ບົດທີ 4
ນີໄຟຂ້າລາບານໂດຍການບັນຊາຂອງພຣະຜູ້ເປັນເຈົ້າ ແລະ ດ້ວຍກົນອຸບາຍຈຶ່ງໄດ້ຮັບແຜ່ນຈາລຶກທອງເຫລືອງ ໄວ້ໃນຄວາມຄອບຄອງ—ໂຊຣຳເລືອກເຂົ້າຮ່ວມກັບຄອບຄົວຂອງລີໄຮໃນຖິ່ນແຫ້ງແລ້ງກັນດານ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເວົ້າກັບພວກອ້າຍ, ມີຄວາມວ່າ: ຂໍໃຫ້ພວກເຮົາຈົ່ງກັບຂຶ້ນໄປເຢຣູຊາເລັມອີກ, ແລະ ຂໍໃຫ້ພວກເຮົາຈົ່ງ ຊື່ສັດໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ; ເພາະຈົ່ງເບິ່ງ, ພຣະອົງມີອານຸພາບຍິ່ງກວ່າຊາວໂລກທັງໝົດ, ແລ້ວເຫດໃດຈະບໍ່ມີ ອານຸພາບຍິ່ງກວ່າລາບານກັບຄົນຫ້າສິບຄົນຂອງລາວ, ແທ້ຈິງແລ້ວ, ເຖິງແມ່ນຄົນນັບໝື່ນຂອງລາວ?
2 ສະນັ້ນ ຂໍໃຫ້ພວກເຮົາຂຶ້ນໄປ; ຂໍໃຫ້ພວກເຮົາຈົ່ງ ເຂັ້ມແຂງເໝືອນດັ່ງ ໂມເຊ; ເພາະເພິ່ນໄດ້ເວົ້າກັບນ້ຳ ທະເລແດງແທ້ໆ ແລະ ນ້ຳກໍໄດ້ແຍກອອກໄປທາງນັ້ນທາງນີ້, ແລະ ບັນພະບຸລຸດຂອງພວກເຮົາໄດ້ເດີນຜ່ານມາເທິງແຜ່ນດິນແຫ້ງອອກຈາກການເປັນຊະເລີຍ, ແລະ ກອງທັບຂອງຟາໂຣໄດ້ຕາມມາ ແລະ ຈົມຢູ່ໃນນ້ຳທະເລແດງນັ້ນ
3 ບັດນີ້ຈົ່ງເບິ່ງ ພວກເຈົ້າຮູ້ວ່າເລື່ອງນີ້ມີຈິງ; ແລະ ພວກເຈົ້າຮູ້ອີກວ່າ ທູດໄດ້ເວົ້າກັບພວກເຈົ້າແລ້ວ; ດັ່ງນັ້ນ ດ້ວຍເຫດໃດພວກເຈົ້າຈຶ່ງສົງໄສອີກ? ຂໍໃຫ້ພວກເຮົາຂຶ້ນໄປ; ພຣະຜູ້ເປັນເຈົ້າສາມາດປົດປ່ອຍພວກເຮົາໄດ້, ເຖິງແມ່ນ ເໝືອນດັ່ງບັນພະບຸລຸດຂອງພວກເຮົາ, ແລະ ທຳລາຍລາບານໄດ້, ເຖິງແມ່ນເໝືອນດັ່ງຊາວເອຢິບ.
4 ແລ້ວເມື່ອຂ້າພະເຈົ້າເວົ້າຄຳເຫລົ່ານີ້, ພວກເຂົາຍັງຄຽດແຄ້ນ, ແລະ ຍັງຈົ່ມຢູ່ຕໍ່ໄປ; ເຖິງຢ່າງໃດກໍຕາມ ພວກເຂົາຍັງໄດ້ຕິດຕາມຂ້າພະເຈົ້າຂຶ້ນມາ ຈົນພວກເຮົາມາເຖິງນອກກຳແພງເມືອງເຢຣູຊາເລັມ.
