ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ກຸ່ມ​ແອວ​ເດີ
ການ​ສິດ​ສອນ, ການ​ຮຽນ​ຮູ້, ແລະ ການ​ນຳ​ໃຊ້​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ


ຈົ່ງ​ຕາມ​ເຮົາ​ມາ

ການ​ສິດ​ສອນ, ການ​ຮຽນ​ຮູ້, ແລະ ການ​ນຳ​ໃຊ້​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ມີ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ລະ​ຫວ່ງ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ສົນ​ທະ​ນາ​ເຖິງ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ຄຳ​ສອນ ຢູ່​ໃນ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ລ່າ​ສຸດ ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ວຽກ​ງານ​ນີ້. ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຈະ​ເລືອກ​ເອົາ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່ ເພື່ອ​ຮຽນ​ຮູ້​ລະ​ຫວ່າງ​ການ​ປະ​ຊຸມ​ແຕ່​ລະ​ວັນ​ອາ​ທິດ, ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ ແລະ ຕາມ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ. ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ ອາດ​ແນະ​ນຳ​ຂ່າວ​ສານ​ໃດ​ໜຶ່ງ​ເປັນ​ບາງ​ຄັ້ງ. ໂດຍ​ທົ່ວ​ໄປ​ແລ້ວ, ຜູ້​ນຳ​ຄວນ​ເລືອກ​ເອົາ​ຂ່າວ​ສານ​ຈາກ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ສາ​ມາດ​ນຳ​ຂ່າວ​ສານ​ໃດ​ໜຶ່ງ ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ລ່າ​ສຸດ ມາ​ສົນ​ທະ​ນາ​ໄດ້.

ຄູ​ສອນ​ຈະ​ສຸມ​ໃສ່​ວິ​ທີ​ທີ່​ຈະ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ນຳ​ໃຊ້​ຄຳ​ສອນ​ຢູ່​ໃນ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຜູ້​ນຳ ແລະ ຄູ​ສອນ​ຈະ​ຫາ​ວິ​ທີ​ທີ່​ຈະ​ຊຸກ​ຍູ້​ສະ​ມາ​ຊິກ ໃຫ້​ສຶກ​ສາ​ຂ່າວ​ສານ​ທີ່​ໄດ້​ຖືກ​ເລືອກ​ໄວ້​ລ່ວງ​ໜ້າ ກ່ອນ​ການ​ປະ​ຊຸມ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ປະ​ຊຸມ​ຂອງ​ກຸ່ມ​ແອວ​ເດີ ແລະ ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ໃຫ້​ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 8.2.1.2, 9.2.1.2, ChurchofJesusChrist.org.

ການ​ກະ​ກຽມ​ເພື່ອ​ສິດ​ສອນ

ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ຄູ​ສອນ ຂະ​ນະ​ທີ່​ເຂົາ​ເຈົ້າ​ກະ​ກຽມ​ທີ່​ຈະ​ໃຊ້​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່ ເພື່ອ​ສິດ​ສອນ. ເມື່ອ​ຈຳ​ເປັນ, ຄູ​ສອນ​ຈະ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຫລື ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຂະ​ນະ​ທີ່​ເຂົາ​ເຈົ້າ​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້.

  • ເປັນ​ຫຍັງ​ຝ່າຍ​ປະ​ທານ​ກຸ່ມ ຫລື ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຈຶ່ງ​ເລືອກ​ຂ່າວ​ສານນີ້​ເພື່ອ​ສົນ​ທະ​ນາ? ເຂົາ​ເຈົ້າ​ຄາດ​ຫວັງ​ໃຫ້​ສະ​ມາ​ຊິກ​ຮູ້​ຈັກ ແລະ ເຮັດ​ຫຍັງ ຫລັງ​ຈາກ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂ່າວ​ສານ​ນີ້?

