ບົດທີ 19
ນີໄຟເຮັດແຜ່ນຈາລຶກດ້ວຍໂລຫະ ແລະ ຂຽນປະຫວັດສາດຂອງຜູ້ຄົນຂອງເພິ່ນ—ພຣະເຈົ້າຂອງອິດສະຣາເອນ ຈະສະເດັດມາໃນຫົກຮ້ອຍປີນັບແຕ່ລີໄຮໜີຈາກເຢຣູຊາເລັມ—ນີໄຟບອກເຖິງຄວາມທຸກທໍລະມານ ແລະ ການຄຶງເທິງໄມ້ກາງແຂນ—ຊາວຢິວຈະຖືກກຽດຊັງ ແລະ ຈະກະຈັດກະຈາຍໄປຈົນເຖິງຍຸກສຸດທ້າຍ, ເມື່ອເວລາທີ່ພວກເຂົາຈະກັບຄືນມາຫາພຣະຜູ້ເປັນເຈົ້າ. ປະມານ 588–570 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ບັນຊາຂ້າພະເຈົ້າ, ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ເຮັດແຜ່ນຈາລຶກດ້ວຍໂລຫະເພື່ອຂ້າພະເຈົ້າຈະໄດ້ຈາລຶກເລື່ອງລາວຕ່າງໆຂອງຜູ້ຄົນຂອງຂ້າພະເຈົ້າໄວ້ໃນນັ້ນ. ແລະ ໃນ ແຜ່ນຈາລຶກທີ່ຂ້າພະເຈົ້າໄດ້ເຮັດຂຶ້ນນີ້ ຂ້າພະເຈົ້າຕ້ອງຈາລຶກເລື່ອງລາວຕ່າງໆຂອງ ບິດາຂອງຂ້າພະເຈົ້າ ແລະ ການເດີນທາງຂອງພວກເຮົາໃນຖິ່ນແຫ້ງແລ້ງກັນດານ ແລະ ຄຳທຳນາຍຂອງບິດາຂອງຂ້າພະເຈົ້ານຳອີກ; ແລະ ຄຳທຳນາຍຫລາຍຢ່າງຂອງຂ້າພະເຈົ້າເອງ ຂ້າພະເຈົ້າໄດ້ຂຽນໄວ້ໃນນັ້ນນຳອີກ.
2 ແລະ ຂ້າພະເຈົ້າບໍ່ຮູ້ຈັກໃນເວລາທີ່ຂ້າພະເຈົ້າເຮັດມັນຂຶ້ນວ່າ ຂ້າພະເຈົ້າຈະໄດ້ຮັບບັນຊາຈາກພຣະຜູ້ເປັນເຈົ້າໃຫ້ເຮັດ ແຜ່ນຈາລຶກເຫລົ່ານີ້; ດັ່ງນັ້ນ, ບັນທຶກຂອງບິດາຂອງຂ້າພະເຈົ້າ ແລະ ລຳດັບການສືບເຊື້ອສາຍຂອງບັນພະບຸລຸດຂອງເພິ່ນ ແລະ ສ່ວນໃຫຍ່ຂອງການກະທຳຂອງພວກເຮົາໃນຖິ່ນແຫ້ງແລ້ງກັນດານ ຈຶ່ງມີຈາລຶກໄວ້ໃນແຜ່ນຈາລຶກເຫລັ້ມທຳອິດທີ່ຂ້າພະເຈົ້າໄດ້ເວົ້າເຖິງນັ້ນ; ດັ່ງນັ້ນ, ສິ່ງທີ່ເປັນຄວາມຈິງທີ່ເກີດຂຶ້ນກ່ອນຂ້າພະເຈົ້າເຮັດ ແຜ່ນຈາລຶກເຫລົ່ານີ້ ຈຶ່ງມີກ່າວໄວ້ສະເພາະໃນແຜ່ນຈາລຶກເຫລັ້ມທຳອິດ.
