ບົດທີ 18
ເຮືອໄດ້ສຳເລັດ—ການເກີດຂອງຢາໂຄບ ແລະ ໂຢເຊັບໄດ້ເວົ້າເຖິງ—ຄອບຄົວເລີ່ມອອກເດີນທາງໄປຫາແຜ່ນດິນແຫ່ງຄຳສັນຍາ—ລູກຊາຍຂອງອິດຊະມາເອນ ແລະ ພວກເມຍຂອງພວກເຂົາເຂົ້າຮ່ວມການສະໜຸກສະໜານ ແລະ ກໍ່ການກະບົດ—ນີໄຟຖືກມັດ ແລະ ເຮືອໄດ້ຖືກພັດກັບຄືນດ້ວຍພະຍຸຝົນຟ້າຄະນອງທີ່ຮ້າຍແຮງ—ນີໄຟໄດ້ຮັບການປົດປ່ອຍ ແລະ ໂດຍການອະທິຖານຂອງເພິ່ນລົມພະຍຸໄດ້ຢຸດລົງ—ຜູ້ຄົນມາເຖິງແຜ່ນດິນແຫ່ງຄຳສັນຍາ. ປະມານ 591–589 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ນະມັດສະການພຣະຜູ້ເປັນເຈົ້າ ແລະ ໄດ້ອອກໄປກັບຂ້າພະເຈົ້າ; ແລະ ພວກເຮົາໄດ້ເຮັດວຽກດ້ວຍຝີມືອັນແປກປະຫລາດ. ແລະ ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນເປັນບາງຄັ້ງວ່າຄວນສ່ຽນໄມ້ວິທີໃດເພື່ອຈະສ້າງເຮືອໄດ້.
2 ບັດນີ້ຂ້າພະເຈົ້ານີໄຟບໍ່ໄດ້ເຮັດວຽກໄມ້ຕາມວິທີທີ່ມະນຸດຮຽນຮູ້ກັນ, ທັງບໍ່ໄດ້ສ້າງເຮືອຕາມວິທີຂອງມະນຸດ, ແຕ່ຂ້າພະເຈົ້າໄດ້ສ້າງເຮືອຕາມວິທີທີ່ພຣະຜູ້ເປັນເຈົ້າໄດ້ສະແດງແກ່ຂ້າພະເຈົ້າ; ດັ່ງນັ້ນ ຈຶ່ງບໍ່ເປັນໄປຕາມວິທີຂອງມະນຸດ.
3 ແລະ ຂ້າພະເຈົ້ານີໄຟໄດ້ຂຶ້ນໄປເທິງພູເລື້ອຍໆເພື່ອ ອະທິຖານຫາພຣະຜູ້ເປັນເຈົ້າ; ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງ ສະແດງສິ່ງທີ່ຍິ່ງໃຫຍ່ແກ່ຂ້າພະເຈົ້າ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ຂ້າພະເຈົ້າໄດ້ສ້າງເຮືອສຳເລັດຕາມພຣະຄຳຂອງພຣະຜູ້ເປັນເຈົ້າແລ້ວ, ພວກອ້າຍຂອງຂ້າພະເຈົ້າຈຶ່ງເຫັນວ່າມັນດີຫລາຍ ແລະ ຝີມືຂອງການສ້າງນັ້ນດີເລີດ; ດັ່ງນັ້ນ, ພວກເຂົາຈຶ່ງ ຖ່ອມຕົວລົງຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າອີກ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງບິດາຂອງຂ້າພະເຈົ້າ, ວ່າພວກເຮົາຄວນລຸກຂຶ້ນ ແລະ ລົງໄປໃນເຮືອ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ, ຫລັງຈາກພວກເຮົາຕຽມເຄື່ອງຂອງທັງໝົດ, ມີໝາກໄມ້ ແລະ ຊີ້ນຈາກຖິ່ນແຫ້ງແລ້ງກັນດານ, ແລະ ນ້ຳເຜິ້ງເປັນຈຳນວນຫລວງຫລາຍກັບສະບຽງອາຫານຕາມທີ່ພຣະຜູ້ເປັນເຈົ້າບັນຊາພວກເຮົາໄວ້, ພວກເຮົາໄດ້ລົງໄປໃນເຮືອພ້ອມດ້ວຍເຄື່ອງບັນທຸກຂອງພວກເຮົາທຸກຢ່າງ, ແລະ ເມັດພືດຂອງພວກເຮົາ, ແລະ ເຄື່ອງຂອງຕ່າງໆທີ່ພວກເຮົານຳມາ, ແຕ່ລະຄົນຕາມອາຍຸຂອງຕົນ; ດັ່ງນັ້ນ, ພວກເຮົາທຸກຄົນຈຶ່ງໄດ້ລົງໄປໃນເຮືອພ້ອມທັງເມຍຂອງພວກເຮົາ ແລະ ລູກຂອງພວກເຮົາ.
