ພຣະ​ຄຳ​ພີ
1 ນີ​ໄຟ 17


ບົດ​ທີ 17

ນີ​ໄຟ​ໄດ້​ຖືກ​ບັນ​ຊາ​ໃຫ້​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ—ພວກ​ອ້າຍ​ຂອງ​ເພິ່ນ​ຂັດ​ຂວາງ​ເພິ່ນ—ເພິ່ນ​ຊັກ​ຊວນ​ພວກ​ເຂົາ​ໂດຍ​ການ​ເລົ່າ​ປະ​ຫວັດ​ສາດ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ກັບ​ອິດ​ສະ​ຣາ​ເອນ—ນີ​ໄຟ​ເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ—ພວກ​ອ້າຍ​ຂອງ​ເພິ່ນ​ຖືກ​ຫ້າມ​ບໍ່​ໃຫ້​ແຕະ​ຕ້ອງ​ຮ່າງ​ກາຍ​ຂອງ​ເພິ່ນ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ຫ່ຽວ​ແຫ້ງ​ເໝືອນ​ດັ່ງ​ຕົ້ນ​ອໍ້​ແຫ້ງ. ປະ​ມານ 592–591 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ອອກ​ເດີນ​ທາງ​ອີກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ນັບ​ແຕ່​ເວ​ລາ​ນັ້ນ​ພວກ​ເຮົາ​ໄດ້​ເດີນ​ທາງ​ເກືອບ​ຈະ​ໄປ​ທາງ​ຕາ​ເວັນ​ອອກ. ແລະ ພວກ​ເຮົາ​ໄດ້​ເດີນ​ທາງ ແລະ ລຸຍ​ໄປ​ກັບ​ຄວາມ​ທຸກ​ທີ່​ສຸດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ພວກ​ຜູ້​ຍິງ​ຂອງ​ພວກ​ເຮົາ​ໄດ້​ເກີດ​ລູກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

2 ແລະ ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ທານ​ໃຫ້​ແກ່​ພວກ​ເຮົາ​ນັ້ນ​ຍິ່ງ​ໃຫຍ່​ທີ່​ສຸດ, ຄື​ເວ​ລາ​ນັ້ນ​ພວກ​ເຮົາ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ດ້ວຍ​ຊີ້ນ ດິບ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພວກ​ຜູ້​ຍິງ​ຂອງ​ພວກ​ເຮົາ​ກໍ​ມີ​ນ້ຳ​ນົມ​ຢ່າງ​ຫລວງ​ຫລາຍ​ໃຫ້​ລູກ​ຂອງ​ພວກ​ເຂົາ, ແລະ ແຂງ​ແຮງ​ດີ, ແທ້​ຈິງ​ແລ້ວ, ແມ່ນ​ເທົ່າ​ທຽມ​ກັບ​ພວກ​ຜູ້​ຊາຍ; ແລະ ພວກ​ເຂົາ​ອົດ​ທົນ​ຕໍ່​ການ​ເດີນ​ທາງ​ໂດຍ​ບໍ່​ໄດ້​ຈົ່ມ​ວ່າ.

3 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕ້ອງ​ສຳ​ເລັດ. ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ລູກ​ຫລານ​ມະ​ນຸດ​ຈະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແລ້ວ​ພຣະ​ອົງ​ຍ່ອມ​ບຳ​ລຸງ​ລ້ຽງ​ດູ​ພວກ​ເຂົາ, ແລະ ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ, ແລະ ຈັດ​ຫາ​ທາງ​ຊຶ່ງ​ໂດຍ​ທາງ​ນັ້ນ​ພວກ​ເຂົາ​ຈະ​ສຳ​ເລັດ​ໄດ້​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ​ພວກ​ເຂົາ; ດັ່ງ​ນັ້ນ, ພຣະ​ອົງ​ໄດ້ ຈັດ​ຫາ​ທາງ​ໃຫ້​ພວກ​ເຮົາ​ໃນ​ເວ​ລາ​ທີ່​ພວກ​ເຮົາ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

4 ແລະ ພວກ​ເຮົາ​ໄດ້​ຢູ່​ມາ​ເປັນ​ເວ​ລາ​ຫລາຍ​ປີ, ແທ້​ຈິງ​ແລ້ວ, ແມ່ນ​ເຖິງ​ແປດ​ປີ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