3 ແລະ ຫລັງຈາກຂ້າພະເຈົ້າໄດ້ເຮັດແຜ່ນຈາລຶກເຫລົ່ານີ້ຕາມພຣະບັນຍັດແລ້ວ, ຂ້າພະເຈົ້ານີໄຟໄດ້ຮັບພຣະບັນຍັດວ່າການປະຕິບັດສາດສະໜາກິດ ແລະ ຄຳທຳນາຍຢ່າງແຈ່ມແຈ້ງ ແລະ ມີຄ່າຢ່າງຫລວງຫລາຍຈະຖືກຂຽນໄວ້ໃນ ແຜ່ນຈາລຶກເຫລົ່ານີ້; ແລະ ສິ່ງທີ່ຖືກຂຽນໄວ້ຈະໄດ້ຮັບການຮັກສາໄວ້ ເພື່ອເປັນຄຳແນະນຳໃຫ້ຜູ້ຄົນຂອງຂ້າພະເຈົ້າຜູ້ທີ່ຈະໄດ້ເປັນເຈົ້າຂອງແຜ່ນດິນນີ້, ແລະ ເພື່ອຈຸດປະສົງອັນ ສະຫລາດອື່ນໆອີກທີ່ຈຸດປະສົງນັ້ນ ເປັນທີ່ຮູ້ຈັກແກ່ພຣະຜູ້ເປັນເຈົ້າ.
4 ດັ່ງນັ້ນ, ຂ້າພະເຈົ້ານີໄຟໄດ້ເຮັດບັນທຶກອັນໜຶ່ງໄວ້ໃນແຜ່ນຈາລຶກອື່ນໆ ຊຶ່ງໃຫ້ເລື່ອງລາວ ຫລື ຊຶ່ງໃຫ້ເລື່ອງລາວສ່ວນຫລາຍກ່ຽວກັບສົງຄາມ ແລະ ການຂັດແຍ້ງ ແລະ ຄວາມພິນາດຂອງຜູ້ຄົນຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າເຮັດການນີ້ ແລະ ສັ່ງຜູ້ຄົນຂອງຂ້າພະເຈົ້າວ່າ ພວກເຂົາຄວນເຮັດແນວໃດຫລັງຈາກທີ່ຂ້າພະເຈົ້າຈາກໄປແລ້ວ ແລະ ວ່າແຜ່ນຈາລຶກເຫລົ່ານີ້ຈະຖືກມອບໃຫ້ຈາກລຸ້ນໜຶ່ງຕໍ່ໃຫ້ລຸ້ນໜຶ່ງ, ຫລື ຈາກສາດສະດາຜູ້ໜຶ່ງຕໍ່ໃຫ້ສາດສະດາອີກຜູ້ໜຶ່ງ ຈົນກວ່າຈະໄດ້ຮັບພຣະບັນຍັດເພີ່ມເຕີມຈາກພຣະຜູ້ເປັນເຈົ້າ.
5 ແລະ ເລື່ອງລາວຂອງຂ້າພະເຈົ້າກ່ຽວກັບ ການເຮັດແຜ່ນຈາລຶກເຫລົ່ານີ້ຈະມີກ່າວຕໍ່ຈາກນີ້ໄປ; ແລະ ແລ້ວຈົ່ງເບິ່ງ, ຂ້າພະເຈົ້າດຳເນີນການຕາມທີ່ຂ້າພະເຈົ້າເວົ້າມາ; ແລະ ການນີ້ຂ້າພະເຈົ້າເຮັດເພື່ອສິ່ງທີ່ສັກສິດຈະໄດ້ຮັບການ ຮັກສາໄວ້ເພື່ອໃຫ້ເປັນຄວາມຮູ້ແກ່ຜູ້ຄົນຂອງຂ້າພະເຈົ້າ.