5 ແລະ ມັນເປັນຕອນກາງຄືນ; ແລະ ຂ້າພະເຈົ້າໄດ້ໃຫ້ພວກເຂົາລີ້ຢູ່ນອກກຳແພງ. ແລະ ຫລັງຈາກພວກເຂົາລີ້ແລ້ວ, ຂ້າພະເຈົ້ານີໄຟກໍຫລົບຫລີກເຂົ້າໄປໃນເມືອງ ແລະ ມຸ້ງໜ້າໄປທີ່ບ້ານຂອງລາບານ.
6 ແລະ ພຣະວິນຍານໄດ້ ນຳຂ້າພະເຈົ້າໄປ, ໂດຍບໍ່ ຮູ້ລ່ວງໜ້າເຖິງສິ່ງທີ່ຂ້າພະເຈົ້າຄວນຈະເຮັດ.
7 ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍເຂົ້າໄປ, ແລະ ເມື່ອຂ້າພະເຈົ້າມາຮອດໃກ້ບ້ານຂອງລາບານ, ຂ້າພະເຈົ້າເຫັນຊາຍຄົນໜຶ່ງ, ແລະ ລາວລົ້ມລົງຢູ່ກັບພື້ນດິນຕໍ່ໜ້າຂ້າພະເຈົ້າ, ເພາະລາວເມົາເຫລົ້າອະງຸ່ນ.
8 ແລະ ເມື່ອຂ້າພະເຈົ້າເຂົ້າໄປໃກ້ກໍພົບວ່າລາວຄືລາບານ.
9 ແລະ ຂ້າພະເຈົ້າເຫັນ ດາບຂອງລາວ, ແລະ ຂ້າພະເຈົ້າດຶງມັນອອກຈາກຝັກ; ແລະ ດ້າມຂອງມັນເປັນຄຳສົດ, ແລະ ຝີມືອັນປານີດທີ່ສຸດ, ແລະ ຂ້າພະເຈົ້າເຫັນວ່າ ໃບດາບເຮັດດ້ວຍເຫລັກທີ່ມີຄ່າສູງທີ່ສຸດ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະວິນຍານ ກະຕຸ້ນຂ້າພະເຈົ້າໃຫ້ຂ້າລາບານສາ, ແຕ່ຂ້າພະເຈົ້າຄິດຢູ່ໃນໃຈວ່າ: ຂ້າພະເຈົ້າບໍ່ເຄີຍເຮັດໃຫ້ຄົນໃດເສຍເລືອດເນື້ອຈັກເທື່ອ. ແລະ ຂ້າພະເຈົ້າຈຶ່ງຢຸດສະຫງັກບໍ່ຢາກຂ້າລາວ.
11 ແລະ ພຣະວິນຍານກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ ພຣະຜູ້ເປັນເຈົ້າມອບລາວໃຫ້ຢູ່ໃນກຳມືຂອງເຈົ້າ. ແທ້ຈິງແລ້ວ, ຂ້າພະເຈົ້າຮູ້ວ່າ ລາວພະຍາຍາມເອົາຊີວິດຂອງຂ້າພະເຈົ້າຢູ່ແລ້ວ; ແທ້ຈິງແລ້ວ, ລາວບໍ່ຍອມເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ; ແລະ ລາວຍັງ ເອົາຊັບສົມບັດຂອງພວກເຮົາໄປນຳອີກ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າອີກວ່າ: ຈົ່ງຂ້າລາວສາ, ເພາະພຣະຜູ້ເປັນເຈົ້າມອບລາວໃຫ້ຢູ່ໃນກຳມືຂອງເຈົ້າແລ້ວ;
13 ຈົ່ງເບິ່ງ ພຣະຜູ້ເປັນເຈົ້າ ຂ້າ ຄົນຊົ່ວເພື່ອນຳເອົາຈຸດປະສົງອັນຊອບທຳຂອງພຣະອົງມາ. ການທີ່ຄົນຜູ້ດຽວຕາຍກໍ ດີກວ່າປະຊາຊາດຈະເສື່ອມໂຊມ ແລະ ຕາຍຢູ່ໃນຄວາມບໍ່ເຊື່ອຖື.
