ພຣະ​ຄຳ​ພີ
1 ນີ​ໄຟ 7


ບົດ​ທີ 7

ພວກ​ລູກ​ຊາຍ​ຂອງ​ລີ​ໄຮ​ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ ແລະ ອິດ​ຊະ​ມາ​ເອນ​ກັບ​ຄອບ​ຄົວ​ຕົກ​ລົງ​ໃຈ​ມາ​ຮ່ວມ​ກັບ​ພວກ​ລີ​ໄຮ—ເລ​ມັນ ແລະ ການ​ກະ​ບົດ​ຕ່າງໆ—ນີ​ໄຟ​ຊັກ​ຊວນ​ພວກ​ອ້າຍ​ຂອງ​ລາວ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ—ພວກ​ເຂົາ​ມັດ​ລາວ​ດ້ວຍ​ເຊືອກ ແລະ ວາງ​ແຜນ​ການ​ທີ່​ຈະ​ທຳ​ລາຍ​ລາວ—ລາວ​ຖືກ​ປ່ອຍ​ເປັນ​ອິດ​ສະ​ລະ​ໂດຍ​ອຳ​ນາດ​ແຫ່ງ​ສັດ​ທາ—ພວກ​ອ້າຍ​ຂອງ​ລາວ​ຮ້ອງ​ຂໍ​ເພື່ອ​ການ​ໃຫ້​ອະ​ໄພ—ລີ​ໄຮ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຖວາຍ​ເຄື່ອງ​ບູ​ຊາ ແລະ ເຄື່ອງ​ເຜົາ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ຮູ້, ວ່າ​ຫລັງ​ຈາກ​ລີ​ໄຮ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ ທຳ​ນາຍ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ເພິ່ນ​ຈົບ​ແລ້ວ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ອີກ, ມີ​ຄວາມ​ວ່າ ບໍ່​ສົມ​ຄວນ​ທີ່​ເຈົ້າ​ລີ​ໄຮ​ຈະ​ພາ​ຄອບ​ຄົວ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຕາມ​ລຳ​ພັງ, ແຕ່​ລູກ​ຂອງ​ເຈົ້າ​ຄວນ​ນຳ​ເອົາ ຜູ້​ຍິງ​ມາ​ເປັນ ເມຍ, ເພື່ອ​ຈະ​ໄດ້​ມີ​ລູກ​ຫລານ​ລ້ຽງ​ໄວ້​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ ບັນ​ຊາ​ເພິ່ນ​ວ່າ ຂ້າ​ພະ​ເຈົ້າ​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ກັບ​ໄປ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ​ອີກ ແລະ ພາ​ອິດ​ຊະ​ມາ​ເອນ​ກັບ​ຄອບ​ຄົວ​ຂອງ​ລາວ​ລົງ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ອີກ ເພື່ອ​ຂຶ້ນ​ໄປ​ເຢ​ຣູ​ຊາ​ເລັມ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຂຶ້ນ​ໄປ​ເຖິງ​ບ້ານ​ຂອງ​ອິດ​ຊະ​ມາ​ເອນ, ແລະ ພວກ​ເຮົາ​ໄດ້​ເປັນ​ທີ່​ພໍ​ໃຈ​ໃນ​ສາຍ​ຕາ​ຂອງ​ອິດ​ຊະ​ມາ​ເອນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ໄດ້​ເວົ້າ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ລາວ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ອິດ​ຊະ​ມາ​ເອນ​ອ່ອນ​ລົງ, ພ້ອມ​ທັງ​ໃຈ​ຂອງ​ຄອບ​ຄົວ​ຂອງ​ລາວ​ນຳ​ອີກ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ອອກ​ເດີນ​ທາງ​ລົງ​ມາ​ກັບ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ມາ​ຫາ​ຜ້າ​ເຕັນ​ຂອງ​ບິ​ດາ​ຂອງ​ພວກ​ເຮົາ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະ​ນະ​ທີ່​ກຳ​ລັງ​ເດີນ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ເລ​ມັນ​ກັບ​ເລ​ມູ​ເອນ, ແລະ ລູກ​ສາວ​ສອງ​ຄົນ​ຂອງ​ອິດ​ຊະ​ມາ​ເອນ, ແລະ ລູກ​ຊາຍ​ສອງ​ຄົນ​ຂອງ​ອິດ​ຊະ​ມາ​ເອນ ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ກະ​ບົດ​ຕໍ່​ພວກ​ເຮົາ; ແທ້​ຈິງ​ແລ້ວ, ໄດ້​ຂັດ​ຂືນ​ຂ້າ​ພະ​ເຈົ້າ​ນີ​ໄຟ ແລະ ແຊມ, ແລະ ອິດ​ຊະ​ມາ​ເອນ, ຜູ້​ເປັນ​ບິ​ດາ​ຂອງ​ພວກ​ເຂົາ, ແລະ ຂັດ​ຂືນ​ເມຍ​ຂອງ​ລາວ, ແລະ ລູກ​ສາວ​ອີກ​ສາມ​ຄົນ​ຂອງ​ລາວ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ການ​ກະ​ບົດ​ຄັ້ງ​ນັ້ນ, ພວກ​ເຂົາ​ປາດ​ຖະ​ໜາ​ຈະ​ກັບ​ໄປ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ.

