–11 ປີ)

ໃໝ່ Come, Follow Me—For Primary: Doctrine and Covenants 2021 (16588)

ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ໜ່ວຍ​ຂອງ​ທ່ານ​ເວົ້າ​ພາ​ສາ ອາມ​ຮາ, ຮີ​ລີ​ກາ​ໂນນ, ຮິນ​ດີ, ມົ້ງ, ອາຍ​ແລັນ, ລາວ, ລິນ​ກາ​ລາ, ເຊີ​ເບຍ, ໂຊ​ນາ, ສິນ​ຫາ​ລາ, ສະ​ໂລ​ວາ​ກີ, ສະ​ໂລ​ເວ​ນີ, ຕາ​ມຽວ, ເຕ​ລູ​ກູ, ຕວຽກ​ກີ, ເອີ​ດູ, ໂຊ​ສາ, ຫລື ຊູ​ລູ, ໃຫ້​ປັບ​ແນວ​ຄິດ​ຈາກ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ເພື່ອ​ໃຊ້​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ, ຫລື ໃຊ້ຄູ່​ມື​ຢ່າງ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ເດັກ​ນ້ອຍ.

ໂຮງຮຽນວັນອາທິດ

ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ຜູ້​ໃຫຍ່ ແລະ ຊາວ​ໜຸ່ມ

ໃໝ່ Come, Follow Me—For Sunday School: Doctrine and Covenants 2021 (16589)

ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ໜ່ວຍ​ຂອງ​ທ່ານ​ເວົ້າ​ພາ​ສາ ອາມ​ຮາ, ຮີ​ລີ​ກາ​ໂນນ, ຮິນ​ດີ, ມົ້ງ, ອາຍ​ແລັນ, ລາວ, ລິນ​ກາ​ລາ, ເຊີ​ເບຍ, ໂຊ​ນາ, ສິນ​ຫາ​ລາ, ສະ​ໂລ​ວາ​ກີ, ສະ​ໂລ​ເວ​ນີ, ຕາ​ມຽວ, ເຕ​ລູ​ກູ, ຕວຽກ​ກີ, ເອີ​ດູ, ໂຊ​ສາ, ຫລື ຊູ​ລູ, ໃຫ້​ປັບ​ແນວ​ຄິດ​ຈາກ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ເພື່ອ​ໃຊ້​ຢູ່​ໃນ​ໂຮງ​ຮຽນ​ວັນ​ອາ​ທິດ, ຫລື ໃຊ້ຄູ່​ມື​ຢ່າງ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ.

ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

Learning from General Conference Messages” (ຊະ​ນິດ​ທີ່​ຈັດ​ພິມ​ມີ​ໃຫ້​ບໍ​ລິ​ການ ຢູ່​ໃນວາ​ລະ​ສານ Ensign ຫລື Liahona ສະ​ບັບ​ກອງ​ປະ​ຊຸມ​ໃຫຍ່)

ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ໜ່ວຍ​ຂອງ​ທ່ານ​ເວົ້າ​ພາ​ສາ ອາມ​ຮາ, ຮີ​ລີ​ກາ​ໂນນ, ຮິນ​ດີ, ມົ້ງ, ອາຍ​ແລັນ, ລາວ, ລິນ​ກາ​ລາ, ເຊີ​ເບຍ, ໂຊ​ນາ, ສິນ​ຫາ​ລາ, ສະ​ໂລ​ວາ​ກີ, ສະ​ໂລ​ເວ​ນີ, ຕາ​ມຽວ, ເຕ​ລູ​ກູ, ຕວຽກ​ກີ, ເອີ​ດູ, ໂຊ​ສາ, ຫລື ຊູ​ລູ, ໃຫ້​ສິດ​ສອນ​ຈາກ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນຄັ້ງ​ລ່າ​ສຸດ ທີ່​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ຂອງ​ກຸ່ມ​ແອວ​ເດີ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ທ່ານ, ຫລື ໃຊ້​ຄູ່​ມື​ຢ່າງ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ.