14 ແລະ ບັດນີ້, ເມື່ອຂ້າພະເຈົ້ານີໄຟໄດ້ຂໍ້ຄວາມນີ້, ຂ້າພະເຈົ້ານຶກເຖິງພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າໃນຖິ່ນແຫ້ງແລ້ງກັນດານ, ທີ່ມີຄວາມວ່າ: ຕາບໃດທີ່ລູກຫລານຂອງເຈົ້າຈະ ຮັກສາບັນຍັດຂອງເຮົາ, ພວກເຂົາຈະ ຮຸ່ງເຮືອງຢູ່ໃນ ແຜ່ນດິນແຫ່ງຄຳສັນຍາ.
15 ແທ້ຈິງແລ້ວ, ຂ້າພະເຈົ້າຄິດອີກວ່າ ພວກເຂົາຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າຕາມກົດຂອງໂມເຊບໍ່ໄດ້, ນອກຈາກພວກເຂົາຈະມີກົດບັງຄັບ.
16 ແລະ ຂ້າພະເຈົ້າຮູ້ອີກວ່າ ກົດໄດ້ຈາລຶກຢູ່ໃນແຜ່ນຈາລຶກທອງເຫລືອງນັ້ນ.
17 ແລະ ຂ້າພະເຈົ້າຮູ້ອີກວ່າ ພຣະຜູ້ເປັນເຈົ້າມອບລາບານໃຫ້ຢູ່ໃນກຳມືຂອງຂ້າພະເຈົ້າ ເພາະເຫດນີ້—ເພື່ອຂ້າພະເຈົ້າຈະໄດ້ຮັບບັນທຶກຕາມພຣະບັນຍັດຂອງພຣະອົງ.
18 ສະນັ້ນ ຂ້າພະເຈົ້າໄດ້ເຊື່ອຟັງສຽງຮຽກຮ້ອງຂອງພຣະວິນຍານ, ແລະ ຂ້າພະເຈົ້າຈັບລາບານໂດຍລວບຜົມຂອງລາວ, ແລະ ຕັດຫົວຂອງລາວ ດ້ວຍ ດາບຂອງລາວເອງ.
19 ແລະ ຫລັງຈາກຂ້າພະເຈົ້າໄດ້ຕັດຫົວຂອງລາວດ້ວຍດາບຂອງລາວເອງແລ້ວ, ຂ້າພະເຈົ້າກໍເອົາເຄື່ອງແຕ່ງກາຍຂອງລາບານມາສວມໃສ່ຕົວຂອງຂ້າພະເຈົ້າເອງ; ແທ້ຈິງແລ້ວ, ແມ່ນທຸກຊິ້ນສ່ວນ; ແລະ ຂ້າພະເຈົ້າໄດ້ຄາດເກາະເຄື່ອງປ້ອງກັນຂອງລາວໄວ້ຮອບແອວ.
20 ແລະ ຫລັງຈາກຂ້າພະເຈົ້າປ່ຽນເຄື່ອງແລ້ວ, ຂ້າພະເຈົ້າຈຶ່ງໄປຫາຄັງສົມບັດຂອງລາບານ. ແລະ ໃນຂະນະທີ່ຂ້າພະເຈົ້າມຸ້ງໜ້າໄປຫາຄັງສົມບັດຂອງລາບານຢູ່ນັ້ນ, ຈົ່ງເບິ່ງ, ຂ້າພະເຈົ້າເຫັນ ຄົນໃຊ້ຂອງລາບານຜູ້ຖືກະແຈຄັງສົມບັດ. ແລະ ຂ້າພະເຈົ້າໄດ້ບັນຊາລາວດ້ວຍສຽງຂອງລາບານໃຫ້ລາວເຂົ້າໄປໃນຄັງສົມບັດກັບຂ້າພະເຈົ້າ.
21 ແລະ ລາວຄິດວ່າ ຂ້າພະເຈົ້າເປັນລາບານນາຍຂອງລາວ, ເພາະເຫັນເຄື່ອງແຕ່ງກາຍກັບດາບທີ່ຄາດຢູ່ແອວຂອງຂ້າພະເຈົ້າ.