6 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍບໍ່ໄດ້ຂຽນອັນໃດໃນແຜ່ນຈາລຶກນີ້ ນອກຈາກເລື່ອງທີ່ຂ້າພະເຈົ້າຄິດວ່າມັນ ສັກສິດ. ແລະ ບັດນີ້, ຖ້າຫາກຂ້າພະເຈົ້າເຮັດຜິດໄປແມ່ນແຕ່ຄົນແຕ່ກ່ອນກໍຍັງໄດ້ເຮັດຜິດໄປ; ຂ້າພະເຈົ້າຈະບໍ່ແກ້ຕົວໃຫ້ຕົນເອງວ່າເປັນຄວາມຜິດຂອງຜູ້ອື່ນ, ແຕ່ຂ້າພະເຈົ້າຂໍແກ້ຕົວວ່າມັນເປັນເພາະ ຄວາມອ່ອນແອທີ່ມີຢູ່ກັບຂ້າພະເຈົ້າອັນເປັນເລື່ອງຂອງເນື້ອໜັງ.
7 ເພາະສິ່ງທີ່ບາງຄົນຖືວ່າມີຄຸນຄ່າທີ່ສຸດຕໍ່ຮ່າງກາຍ ແລະ ຈິດວິນຍານ, ບາງຄົນຈະຖືວ່າ ບໍ່ມີຄຸນຄ່າ ແລະ ຢຽບຍ່ຳໄວ້ໃຕ້ຕີນຂອງຕົນ. ແທ້ຈິງແລ້ວ, ເຖິງແມ່ນພຣະເຈົ້າຂອງອິດສະຣາເອນອົງນີ້ຍັງຖືກມະນຸດ ຢຽບຍ່ຳໄວ້ໃຕ້ຕີນຂອງເຂົາ; ຂ້າພະເຈົ້າເວົ້າວ່າຢຽບຍ່ຳໄວ້ໃຕ້ຕີນຂອງເຂົາ ແຕ່ຂ້າພະເຈົ້າຈະເວົ້າດ້ວຍອີກຄຳໜຶ່ງຄື—ເຂົາຖືວ່າພຣະອົງບໍ່ມີຄຸນຄ່າ ແລະ ບໍ່ເຊື່ອຟັງສຸລະສຽງແນະນຳຂອງພຣະອົງ ແຕ່ຢ່າງໃດ.
8 ແລະ ຈົ່ງເບິ່ງພຣະອົງຈະ ສະເດັດມາຕາມຄຳເວົ້າຂອງທູດໃນ ຫົກຮ້ອຍປີນັບແຕ່ບິດາຂອງຂ້າພະເຈົ້າໄດ້ໜີຈາກເຢຣູຊາເລັມ.
9 ແລະ ເພາະຄວາມຊົ່ວຮ້າຍຂອງມະນຸດສະໂລກ, ເຂົາຈະຕັດສິນພຣະອົງວ່າບໍ່ມີຄ່າ; ດັ່ງນັ້ນ ເຂົາຈຶ່ງຂ້ຽນພຣະອົງ ແລະ ພຣະອົງໄດ້ທົນ ແລະ ເຂົາຕີພຣະອົງ ແລະ ພຣະອົງໄດ້ທົນ; ແທ້ຈິງແລ້ວ, ເຂົາ ຖົ່ມນ້ຳລາຍໃສ່ພຣະອົງ ແລະ ພຣະອົງໄດ້ທົນ, ເພາະຄວາມກະລຸນາຮັກຫອມຂອງພຣະອົງ ແລະ ຄວາມອົດກັ້ນທີ່ພຣະອົງມີຕໍ່ລູກຫລານມະນຸດ.