5 ແລະ ພວກ​ເຮົາ​ໄດ້​ມາ​ເຖິງ​ແຜ່ນ​ດິນ ຊຶ່ງ​ພວກ​ເຮົາ​ເອີ້ນ​ວ່າ ອຸ​ດົມ​ສົມ​ບູນ, ເພາະ​ມັນ​ມີ​ໝາກ​ໄມ້​ນາໆ​ຊະ​ນິດ ແລະ ມີ​ນ້ຳ​ເຜິ້ງ​ປ່າ​ນຳ​ອີກ; ແລະ ທັງ​ໝົດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຕຽມ​ໄວ້​ເພື່ອ​ພວກ​ເຮົາ​ຈະ​ບໍ່​ຕາຍ. ແລະ ພວກ​ເຮົາ​ເຫັນ​ທະ​ເລ ຊຶ່ງ​ພວກ​ເຮົາ​ເອີ້ນ​ວ່າ ອິ​ຣິ​ອານ​ທຳ, ຊຶ່ງ​ພວກ​ເຮົາ​ແປ​ວ່າ ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຕັ້ງ​ຜ້າ​ເຕັນ​ຂຶ້ນ​ໃນ​ແຄມ​ຝັ່ງ​ທະ​ເລ; ແລະ ເຖິງ​ແມ່ນ​ພວກ​ເຮົາ​ໄດ້​ອົດ​ທົນ​ຮັບ ຄວາມ​ທຸກ ແລະ ຄວາມ​ຫຍຸ້ງ​ຍາກ​ມາ​ຫລາຍ​ແລ້ວ, ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ຂ້າ​ພະ​ເຈົ້າ​ຂຽນ​ໄວ້​ໝົດ​ບໍ່​ໄດ້, ພວກ​ເຮົາ​ກໍ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ເມື່ອ​ພວກ​ເຮົາ​ມາ​ເຖິງ​ຝັ່ງ​ທະ​ເລ ແລະ ພວກ​ເຮົາ​ເອີ້ນ​ບ່ອນ​ນັ້ນ​ວ່າ ອຸ​ດົມ​ສົມ​ບູນ ເພາະ​ມັນ​ມີ​ໝາກ​ໄມ້​ຫລາຍໆ​ຊະ​ນິດ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ພັກ​ຜ່ອນ​ຢູ່​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ເປັນ​ເວ​ລາ​ຫລາຍ​ມື້, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ລຸກ​ຂຶ້ນ ແລະ ຈົ່ງ​ຂຶ້ນ​ໄປ​ເທິງ​ພູ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ລຸກ​ຂຶ້ນ ແລະ ໄດ້​ຂຶ້ນ​ໄປ​ເທິງ​ພູ ແລະ ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ສ້າງ​ເຮືອ​ລຳ​ໜຶ່ງ ຕາມ ວິ​ທີ​ທີ່​ເຮົາ​ຈະ​ສະ​ແດງ​ແກ່​ເຈົ້າ, ເພື່ອ​ເຮົາ​ຈະ​ນຳ​ຜູ້​ຄົນ​ຂອງ​ເຈົ້າ​ຂ້າມ​ນ້ຳ​ນີ້​ໄປ.

9 ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ຂ້າ​ແດ່​ພຣະ​ອົງ​ເຈົ້າ, ຂ້າ​ນ້ອຍ​ຈະ​ໄປ​ທາງ​ໃດ​ເພື່ອ​ຈະ​ໄດ້​ຫາ​ແຮ່​ມາ​ຫລໍ່​ຫລອມ ເພື່ອ​ຈະ​ເຮັດ​ເຄື່ອງ​ມື​ສ້າງ​ເຮືອ​ຕາມ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ແກ່​ຂ້າ​ນ້ອຍ?

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຈະ​ໄປ​ຫາ​ແຮ່​ຢູ່​ບ່ອນ​ໃດ ເພື່ອ​ຈະ​ໄດ້​ມັນ​ມາ​ເຮັດ​ເປັນ​ເຄື່ອງ​ມື.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເຮັດ​ເຄື່ອງ​ເປົ່າ​ລົມ​ດ້ວຍ​ໜັງ​ສັດ​ເພື່ອ​ໃຊ້​ເປົ່າ​ໄຟ ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ເຄື່ອງ​ເປົ່າ​ລົມ​ເພື່ອ​ຈະ​ໄດ້​ໃຊ້​ເປົ່າ​ໄຟ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຫີນ​ສອງ​ກ້ອນ​ມາ​ຕ່ອຍ​ກັນ​ເພື່ອ​ຈະ​ໄດ້​ກໍ່​ໄຟ.

12 ເພາະ​ຕັ້ງ​ແຕ່​ຕົ້ນ​ມາ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ກໍ່​ໄຟ​ຫລາຍ​ໃນ​ເວ​ລາ​ທີ່​ພວກ​ເຮົາ​ເດີນ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ເພາະ​ພຣະ​ອົງ​ບອກ​ວ່າ: ເຮົາ​ຈະ​ເຮັດ​ໃຫ້​ອາ​ຫານ​ຂອງ​ເຈົ້າ​ກັບ​ເປັນ​ຫວານ​ເພື່ອ​ເຈົ້າ​ຈະ​ບໍ່​ໄດ້ ຫຸງ​ຕົ້ມ;

13 ແລະ ເຮົາ​ຈະ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ນຳ​ອີກ; ແລະ ເຮົາ​ຈະ ຕຽມ​ທາງ​ໄວ້​ກ່ອນ​ເຈົ້າ​ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ; ດັ່ງ​ນັ້ນ, ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຖືກ​ພາ​ໄປ​ຫາ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ເຈົ້າ​ຈະ ຮູ້​ວ່າ​ເຮົາ​ເປັນ​ຜູ້​ນຳ​ເຈົ້າ​ໄປ.

14 ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄວ້​ອີກ​ວ່າ: ຫລັງ​ຈາກ​ເຈົ້າ​ໄປ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແລ້ວ, ເຈົ້າ​ຈະ ຮູ້​ວ່າ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ ພຣະ​ເຈົ້າ; ແລະ ວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ພິ​ນາດ; ແທ້​ຈິງ​ແລ້ວ, ເຮົາ​ພຣະ​ເຈົ້າ​ໄດ້​ພາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ.