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ກຸ່ມ​ຍິງ​ໜຸ່ມ

ໃໝ່ Come, Follow Me—For Aaronic Priesthood Quorums and Young Women Classes: Doctrinal Topics 2021 (16639)

ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ໜ່ວຍ​ຂອງ​ທ່ານ​ເວົ້າ​ພາ​ສາ ອາມ​ຮາ, ຮີ​ລີ​ກາ​ໂນນ, ຮິນ​ດີ, ມົ້ງ, ອາຍ​ແລັນ, ລາວ, ລິນ​ກາ​ລາ, ເຊີ​ເບຍ, ໂຊ​ນາ, ສິນ​ຫາ​ລາ, ສະ​ໂລ​ວາ​ກີ, ສະ​ໂລ​ເວ​ນີ, ຕາ​ມຽວ, ເຕ​​ລູ​ກູ, ຕວຽກ​ກີ, ໂຊ​ສາ, ຊູ​ລູ, ຫລື ເອີ​ດູ, ໃຫ້​ໃຊ້​ບົດ​ຮຽນ​ຢູ່​ໃນ ບົດ​ທີ 3 ຂອງ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ (16229). ທ່ານ​ກໍ​ຍັງ​ສາ​ມາດ​ສິດ​ສອນ​ຈາກ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​​ສາ​ມັນຄັ້ງ​ລ່າ​ສຸດ ທີ່​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ຂອງ​ຊາວ​ໜຸ່ມ​ຂອງ​ທ່ານ​ນຳ​ອີກ.

ທຸກໆ​ອົງ​ການ

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ

Teaching in the Savior’s Way

ຫ້ອງ​ຮຽນ​ອື່ນໆ (ຖ້າມີ​ຄູ່​ມືໃຫ້ໃຊ້)

ຫ້ອງ​ຮຽນ​ສຳ​ລັບ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ແຕ່ງ​ງານ ແລະ ຄອບ​ຄົວ, ການ​ຕຽມ​ໄປ​ພຣະ​ວິ​ຫານ, ແລະ ການ​ຕຽມ​ໄປ​ເຜີຍ​ແຜ່ ຈະ​ບໍ່​ຖືກ​ຈັດ​ຂຶ້ນ​ລະ​ຫວ່າງ​ຊົ່ວ​ໂມງ​ທີ​ສອງ​ຂອງ​ໂບດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອີງ​ຕາມ​ການ​ຕັດ​ສິນ​ໃຈ​ຂອງ​ອະ​ທິ​ການ ແລະ ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ທ້ອງ​ຖິ່ນ, ຫ້ອງ​ຮຽນ​ເຫລົ່າ​ນີ້​ສາ​ມາດ​ຖືກ​ຈັດ​ຂຶ້ນ​ໄດ້ ໃນ​ເວ​ລາ​ອື່ນ ສຳ​ລັບ​ບຸກ​ຄົນ, ຄອບ​ຄົວ, ຫລື ກຸ່ມ.

ການ​ແຕ່ງ​ງານ ແລະ ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ

ການ​ແຕ່ງ​ງານ ແລະ ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ຄູ່​ມືຄູ (35865) ແລະ ການ​ແຕ່ງ​ງານ ແລະ ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ ຄູ່​ມື​ສຶກ​ສາ​ຂອງ​ຜູ້​ມາ​ຮ່ວມ (36357)

ການ​ຕຽມ​ໄປ​ພຣະວິຫານ

ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ຈາກ​ເບື້ອງ​ບົນ: ການ​ຮຽນ​ຕຽມ​ເຂົ້າ​ພຣະ​ວິ​ຫານ ຄູ່​ມື​ຄູ (36854) ແລະ ການ​ຕຽມ​ໄປ​ພຣະ​ວິ​ຫານ​ທີ່​ສັກ​ສິດ (36793)

