31. ເອເຟໂຊ
ໂຮງລະຄອນຮ້າງຂອງຊາວກຣີກ ທີ່ເມືອງເອເຟໂຊ, ບ່ອນທີ່ອັກຄະສາວົກໂປໂລໄດ້ສັ່ງສອນ. ລະຫວ່າງສະໄໝຂອງພຣະຄຳພີໃໝ່, ເມືອງເອເຟໂຊ ເປັນເມືອງທີ່ໂດ່ງດັງໄປທົ່ວໂລກ ເນື່ອງດ້ວຍພຣະວິຫານທີ່ສວຍງາມຂອງມັນ ຊຶ່ງໄດ້ສ້າງຂຶ້ນເພື່ອເປັນກຽດໃຫ້ແກ່ເຈົ້ານາງດາຍແອນນາແຫ່ງເພເກັນ ຂອງຊາວໂຣມ. ບັດນີ້ມັນເຫລືອພຽງຊາກຕຶກພັງ, ຊຶ່ງຄັ້ງໜຶ່ງເມືອງເອເຟໂຊເຄີຍເປັນເມືອງເອກຂອງຊາວໂຣມ ໃນແຂງເອເຊຍ ແລະ ເປັນສູນການຄ້າແຫ່ງໃຫຍ່. ຊ່າງຕີເງິນຢູ່ໃນເມືອງນີ້ ມີລາຍໄດ້ທີ່ດີ ໂດຍການຂາຍຮູບຄວັດຂອງດາຍແອນນາ.
ເຫດການທີ່ສຳຄັນ: ອັກຄະສາວົກໂປໂລໄດ້ໄປຢ້ຽມຢາມເມືອງເອເຟໂຊ ໃກ້ທ້າຍການເດີນທາງສອນສາດສະໜາເທື່ອທີສອງຂອງເພິ່ນ (ກຈກ 18:18–19). ໃນການເດີນທາງເທື່ອທີສາມຂອງເພິ່ນ, ເພິ່ນໄດ້ອາໄສຢູ່ເມືອງນີ້ສອງປີ. ເພິ່ນໄດ້ຖືກບັງຄັບໃຫ້ໜີໄປ ເພາະການຮ້ອງໂຮສະແດງຄວາມບໍ່ພໍໃຈຂອງຊ່າງຕີເງິນ ທີ່ເສຍລາຍໄດ້ ເພາະໂປໂລໄດ້ສັ່ງສອນຕໍ່ຕ້ານການນະມັດສະການເຈົ້ານາງດາຍແອນນາທີ່ຈອມປອມ (ກຈກ 19:1, 10, 23–41; 20:1). ໂຮງລະຄອນຂອງເມືອງເອເຟໂຊ ເປັນການສ້າງຂອງຊາວກຣີກທີ່ໃຫຍ່ທີ່ສຸດ ແລະ ຢູ່ທີ່ນັ້ນ ເພື່ອນຮ່ວມງານຂອງໂປໂລ ໄດ້ປະເຊີນກັບພວກກໍ່ຄວາມວຸ້ນວາຍ (ກຈກ 19:29–31). ໂປໂລໄດ້ຂຽນສານເຖິງສະມາຊິກຂອງສາດສະໜາຈັກທີ່ເມືອງເອເຟໂຊ ໃນໄລຍະທີ່ເພິ່ນຖືກຄຸມຂັງຢູ່ກຸງໂຣມ. ສາຂາໜຶ່ງໃນເຈັດສາຂາຂອງສາດສະໜາຈັກ ໃນເອເຊຍ ທີ່ໜັງສືພຣະນິມິດກ່າວເຖິງ ແມ່ນຕັ້ງຢູ່ໃນເມືອງເອເຟໂຊນີ້ (ພນມ 1:10–11; 2:1).