7 ແລະ ບັດນີ້, ບິດາຂອງຂ້າພະເຈົ້າໄດ້ມີລູກຕື່ມອີກສອງຄົນໃນຖິ່ນແຫ້ງແລ້ງກັນດານ; ຜູ້ເປັນອ້າຍມີຊື່ວ່າ ຢາໂຄບ ແລະ ຜູ້ເປັນນ້ອງມີຊື່ວ່າ ໂຢເຊັບ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຮົາທຸກຄົນລົງໄປໃນເຮືອ, ແລະ ໄດ້ເອົາສະບຽງອາຫານ ແລະ ສິ່ງຂອງຊຶ່ງພວກເຮົາຖືກບັນຊາໃຫ້ເອົາໄປນຳແລ້ວ, ພວກເຮົາໄດ້ອອກ ທະເລ ແລະ ຖືກພັດໄປດ້ວຍ ລົມໄປຫາ ແຜ່ນດິນແຫ່ງຄຳສັນຍາ.
9 ແລະ ຫລັງຈາກພວກເຮົາຖືກພັດໄປດ້ວຍລົມເປັນເວລາຫລາຍມື້, ຈົ່ງເບິ່ງ, ພວກອ້າຍຂອງຂ້າພະເຈົ້າ ແລະ ພວກລູກຊາຍຂອງອິດຊະມາເອນກັບເມຍຂອງພວກເຂົາເລີ່ມຫາຄວາມມ່ວນຊື່ນໃຫ້ແກ່ຕົນເອງ, ເຖິງຂະໜາດທີ່ພວກເຂົາເລີ່ມເຕັ້ນລຳ, ແລະ ຮ້ອງເພງ, ແລະ ເວົ້າຄຳຫຍາບຄາຍ, ແທ້ຈິງແລ້ວ, ຈົນເຖິງຂັ້ນລືມໄປວ່າ ໂດຍອຳນາດອັນໃດທີ່ນຳພວກເຂົາມາເຖິງບ່ອນນີ້; ແທ້ຈິງແລ້ວ, ພວກເຂົາລື້ນເລີງຈົນສະແດງຄວາມຫຍາບຄາຍຫລາຍຂຶ້ນ.