15 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຊັກ​ຊວນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ຄວາມ​ຊື່​ສັດ ແລະ ຄວາມ​ພາກ​ພຽນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ເຄື່ອງ​ມື​ຈາກ​ແຮ່​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຫລອມ​ອອກ​ຈາກ​ຫີນ.

17 ແລະ ເມື່ອ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ ສ້າງ​ເຮືອ​ຢູ່, ພວກ​ເຂົາ​ເລີ່ມ​ຈົ່ມ​ໃຫ້​ຂ້າ​ພະ​ເຈົ້າ, ໂດຍ​ກ່າວ​ວ່າ: ນ້ອງ​ຂອງ​ພວກ​ເຮົາ​ເປັນ​ຄົນ​ໂງ່, ມັນ​ຄິດ​ວ່າ​ມັນ​ຈະ​ສ້າງ​ເຮືອ​ໄດ້; ແທ້​ຈິງ​ແລ້ວ, ແລະ ມັນ​ຄິດ​ອີກ​ວ່າ ມັນ​ສາ​ມາດ​ຂ້າມ​ນ້ຳ​ກວ້າງ​ໃຫຍ່​ນີ້​ໄປ​ໄດ້.

18 ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຈົ່ມ​ໃຫ້​ຂ້າ​ພະ​ເຈົ້າ​ດັ່ງ​ນັ້ນ, ແລະ ປາດ​ຖະ​ໜາ​ທີ່​ຈະ​ບໍ່​ເຮັດ​ວຽກ​ເພາະ​ພວກ​ເຂົາ​ບໍ່​ເຊື່ອ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ເຮືອ​ໄດ້; ທັງ​ບໍ່​ເຊື່ອ​ອີກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ຂ້າ​ພະ​ເຈົ້າ​ແລ້ວ.

19 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ເລີ່ມ​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​ຍິ່ງ​ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ; ແລະ ບັດ​ນີ້​ເມື່ອ​ພວກ​ເຂົາ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ເລີ່ມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ ພວກ​ເຂົາ​ກໍ​ຍິນ​ດີ​ໃນ​ໃຈ​ຢ່າງ​ຍິ່ງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ສະ​ແດງ ຄວາມ​ປິ​ຕິ​ຍິນ​ດີ​ໃສ່​ຂ້າ​ພະ​ເຈົ້າ​ໂດຍ​ກ່າວ​ວ່າ: ພວກ​ເຮົາ​ຮູ້​ວ່າ​ເຈົ້າ​ເຮັດ​ເຮືອ​ບໍ່​ໄດ້, ເພາະ​ພວກ​ເຮົາ​ຮູ້​ວ່າ​ເຈົ້າ​ຕັດ​ສິນ​ໃຈ​ບໍ່​ເປັນ; ດັ່ງ​ນັ້ນ, ເຈົ້າ​ຈະ​ເຮັດ​ວຽກ​ງານ​ໃຫຍ່​ເຊັ່ນ​ນີ້​ໃຫ້​ສຳ​ເລັດ​ບໍ່​ໄດ້.

20 ແລະ ເຈົ້າ​ເປັນ​ຄື​ກັນ​ກັບ​ບິ​ດາ​ຂອງ​ພວກ​ເຮົາ, ຊຶ່ງ​ຖືກ​ພາ​ໄປ​ໂດຍ ຄວາມ​ຄິດ​ຝັນ​ອັນ​ໂງ່​ຈ້າ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ເພິ່ນ​ນຳ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ ແລະ ພວກ​ເຮົາ​ໄດ້​ເລື່ອນ​ລອຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ມາ​ຫລາຍ​ປີ​ແລ້ວ; ແລະ ພວກ​ຜູ້​ຍິງ​ຂອງ​ພວກ​ເຮົາ​ກໍ​ໄດ້​ເຮັດ​ວຽກ​ໜັກ​ໃນ​ຂະ​ນະ​ທີ່​ຖື​ພາ; ແລະ ພວກ​ເຂົາ​ໄດ້​ເກີດ​ລູກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ໄດ້​ອົດ​ທົນ​ທຸກ​ສິ່ງ​ທຸກ​ຢ່າງ​ນອກ​ຈາກ​ຄວາມ​ຕາຍ​ເທົ່າ​ນັ້ນ; ແລ້ວ​ຖ້າ​ພວກ​ເຂົາ​ຕາຍ​ເສຍ​ກ່ອນ​ອອກ​ຈາກ​ເຢ​ຣູ​ຊາ​ເລັມ​ກໍ​ຄົງ​ເປັນ​ການ​ດີ​ກວ່າ​ທີ່​ຈະ​ຕ້ອງ​ມາ​ທົນ​ກັບ​ຄວາມ​ທຸກ​ເຊັ່ນ​ນີ້.

21 ຈົ່ງ​ເບິ່ງ, ຫລາຍ​ປີ​ຜ່ານ​ມາ​ທີ່​ພວກ​ເຮົາ​ໄດ້​ອົດ​ທົນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຊຶ່ງ​ເປັນ​ເວ​ລາ​ທີ່​ພວກ​ເຮົາ​ຄວນ​ຈະ​ຊື່ນ​ຊົມ​ຢູ່​ກັບ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ ແລະ ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ຄວນ​ຈະ​ມີ​ຄວາມ​ສຸກ.

