ບົດທີ 14
ທູດບອກນີໄຟເຖິງພອນ ແລະ ການສາບແຊ່ງຊຶ່ງຕົກມາຫາຄົນຕ່າງຊາດ—ມີສາດສະໜາຈັກສອງແຫ່ງເທົ່ານັ້ນຄື: ສາດສະໜາຈັກຂອງພຣະເມສານ້ອຍຂອງພຣະເຈົ້າ ແລະ ສາດສະໜາຈັກຂອງມານ—ໄພ່ພົນຂອງພຣະເຈົ້າໃນທຸກປະຊາຊາດຖືກຂົ່ມເຫັງໂດຍສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງ—ອັກຄະສາວົກໂຢຮັນຈະຂຽນກ່ຽວກັບຄາວສິ້ນສຸດໂລກ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການຈະບັງເກີດຂຶ້ນຄື, ຖ້າຫາກ ຄົນຕ່າງຊາດຈະເຊື່ອຟັງພຣະເມສານ້ອຍຂອງພຣະເຈົ້າໃນມື້ນັ້ນ ເວລາທີ່ພຣະອົງສະແດງພຣະອົງເອງໃຫ້ປະຈັກແກ່ພວກເຂົາດ້ວຍພຣະຄຳ ແລະ ດ້ວຍ ອຳນາດໂດຍການກະທຳແທ້ຈິງອັນເປັນການເອົາສິ່ງທີ່ເຮັດໃຫ້ພວກເຂົາ ສະດຸດໄປ—
2 ແລະ ບໍ່ເຮັດໃຈແຂງກະດ້າງຕໍ່ພຣະເມສານ້ອຍຂອງພຣະເຈົ້າແລ້ວ, ພວກເຂົາຈະຖືກນັບເຂົ້າຢູ່ໃນບັນດາລູກຫລານຂອງບິດາຂອງເຈົ້າ; ແທ້ຈິງແລ້ວ, ພວກເຂົາຈະຖືກ ນັບເຂົ້າຢູ່ໃນບັນດາເຊື້ອສາຍອິດສະຣາເອນ; ແລະ ພວກເຂົາຈະເປັນຜູ້ ໄດ້ຮັບພອນໃນແຜ່ນດິນແຫ່ງຄຳສັນຍາຕະຫລອດໄປ; ພວກເຂົາຈະບໍ່ຖືກນຳໄປຫາການເປັນຊະເລີຍອີກຕໍ່ໄປ; ແລະ ເຊື້ອສາຍອິດສະຣາເອນກໍຈະບໍ່ສັບສົນອີກຕໍ່ໄປ.
3 ແລະ ຫລຸມໃຫຍ່ນັ້ນ ຊຶ່ງຖືກຂຸດໄວ້ໃຫ້ພວກເຂົາໂດຍສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງ ຊຶ່ງຕັ້ງຂຶ້ນໂດຍມານ ແລະ ລູກຫລານຂອງມັນ, ເພື່ອຈະໄດ້ພາຈິດວິນຍານມະນຸດລົງໄປສູ່ນະລົກ—ແທ້ຈິງແລ້ວ, ຫລຸມໃຫຍ່ນັ້ນ ຊຶ່ງຖືກຂຸດໄວ້ເພື່ອຄວາມພິນາດຂອງມະນຸດຈະເຕັມໄປດ້ວຍຜູ້ທີ່ຂຸດມັນໄວ້ຈົນເຖິງຄວາມພິນາດສິ້ນຂອງພວກເຂົາ, ພຣະເມສານ້ອຍຂອງພຣະເຈົ້າໄດ້ກ່າວ; ບໍ່ແມ່ນຄວາມພິນາດຂອງຈິດວິນຍານນອກຈາກເປັນການໂຍນມັນລົງໄປໃນ ນະລົກອັນບໍ່ມີທີ່ສິ້ນສຸດ.