10 ແລະ ຂ້າພະເຈົ້ານີໄຟເລີ່ມຢ້ານກົວຢ່າງໜັກເພາະຢ້ານວ່າພຣະຜູ້ເປັນເຈົ້າຈະພຣະພິໂລດໃຫ້ພວກເຮົາ, ແລະ ລົງທັນພວກເຮົາເພາະຄວາມຊົ່ວຮ້າຍຂອງພວກເຮົາຈົນວ່າພວກເຮົາຖືກກືນລົງໄປໃນຄວາມເລິກຂອງທະເລ; ດັ່ງນັ້ນ ຂ້າພະເຈົ້ານີໄຟຈຶ່ງເລີ່ມເວົ້າກັບພວກເຂົາດ້ວຍສະຕິສຳປະສັນຍະຫລາຍຢ່າງ; ແຕ່ຈົ່ງເບິ່ງ, ພວກເຂົາ ໃຈຮ້າຍໃຫ້ຂ້າພະເຈົ້າໂດຍກ່າວວ່າ: ພວກເຮົາບໍ່ຍອມໃຫ້ນ້ອງຊາຍຂອງພວກເຮົາມາເປັນ ຜູ້ປົກຄອງພວກເຮົາຢ່າງເດັດຂາດ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ເລມັນກັບເລມູເອນໄດ້ຈັບຂ້າພະເຈົ້າ ແລະ ໄດ້ມັດຂ້າພະເຈົ້າໄວ້ດ້ວຍເຊືອກ, ແລະ ພວກເຂົາໄດ້ເຮັດຮຸນແຮງຕໍ່ຂ້າພະເຈົ້າຫລາຍຢ່າງ; ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າໄດ້ ຍອມໃຫ້ພວກເຂົາເຮັດໄປເພື່ອພຣະອົງຈະໄດ້ສະແດງອຳນາດ ແລະ ລິດເດດຂອງພຣະອົງໃຫ້ປະກົດຕາມພຣະຄຳຊຶ່ງພຣະອົງໄດ້ຮັບສັ່ງໄວ້ກ່ຽວກັບຄົນຊົ່ວ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຂົາໄດ້ມັດຂ້າພະເຈົ້າເຖິງຂະໜາດທີ່ຂ້າພະເຈົ້າເໜັງຕີງບໍ່ໄດ້ແລ້ວ ເຂັມທິດທີ່ພຣະຜູ້ເປັນເຈົ້າຕຽມໄວ້ໃຫ້ກໍຢຸດເຮັດວຽກ.
13 ດັ່ງນັ້ນ, ພວກເຂົາບໍ່ຮູ້ວ່າຈະແລ່ນເຮືອໄປທາງໃດ, ເຖິງຂະໜາດທີ່ເມື່ອເກີດລົມພະຍຸໃຫຍ່, ແທ້ຈິງແລ້ວ, ເປັນພະຍຸຝົນຟ້າຄະນອງທີ່ຮ້າຍແຮງ ແລະ ໜ້າຢ້ານກົວ, ແລ້ວພວກເຮົາກໍຖືກ ພັດກັບຄືນໄປເທິງຜືນນ້ຳເປັນເວລາສາມມື້; ແລະ ພວກເຂົາເລີ່ມຕົກໃຈຢ່າງໜັກຢ້ານວ່າພວກເຂົາຈະຈົມນ້ຳໃນທະເລ; ເຖິງຢ່າງໃດກໍຕາມ, ພວກເຂົາກໍຍັງບໍ່ປ່ອຍຂ້າພະເຈົ້າໄປ.
14 ແລະ ໃນມື້ທີສີ່ ຊຶ່ງພວກເຮົາໄດ້ຖືກພັດກັບຄືນໄປນັ້ນ, ພະຍຸຝົນຟ້າຄະນອງເລີ່ມຮຸນແຮງຫລາຍຂຶ້ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາເກືອບຖືກກືນລົງໄປໃນຄວາມເລິກຂອງທະເລ ແລະ ຫລັງຈາກພວກເຮົາຖືກພັດກັບຄືນໄປເທິງແຜ່ນນ້ຳເປັນເວລາສີ່ມື້, ພວກອ້າຍຂອງຂ້າພະເຈົ້າເລີ່ມ ເຫັນວ່າການພິພາກສາຂອງພຣະເຈົ້າເກີດກັບພວກເຂົາແລ້ວ, ແລະ ພວກເຂົາຈະຕ້ອງຕາຍເວັ້ນເສຍແຕ່ຈະກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ; ດັ່ງນັ້ນ, ພວກເຂົາຈຶ່ງມາຫາຂ້າພະເຈົ້າ ແລະ ແກ້ເຊືອກທີ່ມັດມືຂອງຂ້າພະເຈົ້າອອກ ແລະ ຈົ່ງເບິ່ງ ມັນບວມຊ້ຳຢ່າງໜັກ ແລະ ຂໍ້ຂາຂອງຂ້າພະເຈົ້າກໍບວມຊ້ຳຫລາຍຄືກັນ ແລະ ຄວາມເຈັບປວດກໍທະວີຂຶ້ນ.