22 ແລະ ລາວກໍໄດ້ສົນທະນາກັບຂ້າພະເຈົ້າກ່ຽວກັບພວກຜູ້ອາວຸໂສຂອງຊາວຢິວ, ໂດຍຮູ້ວ່າລາບານນາຍຂອງລາວ, ອອກໄປຢູ່ໃນບັນດາຄົນເຫລົ່ານັ້ນຕອນກາງຄືນ.
23 ແລະ ຂ້າພະເຈົ້າໄດ້ເວົ້າກັບລາວເໝືອນກັບວ່າເປັນລາບານແທ້ໆ.
24 ແລະ ຂ້າພະເຈົ້າໄດ້ເວົ້າກັບລາວອີກວ່າ ຂ້າພະເຈົ້າຈະເອົາອັກຂະລະ, ຊຶ່ງຢູ່ໃນ ແຜ່ນຈາລຶກທອງເຫລືອງ ໄປໃຫ້ພວກອ້າຍຂອງຂ້າພະເຈົ້າ, ຜູ້ຢູ່ນອກກຳແພງ.
25 ແລະ ຂ້າພະເຈົ້າຂໍໃຫ້ລາວຕິດຕາມຂ້າພະເຈົ້າອອກໄປນຳ.
26 ແລະ ລາວໂດຍທີ່ຄິດວ່າຂ້າພະເຈົ້າເວົ້າເຖິງພີ່ນ້ອງຮ່ວມສາດສະໜາຈັກ, ແລະ ຄິດວ່າຂ້າພະເຈົ້າເປັນລາບານແທ້ໆ ຊຶ່ງຂ້າພະເຈົ້າຂ້າເສຍແລ້ວ, ດັ່ງນັ້ນ ລາວຈຶ່ງໄດ້ຕິດຕາມຂ້າພະເຈົ້າໄປ.
27 ແລະ ຂະນະທີ່ຂ້າພະເຈົ້າກຳລັງອອກໄປຫາພວກອ້າຍຂອງຂ້າພະເຈົ້າຊຶ່ງຢູ່ນອກກຳແພງ, ລາວກໍຍັງເວົ້າກັບຂ້າພະເຈົ້າຫລາຍໆເທື່ອກ່ຽວກັບພວກຜູ້ອາວຸໂສຂອງຊາວຢິວ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເລມັນເຫັນຂ້າພະເຈົ້າກໍຕົກໃຈຢ່າງຍິ່ງ, ແລະ ເລມູເອນກັບແຊມກໍເໝືອນກັນ. ແລະ ພວກເຂົາໄດ້ໜີໄປຕໍ່ໜ້າຂອງຂ້າພະເຈົ້າ; ເພາະພວກເຂົາຄິດວ່າ ຂ້າພະເຈົ້າເປັນລາບານ, ແລະ ຄິດວ່າລາວໄດ້ຂ້າຂ້າພະເຈົ້າເສຍແລ້ວ ແລະ ພະຍາຍາມຈະເອົາຊີວິດຂອງພວກເຂົານຳອີກ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າເອີ້ນພວກເຂົາ, ແລະ ພວກເຂົາໄດ້ຍິນສຽງຂອງຂ້າພະເຈົ້າ; ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢຸດໜີຈາກຂ້າພະເຈົ້າ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຄົນໃຊ້ຂອງລາບານເຫັນພວກອ້າຍຂອງຂ້າພະເຈົ້າ, ລາວກໍເລີ່ມຕົວສັ່ນ ແລະ ເກືອບໜີໄປຕໍ່ໜ້າຂ້າພະເຈົ້າ ແລະ ກັບໄປນະຄອນເຢຣູຊາເລັມ.