4 ເພາະຈົ່ງເບິ່ງ, ນີ້ເປັນໄປຕາມການທີ່ຕົກເປັນຊະເລີຍຂອງມານ ແລະ ຕາມຄວາມຍຸດຕິທຳຂອງພຣະເຈົ້າ ຊຶ່ງມີຕໍ່ທຸກຄົນທີ່ສ້າງຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຕໍ່ພຣະພັກຂອງພຣະອົງ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດໄດ້ກ່າວກັບຂ້າພະເຈົ້ານີໄຟມີຄວາມວ່າ: ເຈົ້າເຫັນແລ້ວວ່າ ຖ້າຫາກຄົນຕ່າງຊາດກັບໃຈມັນຈະດີກັບເຂົາ; ແລ້ວເຈົ້າຮູ້ກ່ຽວກັບພັນທະສັນຍາຂອງພຣະຜູ້ເປັນເຈົ້າທີ່ມີກັບເຊື້ອສາຍອິດສະຣາເອນນຳອີກ; ແລະ ເຈົ້າໄດ້ຍິນມາອີກວ່າ ຖ້າຫາກຜູ້ໃດບໍ່ ກັບໃຈຜູ້ນັ້ນຈະຕ້ອງຕາຍ.
6 ສະນັ້ນ, ວິບັດແກ່ຄົນຕ່າງຊາດຖ້າຫາກພວກເຂົາເຮັດໃຈແຂງກະດ້າງຕໍ່ພຣະເມສານ້ອຍຂອງພຣະເຈົ້າ.
7 ພຣະເມສານ້ອຍຂອງພຣະເຈົ້າໄດ້ກ່າວວ່າ ເມື່ອເວລາມາເຖິງເຮົາຈະກະທຳ ການຍິ່ງໃຫຍ່ ແລະ ໜ້າອັດສະຈັນໃນບັນດາລູກຫລານມະນຸດ; ວຽກງານຊຶ່ງຈະຢູ່ເປັນນິດ, ບໍ່ແມ່ນທາງໃດກໍທາງໜຶ່ງ—ເພື່ອໃຫ້ເຂົາຍອມຮັບໄປຫາສັນຕິສຸກ ແລະ ຊີວິດນິລັນດອນ ຫລື ປ່ອຍໃຫ້ເຂົາໄປສູ່ຄວາມແຂງກະດ້າງຂອງໃຈຂອງພວກເຂົາ; ແລະ ຄວາມມືດດັບແຫ່ງຈິດໃຈອັນນຳພວກເຂົາລົງໄປສູ່ການເປັນຊະເລີຍ ແລະ ໄປສູ່ຄວາມພິນາດນຳອີກ, ທັງທາງໂລກ ແລະ ທາງວິນຍານຕາມ ການເປັນຊະເລີຍຂອງມານ ຊຶ່ງເຮົາໄດ້ກ່າວມານັ້ນ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອທູດເວົ້າຂໍ້ຄວາມນີ້ແລ້ວ, ພຣະອົງໄດ້ຖາມຂ້າພະເຈົ້າອີກວ່າ: ເຈົ້າຈື່ ພັນທະສັນຍາຂອງພຣະບິດາທີ່ມີໄວ້ກັບເຊື້ອສາຍອິດສະຣາເອນໄດ້ບໍ? ຂ້າພະເຈົ້າຕອບພຣະອົງວ່າ, ຂ້ານ້ອຍຈື່ໄດ້.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ເບິ່ງເຖີດ, ແລະ ຈົ່ງເບິ່ງສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງນັ້ນ ຊຶ່ງເປັນທີ່ໃຫ້ກຳເນີດຂອງຄວາມໜ້າກຽດຊັງ ຊຶ່ງ ມານເປັນຜູ້ຕັ້ງຂອງມັນ.