8 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີ​ໄຟ​ໂດຍ​ທີ່ ໂສກ​ເສົ້າ​ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແມ່ນ​ເວົ້າ​ກັບ​ເລ​ມັນ​ກັບ​ເລ​ມູ​ເອນ​ວ່າ: ຈົ່ງ​ເບິ່ງ​ພວກ​ເຈົ້າ ຜູ້​ຊຶ່ງ​ເປັນ​ອ້າຍ​ຂອງ​ເຮົາ, ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ມີ​ໃຈ​ແຂງ​ກະ​ດ້າງ​ແທ້, ແລະ ພວກ​ເຈົ້າ​ບໍ່​ຍອມ​ເຂົ້າ​ໃຈ, ຈົນ​ຕ້ອງ​ໃຫ້​ເຮົາ​ຜູ້​ເປັນ​ນ້ອງ​ເວົ້າ​ກັບ​ພວກ​ເຈົ້າ, ແທ້​ຈິງ​ແລ້ວ, ແລະ ເຮັດ​ເປັນ​ຕົວ​ຢ່າງ​ໃຫ້​ພວກ​ເຈົ້າ​ອີກ?

9 ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

10 ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ ລືມ​ວ່າ ພວກ​ເຈົ້າ​ເຄີຍ​ເຫັນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

11 ແທ້​ຈິງ​ແລ້ວ, ແລະ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ລືມ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ພວກ​ເຮົາ, ໃນ​ການ ປົດ​ປ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ລາ​ບານ, ແລະ ພວກ​ເຮົາ​ໄດ້​ຮັບ​ບັນ​ທຶກ​ນັ້ນ​ອີກ?

12 ແທ້​ຈິງ​ແລ້ວ, ແລະ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ລືມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ເພື່ອ​ລູກ​ຫລານ​ມະ​ນຸດ, ຖ້າ​ຫາກ​ເປັນ​ໄປ​ວ່າ ເຂົາ​ຈະ​ໃຊ້ ສັດ​ທາ​ໃນ​ພຣະ​ອົງ? ດັ່ງ​ນັ້ນ, ຂໍ​ໃຫ້​ພວກ​ເຮົາ​ຊື່​ສັດ​ຕໍ່​ພຣະ​ອົງ.

13 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຮົາ​ຊື່​ສັດ​ຕໍ່​ພຣະ​ອົງ​ແລ້ວ, ພວກ​ເຮົາ​ຈະ​ໄດ້​ຮັບ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ເວ​ລາ​ໜຶ່ງ​ໃນ​ອະ​ນາ​ຄົດ​ພວກ​ເຈົ້າ​ຈະ​ຮູ້​ວ່າ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ ຄວາມ​ພິ​ນາດ​ຂອງ​ເຢ​ຣູ​ຊາ​ເລັມ​ຈະ​ຕ້ອງ​ສຳ​ເລັດ; ເພາະ​ທຸກ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ກ່ຽວ​ກັບ​ຄວາມ​ພິ​ນາດ​ຂອງ​ເຢ​ຣູ​ຊາ​ເລັມ​ຕ້ອງ​ເປັນ​ຈິງ.

14 ແລ້ວ​ຈົ່ງ​ເບິ່ງ ໃນ​ບໍ່​ຊ້າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຊົາ​ພະ​ຍາ​ຍາມ​ກັບ​ພວກ​ເຂົາ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ ບໍ່​ຍອມ​ຮັບ​ສາດ​ສະ​ດາ ແລະ ເອົາ ເຢ​ເຣ​ມີ​ຢາ​ເຂົ້າ​ຄຸກ. ແລະ ພວກ​ເຂົາ​ພະ​ຍາ​ຍາມ​ເອົາ ຊີ​ວິດ​ບິ​ດາ​ຂອງ​ເຮົາ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄລ່​ເພິ່ນ​ອອກ​ຈາກ​ແຜ່ນ​ດິນ.