ຄຳ​ແນະ​ນຳ​ສຳ​ລັບ​ໜ່ວຍ​ເພື່ອ​ສັ່ງ​ຈອງ​ຫລັກ​ສູດ​ປະ​ຈຳ​ປີ

ສຳ​ລັບ​ປີ 2021, ອະ​ທິ​ການ ແລະ ປະ​ທານ​ສາ​ຂາ​ຈະ​ໄດ້​ຮັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ເພື່ອ​ແຈກ​ຢາຍ​ໃຫ້​ສະ​ມາ​ຊິກ​ຢູ່​ໃນ​ໜ່ວຍ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ຈະ​ໄດ້​ຮັບ​ປຶ້ມ​ໜຶ່ງ​ຫົວ​ສຳ​ລັບ​ແຕ່​ລະ​ຄອບ​ຄົວ​ທີ່ໄປ​ໂບດ​ຢູ່​ໃນ​ໜ່ວຍ​ຂອງ​ພວກ​ເພິ່ນ. ໜ່ວຍ​ຂອງສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ​ຈະ​ບໍ່​ໄດ້ຈ່າຍ​ຄ່າ​ປຶ້ມ​ເຫລົ່າ​ນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ່ວຍ​ຂອງ​ສາດ​ສະ​ໜາຈັກ​ຈະ​ຕ້ອງ​ໄດ້​ສັ່ງ​ຈອງ ແລະ ຈ່າຍ​ຄ່າ​ຄູ່​ມື​ທີ່​ໃຊ້​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ, ໂຮງ​ຮຽນ​ວັນ​ອາ​ທິດ, ແລະ ຫ້ອງ​ຮຽນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ແລະ ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ.

ທ່ານ​ສາ​ມາດ​ສັ່ງ​ຈອງອຸ​ປະ​ກອນ​ໃຫ້ໜ່ວຍ​ຂອງ​ທ່ານ ເລີ່ມ​ຕົ້ນ​ໃນ​ວັນ​ທີ 30 ເດືອນ​ມິຖຸນາ, 2020. ກະ​ລຸ​ນາ​ສັ່ງ​ຈອງບໍ່​ໃຫ້​ກາຍ​ວັນ​ທີ 31 ເດືອນ​ສິງຫາ, 2020. ອຸ​ປະ​ກອນທີ່​ຖືກ​ສັ່ງ​ຈອງ​ຫລັງ​ຈາກວັນ​ທີ​ນີ້ ອາດ​ຈະບໍ່​ຖືກ​ສົ່ງ​ໃຫ້​ກ່ອນ​ວັນ​ທີ 1 ເດືອນ​ມັງກອນ, 2021. ເພື່ອສັ່ງ​ຈອງອຸ​ປະ​ກອນທີ່​ເປັນ​ປຶ້ມ​ຕ່າງໆ, ໃຫ້​ເປີດ​ເບິ່ງ store.ChurchofJesusChrist.org, ໃຫ້​ເລືອກ​ເອົາ Units and Callings, ແລະ ແລ້ວ​ໃຫ້​ເລືອກ​ເອົາ Annual Curriculum.

ຈົ່ງ​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ຊ່ວຍ​ທ່ານ​ໃຫ້​ຫລີກ​ເວັ້ນ​ຈາກ​ການ​ສັ່ງ​ຈອງ​ປຶ້ມ​ຫລາຍ​ກວ່າ​ທີ່​ຕ້ອງ​ການ:

  • ໜ່ວຍ​ຂອງ​ທ່ານ​ມີ​ປຶ້ມ​ແຕ່​ລະ​ຢ່າງແລ້ວ​ຈັກ​ຫົວ?

  • ມີ​ຄູ​ສອນ​ຈັກ​ຄົນ​ທີ່​ໃຊ້ອຸ​ປະ​ກອນ​ໃນ​ຮູບ​ແບບ​ດິ​ຈິ​ຕັນ ແທນ​ການ​ໃຊ້​ປຶ້ມ?

ອຸ​ປະ​ກອນ​ສຳ​ລັບ​ຜູ້​ຄົນ​ພິ​ການ

ອຸ​ປະ​ກອນທີ່​ເປັນ​ແຟມ​ສຽງ, ເປັນ​ອັກ​ສອນ​ນູນ, ແລະ ເປັນ​ຕົວ​ພິມ​ໃຫຍ່ ກໍ​ມີ​ຈຳ​ໜ່າຍ ຢູ່​ທີ່ store.ChurchofJesusChrist.org.

ພິມ