ບົດທີ 20
ພຣະຜູ້ເປັນເຈົ້າເປີດເຜີຍພຣະປະສົງຂອງພຣະອົງແກ່ອິດສະຣາເອນ—ອິດສະຣາເອນຈະອອກໄປຈາກບາບີໂລນ ແລະ ຖືກເລືອກໃນເຕົາໄຟແຫ່ງຄວາມທຸກ—ປຽບທຽບກັບ ເອຊາຢາ 48. ປະມານ 588–570 ປີ ກ່ອນ ຄ.ສ.
1 ຈົ່ງເຊື່ອຟັງຂໍ້ຄວາມນີ້ເຖີດ, ໂອ້ ເຊື້ອສາຍຂອງຢາໂຄບ, ຜູ້ທີ່ຖືກເອີ້ນໃນນາມຂອງເຊື້ອສາຍອິດສະຣາເອນ, ແລະ ຜູ້ທີ່ອອກມາຈາກນ້ຳແຫ່ງຢູດາ ຫລື ອອກມາຈາກນ້ຳແຫ່ງ ການບັບຕິສະມາ, ຜູ້ທີ່ໄດ້ສາບານໃນພຣະນາມຂອງພຣະຜູ້ເປັນເຈົ້າ ແລະ ເວົ້າເຖິງພຣະເຈົ້າຂອງອິດສະຣາເອນ, ແຕ່ເຂົາຍັງບໍ່ສາມາດສາບານດ້ວຍຄວາມຈິງ ຫລື ຄວາມຊອບທຳເທື່ອ.
2 ເຖິງຢ່າງໃດກໍຕາມ, ເຂົາຂະໜານນາມຕົນເອງຕາມ ນະຄອນສັກສິດ, ແຕ່ເຂົາບໍ່ໄດ້ ມີຄວາມໝັ້ນຄົງຢູ່ໃນພຣະເຈົ້າຂອງອິດສະຣາເອນ, ຜູ້ເປັນຈອມໂຍທາ; ແທ້ຈິງແລ້ວ, ພຣະນາມຂອງພຣະອົງຄືຈອມໂຍທາ.
3 ຈົ່ງເບິ່ງ, ເລື່ອງລາວ ແຕ່ກ່ອນນັ້ນ ເຮົາປະກາດແລ້ວຕັ້ງແຕ່ຕົ້ນ ແລະ ມັນອອກມາຈາກປາກຂອງເຮົາແລ້ວ, ແລະ ເຮົາໄດ້ສະແດງແລ້ວແກ່ເຂົາ. ເຮົາໄດ້ສະແດງແກ່ເຂົາໂດຍທັນທີ.
4 ແລະ ເຮົາໄດ້ເຮັດເພາະເຮົາຮູ້ຈັກວ່າ ເຈົ້າເປັນຄົນດື້ດ້ານ ແລະ ຄໍຂອງເຈົ້າແຂງເໝືອນເຫລັກ, ແລະ ໜ້າຂອງເຈົ້າເປັນທອງເຫລືອງ;
5 ແລະ ເຮົາປະກາດແກ່ເຈົ້າແລ້ວຕັ້ງແຕ່ຕົ້ນວ່າ ເຮົາໄດ້ສະແດງມັນກ່ອນເຫດການຈະເກີດຂຶ້ນ ແລະ ເຮົາໄດ້ສະແດງມັນແກ່ເຈົ້າ ເພາະຢ້ານເຈົ້າເວົ້າວ່າ—ຮູບບູຊາຂອງເຮົາໄດ້ເຮັດຂຶ້ນມາ ແລະ ຮູບຄວັດສະຫລັກຂອງເຮົາ ແລະ ຮູບຫລໍ່ຂອງເຮົາໄດ້ບັນຊາມັນຂຶ້ນມາ.
6 ເຈົ້າໄດ້ເຫັນ ແລະ ໄດ້ຍິນເລື່ອງທັງໝົດນີ້ແລ້ວ ເຈົ້າຈະບໍ່ປະກາດມັນບໍ? ແລະ ຕັ້ງແຕ່ເວລານີ້ໄປ ເຮົາຈະເລົ່າສິ່ງໃໝ່ໆໃຫ້ເຈົ້າຟັງ, ເປັນສິ່ງທີ່ປິດຊ້ອນໄວ້ ຊຶ່ງເຈົ້າບໍ່ເຄີຍໄດ້ຍິນມາກ່ອນ.
