ບົດທີ 16
ເອຊາຢາເຫັນພຣະຜູ້ເປັນເຈົ້າ—ບາບຂອງເອຊາຢາໄດ້ຮັບການອະໄພໂທດ—ເພິ່ນຖືກເອີ້ນໃຫ້ທຳນາຍ—ເພິ່ນທຳນາຍເຖິງການປະຕິເສດຄຳສອນຂອງພຣະຄຣິດຂອງຊາວຢິວ—ຜູ້ທີ່ເຫລືອຢູ່ຈະກັບຄືນມາ—ປຽບທຽບກັບເອຊາຢາ 6. ປະມານ 559–545 ປີ ກ່ອນ ຄ.ສ.
1 ໃນ ປີທີ່ກະສັດອຸດສີຢາສິ້ນຊີວິດນັ້ນ, ຂ້າພະເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າປະທັບຢູ່ເທິງບັນລັງສູງເດັ່ນ, ຊາຍລະໄບຜ້າເຄື່ອງທົງຂອງພຣະອົງແຜ່ເຕັມພຣະວິຫານ.
2 ຢູ່ເໜືອພຣະອົງມີ ເຊຣາຟີມຫລາຍອົງຢືນຢູ່; ແຕ່ລະອົງມີປີກຫົກປີກ, ແຕ່ລະອົງເອົາສອງປີກປົກໜ້າ, ສອງປີກປົກຕີນ, ແລະ ອີກສອງປີກໃຊ້ບິນໄປ.
3 ແຕ່ລະອົງຮ້ອງໃສ່ກັນ ແລະ ກ່າວວ່າ: ບໍລິສຸດ, ບໍລິສຸດ, ບໍລິສຸດ, ພຣະຜູ້ເປັນເຈົ້າແຫ່ງຈັກກະວານ; ລັດສະໝີພາບຂອງພຣະອົງແຜ່ກະຈາຍໄປທົ່ວແຜ່ນດິນໂລກ.
4 ແລະ ເສົາປະຕູເຄື່ອນ ເພາະສຽງຂອງຜູ້ທີ່ຮ້ອງ, ແລະ ພຣະວິຫານເຕັມໄປດ້ວຍຄວັນ.
5 ຈາກນັ້ນຂ້າພະເຈົ້າໄດ້ເວົ້າວ່າ: ວິບັດເກີດກັບຂ້າພະເຈົ້າ! ເພາະຂ້າພະເຈົ້າ ຫລົ້ມຈົມ; ເພາະຂ້າພະເຈົ້າເປັນຄົນທີ່ຮີມຝີປາກບໍ່ສະອາດ; ແລະ ຂ້າພະເຈົ້າຢູ່ທ່າມກາງຜູ້ຄົນທີ່ຮີມຝີປາກບໍ່ສະອາດ; ເພາະ ຂ້າພະເຈົ້າໄດ້ເຫັນກະສັດ, ຈອມໂຍທາກັບຕາຕົນເອງແລ້ວ.
6 ຕໍ່ມາ ມີເຊຣາຟີມອົງໜຶ່ງໄດ້ບິນມາຫາຂ້າພະເຈົ້າ, ມີ ຖ່ານໄຟສີແດງໃນມືຂອງພຣະອົງ, ຊຶ່ງພຣະອົງໄດ້ຈັບເອົາມາຈາກແທ່ນບູຊາດ້ວຍຄີມໜີບ;
7 ແລະ ພຣະອົງໄດ້ເອົາຖ່ານໄຟນັ້ນແປະໃສ່ປາກຂອງຂ້າພະເຈົ້າ, ແລ້ວກ່າວວ່າ: ສິ່ງນີ້ໄດ້ຖືກປາກຂອງເຈົ້າແລ້ວ; ຄວາມຊົ່ວຮ້າຍຂອງເຈົ້າກໍຖືກຍົກເລີກ, ແລະ ບາບຂອງເຈົ້າກໍໄດ້ຮັບອະໄພ.
8 ແລະ ຂ້າພະເຈົ້າໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າອີກ, ມີຄວາມວ່າ: ເຮົາຈະສົ່ງຜູ້ໃດໄປ, ແລະ ແມ່ນໃຜຈະໄປເພື່ອພວກເຮົາ? ຈາກນັ້ນຂ້າພະເຈົ້າໄດ້ທູນວ່າ: ຂ້ານ້ອຍຈະໄປດອກ; ຈົ່ງສົ່ງຂ້ານ້ອຍໄປຖ້ອນ.
9 ແລະ ພຣະອົງໄດ້ກ່າວວ່າ: ຈົ່ງໄປບອກຜູ້ຄົນພວກນີ້ວ່າ—ພວກເຈົ້າຈະຟັງຫລາຍປານໃດ, ພວກເຈົ້າກໍຈະບໍ່ເຂົ້າໃຈ; ພວກເຈົ້າຈະເບິ່ງຄັກປານໃດ, ພວກເຈົ້າກໍຈະບໍ່ຮູ້ວ່າແມ່ນຫຍັງຈະເກີດຂຶ້ນ.
10 ຈົ່ງເຮັດໃຫ້ໃຈຜູ້ຄົນພວກນີ້ມືດມົນ, ແລະ ເຮັດໃຫ້ຫູຂອງພວກເຂົາໜວກ, ແລະ ປິດຕາຂອງພວກເຂົາເສຍ—ຢ້ານວ່າພວກເຂົາຈະເຫັນດ້ວຍຕາຂອງພວກເຂົາ, ແລະ ໄດ້ຍິນດ້ວຍຫູຂອງພວກເຂົາ, ແລະ ເຂົ້າໃຈດ້ວຍໃຈຂອງພວກເຂົາ, ແລ້ວປ່ຽນໃຈເຫລື້ອມໃສ ແລະ ໄດ້ຮັບການປິ່ນປົວ.
11 ຈາກນັ້ນຂ້າພະເຈົ້າໄດ້ທູນຖາມວ່າ: ພຣະອົງເຈົ້າເອີຍ, ຈະໃຫ້ເປັນຢ່າງນີ້ນານປານໃດ? ແລະ ພຣະອົງໄດ້ຕອບວ່າ: ຈົນກວ່າຫົວເມືອງທັງຫລາຍຮ້າງເປົ່າປາດສະຈາກຜູ້ອາໄສຢູ່, ແລະ ເຮືອນບໍ່ມີຄົນ;
12 ແລະ ພຣະອົງຈະ ກວາດຕ້ອນຝູງຄົນອອກໜີໄປໄກໆ, ເພາະຈະມີການປະຖິ້ມອັນໃຫຍ່ຫລວງໃນທ່າມກາງແຜ່ນດິນ.
13 ເຖິງແມ່ນວ່າຍັງເຫລືອຄົນຢູ່ພຽງໜຶ່ງໃນສິບ, ແລະ ພວກເຂົາຈະກັບມາ, ແລະ ຖືກກິນຄືກັນກັບຕົ້ນຖິນ ແລະ ຕົ້ນໂອກ, ຊຶ່ງເນື້ອແທ້ຂອງມັນຢູ່ໃນຕົ້ນເວລາໃບຂອງມັນຫລົ່ນອອກໄປ; ເພື່ອແກ່ນບໍລິສຸດຈະເປັນ ເນື້ອແທ້ຂອງມັນ.