16 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ຫລຽວຫາພຣະເຈົ້າຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ ສັນລະເສີນພຣະອົງຕະຫລອດທັງວັນ; ແລະ ຂ້າພະເຈົ້າບໍ່ໄດ້ຈົ່ມໃຫ້ພຣະຜູ້ເປັນເຈົ້າ ເພາະຄວາມທຸກຂອງຂ້າພະເຈົ້າເລີຍ.
17 ບັດນີ້ບິດາຂອງຂ້າພະເຈົ້າລີໄຮໄດ້ເວົ້າຫລາຍເລື່ອງກັບພວກເຂົາ ແລະ ກັບລູກຊາຍຂອງ ອິດຊະມາເອນນຳອີກ; ແຕ່ຈົ່ງເບິ່ງ, ພວກເຂົາໄດ້ເວົ້າຂູ່ເຂັນຫລາຍຢ່າງກັບຄົນທີ່ເຂົ້າຂ້າງຂ້າພະເຈົ້າ ແລະ ບິດາມານດາຂອງຂ້າພະເຈົ້າມີອາຍຸແກ່ແລ້ວ ແລະ ໂດຍທີ່ທົນຕໍ່ຄວາມໂສກເສົ້າຫລາຍບໍ່ໄດ້ເພາະລູກໆຂອງພວກເພິ່ນ, ພວກເພິ່ນຈຶ່ງລົ້ມປ່ວຍລົງ, ແທ້ຈິງແລ້ວ, ຈົນເຖິງແມ່ນແຕ່ຕ້ອງນອນຢູ່ເທິງຕຽງ.
18 ເພາະຄວາມໂສກເສົ້າ ແລະ ຄວາມເສົ້າສະຫລົດໃຈຂອງພວກເພິ່ນນັ້ນໃຫຍ່ຫລວງ ແລະ ເພາະຄວາມຊົ່ວຮ້າຍຂອງພວກອ້າຍຂອງຂ້າພະເຈົ້າ, ພວກເພິ່ນເກືອບຈະຖືກພາໄປເຖິງແມ່ນຖືກພາໄປເພື່ອເຝົ້າພຣະເຈົ້າຂອງພວກເພິ່ນ; ແທ້ຈິງແລ້ວ, ຜົມສີເທົາຂອງພວກເພິ່ນແທບຈະຖືກນຳລົງມາວາງໄວ້ຢູ່ໃຕ້ພື້ນດິນ; ແທ້ຈິງແລ້ວ, ເຖິງແມ່ນຈະຖືກໂຍນລົງຫລຸມສົບໃນນ້ຳ ເພາະຄວາມເສົ້າສະຫລົດໃຈນັ້ນ.
19 ແລະ ຢາໂຄບກັບໂຢເຊັບອີກ, ໂດຍທີ່ຍັງເປັນເດັກນ້ອຍຢູ່ຍ່ອມຕ້ອງການບຳລຸງລ້ຽງດູຢ່າງດີ ຈຶ່ງໂສກເສົ້າເພາະຄວາມທຸກຂອງແມ່ຂອງພວກເຂົາ; ແລະ ທັງ ເມຍຂອງຂ້າພະເຈົ້າພ້ອມທັງນ້ຳຕາ ແລະ ການອະທິຖານ ແລະ ທັງລູກໆຂອງຂ້າພະເຈົ້າກໍບໍ່ໄດ້ເຮັດໃຫ້ໃຈຂອງພວກອ້າຍຂອງຂ້າພະເຈົ້າອ່ອນລົງ ແລະ ປ່ອຍຂ້າພະເຈົ້າເລີຍ.