15 ແລ້ວ​ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ຈະ​ກັບ​ໄປ​ເຢ​ຣູ​ຊາ​ເລັມ​ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ​ໄປ​ກັບ​ພວກ​ນັ້ນ. ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ເຈົ້າ​ຈະ​ເລືອກ​ຂຶ້ນ​ໄປ​ແຜ່ນ​ດິນ​ນັ້ນ, ຈົ່ງ​ຈື່​ຄຳ​ເວົ້າ​ທີ່​ເຮົາ​ເວົ້າ​ກັບ​ພວກ​ເຈົ້າ, ວ່າ​ຖ້າ​ຫາກ​ພວກ​ເຈົ້າ​ໄປ ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ​ເໝືອນ​ກັນ; ຊຶ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັງ​ຄັບ​ເຮົາ​ໃຫ້​ເວົ້າ​ດັ່ງ​ນີ້.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເວົ້າ​ຂໍ້​ຄວາມ​ເຫລົ່າ​ນີ້​ກັບ​ພວກ​ເຂົາ​ແລ້ວ, ພວກ​ເຂົາ​ກໍ​ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຈັບ​ເອົາ​ຂ້າ​ພະ​ເຈົ້າ, ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ຄຽດ​ແຄ້ນ​ຢ່າງ​ຍິ່ງ, ແລະ ພວກ​ເຂົາ​ໄດ້ ມັດ​ຂ້າ​ພະ​ເຈົ້າ​ໄວ້​ດ້ວຍ​ເຊືອກ ເພາະ​ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ຈະ​ໄດ້​ປະ​ຖິ້ມ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃຫ້​ສັດ​ປ່າ​ກິນ.

17 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ທູນ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ສັດ​ທາ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຢູ່​ໃນ​ພຣະ​ອົງ, ຂໍ​ພຣະ​ອົງ​ຈົ່ງ​ປົດ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ປະ​ທານ​ກຳ​ລັງ​ໃຫ້​ຂ້າ​ນ້ອຍ​ເພື່ອ​ຈະ​ເຮັດ​ໃຫ້​ເຊືອກ​ທີ່​ຜູກ​ຂ້າ​ນ້ອຍ ຂາດ​ອອກ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ຈົ່ງ​ເບິ່ງ, ເຊືອກ​ມັດ​ກໍ​ຫລຸດ​ອອກ​ຈາກ​ມື ແລະ ຕີນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ ໄດ້​ເວົ້າ​ກັບ​ພວກ​ເຂົາ​ອີກ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ​ອີກ ແລະ ພະ​ຍາ​ຍາມ​ຈະ​ຈັບ​ຂ້າ​ພະ​ເຈົ້າ; ແຕ່​ຈົ່ງ​ເບິ່ງ, ລູກ​ສາວ​ຄົນ​ໜຶ່ງ​ຂອງ​ອິດ​ຊະ​ມາ​ເອນ, ແທ້​ຈິງ​ແລ້ວ, ແມ່​ຂອງ​ນາງ​ນຳ​ອີກ ແລະ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ອິດ​ຊະ​ມາ​ເອນ​ໄດ້​ວິງ​ວອນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ອ່ອນ​ລົງ; ແລະ ພວກ​ເຂົາ​ກໍ​ຢຸດ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ກົ້ມ​ຂາບ​ລົງ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ, ແລະ ໄດ້​ວິງ​ວອນ​ຂ້າ​ພະ​ເຈົ້າ​ເພື່ອ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ໃນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ​ໄປ​ກັບ​ຂ້າ​ພະ​ເຈົ້າ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້ ຍົກ​ໂທດ​ໃຫ້​ພວກ​ເຂົາ​ຢ່າງ​ເຕັມ​ໃຈ​ຕໍ່​ທຸກ​ຢ່າງ​ທີ່​ພວກ​ເຂົາ​ກະ​ທຳ​ໄປ, ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ເພື່ອ​ຂໍ​ການ​ໃຫ້​ອະ​ໄພ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ກະ​ທຳ​ດັ່ງ​ນັ້ນ. ແລະ ຫລັງ​ຈາກ​ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ພວກ​ເຮົາ​ໄດ້​ອອກ​ເດີນ​ທາງ​ອີກ ເພື່ອ​ໄປ​ຫາ​ຜ້າ​ເຕັນ​ຂອງ​ບິ​ດາ​ຂອງ​ພວກ​ເຮົາ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ລົງ​ມາ​ເຖິງ​ຜ້າ​ເຕັນ​ຂອງ​ບິ​ດາ​ຂອງ​ພວກ​ເຮົາ. ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ກັບ​ພວກ​ອ້າຍ ແລະ ຄອບ​ຄົວ​ຂອງ​ອິດ​ຊະ​ມາ​ເອນ​ທຸກ​ຄົນ​ລົງ​ມາ​ເຖິງ​ຜ້າ​ເຕັນ​ຂອງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ເພິ່ນ​ໄດ້​ຖວາຍ ຂອບ​ພຣະ​ຄຸນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເພິ່ນ; ແລະ ພາ​ກັນ​ຖວາຍ ເຄື່ອງ​ບູ​ຊາ ແລະ ເຄື່ອງ​ເຜົາ​ແດ່​ພຣະ​ອົງ.