ບົດທີ 10
ຢາໂຄບອະທິບາຍວ່າ ຊາວຢິວຈະຄຶງພຣະເຈົ້າຂອງພວກເຂົາໄວ້ເທິງໄມ້ກາງແຂນ—ພວກເຂົາຈະກະຈັດກະຈາຍໄປຈົນກວ່າ ພວກເຂົາເລີ່ມເຊື່ອຖືໃນພຣະອົງ—ອາເມຣິກາຈະເປັນແຜ່ນດິນແຫ່ງເສລີພາບທີ່ຈະບໍ່ມີກະສັດປົກຄອງ—ທຳຕົນເຂົ້າກັບພຣະເຈົ້າ ແລະ ຮັບຄວາມລອດຜ່ານທາງພຣະຄຸນຂອງພຣະອົງ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຂ້າພະເຈົ້າຢາໂຄບຂໍເວົ້າກັບທ່ານອີກ ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າກ່ຽວກັບ ກິ່ງງ່າອັນຊອບທຳນີ້ ຊຶ່ງຂ້າພະເຈົ້າໄດ້ເວົ້າມາແລ້ວ.
2 ເພາະຈົ່ງເບິ່ງ, ຄຳສັນຍາທີ່ພວກເຮົາໄດ້ຮັບມາເປັນຄຳສັນຍາທີ່ໄດ້ເຮັດໄວ້ກັບພວກເຮົາຕາມທາງຂອງເນື້ອໜັງ. ດັ່ງນັ້ນເໝືອນດັ່ງສິ່ງທີ່ສະແດງກັບຂ້າພະເຈົ້າແລ້ວວ່າ ລູກຫລານຂອງພວກເຮົາຢ່າງຫລວງຫລາຍຈະຕາຍໃນເນື້ອໜັງເພາະຄວາມບໍ່ເຊື່ອຖື, ເຖິງຢ່າງໃດກໍຕາມ, ພຣະເຈົ້າຈະເມດຕາຄົນຢ່າງຫລວງຫລາຍ; ແລະ ລູກຫລານຂອງພວກເຮົາຈະຖືກນຳກັບຄືນມາເພື່ອເຂົາຈະໄດ້ມາຫາສິ່ງທີ່ຈະໃຫ້ຄວາມຮູ້ອັນແທ້ຈິງແກ່ເຂົາກ່ຽວກັບພຣະຜູ້ໄຖ່ຂອງເຂົາ.
3 ດັ່ງນັ້ນ, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບທ່ານມາແລ້ວ, ຈຶ່ງຈຳຕ້ອງເໝາະສົມທີ່ພຣະຄຣິດ—ເພາະມື້ຄືນນີ້ ທູດໄດ້ເວົ້າກັບຂ້າພະເຈົ້າວ່າ ນີ້ຈະເປັນພຣະນາມຂອງພຣະອົງ—ຈະ ສະເດັດມາໃນບັນດາຊາວຢິວ, ໃນບັນດາຜູ້ທີ່ຊົ່ວຫລາຍກວ່າພວກອື່ນໃນໂລກ; ແລະ ເຂົາຈະ ຄຶງພຣະອົງໄວ້ເທິງໄມ້ກາງແຂນ—ເພາະມັນຈຳຕ້ອງເປັນໄປແນວນັ້ນ ກັບພຣະເຈົ້າຂອງພວກເຮົາ, ແລະ ຈະບໍ່ມີປະຊາຊາດອື່ນໃດໃນແຜ່ນດິນໂລກນີ້ຈະ ຄຶງ ພຣະເຈົ້າຂອງເຂົາໄວ້ເທິງໄມ້ກາງແຂນ.
4 ເພາະຖ້າຫາກ ສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ໄດ້ຖືກກະທຳຂຶ້ນໃນບັນດາປະຊາຊາດອື່ນໆແລ້ວ ເຂົາຈະກັບໃຈ, ແລະ ຮູ້ຈັກວ່າ ພຣະອົງຄືພຣະເຈົ້າຂອງເຂົາ.
5 ແຕ່ເພາະ ການຫລອກລວງຂອງປະໂລຫິດ ແລະ ຄວາມຊົ່ວຮ້າຍຂອງຄົນທີ່ເຢຣູຊາເລັມຈະເຮັດຄໍແຂງ ກັບພຣະອົງ, ໃຫ້ພຣະອົງຖືກຄຶງໄວ້ເທິງໄມ້ກາງແຂນ.