10 ແລະ ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາຜູ້ຖືກ ນຳພາອອກຈາກເອຢິບຈາກຄວາມເປັນທາດ ແລະ ໄດ້ຮັບການປົກປັກຮັກສາຈາກພຣະອົງໃນຖິ່ນແຫ້ງແລ້ງກັນດານ, ແທ້ຈິງແລ້ວ, ພຣະເຈົ້າຂອງອັບຣາຮາມ, ແລະ ຂອງອີຊາກ, ແລະ ພຣະເຈົ້າຂອງຢາໂຄບໄດ້ ຍອມຕົວຂອງພຣະອົງເອງຢ່າງມະນຸດໃຫ້ຕົກຢູ່ໃນກຳມືຂອງຄົນຊົ່ວຕາມຄຳເວົ້າຂອງທູດ, ແລະ ຖືກ ຍົກຂຶ້ນຕາມຄຳເວົ້າຂອງ ຊີໂນກ, ແລະ ຖືກ ຄຶງໄວ້ເທິງໄມ້ກາງແຂນຕາມຄຳເວົ້າຂອງນີອຳ, ແລະ ຖືກຝັງໄວ້ໃນ ອຸບມຸງຕາມຄຳເວົ້າຂອງ ຊີນັດ, ຊຶ່ງເພິ່ນເວົ້າກ່ຽວກັບສາມມື້ແຫ່ງ ຄວາມມືດ ຊຶ່ງຈະເປັນເຄື່ອງໝາຍຂອງການສິ້ນພຣະຊົນໃຫ້ຄົນທີ່ຢູ່ຕາມເກາະໃນທະເລຮູ້ຈັກ, ໂດຍສະເພາະໃຫ້ຄົນທີ່ເປັນ ເຊື້ອສາຍອິດສະຣາເອນຫລາຍກວ່າຄົນອື່ນໆ.
11 ເພາະສາດສະດາໄດ້ເວົ້າໄວ້ດັ່ງນີ້: ຄືອົງພຣະຜູ້ເປັນເຈົ້າຈະ ສະເດັດມາຢ້ຽມຢາມເຊື້ອສາຍອິດສະຣາເອນທັງໝົດຢ່າງແນ່ນອນໃນມື້ນັ້ນ, ອາດຈະເປັນໂດຍສຸລະສຽງຂອງພຣະອົງ ເພາະຄວາມຊອບທຳຂອງພວກເຂົາອັນນຳມາຊຶ່ງຄວາມປິຕິຍິນດີ ແລະ ຄວາມລອດອັນຍິ່ງໃຫຍ່ຂອງພວກເຂົາ, ແລະ ຄົນອື່ນໆດ້ວຍ ຟ້າຮ້ອງ ແລະ ຟ້າຜ່າແຫ່ງອຳນາດຂອງພຣະອົງ, ດ້ວຍພະຍຸຝົນຟ້າຄະນອງ, ດ້ວຍໄຟ, ແລະ ດ້ວຍຄວັນ, ແລະ ດ້ວຍອາຍແຫ່ງ ຄວາມມືດ ແລະ ດ້ວຍ ແຜ່ນດິນແຍກອອກຈາກກັນພ້ອມທັງ ພູເຂົາ ຊຶ່ງຈະຖືກຍົກອອກໄປ.
12 ແລະ ສາດສະດາ ຊີນັດໄດ້ເວົ້າໄວ້ວ່າ ເລື່ອງ ທັງໝົດນີ້ຈະຕ້ອງເກີດຂຶ້ນຢ່າງແນ່ນອນ. ແລະ ຫີນຂອງແຜ່ນດິນໂລກຈະຕ້ອງແຍກອອກ; ແລະ ຍ້ອນສຽງຄວນຄາງຂອງແຜ່ນດິນໂລກ, ກະສັດຈຳນວນຫລວງຫລາຍຂອງເກາະໃນທະເລຈະຖືກພຣະວິນຍານຂອງພຣະເຈົ້າກະທຳໃຫ້ຮ້ອງອອກມາວ່າ: ພຣະເຈົ້າແຫ່ງທຳມະຊາດຮັບທຸກທໍລະມານ.
13 ແລະ ສຳລັບຄົນທີ່ຢູ່ໃນເຢຣູຊາເລັມ, ສາດສະດາໄດ້ເວົ້າໄວ້ວ່າ, ພວກເຂົາຈະຖືກຄົນທັງປວງ ຂ້ຽນຕີ ເພາະພວກເຂົາ ຄຶງພຣະເຈົ້າຂອງອິດສະຣາເອນໄວ້ເທິງໄມ້ກາງແຂນ ແລະ ຫັນໃຈຂອງພວກເຂົາໄປປະຕິເສດເຄື່ອງໝາຍ ແລະ ການແປກປະຫລາດ ແລະ ອຳນາດ ແລະ ລັດສະໝີພາບຂອງພຣະເຈົ້າແຫ່ງອິດສະຣາເອນ.