10 ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ ມີພຽງສາດສະໜາຈັກ ສອງແຫ່ງເທົ່ານັ້ນ; ແຫ່ງໜຶ່ງເປັນສາດສະໜາຈັກຂອງພຣະເມສານ້ອຍຂອງພຣະເຈົ້າ ແລະ ອີກ ແຫ່ງໜຶ່ງເປັນສາດສະໜາຈັກຂອງມານ; ດັ່ງນັ້ນ, ຜູ້ໃດທີ່ບໍ່ເປັນຂອງສາດສະໜາຈັກຂອງພຣະເມສານ້ອຍຂອງພຣະເຈົ້າກໍຕ້ອງເປັນຂອງສາດສະໜາຈັກໃຫຍ່ ຊຶ່ງເປັນທີ່ໃຫ້ກຳເນີດຄວາມໜ້າກຽດຊັງ, ແລະ ມັນຄື ໂສເພນີຂອງແຜ່ນດິນໂລກທັງໝົດ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ຫລຽວເບິ່ງ ແລະ ໄດ້ເຫັນຍິງໂສເພນີຂອງແຜ່ນດິນໂລກທັງໝົດ, ແລະ ນາງນັ່ງຢູ່ເທິງ ຜືນນ້ຳອັນກວ້າງໃຫຍ່, ແລະ ນາງຄອບຄອງທົ່ວຜືນແຜ່ນດິນໂລກທັງໝົດໃນບັນດາທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນສາດສະໜາຈັກຂອງພຣະເມສານ້ອຍຂອງພຣະເຈົ້າ, ແລະ ມີສະມາຊິກພຽງ ເລັກໜ້ອຍເທົ່ານັ້ນ ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງໂສເພນີ ຜູ້ທີ່ນັ່ງຢູ່ເທິງຜືນນ້ຳອັນກວ້າງໃຫຍ່ນັ້ນ; ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງເຫັນວ່າ ສາດສະໜາຈັກຂອງພຣະເມສານ້ອຍຜູ້ເປັນໄພ່ພົນຂອງພຣະເຈົ້າມີຢູ່ ທົ່ວໄປຕາມຜືນແຜ່ນດິນໂລກເໝືອນກັນ; ແລະ ການຄອບຄອງຂອງພວກເຂົາໃນຜືນແຜ່ນດິນໂລກມີພຽງເລັກໜ້ອຍເທົ່ານັ້ນ ເພາະຄວາມຊົ່ວຮ້າຍຂອງໂສເພນີໃຫຍ່ ຊຶ່ງຂ້າພະເຈົ້າໄດ້ເຫັນນັ້ນ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າເຫັນວ່າຜູ້ໃຫ້ກຳເນີດຄວາມໜ້າກຽດຊັງໄດ້ເຕົ້າໂຮມຝູງຊົນໃນຜືນແຜ່ນດິນໂລກທັງໝົດໃນບັນດາທຸກປະຊາຊາດຂອງຄົນຕ່າງຊາດ ເພື່ອ ຕໍ່ສູ້ກັບພຣະເມສານ້ອຍຂອງພຣະເຈົ້າ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຫັນອຳນາດຂອງພຣະເມສານ້ອຍຂອງພຣະເຈົ້າລົງມາເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ ແລະ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ ຊຶ່ງກະຈັດກະຈາຍໄປຕາມຜືນແຜ່ນດິນໂລກ; ແລະ ພວກເຂົາມີອາວຸດຄືຄວາມຊອບທຳ ພ້ອມກັບ ອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນພຣະພິໂລດຂອງພຣະເຈົ້າ ເທລົງໃສ່ສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງ, ເຖິງຂະໜາດທີ່ມີສົງຄາມ ແລະ ຂ່າວລືເລື່ອງສົງຄາມໃນບັນດາທຸກ ປະຊາຊາດ ແລະ ທຸກຕະກຸນຂອງແຜ່ນດິນໂລກ.