6 ດັ່ງນັ້ນ, ຍ້ອນຄວາມຊົ່ວຮ້າຍຂອງເຂົາ, ຄວາມພິນາດ, ຄວາມອຶດຢາກ, ພະຍາດໂລຄາ, ແລະ ການນອງເລືອດຈະເກີດຂຶ້ນກັບເຂົາ; ແລະ ຜູ້ໃດທີ່ບໍ່ຖືກທຳລາຍກໍຈະ ກະຈັດກະຈາຍໄປໃນບັນດາທຸກປະຊາຊາດ.
7 ແຕ່ຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເວລານັ້ນຈະມາເຖິງທີ່ພວກເຂົາຈະເຊື່ອຖືໃນເຮົາວ່າ ເຮົາຄືພຣະຄຣິດ, ເມື່ອນັ້ນເຮົາໃຫ້ພັນທະສັນຍາກັບບັນພະບຸລຸດຂອງພວກເຂົາວ່າ ພວກເຂົາຈະຖືກນຳກັບຄືນມາໃນແຜ່ນດິນໂລກ ໃນເນື້ອໜັງເພື່ອໄປຫາແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ.
8 ແລະ ເຫດການຈະບັງເກີດຂຶ້ນຄື ພວກເຂົາຈະຖືກ ເຕົ້າໂຮມເຂົ້າມາຈາກການແຕກກະຈັດກະຈາຍໄປເປັນ ເວລາດົນນານຂອງພວກເຂົາ, ຈາກ ເກາະໃນທະເລ, ແລະ ຈາກສີ່ທິດຂອງແຜ່ນດິນໂລກ; ແລະ ປະຊາຊາດຂອງຄົນຕ່າງຊາດຈະຍິ່ງໃຫຍ່ໃນສາຍພຣະເນດຂອງເຮົາໃນ ການນຳພວກເຂົາໄປຫາແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ, ພຣະເຈົ້າກ່າວ.
9 ແທ້ຈິງແລ້ວ, ກະສັດຂອງຄົນຕ່າງຊາດຈະເປັນພໍ່ລ້ຽງຂອງເຂົາ ແລະ ລາຊີນີທັງຫລາຍຈະເປັນແມ່ລ້ຽງຂອງເຂົາ; ດັ່ງນັ້ນ, ຄຳສັນຍາຂອງພຣະຜູ້ເປັນເຈົ້າຈຶ່ງຍິ່ງໃຫຍ່ຕໍ່ຄົນຕ່າງຊາດ, ເພາະພຣະອົງໄດ້ຮັບສັ່ງໄວ້, ແລະ ແມ່ນໃຜຈະໂຕ້ຖຽງໄດ້?
10 ແຕ່ຈົ່ງເບິ່ງ, ພຣະເຈົ້າໄດ້ກ່າວວ່າ, ແຜ່ນດິນຈະເປັນແຜ່ນດິນມູນມໍລະດົກຂອງເຈົ້າ, ແລະ ຄົນຕ່າງຊາດຈະໄດ້ຮັບພອນຢູ່ໃນແຜ່ນດິນນີ້.
11 ແລະ ແຜ່ນດິນນີ້ຈະເປັນແຜ່ນດິນແຫ່ງ ເສລີພາບສຳລັບຄົນຕ່າງຊາດ, ແລະ ບໍ່ມີ ກະສັດໃນແຜ່ນດິນນີ້ ທີ່ຈະຍົກໄວ້ໃຫ້ຄົນຕ່າງຊາດ.
12 ແລະ ເຮົາຈະເສີມກຳລັງແຜ່ນດິນນີ້ໃຫ້ສາມາດຕ້ານທານກັບປະຊາຊາດອື່ນໆທັງໝົດ.
13 ແລະ ຜູ້ທີ່ ຕໍ່ສູ້ກັບຊີໂອນຈະຕ້ອງ ຕາຍ, ພຣະເຈົ້າກ່າວ.