31 ແລະ ບັດນີ້ຂ້າພະເຈົ້ານີໄຟໂດຍທີ່ເປັນຄົນຮ່າງກາຍສູງໃຫຍ່, ແລະ ໂດຍທີ່ໄດ້ຮັບ ກຳລັງມະຫາສານຈາກພຣະຜູ້ເປັນເຈົ້ານຳອີກ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເຂົ້າຈັບຄົນໃຊ້ຂອງລາບານ, ແລະ ຍຶດລາວໄວ້, ເພື່ອບໍ່ໃຫ້ລາວໜີໄປ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເວົ້າກັບລາວ, ວ່າຖ້າຫາກລາວຈະເຊື່ອຟັງຄຳເວົ້າຂອງຂ້າພະເຈົ້າ, ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ຕາບໃດທີ່ຂ້າພະເຈົ້າຍັງມີຊີວິດຢູ່, ຖ້າຫາກລາວຈະເຊື່ອຟັງຄຳເວົ້າຂອງພວກເຮົາ, ພວກເຮົາກໍຈະໄວ້ຊີວິດລາວ.
33 ແລະ ຂ້າພະເຈົ້າໄດ້ເວົ້າກັບລາວດ້ວຍ ຄຳສາບານ, ວ່າບໍ່ຕ້ອງຢ້ານ; ລາວຈະເປັນອິດສະລະຄືກັນກັບພວກເຮົາ ຖ້າຫາກລາວຈະລົງໄປໃນຖິ່ນແຫ້ງແລ້ງກັນດານກັບພວກເຮົາ.
34 ແລະ ຂ້າພະເຈົ້າໄດ້ເວົ້າກັບລາວອີກ, ມີຄວາມວ່າ: ພຣະຜູ້ເປັນເຈົ້າໄດ້ ບັນຊາໃຫ້ພວກເຮົາເຮັດສິ່ງນີ້ແທ້ໆ; ແລະ ພວກເຮົາຈະບໍ່ພາກພຽນໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າບໍ? ສະນັ້ນ, ຖ້າຫາກ ເຈົ້າຈະລົງໄປຫາບິດາຂອງຂ້າພະເຈົ້າໃນຖິ່ນແຫ້ງແລ້ງກັນດານ, ເຈົ້າກໍຈະມີສ່ວນກັບພວກເຮົາ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຊຣຳໄດ້ມີກຳລັງໃຈຂຶ້ນຈາກຄຳເວົ້າທີ່ຂ້າພະເຈົ້າໄດ້ເວົ້າໄປແລ້ວ. ບັດນີ້ໂຊຣຳຄືຊື່ຂອງຄົນໃຊ້; ແລະ ລາວສັນຍາວ່າ ລາວຈະລົງໄປຫາບິດາຂອງຂ້າພະເຈົ້າໃນຖິ່ນແຫ້ງແລ້ງກັນດານ. ແທ້ຈິງແລ້ວ, ແລະ ລາວໄດ້ໃຫ້ຄຳສາບານກັບພວກເຮົາອີກວ່າ ລາວຈະຢູ່ກັບພວກເຮົານັບແຕ່ເວລານັ້ນເປັນຕົ້ນໄປ.
36 ແລ້ວພວກເຮົາປາດຖະໜາຢາກໃຫ້ລາວຢູ່ກັບພວກເຮົາເພາະເຫດນີ້, ຄືຊາວຢິວຈະບໍ່ຮູ້ຈັກກ່ຽວກັບການໜີໄປຫາຖິ່ນແຫ້ງແລ້ງກັນດານຂອງພວກເຮົາ, ຢ້ານວ່າພວກເຂົາຈະໄລ່ຕາມມາ ແລະ ທຳຮ້າຍພວກເຮົາ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂຊຣຳໄດ້ໃຫ້ ຄຳສາບານກັບພວກເຮົາແລ້ວ, ຄວາມຢ້ານກົວຂອງພວກເຮົາກ່ຽວກັບລາວກໍໝົດໄປ.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົານຳແຜ່ນຈາລຶກທອງເຫລືອງ ແລະ ຄົນໃຊ້ຂອງລາບານ, ແລະ ອອກໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ເດີນທາງໄປຫາຜ້າເຕັນຂອງບິດາຂອງພວກເຮົາ.