14 ສາດສະດາໄດ້ເວົ້າໄວ້ວ່າ ແລະ ເປັນຍ້ອນພວກເຂົາຫັນໃຈໄປ ແລະ ດູໝິ່ນພຣະຜູ້ບໍລິສຸດຂອງອິດສະຣາເອນ, ພວກເຂົາຈະແຊະໆຊຳໆໄປໃນເນື້ອໜັງ, ແລະ ຕາຍ, ແລະ ກັບເປັນຜູ້ຖືກ ຕິສິນ ນິນທາ, ແລະ ຖືກກຽດຊັງຢູ່ໃນບັນດາປະຊາຊາດທັງປວງ.
15 ເຖິງຢ່າງໃດກໍຕາມ, ສາດສະດາຍັງໄດ້ເວົ້າອີກວ່າ, ເມື່ອມື້ນັ້ນມາເຖິງ ເມື່ອພວກເຂົາຈະບໍ່ຫັນໃຈຂອງພວກເຂົາມາຕໍ່ຕ້ານພຣະຜູ້ບໍລິສຸດຂອງອິດສະຣາເອນ ອີກຕໍ່ໄປ, ເມື່ອນັ້ນພຣະອົງຈະລະນຶກເຖິງ ພັນທະສັນຍາ ຊຶ່ງພຣະອົງໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ.
16 ແທ້ຈິງແລ້ວ, ເມື່ອນັ້ນພຣະອົງຈະລະນຶກເຖິງ ເກາະໃນທະເລ; ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ເຮົາຈະ ເຕົ້າໂຮມ ແລະ ທຸກຄົນທີ່ເປັນເຊື້ອສາຍອິດສະຣາເອນຈະມາເຕົ້າໂຮມກັນຈາກສີ່ສ່ວນຂອງແຜ່ນດິນໂລກ ຕາມຄຳເວົ້າຂອງສາດສະດາຊີນັດ.
17 ແທ້ຈິງແລ້ວ, ແລະ ທົ່ວຜືນແຜ່ນດິນໂລກຈະ ເຫັນຄວາມລອດຂອງພຣະຜູ້ເປັນເຈົ້າ, ສາດສະດາໄດ້ເວົ້າໄວ້ວ່າທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງຈະໄດ້ຮັບພອນ.
18 ແລະ ຂ້າພະເຈົ້ານີໄຟໄດ້ຂຽນເລື່ອງເຫລົ່ານີ້ເຖິງຜູ້ຄົນຂອງຂ້າພະເຈົ້າເພື່ອບາງທີຂ້າພະເຈົ້າຈະໄດ້ຊັກຊວນພວກເຂົາໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າພຣະຜູ້ໄຖ່ຂອງພວກເຂົາ.
19 ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເວົ້າກ່ຽວກັບເຊື້ອສາຍອິດສະຣາເອນທຸກຄົນ, ຖ້າເປັນໄປວ່າພວກເຂົາຈະໄດ້ຮັບ ເລື່ອງເຫລົ່ານີ້.
20 ເພາະຈົ່ງເບິ່ງ, ຂ້າພະເຈົ້າໄດ້ເຮັດວຽກທາງວິນຍານເພື່ອຜູ້ທີ່ຢູ່ໃນເຢຣູຊາເລັມຊຶ່ງເຮັດໃຫ້ຂ້າພະເຈົ້າອິດເມື່ອຍຈົນວ່າຂ້າພະເຈົ້າອ່ອນເພຍໄປໝົດ, ເພາະຖ້າຫາກພຣະຜູ້ເປັນເຈົ້າບໍ່ເມດຕາທີ່ຈະສະແດງແກ່ຂ້າພະເຈົ້າ ກ່ຽວກັບຄົນເຫລົ່ານັ້ນເໝືອນດັ່ງທີ່ພຣະອົງໄດ້ສະແດງແກ່ສາດສະດາໃນສະໄໝກ່ອນແລ້ວ, ຂ້າພະເຈົ້າກໍຈະຕາຍເໝືອນກັນ.