14 ແລະ ຜູ້ທີ່ແຕ່ງຕັ້ງກະສັດໃຫ້ຂັດແຍ້ງເຮົາຈະຕ້ອງຕາຍ, ເພາະເຮົາພຣະຜູ້ເປັນເຈົ້າ ກະສັດແຫ່ງສະຫວັນຈະເປັນກະສັດຂອງເຂົາ, ແລະ ຜູ້ໄດ້ຍິນຄຳເວົ້າຂອງເຮົາ, ເຮົາຈະເປັນ ແສງສະຫວ່າງໃຫ້ແກ່ເຂົາຕະຫລອດໄປ.
15 ດັ່ງນັ້ນ, ເພາະເຫດນີ້ ເພື່ອ ພັນທະສັນຍາຂອງເຮົາຊຶ່ງເຮົາກະທຳໄວ້ກັບລູກຫລານມະນຸດຈະສຳເລັດ ເພື່ອເຮົາຈະໄດ້ເຮັດກັບເຂົາເວລາທີ່ເຂົາຢູ່ໃນເນື້ອໜັງ, ເຮົາຈະຕ້ອງທຳລາຍວຽກງານ ລັບແຫ່ງ ຄວາມມືດ ແລະ ແຫ່ງຄາດຕະກອນ ແລະ ແຫ່ງຄວາມໜ້າກຽດຊັງ.
16 ດັ່ງນັ້ນ, ຜູ້ທີ່ຕໍ່ສູ້ກັບ ຊີໂອນ, ທັງຊາວຢິວ ແລະ ຄົນຕ່າງຊາດ, ທັງຂ້າທາດ ແລະ ຜູ້ເປັນອິດສະລະ, ທັງຊາຍ ແລະ ຍິງຈະຕ້ອງຕາຍເພາະ ເຂົາເປັນໂສເພນີຂອງແຜ່ນດິນໂລກທັງໝົດ; ເພາະ ຜູ້ໃດ ບໍ່ໄດ້ເປັນຝ່າຍເຮົາ ຈະ ຕໍ່ຕ້ານເຮົາ, ພຣະເຈົ້າຂອງພວກເຮົາກ່າວ.
17 ເພາະເຮົາຈະເຮັດໃຫ້ສັນຍາຂອງເຮົາ ຊຶ່ງເຮົາກະທຳໄວ້ກັບລູກຫລານມະນຸດ ສຳເລັດຄື, ເຮົາຈະເຮັດກັບເຂົາເວລາທີ່ເຂົາຢູ່ໃນເນື້ອໜັງ—
18 ດັ່ງນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພຣະເຈົ້າກ່າວໄວ້ດັ່ງນີ້: ເຮົາຈະເຮັດໃຫ້ລູກຫລານຂອງເຈົ້າເປັນທຸກດ້ວຍມືຂອງຄົນຕ່າງຊາດ; ເຖິງຢ່າງໃດກໍຕາມ, ເຮົາຈະເຮັດໃຫ້ໃຈຂອງ ຄົນຕ່າງຊາດອ່ອນໂຍນເພື່ອເຂົາຈະເປັນຄືບິດາຂອງຄົນເຫລົ່ານັ້ນ; ດັ່ງນັ້ນ, ຄົນຕ່າງຊາດຈະໄດ້ ຮັບພອນ ແລະ ຖືກ ນັບເຂົ້າຢູ່ກັບບັນດາເຊື້ອສາຍອິດສະຣາເອນ.
19 ດັ່ງນັ້ນ, ເຮົາຈະ ຕັ້ງແຜ່ນດິນນີ້ໄວ້ເພື່ອລູກຫລານຂອງເຈົ້າ, ແລະ ຜູ້ທີ່ຈະຖືກນັບເຂົ້າຢູ່ໃນບັນດາລູກຫລານຂອງເຈົ້າຕະຫລອດໄປ, ເພື່ອໃຫ້ເປັນແຜ່ນດິນມູນມໍລະດົກຂອງພວກເຂົາ; ເພາະມັນເປັນແຜ່ນດິນທີ່ປະເສີດ ເໜືອກວ່າແຜ່ນດິນອື່ນໃດທັງສິ້ນ, ພຣະເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ, ດັ່ງນັ້ນ, ເຮົາຈະໃຫ້ຄົນທັງປວງທີ່ອາໄສຢູ່ໃນນັ້ນເປັນຜູ້ທີ່ນະມັດສະການເຮົາ, ພຣະເຈົ້າກ່າວ.