22 ແລະ ພວກ​ເຮົາ​ຮູ້​ວ່າ ຜູ້​ຄົນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ​ເປັນ​ຄົນ ຊອບ​ທຳ; ເພາະ​ພວກ​ເຂົາ​ໄດ້​ຮັກ​ສາ​ຂໍ້​ກຳ​ນົດ ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ບັນ​ຍັດ​ທຸກ​ປະ​ການ​ຂອງ​ພຣະ​ອົງ​ຕາມ​ກົດ​ຂອງ​ໂມ​ເຊ; ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ຮູ້​ວ່າ ພວກ​ເຂົາ​ເປັນ​ຄົນ​ຊອບ​ທຳ; ແລະ ພວກ​ເຂົາ​ຖືກ​ຕັດ​ສິນ​ໂດຍ​ບິ​ດາ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ອອກ​ມາ​ເພາະ​ພວກ​ເຮົາ​ເຊື່ອ​ຟັງ​ຄຳ​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ແລະ ນ້ອງ​ຊາຍ​ຂອງ​ພວກ​ເຮົາ​ກໍ​ເປັນ​ຄື​ກັນ​ກັບ​ເພິ່ນ. ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຈົ່ມ ແລະ ຕໍ່​ວ່າ​ຕໍ່​ຂານ​ພວກ​ເຮົາ​ໂດຍ​ໃຊ້​ພາ​ສາ​ຢ່າງ​ນີ້.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເວົ້າ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ພວກ​ເຈົ້າ​ເຊື່ອ​ບໍ່​ວ່າ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຜູ້​ເປັນ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ ຈະ​ຖືກ​ນຳ​ພາ​ໄປ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເອ​ຢິບ​ບໍ່​ໄດ້​ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

24 ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ຄິດ​ບໍ່​ວ່າ ພວກ​ເຂົາ​ຈະ​ຖືກ​ນຳ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ​ບໍ່​ໄດ້ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ບັນ​ຊາ​ໂມ​ເຊ​ໃຫ້ ນຳ​ພວກ​ເຂົາ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ?

25 ບັດ​ນີ້​ພວກ​ເຈົ້າ​ຮູ້​ວ່າ ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ເຄີຍ ເປັນ​ທາດ​ມາ​ແລ້ວ; ແລະ ພວກ​ເຈົ້າ​ຮູ້​ວ່າ ພວກ​ເຂົາ​ຕ້ອງ​ເຮັດ ວຽກ​ໜັກ ຊຶ່ງ​ເປັນ​ພາ​ລະ​ເຫລືອ​ທີ່​ຈະ​ທົນ​ໄດ້; ດັ່ງ​ນັ້ນ, ພວກ​ເຈົ້າ​ຮູ້​ວ່າ​ພວກ​ເຂົາ​ຖືກ​ນຳ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ​ຍ່ອມ​ຕ້ອງ​ເປັນ​ການ​ດີ​ສຳ​ລັບ​ພວກ​ເຂົາ.

26 ບັດ​ນີ້​ພວກ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້ ໂມ​ເຊ​ເຮັດ​ວຽກ​ທີ່​ຍິ່ງ​ໃຫຍ່​ນັ້ນ; ແລະ ພວກ​ເຈົ້າ​ຮູ້​ວ່າ ດ້ວຍ ຄຳ​ເວົ້າ​ຂອງ​ເພິ່ນ​ນ້ຳ​ໃນ​ທະ​ເລ​ແດງ​ຈຶ່ງ​ແຍກ​ອອກ​ໄປ​ທາງ​ນັ້ນ​ທາງ​ນີ້, ແລະ ພວກ​ເຂົາ​ຈຶ່ງ​ເດີນ​ຜ່ານ​ໄປ​ໄດ້​ເທິງ​ແຜ່ນ​ດິນ​ແຫ້ງ.

27 ແລະ ພວກ​ເຈົ້າ​ຮູ້​ວ່າ​ຊາວ​ເອ​ຢິບ​ຊຶ່ງ​ເປັນ​ກອງ​ທັບ​ຂອງ​ຟາ​ໂຣ​ໄດ້​ຈົມ​ຢູ່​ໃນ​ນ້ຳ​ທະ​ເລ​ແດງ​ນັ້ນ.

28 ແລະ ພວກ​ເຈົ້າ​ຮູ້​ອີກ​ວ່າ​ພວກ​ເຂົາ​ຖືກ​ລ້ຽງ​ດູ​ດ້ວຍ ມາ​ນາ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

29 ແທ້​ຈິງ​ແລ້ວ, ແລະ ພວກ​ເຈົ້າ​ຮູ້​ອີກ​ວ່າ​ດ້ວຍ​ຄຳ​ເວົ້າ​ຂອງ​ໂມ​ເຊ​ຕາມ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ກັບ​ເພິ່ນ, ເພິ່ນ ຕີ​ຫີນ ແລະ ນ້ຳ​ໄດ້​ໄຫລ​ອອກ​ມາ​ເພື່ອ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ຈະ​ໄດ້​ດື່ມ​ແກ້​ຄວາມ​ຫິວ​ກະ​ຫາຍ.