7 ເປັນສິ່ງທີ່ສ້າງຂຶ້ນໃໝ່, ບໍ່ແມ່ນດົນມາແລ້ວ, ກ່ອນມື້ນີ້ເຈົ້າບໍ່ເຄີຍໄດ້ຍິນກ່ຽວກັບມັນ ຢ້ານວ່າເຈົ້າຈະເວົ້າວ່າ—ຈົ່ງເບິ່ງ ຂ້ານ້ອຍຮູ້ແລ້ວ.
8 ແທ້ຈິງແລ້ວ, ເຈົ້າບໍ່ໄດ້ຍິນມັນດອກ; ແທ້ຈິງແລ້ວ, ເຈົ້າບໍ່ຮູ້ຈັກມັນດອກ; ແທ້ຈິງແລ້ວ, ນັບແຕ່ເວລານັ້ນຫູຂອງເຈົ້າບໍ່ໄດ້ເປີດ; ເພາະເຮົາຮູ້ວ່າເຈົ້າຈະກະທຳການທໍລະຍົດຢ່າງໃຫຍ່ຫລວງ ແລະ ຖືກເອີ້ນວ່າ ຜູ້ລະເມີດຕັ້ງແຕ່ໃນທ້ອງແມ່.
9 ເຖິງຢ່າງໃດກໍຕາມ ເພາະເຫັນແກ່ ຊື່ຂອງເຮົາ ເຮົາຈຶ່ງອົດກັ້ນພຣະພິໂລດໄວ້, ແລະ ເພາະເຫັນແກ່ຄວາມສັນລະເສີນຂອງເຮົາ, ເຮົາຈຶ່ງຫ້າມບໍ່ໃຫ້ຕັດເຈົ້າອອກໄປ.
10 ເພາະຈົ່ງເບິ່ງ, ເຮົາຫລໍ່ຫລອມເຈົ້າ, ເຮົາເລືອກເຈົ້າໃນເຕົາໄຟແຫ່ງ ຄວາມທຸກ.
11 ເພື່ອເຫັນແກ່ເຮົາ, ແທ້ຈິງແລ້ວ, ເພື່ອເຫັນແກ່ເຮົາ, ເຮົາຈະທຳການນີ້, ເພາະວ່າເຮົາຈະບໍ່ຍອມໃຫ້ ຊື່ຂອງເຮົາມີມົນທິນ, ແລະ ເຮົາຈະ ບໍ່ສະລະລັດສະໝີພາບຂອງເຮົາໃຫ້ແກ່ຜູ້ອື່ນ.
12 ຈົ່ງເຊື່ອຟັງເຮົາ, ໂອ້ ຢາໂຄບ, ແລະ ອິດສະຣາເອນ, ຜູ້ທີ່ເຮົາເອີ້ນແລ້ວ ເຮົາກໍຄືເຂົາ; ເຮົາເປັນຜູ້ ທຳອິດ ແລະ ເປັນຜູ້ສຸດທ້າຍນັ້ນ.
13 ມືຂອງເຮົາ ວາງພື້ນຖານຂອງແຜ່ນດິນໂລກ, ແລະ ມືຂວາຂອງເຮົາຄືບເຖິງຟ້າສະຫວັນ. ເຮົາເອີ້ນມັນ ແລະ ມັນພາກັນລຸກຂຶ້ນ.
14 ທ່ານທັງຫລາຍຈົ່ງຊຸມນຸມກັນ, ແລະ ຟັງ; ຜູ້ໃດໃນບັນດາພວກນັ້ນທີ່ປະກາດເລື່ອງເຫລົ່ານີ້ແກ່ພວກເຂົາ? ພຣະຜູ້ເປັນເຈົ້າຮັກຜູ້ນັ້ນ; ແທ້ຈິງແລ້ວ ແລະ ຜູ້ນັ້ນຈະເຮັດໃຫ້ພຣະຄຳຂອງພຣະອົງທີ່ພວກເຂົາປະກາດ ສຳເລັດ; ແລະ ພຣະອົງຈະເຮັດກັບ ບາບີໂລນຕາມພຣະໄທຂອງພຣະອົງ ແລະ ແຂນຂອງພຣະອົງຈະມາຢູ່ເທິງຊາວເຄນເດຍ.