20 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ໂດຍທີ່ເຫັນວ່າ ພຣະເຈົ້າຂອງພວກເຮົາຜູ້ເມດຕາ ປະທານຄວາມຮູ້ອັນຍິ່ງໃຫຍ່ໃຫ້ພວກເຮົາກ່ຽວກັບສິ່ງເຫລົ່ານີ້, ຂໍໃຫ້ພວກເຮົາລະນຶກເຖິງພຣະອົງ ແລະ ປະຖິ້ມບາບຂອງພວກເຮົາ, ແລະ ຢ່າໄດ້ເຮັດຄໍຕົກ ເພາະວ່າພວກເຮົາບໍ່ໄດ້ຖືກປະຖິ້ມ; ເຖິງຢ່າງໃດກໍຕາມ, ພວກເຮົາຍັງຖືກ ຂັບໄລ່ອອກຈາກແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຮົາ; ແຕ່ພວກເຮົາຖືກນຳມາຫາ ແຜ່ນດິນທີ່ດີກວ່າ, ເພາະພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ທະເລເປັນ ທາງເດີນຂອງພວກເຮົາ ແລະ ພວກເຮົາຢູ່ໃນ ເກາະແຫ່ງໜຶ່ງໃນທະເລ.
21 ແຕ່ຄຳສັນຍາຂອງພຣະຜູ້ເປັນເຈົ້າກັບຜູ້ທີ່ຢູ່ໃນ ເກາະໃນທະເລນັ້ນຍິ່ງໃຫຍ່; ດັ່ງນັ້ນ, ເມື່ອກ່າວຄຳວ່າ ເກາະຈຶ່ງຈຳຕ້ອງມີຫລາຍກວ່ານີ້, ເພາະມັນເປັນບ່ອນຢູ່ອາໄສຂອງພີ່ນ້ອງຂອງພວກເຮົາຄືກັນ.
22 ເພາະຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າໄດ້ ພາຜູ້ຄົນໄປຈາກເຊື້ອສາຍອິດສະຣາເອນເປັນບາງຄັ້ງ ຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງ. ແລະ ບັດນີ້ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ຈື່ຈຳເຂົາທຸກຄົນທີ່ແຕກແຍກອອກມາ, ດັ່ງນັ້ນ, ພຣະອົງຈຶ່ງຈື່ຈຳພວກເຮົາເໝືອນກັນ.
23 ສະນັ້ນ, ຈົ່ງເຮັດໃຫ້ໃຈຂອງທ່ານຊື່ນບານ, ແລະ ຈົ່ງຈື່ຈຳໄວ້ວ່າ ທ່ານ ມີສິດທີ່ຈະ ເຮັດເພື່ອຕົນເອງ—ທີ່ຈະ ເລືອກທາງແຫ່ງຄວາມຕາຍອັນເປັນນິດ ຫລື ທາງແຫ່ງຊີວິດນິລັນດອນ.
24 ດັ່ງນັ້ນ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງທຳຕົນເອງໃຫ້ເຂົ້າກັບພຣະປະສົງຂອງພຣະເຈົ້າ, ແລະ ບໍ່ແມ່ນເຂົ້າກັບຄວາມປະສົງຂອງມານ ແລະ ເນື້ອໜັງ ແລະ ຈົ່ງຈື່ຈຳໄວ້ຫລັງຈາກທ່ານທຳຕົນເອງເຂົ້າກັບພຣະເຈົ້າແລ້ວ, ວ່າຈະເປັນໂດຍ ພຣະຄຸນຂອງພຣະເຈົ້າເທົ່ານັ້ນທີ່ທ່ານຈະ ລອດ.
25 ດັ່ງນັ້ນ, ຂໍໃຫ້ພຣະເຈົ້າຈົ່ງຍົກທ່ານຂຶ້ນຈາກຄວາມຕາຍໂດຍອຳນາດແຫ່ງການຟື້ນຄືນຊີວິດເຖີດ, ແລະ ຈາກຄວາມຕາຍອັນເປັນນິດໂດຍອຳນາດແຫ່ງ ການຊົດໃຊ້ ເພື່ອທ່ານຈະຖືກຮັບເຂົ້າໃນອານາຈັກນິລັນດອນຂອງພຣະເຈົ້າ ເພື່ອທ່ານຈະໄດ້ສັນລະເສີນພຣະອົງໂດຍພຣະຄຸນແຫ່ງສະຫວັນ. ອາແມນ.