30 ແລະ ທັງ​ທີ່​ພວກ​ເຂົາ​ຖືກ​ນຳ​ໄປ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ​ຍັງ​ສະ​ເດັດ​ໄປ​ທາງ​ໜ້າ​ພວກ​ເຂົາ ໂດຍ​ນຳ​ພວກ​ເຂົາ​ໄປ​ໃນ​ຕອນ​ກາງ​ເວັນ ແລະ ປະ​ທານ​ແສງ​ສະ​ຫວ່າງ​ໃຫ້​ພວກ​ເຂົາ​ໃນ​ຕອນ​ກາງ​ຄືນ, ແລະ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ແກ່​ພວກ​ເຂົາ ຊຶ່ງ ຕາມ​ແບບ​ມະ​ນຸດ​ຈະ​ໄດ້​ຮັບ, ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ ແລະ ເຮັດ​ຈິດ​ໃຈ​ມືດ​ມົນ ແລະ ໝິ່ນ​ປະ​ໝາດ​ໂມ​ເຊ ແລະ ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້ ທຳ​ລາຍ​ພວກ​ເຂົາ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ​ໄດ້ ນຳ​ພາ​ພວກ​ເຂົາ ແລະ ຕາມ​ຄຳ​ຂອງ​ພຣະ​ອົງ​ໄດ້​ກະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ພວກ​ເຂົາ; ແລະ ບໍ່​ມີ​ຫຍັງ​ເປັນ​ໄປ​ນອກ​ຈາກ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ.

32 ແລະ ຫລັງ​ຈາກ​ພວກ​ເຂົາ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ແລ້ວ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຍິ່ງ​ໃຫຍ່​ຈົນ​ໄດ້ ຂັບ​ໄລ່​ລູກ​ຫລານ​ຂອງ​ແຜ່ນ​ດິນ​ໄປ, ແທ້​ຈິງ​ແລ້ວ, ຈົນ​ພວກ​ນັ້ນ​ກະ​ຈັດ​ກະ​ຈາຍ​ໄປ​ສູ່​ຄວາມ​ພິ​ນາດ.

33 ແລະ ບັດ​ນີ້, ພວກ​ເຈົ້າ​ຄິດ​ບໍ່​ວ່າ​ລູກ​ຫລານ​ຂອງ​ແຜ່ນ​ດິນ​ນີ້ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ຂັບ​ໄລ່​ໄປ, ພວກ​ເຈົ້າ​ຄິດ​ບໍ່​ວ່າ​ພວກ​ເຂົາ​ເປັນ​ຄົນ​ຊອບ​ທຳ? ຈົ່ງ​ເບິ່ງ, ເຮົາ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ, ບໍ່​ເລີຍ.

34 ພວກ​ເຈົ້າ​ຄິດ​ບໍ່​ວ່າ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຈະ​ເປັນ​ທີ່​ໂປດ​ປານ​ຫລາຍ​ກວ່າ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ເປັນ​ຄົນ​ຊອບ​ທຳ? ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ບໍ່​ເລີຍ.

35 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຖື​ວ່າ ເນື້ອ​ໜັງ​ທັງ​ຫລາຍ​ເປັນ​ອັນ​ດຽວ; ຄົນ​ທີ່ ຊອບ​ທຳ​ຍ່ອມ​ເປັນ ທີ່​ໂປດ​ປານ​ຂອງ​ພຣະ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ຜູ້​ຄົນ​ພວກ​ນີ້​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກ​ຂໍ້​ຄວາມ; ແລະ ພວກ​ເຂົາ​ສຸກ​ໃນ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ບໍ​ລິ​ບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຢູ່​ເໜືອ​ພວກ​ເຂົາ​ແລ້ວ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາບ​ແຊ່ງ​ແຜ່ນ​ດິນ​ສຳ​ລັບ​ພວກ​ເຂົາ ແລະ ປະ​ທານ​ມັນ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ສາບ​ແຊ່ງ​ມັນ​ສຳ​ລັບ​ພວກ​ເຂົາ​ຈົນ​ເຖິງ​ຄວາມ​ພິ​ນາດ​ຂອງ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ປະ​ທານ​ມັນ​ໃຫ້​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຈົນ​ເຖິງ​ການ​ມີ​ອຳ​ນາດ​ເໜືອ​ກວ່າ​ມັນ.

36 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ ໄດ້​ສ້າງ ໂລກ​ເພື່ອ​ໃຫ້​ເປັນ ທີ່​ຢູ່​ອາ​ໄສ; ແລະ ພຣະ​ອົງ​ໄດ້​ສ້າງ​ລູກ​ຂອງ​ພຣະ​ອົງ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ມັນ.

37 ແລະ ພຣະ​ອົງ​ໄດ້ ຍົກ​ປະ​ຊາ​ຊາດ​ທີ່​ຊອບ​ທຳ​ຂຶ້ນ ແລະ ທຳ​ລາຍ​ປະ​ຊາ​ຊາດ​ຂອງ​ຄົນ​ຊົ່ວ.

