ບົດທີ 24
ອິດສະຣາເອນຈະເຕົ້າໂຮມກັນ ແລະ ຈະຊື່ນຊົມກັບການພັກຜ່ອນໃນພັນປີ—ລູຊິເຟີໄດ້ຖືກຂັບໄລ່ອອກຈາກສະຫວັນຍ້ອນການກະບົດ—ອິດສະຣາເອນຈະເອົາຊະນະບາບີໂລນ (ແຜ່ນດິນໂລກ)—ປຽບທຽບກັບເອຊາຢາ 14. ປະມານ 559–545 ປີ ກ່ອນ ຄ.ສ.
1 ເພາະພຣະຜູ້ເປັນເຈົ້າຈະເມດຕາຕໍ່ຢາໂຄບ ແລະ ຈະຍັງ ເລືອກອິດສະຣາເອນໄວ້ອີກ, ແລະ ຈະຕັ້ງເຂົາທັງຫລາຍໄວ້ໃນແຜ່ນດິນຂອງເຂົາເອງ, ແລະ ຄົນແປກໜ້າຈະສົມທົບເຂົ້າກັບເຂົາ ແລະ ເຂົາຈະຕິດພັນຢູ່ກັບເຊື້ອສາຍຂອງຢາໂຄບ.
2 ແລະ ຊົນຊາດທັງຫລາຍຈະຮັບເຂົາ ແລະ ນຳເຂົາທັງຫລາຍໄປຫາບ່ອນຂອງເຂົາ; ແທ້ຈິງແລ້ວ, ຈາກບ່ອນໄກໄປຫາທີ່ສຸດຂອງແຜ່ນດິນໂລກ; ແລະ ເຂົາຈະກັບມາຫາ ແຜ່ນດິນແຫ່ງຄຳສັນຍາຂອງເຂົາ. ແລະ ເຊື້ອສາຍອິດສະຣາເອນຈະມີກຳມະສິດໃນເຂົາ, ເປັນ ທາດຊາຍຍິງໃນແຜ່ນດິນຂອງພຣະຜູ້ເປັນເຈົ້າ; ຜູ້ທີ່ຈັບເຂົາເປັນຊະເລີຍຈະຖືກເຂົາຈັບໄປເປັນຊະເລີຍ; ແລະ ເຂົາຈະປົກຄອງຜູ້ທີ່ເຄີຍບີບບັງຄັບເຂົາ.
3 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນຄື ພຣະຜູ້ເປັນເຈົ້າຈະໃຫ້ເຈົ້າ ພັກຜ່ອນຈາກຄວາມເສົ້າສະຫລົດໃຈຂອງເຈົ້າ, ແລະ ຈາກຄວາມຢ້ານກົວຂອງເຈົ້າ, ແລະ ຈາກຄວາມເປັນທາດທີ່ລຳບາກໃນບ່ອນຊຶ່ງເຈົ້າຖືກບັງຄັບໃຫ້ຮັບໃຊ້.
4 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນຄື, ເຈົ້າຈະຍົກຄຳຫຍໍ້ຫຍັນນີ້ກ່າວຕໍ່ກະສັດແຫ່ງ ບາບີໂລນວ່າ: ຜູ້ບີບບັງຄັບກໍສະຫງົບໄປແລ້ວນໍ, ເມືອງຄຳກໍສະຫງົບໄປດ້ວຍ!
5 ພຣະຜູ້ເປັນເຈົ້າໄດ້ຫັກໄມ້ແສ້ຂອງຄົນຊົ່ວ, ໄດ້ປາບຄາຖາຂອງຜູ້ປົກຄອງແລ້ວ.
6 ຄົນທີ່ຂ້າຟັນຜູ້ຄົນໂດຍການຂ້ຽນຕີດ້ວຍຄວາມໂມໂຫຂອງຕົນ, ຄົນທີ່ປົກຄອງປະຊາຊາດດ້ວຍຄວາມຄຽດແຄ້ນຈຶ່ງຖືກຂົ່ມເຫັງ ແລະ ບໍ່ມີໃຜຂັດຂວາງ.
7 ທັງແຜ່ນດິນໂລກກຳລັງພັກຜ່ອນ ແລະ ມິດງຽບ; ເຂົາເປັ່ງສຽງ ຮ້ອງເພງ.
8 ແທ້ຈິງແລ້ວ, ຕົ້ນສົນຊື່ນຊົມເຈົ້າ, ແລະ ຕົ້ນສີດາແຫ່ງເລບານອນນຳອີກ, ກ່າວວ່າ: ເພາະວ່າເຈົ້າ ໂຄ່ນລົ້ມແລ້ວກໍບໍ່ມີ ຄົນຕັດໄມ້ຂຶ້ນມາໂຄ່ນພວກເຮົາ.