16 ແລະ ຂະນະທີ່ເລີ່ມມີ ສົງຄາມ ແລະ ຂ່າວລືເລື່ອງສົງຄາມຢູ່ໃນບັນດາປະຊາຊາດທັງປວງທີ່ເປັນຂອງຜູ້ໃຫ້ກຳເນີດຄວາມໜ້າກຽດຊັງນັ້ນ, ທູດໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ຈົ່ງເບິ່ງ, ພຣະພິໂລດຂອງພຣະເຈົ້າມີຕໍ່ຜູ້ໃຫ້ກຳເນີດຍິງໂສເພນີ; ແລະ ຈົ່ງເບິ່ງ, ເຈົ້າໄດ້ເຫັນສິ່ງເຫລົ່ານີ້ທັງໝົດ—
17 ແລະ ເມື່ອ ເວລານັ້ນມາເຖິງ ພຣະພິໂລດຂອງພຣະເຈົ້າຈະຖອກເທລົງໃສ່ຜູ້ໃຫ້ກຳເນີດຍິງໂສເພນີ ຊຶ່ງເປັນສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງຂອງແຜ່ນດິນໂລກທັງໝົດ ຊຶ່ງພື້ນຖານຂອງມັນຄືມານ, ແລ້ວໃນມື້ນັ້ນ ວຽກງານຂອງພຣະບິດາຈະເລີ່ມຕົ້ນໃນການຕຽມທາງເພື່ອໃຫ້ ພັນທະສັນຍາຂອງພຣະອົງ ຊຶ່ງກະທຳໄວ້ກັບຜູ້ຄົນຂອງພຣະອົງທີ່ເປັນເຊື້ອສາຍອິດສະຣາເອນສຳເລັດຄົບຖ້ວນ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ເບິ່ງເຖີດ!
19 ແລະ ຂ້າພະເຈົ້າໄດ້ຫລຽວເບິ່ງ ແລະ ໄດ້ເຫັນຊາຍຜູ້ໜຶ່ງ, ແລະ ເພິ່ນສວມເສື້ອຄຸມສີຂາວ.
20 ແລະ ທູດໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ ຜູ້ໜຶ່ງໃນຈຳນວນອັກຄະສາວົກສິບສອງຂອງພຣະເມສານ້ອຍ.
21 ຈົ່ງເບິ່ງ, ເພິ່ນຈະເຫັນ ແລະ ບັນທຶກເລື່ອງເຫລົ່ານີ້ທີ່ເຫລືອຢູ່; ແທ້ຈິງແລ້ວ, ຂຽນຫລາຍເລື່ອງທີ່ມີມາແລ້ວ.
22 ແລະ ເພິ່ນຈະບັນທຶກເລື່ອງກ່ຽວກັບຄາວສິ້ນສຸດໂລກອີກ.
23 ດັ່ງນັ້ນສິ່ງທີ່ເພິ່ນບັນທຶກນັ້ນຖືກຕ້ອງ ແລະ ຈິງ; ແລະ ຈົ່ງເບິ່ງ ເລື່ອງເຫລົ່ານີ້ທີ່ບັນທຶກໄວ້ມີຢູ່ໃນ ໜັງສືທີ່ເຈົ້າເຫັນແມ່ນໄດ້ອອກມາຈາກປາກຂອງຊາວຢິວ; ແລະ ເວລາທີ່ມັນອອກມາຈາກປາກຂອງຊາວຢິວ ຫລື ເວລາໜັງສືອອກມາຈາກປາກຂອງຊາວຢິວນັ້ນ, ເລື່ອງທີ່ຂຽນໄວ້ແມ່ນແຈ່ມແຈ້ງ ແລະ ບໍລິສຸດ ແລະ ມີຄ່າທີ່ສຸດ ແລະ ງ່າຍແກ່ການເຂົ້າໃຈຂອງຄົນທັງປວງ.