38 ແລະ ພຣະ​ອົງ​ໄດ້​ນຳ​ຄົນ​ຊອບ​ທຳ​ໄປ​ຫາ ແຜ່ນ​ດິນ​ທີ່​ມີ​ຄ່າ, ແລະ ພຣະ​ອົງ​ໄດ້ ທຳ​ລາຍ​ຄົນ​ຊົ່ວ, ແລະ ສາບ​ແຊ່ງ​ແຜ່ນ​ດິນ​ສຳ​ລັບ​ຄົນ​ຊົ່ວ​ເພື່ອ​ເຫັນ​ແກ່​ພວກ​ເຂົາ.

39 ພຣະ​ອົງ​ໄດ້​ປົກ​ຄອງ​ຢູ່​ສູງ​ໃນ​ຟ້າ​ສະ​ຫວັນ, ເພາະ​ບ່ອນ​ນັ້ນ​ຄື​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ, ແລະ ແຜ່ນ​ດິນ​ໂລກ​ນີ້​ຄື ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ.

40 ແລະ ພຣະ​ອົງ​ຮັກ​ຜູ້​ທີ່​ຮັບ​ຮູ້​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ. ຈົ່ງ​ເບິ່ງ, ພຣະ​ອົງ​ຮັກ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ພຣະ​ອົງ​ເຮັດ ພັນ​ທະ​ສັນ​ຍາ​ໄວ້​ກັບ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ; ແລະ ພຣະ​ອົງ​ຈື່​ຈຳ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ກະ​ທຳ​ໄວ້; ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ໄດ້​ນຳ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ ເອ​ຢິບ.

41 ແລະ ພຣະ​ອົງ​ໄດ້​ຕີ​ສອນ​ພວກ​ເຂົາ​ດ້ວຍ​ໄມ້​ແສ້​ຂອງ​ພຣະ​ອົງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພາະ​ພວກ​ເຂົາ​ເຮັດ ໃຈ​ແຂງ​ກະ​ດ້າງ​ເຖິງ​ແມ່ນ​ດັ່ງ​ທີ່​ພວກ​ເຈົ້າ​ເຮັດ​ຢູ່; ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕີ​ສອນ​ພວກ​ເຂົາ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ສົ່ງ ງູ​ພິດ​ບິນ​ພົ່ນ​ໄຟ​ລົງ​ມາ​ເທິງ​ບັນ​ດາ​ພວກ​ເຂົາ; ແລະ ຫລັງ​ຈາກ​ຖືກ​ງູ​ຕອດ​ແລ້ວ ພຣະ​ອົງ​ໄດ້​ຕຽມ​ທາງ​ໄວ້​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ ການ​ປິ່ນ​ປົວ; ແລະ ວຽກ​ທີ່​ພວກ​ເຂົາ​ຕ້ອງ​ເຮັດ​ຄື​ຫລຽວ​ເບິ່ງ; ແລະ ເພາະ​ຄວາມ ລຽບ​ຂອງ​ທາງ, ຫລື ຄວາມ​ງ່າຍ​ດາຍ​ຂອງ​ມັນ, ຈຶ່ງ​ມີ​ຄົນ​ຕາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

42 ແລະ ພວກ​ເຂົາ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ​ເປັນ​ບາງ​ຄັ້ງ, ແລະ ພວກ​ເຂົາ​ໄດ້ ໝິ່ນ​ປະ​ໝາດ ໂມ​ເຊ​ກັບ​ພຣະ​ເຈົ້າ​ນຳ​ອີກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຈົ້າ​ຍັງ​ຮູ້​ວ່າ​ພວກ​ເຂົາ​ຖືກ​ນຳ​ອອກ​ມາ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ໂດຍ​ອຳ​ນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ອົງ.

43 ແລະ ບັດ​ນີ້, ຫລັງ​ຈາກ​ເຫດ​ການ​ທັງ​ໝົດ​ນີ້​ແລ້ວ, ເວ​ລາ​ຈະ​ມາ​ເຖິງ​ເມື່ອ​ພວກ​ເຂົາ​ກັບ​ເປັນ​ຄົນ​ຊົ່ວ, ແທ້​ຈິງ​ແລ້ວ, ເກືອບ​ສຸກ; ແລະ ເຮົາ​ກໍ​ບໍ່​ຮູ້​ແຕ່​ທຸກ​ວັນ​ນີ້​ພວກ​ເຂົາ​ໃກ້​ຈະ​ຖືກ​ທຳ​ລາຍ​ແລ້ວ; ເພາະ​ເຮົາ​ຮູ້​ວ່າ ວັນ​ນັ້ນ​ຕ້ອງ​ມາ​ເຖິງ​ແນ່​ນອນ​ທີ່​ພວກ​ເຂົາ​ຈະ​ຕ້ອງ​ຖືກ​ທຳ​ລາຍ, ນອກ​ຈາກ​ບໍ່​ເທົ່າ​ໃດ​ຄົນ​ຊຶ່ງ​ຈະ​ຖືກ​ນຳ​ໄປ​ສູ່​ການ​ເປັນ​ຊະ​ເລີຍ.