21 ແລະ ພຣະອົງໄດ້ສະແດງເລື່ອງທັງໝົດທີ່ ກ່ຽວກັບພວກເຂົາແກ່ ສາດສະດາໃນສະໄໝກ່ອນໂດຍແນ່ແທ້; ແລະ ພຣະອົງໄດ້ສະແດງແກ່ສາດສະດາຫລາຍທ່ານກ່ຽວກັບພວກເຮົານຳອີກ; ດັ່ງນັ້ນ, ຈຶ່ງເປັນການຈຳເປັນທີ່ພວກເຮົາຕ້ອງຮູ້ກ່ຽວກັບພວກເຂົາ ເພາະມັນມີຂຽນໄວ້ໃນແຜ່ນຈາລຶກທອງເຫລືອງ.
22 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ສິດສອນເລື່ອງເຫລົ່ານີ້ໃຫ້ແກ່ພວກອ້າຍນ້ອງຂອງຂ້າພະເຈົ້າ; ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ອ່ານຫລາຍເລື່ອງທີ່ມີຈາລຶກໄວ້ຢູ່ໃນ ແຜ່ນຈາລຶກທອງເຫລືອງ, ເພື່ອພວກເຂົາຈະໄດ້ຮູ້ກ່ຽວກັບການກະທຳຂອງພຣະຜູ້ເປັນເຈົ້າກັບຜູ້ຄົນສະໄໝກ່ອນໃນແຜ່ນດິນອື່ນໆ.
23 ແລະ ຂ້າພະເຈົ້າໄດ້ອ່ານຫລາຍເລື່ອງຊຶ່ງມີຂຽນຢູ່ໃນ ໜັງສືໂມເຊໃຫ້ພວກເຂົາຟັງ; ແຕ່ວ່າ ເພື່ອຂ້າພະເຈົ້າຈະໄດ້ຊັກຊວນໃຫ້ພວກເຂົາເຊື່ອຢ່າງເຕັມທີ່ໃນພຣະຜູ້ເປັນເຈົ້າພຣະຜູ້ໄຖ່ຂອງພວກເຂົາ, ຂ້າພະເຈົ້າຈຶ່ງໄດ້ອ່ານເລື່ອງທີ່ມີຂຽນໄວ້ໂດຍສາດສະດາ ເອຊາຢາໃຫ້ພວກເຂົາຟັງ; ເພາະຂ້າພະເຈົ້າໄດ້ ປຽບທຽບພຣະຄຳພີທັງໝົດກັບຕົວພວກເຮົາ, ເພື່ອມັນຈະໄດ້ເປັນ ຜົນປະໂຫຍດ ແລະ ເປັນການຮຽນຮູ້ຂອງພວກເຮົາ.
24 ດັ່ງນັ້ນ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາ ມີຄວາມວ່າ: ພວກເຈົ້າຈົ່ງຟັງຄຳເວົ້າຂອງສາດສະດາ ເພາະ ພວກເຈົ້າເປັນສ່ວນໜຶ່ງທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນ, ຜູ້ເປັນ ກິ່ງງ່າທີ່ແຕກຫັກອອກມາ; ພວກເຈົ້າຈົ່ງຟັງຄຳເວົ້າຂອງສາດສະດາທີ່ໄດ້ຂຽນໄວ້ກ່ຽວກັບເຊື້ອສາຍອິດສະຣາເອນທຸກຄົນ, ແລະ ຈົ່ງປຽບທຽບຂໍ້ຄວາມນັ້ນກັບຕົວຂອງພວກເຈົ້າເອງ, ເພື່ອພວກເຈົ້າຈະມີຄວາມຫວັງເຊັ່ນດຽວກັນກັບພີ່ນ້ອງຂອງພວກເຈົ້າຊຶ່ງພວກເຈົ້າໄດ້ແຕກອອກມາຈາກພວກເຂົາ; ເພາະສາດສະດາໄດ້ຂຽນໄວ້ແນວນັ້ນ.