24 ແລະ ຈົ່ງເບິ່ງ, ເລື່ອງທີ່ ອັກຄະສາວົກຂອງພຣະເມສານ້ອຍຜູ້ນີ້ຈະຂຽນນັ້ນມີຫລາຍເລື່ອງ ແລະ ມີຫລາຍເລື່ອງ ຊຶ່ງເຈົ້າໄດ້ເຫັນແລ້ວ; ແລະ ຈົ່ງເບິ່ງ, ເລື່ອງທີ່ເຫລືອຢູ່ເຈົ້າກໍຈະໄດ້ເຫັນ.
25 ແຕ່ວ່າສິ່ງທີ່ເຈົ້າຈະເຫັນຕໍ່ຈາກນີ້ ເຈົ້າຢ່າໄດ້ຂຽນໄວ້; ເພາະອົງພຣະຜູ້ເປັນເຈົ້າໄດ້ແຕ່ງຕັ້ງອັກຄະສາວົກຂອງພຣະເມສານ້ອຍຂອງພຣະເຈົ້າໃຫ້ ຂຽນເລື່ອງເຫລົ່ານັ້ນ.
26 ແລະ ຜູ້ອື່ນໆທີ່ເຄີຍເປັນຢູ່ໃນເວລານັ້ນ, ພຣະອົງກໍຈະສະແດງເລື່ອງລາວທັງໝົດຕໍ່ພວກເຂົາເໝືອນກັນ, ແລະ ພວກເຂົາຈະຂຽນ; ແລະ ມັນຈະຖືກ ຜະນຶກໄວ້ເພື່ອຈະອອກມາໃນຄວາມບໍລິສຸດຂອງມັນ, ຕາມຄວາມຈິງທີ່ມີຢູ່ໃນພຣະເມສານ້ອຍ, ໃນເວລາອັນເໝາະສົມຂອງພຣະຜູ້ເປັນເຈົ້າ, ອອກມາຫາເຊື້ອສາຍອິດສະຣາເອນ.
27 ແລະ ຂ້າພະເຈົ້ານີໄຟໄດ້ຍິນ ແລະ ເປັນພະຍານວ່າ ຊື່ຂອງອັກຄະສາວົກຂອງພຣະເມສານ້ອຍຄື ໂຢຮັນ ຕາມຄຳເວົ້າຂອງທູດ.
28 ແລະ ຈົ່ງເບິ່ງ, ຂ້າພະເຈົ້ານີໄຟຖືກຫ້າມບໍ່ໃຫ້ຂຽນເລື່ອງທີ່ເຫລືອຢູ່ກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນມາ; ດັ່ງນັ້ນເລື່ອງທີ່ຂ້າພະເຈົ້າຂຽນໄວ້ ຈຶ່ງພຽງພໍເທົ່ານີ້; ແລະ ຂ້າພະເຈົ້າໄດ້ຂຽນມັນໄວ້ພຽງສ່ວນໜ້ອຍໜຶ່ງຂອງສິ່ງທັງໝົດທີ່ຂ້າພະເຈົ້າໄດ້ເຫັນມາ.
29 ແລະ ຂ້າພະເຈົ້າຂໍເປັນພະຍານວ່າ ຂ້າພະເຈົ້າໄດ້ເຫັນສິ່ງທີ່ ບິດາຂອງຂ້າພະເຈົ້າໄດ້ເຫັນ ແລະ ທູດຂອງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ຂ້າພະເຈົ້າຮູ້.
30 ແລະ ບັດນີ້ຂ້າພະເຈົ້າຂໍຈົບການເວົ້າກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ເຫັນເວລາທີ່ຂ້າພະເຈົ້າຖືກພາໄປໃນພຣະວິນຍານ; ແລະ ຖ້າຫາກເລື່ອງອື່ນໆທີ່ຂ້າພະເຈົ້າໄດ້ເຫັນແຕ່ບໍ່ໄດ້ຂຽນໄວ້, ເລື່ອງທີ່ຂ້າພະເຈົ້າຂຽນໄວ້ນີ້ກໍເປັນ ຄວາມຈິງ. ແລະ ເປັນໄປດັ່ງນັ້ນ. ອາແມນ.