9 ນະລົກທາງລຸ່ມກໍຕື່ນເຕັ້ນເພື່ອຕ້ອນຮັບເຈົ້າ ເມື່ອເຈົ້າມາ ມັນປຸກໃຫ້ ຜີທຸກໂຕມາຕ້ອນຮັບເຈົ້າ; ຄືຜູ້ຊຶ່ງເຄີຍເປັນຜູ້ນຳຂອງໂລກ, ມັນເຮັດໃຫ້ບັນດາຜູ້ເຄີຍເປັນກະສັດແຫ່ງປະຊາຊາດທັງຫລາຍລຸກຂຶ້ນມາຈາກບັນລັງຂອງເຂົາ.
10 ເຂົາທັງໝົດຈະເວົ້າ ແລະ ກ່າວກັບເຈົ້າວ່າ: ເຈົ້າກໍອ່ອນແອຄືພວກເຮົາບໍ? ເຈົ້າກາຍມາເປັນຄືກັນກັບພວກເຮົາແລ້ວບໍ?
11 ຄວາມໂອ້ອວດຂອງເຈົ້າຖືກນຳລົງມາສູ່ຫລຸມຝັງສົບ; ບໍ່ມີຜູ້ໃດໄດ້ຍິນສຽງພິນຂອງເຈົ້າ; ໂຕໜອນຈະເປັນເສື່ອນອນຂອງເຈົ້າ, ແລະ ໂຕໜອນຈະເປັນຜ້າຫົ່ມຂອງເຈົ້າ.
12 ເຈົ້າຕົກຈາກສະຫວັນ ໄດ້ຢ່າງໃດ, ໂອ້ ລູຊິເຟີ, ໂອລົດແຫ່ງເວລາເຊົ້າ! ເຈົ້າຖືກຕັດລົງສູ່ພື້ນດິນ ຊຶ່ງເຮັດໃຫ້ປະຊາຊາດອ່ອນແອ.
13 ເພາະເຈົ້າໄດ້ກ່າວຢູ່ໃນໃຈວ່າ: ເຮົາຈະຂຶ້ນໄປສະຫວັນ, ເຮົາຈະເຊີດຊູບັນລັງຂອງເຮົາເໜືອດວງດາວທັງຫລາຍຂອງພຣະເຈົ້າ; ເຮົາຈະນັ່ງຢູ່ເໜືອເຫລົ່າທູດທີ່ມາຊຸມນຸມ, ໃນແດນໄກຂອງ ທິດເໜືອນຳອີກ;
14 ເຮົາຈະຂຶ້ນໄປເໜືອຄວາມສູງຂອງເມກ; ເຮົາຈະເຮັດໃຫ້ຕົວເຮົາເອງເໝືອນອົງຜູ້ສູງສົ່ງ.
15 ແຕ່ເຈົ້າຖືກນຳລົງມາສູ່ນະລົກ, ລົງມາສູ່ ເຫວ.
16 ບັນດາຜູ້ທີ່ເຫັນເຈົ້າຈະ ຈ້ອງມອງເບິ່ງເຈົ້າ, ແລະ ຈະພິຈາລະນາເຈົ້າ, ແລະ ຈະເວົ້າວ່າ: ນີ້ບໍຜູ້ທີ່ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ, ຜູ້ທີ່ສັ່ນອານາຈັກທັງຫລາຍ?
17 ແລະ ເຮັດໃຫ້ໂລກເປັນເໝືອນດັ່ງຖິ່ນແຫ້ງແລ້ງກັນດານ, ແລະ ທຳລາຍຫົວເມືອງຕ່າງໆ, ແລະ ບໍ່ຍອມໃຫ້ນັກໂທດກັບໄປບ້ານຂອງເຂົາ?
18 ກະສັດທັງໝົດຂອງປະຊາຊາດ, ແທ້ຈິງແລ້ວ, ເຂົາທັງໝົດນອນຢູ່ຢ່າງມີກຽດ, ຕ່າງກໍຢູ່ໃນ ເຮືອນຂອງຕົນ.
19 ແຕ່ເຈົ້າຖືກໂຍນອອກຈາກຫລຸມສົບຂອງເຈົ້າຄືກັນກັບ ກິ່ງກ້ານທີ່ໜ້າກຽດຊັງ, ດັ່ງຊາກສົບທີ່ຖືກຢຽບຍ່ຳຢູ່ໃຕ້ຕີນ ແລະ ສ່ວນສຸດທ້າຍຂອງຜູ້ທີ່ຖືກຂ້າທີ່ຖືກແທງດ້ວຍດາບ, ຊຶ່ງລົງໄປຍັງ ຫີນຂອງຫລຸມສົບ.
20 ເຈົ້າຈະບໍ່ໄດ້ຮັບການຝັງສົບຮ່ວມກັບຜູ້ຄົນເຫລົ່ານັ້ນ ເພາະວ່າເຈົ້າໄດ້ທຳລາຍແຜ່ນດິນຂອງເຈົ້າ ແລະ ເຂັ່ນຂ້າຜູ້ຄົນຂອງເຈົ້າ; ຂໍຢ່າໃຫ້ມີໃຜເອີ່ຍເຖິງຊື່ຂອງ ລູກຫລານຂອງຜູ້ ກະທຳຄວາມຊົ່ວອີກເລີຍ.