  • ຜູ້​ກ່າວ​ປາ​ໄສ​ຢາກ​ໃຫ້​ສະ​ມາ​ຊິກ​ເຂົ້າ​ໃຈ​ຫຍັງ​ແດ່? ເພິ່ນ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ກ່ຽວ​ກັບ​ຫຍັງ? ຫລັກ​ທຳ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ເຮົາ​ແນວ​ໃດ?

  • ຜູ້​ກ່າວ​ປາ​ໄສ​ໄດ້​ໃຊ້​ຂໍ້ພຣະ​ຄຳ​ພີ​ໃດ​ແດ່ ເພື່ອ​ສົ່ງ​ເສີມ​ຂ່າວ​ສານ​ຂອງ​ເພິ່ນ? ມີ​ຂໍ້​ພຣະ​ຄຳ​ພີ​ອື່ນ​ໃດ​ບໍ ທີ່​ຈະ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ເຂົ້າ​ໃຈ​ເລິກ​ເຊິ່ງ​ກວ່າ​ເກົ່າ? (ທ່ານ​ສາ​ມາດ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ ຢູ່​ໃນ​ແຫລ່ງ​ອ້າງ​ອີງ​ຂອງ​ຂ່າວ​ສານ ຫລື ຢູ່​ໃນ​ຄູ່​ມື​ພຣະ​ຄຳ​ພີ [scriptures.ChurchofJesusChrist.org].)

  • ມີ​ຄຳ​ຖາມ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຖາມ ເພື່ອ​ໃຫ້​ສະ​ມາ​ຊິກ​ໄຕ່​ຕອງ ແລະ ນຳ​ໃຊ້​ຄຳ​ສອນ​ໃນ​ຂ່າວ​ສານ? ມີ​ຄຳ​ຖາມ​ໃດ​ແດ່​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ຄວາມ​ກ່ຽວ​ຂ້ອງ​ຂອງ​ຂ່າວ​ສານ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ແລະ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

  • ເຮົາ​ສາ​ມາດ​ເຮັດ​ຫຍັງ ເພື່ອ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ໃນ​ການ​ປະ​ຊຸມ​ຂອງ​ເຮົາ? ເຮົາ​ສາ​ມາດ​ໃຊ້​ສິ່ງ​ໃດ​ແດ່ ເພື່ອ​ສົ່ງ​ເສີມ​ການ​ສົນ​ທະ​ນາ, ຮ່ວມ​ທັງ​ເລື່ອງ​ເລົ່າ, ຄຳ​ປຽບ​ທຽບ, ເພງ, ຫລື ງານ​ສິ​ລະ​ປະ? ຜູ້​ກ່າວ​ປາ​ໄສ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ເຂົ້າ​ໃຈ​ຂ່າວ​ສານ​ຂອງ​ເພິ່ນ?

  • ຜູ້​ກ່າວ​ປາ​ໄສ​ໄດ້​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ໃດ​ບໍ່? ເຮົາ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ຮູ້​ສຶກ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ເຫລົ່າ​ນັ້ນ​ໄດ້​ແນວ​ໃດ?

ແນວ​ຄິດ​ສຳ​ລັບ​ກິດ​ຈະ​ກຳ

ມັນ​ມີ​ຫລາຍ​ວິ​ທີ​ທາງ ທີ່​ຄູ​ສອນ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ຮຽນ​ຮູ້ ແລະ ນຳ​ໃຊ້​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຈຳ​ນວນ​ໜຶ່ງ; ຄູ​ສອນ​ອາດ​ມີ​ແນວ​ຄິດ​ອື່ນ​ອີກ ທີ່​ຈະ​ໃຊ້​ໄດ້​ດີ​ກວ່າ ຢູ່​ໃນ​ກຸ່ມ ຫລື ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂອງ​ເຂົາ​ເຈົ້າ.