44 ດັ່ງ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ ບັນ​ຊາ​ບິ​ດາ​ຂອງ​ເຮົາ​ວ່າ​ເພິ່ນ​ຄວນ​ອອກ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ຊາວ​ຢິວ​ກໍ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ເພິ່ນ​ນຳ​ອີກ; ແທ້​ຈິງ​ແລ້ວ, ແລະ ພວກ​ເຈົ້າ​ກໍ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ເພິ່ນ​ເໝືອນ​ກັນ; ດັ່ງ​ນັ້ນ, ພວກ​ເຈົ້າ​ຈຶ່ງ​ມີ​ໃຈ​ເປັນ​ຄາດ​ຕະ​ກອນ ແລະ ພວກ​ເຈົ້າ​ກໍ​ປຽບ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.

45 ພວກ​ເຈົ້າ ວ່ອງ​ໄວ​ທີ່​ສຸດ​ໃນ​ການ​ເຮັດ​ຄວາມ​ຊົ່ວ​ຮ້າຍ ແຕ່​ຊັກ​ຊ້າ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ໄດ້​ເຫັນ ທູດ​ແລ້ວ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເປັນ​ບາງ​ຄັ້ງ; ແລະ ພຣະ​ອົງ​ໄດ້​ຮັບ​ສັ່ງ​ກັບ​ພວກ​ເຈົ້າ​ດ້ວຍ​ສຽງ​ອັນ​ເບົາໆ, ແຕ່​ພວກ​ເຈົ້າ​ມີ ໃຈ​ແຂງ​ເກີນ​ກວ່າ​ທີ່​ຈະ​ຮູ້​ສຶກ, ພວກ​ເຈົ້າ​ຈຶ່ງ​ຮູ້​ສຶກ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ບໍ່​ໄດ້; ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ຮັບ​ສັ່ງ​ກັບ​ພວກ​ເຈົ້າ​ດ້ວຍ​ສຽງ​ເໝືອນ​ຟ້າ​ຮ້ອງ ຊຶ່ງ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ສັ່ນ​ສະ​ເທືອນ​ເໝືອນ​ກັບ​ວ່າ​ຈະ​ແຍກ​ອອກ​ຈາກ​ກັນ.

46 ແລະ ພວກ​ເຈົ້າ​ຮູ້​ອີກ​ວ່າ ໂດຍ ອຳ​ນາດ​ແຫ່ງ​ຄຳ​ທີ່​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ໂລກ​ສູນ​ສິ້ນ​ໄປ​ໄດ້; ແທ້​ຈິງ​ແລ້ວ, ແລະ ພວກ​ເຈົ້າ​ຮູ້​ວ່າ ໂດຍ​ພຣະ​ຄຳ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ບ່ອນ​ຫລຸບ​ໂນນ​ກາຍ​ເປັນ​ບ່ອນ​ຮາບ​ພຽງ​ໄດ້, ແລະ ເຮັດ​ໃຫ້​ບ່ອນ​ຮາບ​ພຽງ​ແຕກ​ຄຸ​ຄະ​ໄດ້. ໂອ້, ແລ້ວ​ດ້ວຍ​ເຫດ​ໃດ ພວກ​ເຈົ້າ​ຈຶ່ງ​ມີ​ໃຈ​ແຂງ​ກະ​ດ້າງ​ເຊັ່ນ​ນັ້ນ​ໄດ້?

47 ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ເຮົາ​ສີກ​ຂາດ​ດ້ວຍ​ຄວາມ​ເຈັບ​ປວດ​ເພາະ​ພວກ​ເຈົ້າ, ແລະ ໃຈ​ຂອງ​ເຮົາ​ເຈັບ​ປວດ​ເພາະ​ເຮົາ​ຢ້ານ​ວ່າ ພວກ​ເຈົ້າ​ຈະ​ຖືກ​ປະ​ຖິ້ມ​ຕະ​ຫລອດ​ການ; ຈົ່ງ​ເບິ່ງ, ເຮົາ ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ຮ່າງ​ກາຍ​ຂອງ​ເຮົາ ໝົດ​ກຳ​ລັງ.

48 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ພວກ​ເຂົາ​ກໍ​ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ ແລະ ປາດ​ຖະ​ໜາ​ທີ່​ຈະ​ໂຍນ​ຂ້າ​ພະ​ເຈົ້າ​ລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະ​ເລ; ແລະ ເມື່ອ​ພວກ​ເຂົາ​ເຂົ້າ​ມາ​ຫວັງ​ທີ່​ຈະ​ຈັບ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ເຮົາ​ບັນ​ຊາ​ພວກ​ເຈົ້າ​ວ່າ ຢ່າ​ໄດ້ ແຕະ​ຕ້ອງ​ເຮົາ​ເປັນ​ເດັດ​ຂາດ ເພາະ​ເຮົາ​ເຕັມ​ໄປ​ດ້ວຍ ອຳ​ນາດ​ຂອງ​ພຣະ​ເຈົ້າ​ເຖິງ​ຂະ​ໜາດ​ເກືອບ​ຈະ​ໄໝ້​ເນື້ອ​ໜັງ​ຂອງ​ເຮົາ ແລະ ຜູ້​ໃດ​ທີ່​ເອົາ​ມື​ມາ​ແຕະ​ຕ້ອງ​ເຮົາ ຜູ້​ນັ້ນ​ຈະ ຫ່ຽວ​ແຫ້ງ​ໄປ​ຄື​ກັນ​ກັບ​ຕົ້ນ​ອໍ້​ແຫ້ງ; ແລະ ຜູ້​ນັ້ນ​ຈະ​ສູນ​ສິ້ນ​ໄປ​ຕໍ່​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພາະ​ພຣະ​ເຈົ້າ​ຈະ​ລົງ​ທັນ​ຜູ້​ນັ້ນ.