21 ຈົ່ງຕຽມການສັງຫານລູກຫລານຂອງເຂົາເຖີດ ເພາະ ຄວາມຊົ່ວຮ້າຍຂອງບັນພະບຸລຸດຂອງພວກເຂົາ, ຢ້ານວ່າເຂົາຈະລຸກຂຶ້ນເປັນເຈົ້າຂອງແຜ່ນດິນ ແລະ ເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຫົວເມືອງຕ່າງໆ.
22 ຈອມໂຍທາໄດ້ກ່າວວ່າ: ເຮົາຈະລຸກຂຶ້ນຕໍ່ສູ້ເຂົາ, ແລະ ຈະຕັດ ຊື່ ແລະ ຜູ້ທີ່ເຫລືອຢູ່ອອກຈາກບາບີໂລນ, ຈະຕັດລູກຫລານ ພົງພັນອອກເສຍ, ພຣະເຈົ້າໄດ້ກ່າວ.
23 ເຮົາຈະເຮັດໃຫ້ມັນເປັນ ກຳມະສິດຂອງນົກຍາງ, ແລະ ເປັນໜອງນ້ຳ; ແລະ ເຮົາຈະກວາດມັນດ້ວຍ ຟອຍ ແຫ່ງຄວາມພິນາດ ຈອມໂຍທາໄດ້ກ່າວໄວ້ດັ່ງນີ້ແຫລະ.
24 ຈອມໂຍທາໄດ້ປະຕິຍານວ່າ: ເຮົາກະແຜນໄວ້ແນວໃດ, ແລະ ດັ່ງທີ່ເຮົາມີຈຸດປະສົງແນວໃດ, ມັນກໍຈະເປັນໄປແນວນັ້ນ—
25 ຄືເຮົາຈະນຳຊາວ ອັດຊີເຣຍມາໃນແຜ່ນດິນຂອງເຮົາ, ແລະ ຈະຢຽບເຂົາໄວ້ໃຕ້ຕີນເທິງ ພູຂອງເຮົາ; ເມື່ອນັ້ນ ແອກຂອງເຂົາຈະຫລຸດອອກຈາກພວກເຂົາ, ແລະ ພາລະຂອງເຂົາຈະຫລຸດອອກຈາກບ່າພວກເຂົາ.
26 ນີ້ຄືຈຸດປະສົງທີ່ຕັ້ງໄວ້ເທິງແຜ່ນດິນໂລກທັງໝົດ; ແລະ ນີ້ຄືພຣະຫັດທີ່ຍື່ນອອກໄປເຖິງປະຊາຊາດທັງໝົດ.
27 ເພາະຈອມໂຍທາໄດ້ຕັ້ງໄວ້, ແລະ ຜູ້ໃດຈະລົບລ້າງໄດ້? ແລະ ພຣະຫັດຂອງພຣະອົງຈະຍື່ນອອກໄປ ແລະ ຜູ້ໃດຈະດຶງມັນຄືນໄດ້?
28 ໃນ ປີທີ່ກະສັດ ອາຮາດສິ້ນຊີວິດພາລະອັນນີ້ໄດ້ເກີດຂຶ້ນ.
29 ປະເທດຟີລິດສະຕິນເອີຍ, ເຈົ້າທັງໝົດຢ່າປິຕິຍິນດີເລີຍ; ເພາະວ່າໄມ້ແສ້ຂອງເຂົາທີ່ຂ້ຽນຕີເຈົ້ານັ້ນໄດ້ຫັກໄປແລ້ວ; ເພາະງູເຫົ່າຈະອອກມາຈາກຮາກເຫງົ້າຂອງມັນ, ແລະ ລູກຂອງມັນຈະເປັນງູທີ່ພົ່ນພິດໄຟ.
30 ແລະ ລູກກົກຂອງຄົນທຸກຍາກຈະມີກິນ, ແລະ ຄົນທີ່ຂັດສົນຈະນອນໃນຄວາມປອດໄພ; ແລະ ເຮົາຈະຂ້າຮາກເຫງົ້າຂອງເຈົ້າດ້ວຍຄວາມອຶດຢາກ ແລະ ມັນຈະຂ້າຜູ້ທີ່ເຫລືອຢູ່ຂອງເຈົ້າ.
31 ໂອ້ ປະຕູ; ຈົ່ງຄວນຄາງເຖີດ; ໂອ້ ເມືອງຈົ່ງຮ້ອງໄຫ້ເຖີດ; ຊາວຟິລິດສະຕິນທັງໝົດໄດ້ລະລາຍໄປແລ້ວ; ເພາະຈະມີຄວັນມາຈາກທາງເໜືອ ແລະ ຈະບໍ່ມີໃຜຢູ່ຕາມລຳພັງຕາມກຳນົດເວລາຂອງເຂົາ.
32 ທູດຂອງປະຊາຊາດຈະຕອບວ່າແນວໃດ? ກໍວ່າພຣະຜູ້ເປັນເຈົ້າໄດ້ສະຖາປະນາ ຊີໂອນແລ້ວ, ແລະ ຄົນຍາກຈົນໃນຊົນຊາດຂອງພຣະອົງໄດ້ ພົບທີ່ຫລົບໄພໃນທີ່ນັ້ນ.