20 ແລະ ບໍ່ມີສິ່ງໃດອີກແລ້ວນອກຈາກອຳນາດຂອງພຣະເຈົ້າ ຊຶ່ງຂູ່ເຂັນພວກເຂົາດ້ວຍຄວາມພິນາດທີ່ເຮັດໃຫ້ໃຈຂອງພວກເຂົາອ່ອນລົງ; ດັ່ງນັ້ນ, ເມື່ອພວກເຂົາເຫັນວ່າ ພວກເຂົາເກືອບຈະຖືກກືນລົງໄປໃນຄວາມເລິກຂອງທະເລ, ພວກເຂົາຈຶ່ງກັບໃຈຈາກສິ່ງທີ່ໄດ້ເຮັດລົງໄປ, ເຖິງຂະໜາດທີ່ພວກເຂົາໄດ້ປ່ອຍຕົວຂ້າພະເຈົ້າ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຂົາໄດ້ປ່ອຍຕົວຂ້າພະເຈົ້າແລ້ວ, ຈົ່ງເບິ່ງ, ຂ້າພະເຈົ້າໄດ້ເອົາເຂັມທິດມາ ແລະ ມັນກໍໄດ້ເຮັດວຽກຕາມທີ່ຂ້າພະເຈົ້າປາດຖະໜາໃຫ້ເຮັດ; ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ອະທິຖານຫາພຣະຜູ້ເປັນເຈົ້າ; ຫລັງຈາກຂ້າພະເຈົ້າອະທິຖານແລ້ວ, ລົມພະຍຸກໍຢຸດລົງ ແລະ ມີຄວາມສະຫງົບຄືນອີກ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ນຳເຮືອໄປເພື່ອພວກເຮົາຈະແລ່ນໄປຫາແຜ່ນດິນແຫ່ງຄຳສັນຍາ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຮົາໄດ້ແລ່ນເຮືອໄປເປັນເວລາຫລາຍມື້ ພວກເຮົາໄດ້ມາເຖິງ ແຜ່ນດິນແຫ່ງຄຳສັນຍາ; ແລະ ພວກເຮົາໄດ້ຂຶ້ນໄປໃນແຜ່ນດິນນັ້ນ ແລະ ໄດ້ຕັ້ງຜ້າເຕັນຂອງພວກເຮົາຂຶ້ນ, ແລະ ພວກເຮົາໄດ້ໃສ່ຊື່ໃຫ້ມັນວ່າ ແຜ່ນດິນແຫ່ງຄຳສັນຍາ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເລີ່ມໄຖດິນ, ແລະ ພວກເຮົາໄດ້ເລີ່ມປູກເມັດພືດ; ແທ້ຈິງແລ້ວ, ພວກເຮົາໄດ້ປູກເມັດພືດທັງໝົດ, ຊຶ່ງພວກເຮົານຳມາຈາກແຜ່ນດິນເຢຣູຊາເລັມລົງໃນດິນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ງອກງາມຢ່າງຍິ່ງ; ດັ່ງນັ້ນ ພວກເຮົາຈຶ່ງໄດ້ຮັບພອນຢ່າງຫລວງຫລາຍ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຮົາເດີນທາງຢູ່ໃນແຜ່ນດິນແຫ່ງຄຳສັນຍາ, ພວກເຮົາໄດ້ພົບວ່າມີສັດທຸກຊະນິດຢູ່ໃນປ່າໃນແຜ່ນດິນແຫ່ງຄຳສັນຍາ, ທັງງົວແມ່ ແລະ ງົວເຖິກ, ລາ ແລະ ມ້າ, ແບ້ບ້ານ ແລະ ແບ້ປ່າ, ແລະ ສັດປ່າທຸກຊະນິດທີ່ມະນຸດຈະໃຊ້ໄດ້. ແລະ ພວກເຮົາໄດ້ພົບແຮ່ທາດທຸກຊະນິດ, ທັງຄຳ, ແລະ ເງິນ, ແລະ ທອງແດງ.