15 ພຣະຜູ້ເປັນເຈົ້າໄດ້ກ່າວອີກວ່າ; ເຮົາພຣະຜູ້ເປັນເຈົ້າ, ແທ້ຈິງແລ້ວ, ເຮົາໄດ້ກ່າວໄວ້; ແທ້ຈິງແລ້ວ, ເຮົາໄດ້ເອີ້ນເຂົາໃຫ້ມາປະກາດ, ເຮົາພາເຂົາມາ, ແລະ ເຂົາຈະເຮັດທາງຂອງເຂົາໃຫ້ຈະເລີນ.
16 ຈົ່ງເຂົ້າມາໃກ້ເຮົາ; ເຮົາບໍ່ໄດ້ເວົ້າໃນທີ່ ລີ້ລັບ; ຕັ້ງແຕ່ຕົ້ນ, ຕັ້ງແຕ່ເວລາທີ່ມີປະກາດເຮົາກໍເວົ້າແລ້ວ ແລະ ອົງພຣະຜູ້ເປັນເຈົ້າ ແລະ ພຣະວິນຍານຂອງພຣະອົງໄດ້ສົ່ງເຮົາມາ.
17 ແລະ ພຣະຜູ້ເປັນເຈົ້າ, ພຣະຜູ້ໄຖ່ຂອງເຈົ້າ ແລະ ພຣະຜູ້ບໍລິສຸດຂອງອິດສະຣາເອນໄດ້ກ່າວດັ່ງນີ້; ເຮົາໄດ້ສົ່ງເຂົາໄປ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ຜູ້ສິດສອນເຈົ້າເພື່ອໃຫ້ເປັນປະໂຫຍດ, ຜູ້ ນຳພາເຈົ້າໄປຕາມທາງທີ່ເຈົ້າຄວນໄປ, ໄດ້ເຮັດສິ່ງນັ້ນ.
18 ໂອ້ ຖ້າເຈົ້າເຊື່ອຟັງ ບັນຍັດຂອງເຮົາ ເມື່ອນັ້ນສັນຕິສຸກຂອງເຈົ້າຈະເປັນດັ່ງແມ່ນ້ຳ—ແລະ ຄວາມຊອບທຳຂອງເຈົ້າຈະເປັນດັ່ງຄື້ນໃນທະເລ.
19 ແລະ ລູກຫລານຂອງເຈົ້າຈະເປັນດັ່ງດິນຊາຍ; ແລະ ລູກຜູ້ອອກຈາກອຸທອນຂອງເຈົ້າກໍຈະເປັນເໝືອນດັ່ງເມັດຊາຍ; ຊື່ຂອງເຂົາຈະບໍ່ຖືກຕັດອອກ ຫລື ຖືກທຳລາຍຕໍ່ໜ້າເຮົາ.
20 ຈົ່ງ ອອກໄປຈາກບາບີໂລນ, ຈົ່ງໜີໄປຈາກຊາວເຄນເດຍ, ຈົ່ງປະກາດດ້ວຍສຽງເພງ, ຈົ່ງບອກເລື່ອງນີ້, ຈົ່ງອອກໄປສຸດແຜ່ນດິນໂລກ; ເຈົ້າຈົ່ງກ່າວວ່າ: ພຣະຜູ້ເປັນເຈົ້າໄດ້ໄຖ່ຢາໂຄບ ຜູ້ຮັບໃຊ້ຂອງພຣະອົງແລ້ວ.
21 ແລະ ພວກເຂົາບໍ່ໄດ້ ກະຫາຍນ້ຳເວລາພຣະອົງພາເຂົາໄປທາງທະເລຊາຍ; ພຣະອົງໄດ້ເຮັດໃຫ້ນ້ຳໄຫລອອກຈາກ ຫີນເພື່ອເຂົາ; ພຣະອົງໄດ້ຕີຫີນ ແລະ ນ້ຳໄດ້ພຸ່ງອອກມາ.
22 ທັງໆທີ່ພຣະອົງເຮັດໄປທັງໝົດນີ້ແລ້ວ, ແລະ ຫລວງຫລາຍກວ່ານີ້ອີກ, ກໍຍັງບໍ່ມີ ສັນຕິສຸກສຳລັບຄົນຊົ່ວ, ພຣະເຈົ້າໄດ້ກ່າວດັ່ງນີ້.