49 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ ບໍ່​ໃຫ້​ຈົ່ມ​ໃຫ້​ບິ​ດາ​ຂອງ​ພວກ​ເຂົາ​ອີກ​ຕໍ່​ໄປ; ທັງ​ຈະ​ບໍ່​ປະ​ຕິ​ເສດ​ວຽກ​ງານ​ທີ່​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ, ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ເຮືອ​ລຳ​ໜຶ່ງ.

50 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຖ້າ​ຫາກ​ພຣະ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ສິ່ງ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າ​ຍ່ອມ​ເຮັດ​ໄດ້ ຖ້າ​ຫາກ​ພຣະ​ອົງ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ເວົ້າ​ກັບ​ນ້ຳ​ນີ້​ວ່າ ຈົ່ງ​ເປັນ​ແຜ່ນ​ດິນ ມັນ​ກໍ​ຈະ​ເປັນ​ແຜ່ນ​ດິນ, ແລະ ຖ້າ​ຫາກ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ແນວ​ໃດ ມັນ​ຈະ​ເປັນ​ໄປ​ຕາມ​ນັ້ນ.

51 ແລະ ບັດ​ນີ້, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ເຊັ່ນ​ນັ້ນ, ແລະ ໄດ້​ກະ​ທຳ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຕໍ່​ຫລາຍ​ຢ່າງ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ, ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈະ ແນະ​ນຳ​ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ເຮືອ​ລຳ​ໜຶ່ງ​ບໍ່​ໄດ້?

52 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເວົ້າ​ຫລາຍ​ເລື່ອງ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ອັບ​ອາຍ ແລະ ໂຕ້​ຕອບ​ຂ້າ​ພະ​ເຈົ້າ​ບໍ່​ໄດ້ ທັງ​ບໍ່​ກ້າ​ຈັບ​ຂ້າ​ພະ​ເຈົ້າ ຫລື ແຕະ​ຕ້ອງ​ຂ້າ​ພະ​ເຈົ້າ​ດ້ວຍ​ນິ້ວ​ມື​ເລີຍ, ເຖິງ​ແມ່ນ​ເປັນ​ເວ​ລາ​ຫລາຍ​ມື້​ແລ້ວ​ພວກ​ເຂົາ​ກໍ​ຍັງ​ບໍ່​ກ້າ​ເຮັດ​ຢ່າງ​ນັ້ນ ເພາະ​ຢ້ານ​ວ່າ​ຕົນ​ຈະ​ຫ່ຽວ​ແຫ້ງ​ໄປ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ. ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ມີ​ອຳ​ນາດ​ເຊັ່ນ​ນັ້ນ ແລະ ໄດ້​ກະ​ທຳ​ກັບ​ພວກ​ເຂົາ​ດັ່ງ​ນັ້ນ.

53 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຢຽດ​ມື​ຊື່​ອອກ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າ​ອີກ, ແລະ ພວກ​ເຂົາ​ຈະ​ບໍ່​ຫ່ຽວ​ແຫ້ງ​ໄປ​ຕໍ່​ໜ້າ​ເຈົ້າ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ສະ​ດຸ້ງ​ຕື່ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ເຮົາ​ຈະ​ກະ​ທຳ​ການ​ນີ້​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

54 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເດ່​ມື​ອອກ​ໄປ​ຫາ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ພວກ​ເຂົາ​ບໍ່​ໄດ້​ຫ່ຽວ​ແຫ້ງ​ໄປ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຕົວ​ສັ່ນ​ເຖິງ​ແມ່ນ​ເປັນ​ດັ່ງ​ພຣະ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ໄວ້.

55 ແລະ ບັດ​ນີ້, ພວກ​ເຂົາ​ໄດ້​ເວົ້າ​ວ່າ: ພວກ​ເຮົາ​ຮູ້​ເຖິງ​ຄວາມ​ແນ່​ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຈົ້າ, ເພາະ​ວ່າ​ພວກ​ເຮົາ​ຮູ້​ວ່າ ມັນ​ເປັນ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຮັດ​ໃຫ້​ຕົວ​ພວກ​ເຮົາ​ສັ່ນ. ແລະ ພວກ​ເຂົາ​ຊຸດ​ຕົວ​ລົງ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ ແລະ ກຳ​ລັງ​ຈະ ກາບ​ໄຫວ້​ຂ້າ​ພະ​ເຈົ້າ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ເຮັດ, ໂດຍ​ກ່າວ​ວ່າ: ເຮົາ​ເປັນ​ນ້ອງ​ຂອງ​ພວກ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ເປັນ​ນ້ອງ​ຊາຍ​ຂອງ​ພວກ​ເຈົ້າ; ດັ່ງ​ນັ້ນ, ຈົ່ງ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ພຸ້ນ, ແລະ ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ພວກ​ເຈົ້າ​ເພື່ອ ວັນ​ເວ​ລາ​ຂອງ​ພວກ​ເຈົ້າ​ຈະ​ຍືນ​ຍົງ​ຢູ່​ໃນ​ແຜ່ນ​ດິນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປະ​ທານ​ໃຫ້.