  • ນຳ​ໃຊ້​ຄວາມ​ຈິງ​ໃນ​ຊີ​ວິດ​ຂອງ​ເຮົາ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ທົບ​ທວນ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່ ເພື່ອ​ຊອກ​ຫາ​ຄວາມ​ຈິງ​ທີ່​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສຳ​ເລັດ​ວຽກ​ງານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ເຂົາ​ເຈົ້າ​ແຕ່​ລະ​ຄົນ ຫລື ໃຫ້​ກຸ່ມ​ແອວ​ເດີ ຫລື ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ຍົກ​ຕົວ​ຢ່າງ, ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃນ​ຖາ​ນະ​ເປັນ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ? ຖາ​ນະ​ພໍ່​ແມ່? ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ? ຂ່າວ​ສານ​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ການ​ກະ​ທຳ​ຂອງ​ເຮົາ​ແນວ​ໃດ?

  • ສົນ​ທະ​ນາ​ເປັນ​ກຸ່ມ. ແຍກ​ສະ​ມາ​ຊິກ​ອອກ​ເປັນ​ກຸ່ມ​ນ້ອຍໆ, ແລະ ມອບ​ໝາຍ​ພາກ​ສ່ວນ​ໜຶ່ງ​ຂອງ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່ ໃຫ້​ແຕ່​ລະ​ກຸ່ມ ເພື່ອ​ອ່ານ ແລະ ສົນ​ທະ​ນາ. ແລ້ວ​ຂໍ​ໃຫ້​ແຕ່​ລະ​ກຸ່ມ​ແບ່ງ​ປັນ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ ແລະ ມັນ​ກ່ຽວ​ຂ້ອງ​ກັບ​ເຂົາ​ເຈົ້າ​ແນວ​ໃດ. ຫລື ທ່ານ​ສາ​ມາດ​ຈັດ​ໃຫ້​ມີ​ຫລາຍ​ກຸ່ມ​ເພື່ອ​ສຶກ​ສາ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຂ່າວ​ສານ ແລະ ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ນຳ​ກັນ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ.

  • ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ຕອບ​ຄຳ​ຖາມ​ດັ່ງ​ເຊັ່ນ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່: ເຮົາ​ພົບ​ເຫັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ໃດ​ແດ່ ຢູ່​ໃນ​ຂ່າວ​ສານ​ນີ້? ເຮົາ​ຈະ​ນຳ​ໃຊ້​ຄວາມ​ຈິງ​ເຫລົ່າ​ນີ້​ໃນ​ທາງ​ໃດ​ແດ່? ມີ​ຄຳ​ເຊື້ອ​ເຊີນ ແລະ ພອນ​ທີ່​ສັນ​ຍາ​ໃດ​ແດ່ ທີ່​ມອບ​ໃຫ້? ຂ່າວ​ສານ​ນີ້​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວຽກ​ງານ ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ? ຫລື ຕັ້ງ​ຄຳ​ຖາມ​ສອງ​ສາມ​ຂໍ້​ດ້ວຍ​ຕົວ​ເອງ ທີ່​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຂ່າວ​ສານ ຫລື ນຳ​ໃຊ້​ຄວາມ​ຈິງ​ທີ່​ມັນ​ສິດ​ສອນ. ອະ​ນຸ​ຍາດ​ໃຫ້​ສະ​ມາ​ຊິກ​ເລືອກ​ເອົາ​ຄຳ​ຖາມ​ຂໍ້​ໜຶ່ງ ແລະ ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ​ຂ່າວ​ສານ.

  • ແບ່ງ​ປັນ​ຂໍ້​ຄວາມ​ຈາກ​ຂ່າວ​ສານ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ແບ່ງ​ປັນ​ຂໍ້​ຄວາມ​ຈາກ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່ ທີ່​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ພິ​ຈາ​ລະ​ນາ ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ​ຂໍ້​ຄວາມ​ເຫລົ່າ​ນີ້ ເພື່ອ​ເປັນ​ພອນ​ໃຫ້​ແກ່​ບາງ​ຄົນ, ຮ່ວມ​ທັງ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ ແລະ ຜູ້​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່.

  • ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ຂໍ​ໃຫ້​ສະ​ມາ​ຊິກ​ສອງ​ສາມ​ຄົນ​ຕຽມ​ສິ່ງ​ຂອງ​ລ່ວງ​ໜ້າ​ຈາກ​ເຮືອນ ທີ່​ເຂົາ​ເຈົ້າ​ສາ​ມາດ​ໃຊ້​ເພື່ອ​ສິດ​ສອນ​ກ່ຽວ​ກັບ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່. ລະ​ຫວ່າງ​ການ​ປະ​ຊຸມ, ຂໍ​ໃຫ້​ສະ​ມາ​ຊິກ​ອະ​ທິ​ບາຍ​ກ່ຽວ​ກັບ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ກ່ຽວ​ຂ້ອງ​ກັບ​ຂ່າວ​ສານ​ແນວ​ໃດ ແລະ ຂ່າວ​ສານ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

  • ກະ​ກຽມ​ບົດ​ຮຽນ​ເພື່ອ​ສອນ​ຢູ່​ທີ່​ບ້ານ. ຂໍ​ໃຫ້​ສະ​ມາ​ຊິກ​ຊ່ວຍ​ກັນ​ເປັນ​ຄູ່ໆ ເພື່ອ​ວາງ​ແຜນ​ບົດ​ຮຽນ​ການ​ສັງ​ສັນ​ໃນ​ຕອນ​ແລງ ທີ່​ກ່ຽວ​ກັບ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່. ເຂົາ​ເຈົ້າ​ສາ​ມາດ​ຕອບ​ຄຳ​ຖາມ​ດັ່ງ​ເຊັ່ນ: ເຮົາ​ຈະ​ເຮັດ​ໃຫ້​ຂ່າວ​ສານ​ກ່ຽວ​ຂ້ອງ​ກັບ​ຄອບ​ຄົວ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ຂ່າວ​ສານ​ນີ້​ກັບ​ຜູ້​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ໄດ້​ແນວ​ໃດ?

  • ແບ່ງ​ປັນ​ປະ​ສົບ​ການ. ອ່ານ​ບົດ​ຄວາມ​ຫລາຍ​ຕອນ​ຈາກ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ນຳ​ກັນ. ຂໍ​ໃຫ້​ສະ​ມາ​ຊິກ​ແບ່ງ​ປັນ​ຕົວ​ຢ່າງ​ຈາກ​ພຣະ​ຄຳ​ພີ ແລະ ຈາກ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ທີ່​ສະ​ແດງ ຫລື ສົ່ງ​ເສີມ​ຄຳ​ສອນ ທີ່​ໄດ້​ສິດ​ສອນ​ຢູ່​ໃນ​ບົດ​ຄວາມ​ເຫລົ່າ​ນັ້ນ.

  • ຊອກ​ຫາ​ວະ​ລີ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ໃຊ້​ຂ່າວ​ສານ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່ ເພື່ອ​ຊອກ​ຫາ​ວະ​ລີ​ຕ່າງໆ ທີ່​ມີ​ຄວາມ​ໝາຍ​ຕໍ່​ເຂົາ​ເຈົ້າ. ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ວະ​ລີ​ເຫລົ່າ​ນັ້ນ ແລະ ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ມັນ. ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ວິ​ທີ​ທີ່​ຄຳ​ສອນ​ເຫລົ່າ​ນີ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ເພື່ອ​ຮຽນ​ຮູ້ ແລະ ສິດ​ສອນ​ຈາກ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ໃຫ້​ເບິ່ງ “Ideas for Learning and Teaching from General Conference.” (ໃຫ້​ກົດ “Ideas for Study” ຢູ່​ກ້ອງ​ຫົວ​ຂໍ້ “General Conference” ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.)

ພິມ