ບົດທີ 4
ລີໄຮແນະນຳ ແລະ ໃຫ້ພອນແກ່ຜູ້ຄົນຂອງເພິ່ນ—ເພິ່ນໄດ້ເສຍຊີວິດໄປ ແລະ ໄດ້ຖືກຝັງໄວ້—ນີໄຟພາກພູມໃຈໃນພຣະກະລຸນາທິຄຸນຂອງພຣະເຈົ້າ—ນີໄຟມອບຄວາມໄວ້ວາງໃຈຂອງເພິ່ນໄວ້ກັບພຣະຜູ້ເປັນເຈົ້າຕະຫລອດໄປ. ປະມານ 588–570 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ຂ້າພະເຈົ້ານີໄຟຂໍເວົ້າກ່ຽວກັບຄຳທຳນາຍ ຊຶ່ງບິດາຂອງຂ້າພະເຈົ້າໄດ້ເວົ້າໄວ້ກ່ຽວກັບ ໂຢເຊັບ ຜູ້ທີ່ຖືກພາໄປຫາເອຢິບ.
2 ເພາະຈົ່ງເບິ່ງ, ເພິ່ນໄດ້ທຳນາຍໄວ້ກ່ຽວກັບລູກຫລານທັງໝົດຂອງເພິ່ນແທ້ໆ. ແລະ ມີ ຄຳທຳນາຍຢູ່ບໍ່ຫລາຍທີ່ຍິ່ງໃຫຍ່ກວ່າຄຳທຳນາຍທີ່ເພິ່ນໄດ້ບັນທຶກໄວ້. ແລະ ເພິ່ນໄດ້ທຳນາຍກ່ຽວກັບພວກເຮົາ, ແລະ ຄົນລຸ້ນຕໍ່ໆໄປຂອງພວກເຮົາ; ແລະ ຄຳທຳນາຍມີບັນທຶກໄວ້ໃນແຜ່ນຈາລຶກທອງເຫລືອງ.
3 ດັ່ງນັ້ນ, ຫລັງຈາກບິດາຂອງຂ້າພະເຈົ້າໄດ້ເວົ້າເຖິງຄຳທຳນາຍຂອງໂຢເຊັບແລ້ວ, ເພິ່ນໄດ້ເອີ້ນລູກຂອງເລມັນ, ລູກຊາຍຂອງລາວ ແລະ ລູກສາວຂອງລາວ, ແລະ ໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ລູກຊາຍ ແລະ ລູກສາວຂອງພໍ່, ຜູ້ເປັນລູກຊາຍ ແລະ ລູກສາວຂອງ ລູກຄົນທຳອິດຂອງພໍ່, ພໍ່ຢາກຈະໃຫ້ພວກເຈົ້າຕັ້ງໃຈຟັງຄຳເວົ້າຂອງພໍ່.
4 ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ວ່າ: ຕາບໃດທີ່ເຈົ້າຈະຮັກສາບັນຍັດຂອງເຮົາ ເຈົ້າຈະຮຸ່ງເຮືອງຢູ່ໃນແຜ່ນດິນນັ້ນ; ແລະ ຕາບໃດທີ່ເຈົ້າຈະບໍ່ຮັກສາບັນຍັດຂອງເຮົາ ເຈົ້າຈະຖືກຕັດອອກຈາກທີ່ປະທັບຂອງເຮົາ.
5 ແຕ່ຈົ່ງເບິ່ງ, ລູກຊາຍ ແລະ ລູກສາວຂອງພໍ່, ພໍ່ລົງໄປຫາຫລຸມສົບຂອງພໍ່ບໍ່ໄດ້ນອກຈາກພໍ່ຈະໃຫ້ ພອນໄວ້ກັບລູກເສຍກ່ອນ; ເພາະຈົ່ງເບິ່ງ, ພໍ່ຮູ້ວ່າຖ້າຫາກລູກຖືກລ້ຽງດູໃນ ທາງທີ່ລູກຄວນດຳເນີນໄປ ລູກຈະບໍ່ອອກຈາກທາງນັ້ນ.
6 ດັ່ງນັ້ນ, ຖ້າຫາກລູກຖືກສາບແຊ່ງ, ຈົ່ງເບິ່ງ, ພໍ່ໃຫ້ພອນໄວ້ກັບລູກວ່າ ຄຳສາບແຊ່ງຈະໄດ້ຖືກເອົາໄປຈາກລູກ ແລະ ຕົກລົງເທິງ ຫົວຂອງບິດາມານດາຂອງລູກ.
7 ດັ່ງນັ້ນ, ເພາະພອນຂອງພໍ່ ອົງພຣະຜູ້ເປັນເຈົ້າຈຶ່ງຈະ ບໍ່ຍອມໃຫ້ລູກຕາຍ; ດັ່ງນັ້ນ, ພຣະອົງຈະ ເມດຕາລູກ ແລະ ລູກຫລານຂອງລູກຕະຫລອດໄປ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກບິດາຂອງຂ້າພະເຈົ້າໄດ້ເວົ້າກັບລູກຊາຍກັບລູກສາວຂອງເລມັນແລ້ວ, ເພິ່ນໃຫ້ນຳລູກຊາຍ ແລະ ລູກສາວຂອງເລມູເອນມາຢູ່ຕໍ່ໜ້າເພິ່ນ.
9 ແລະ ເພິ່ນໄດ້ເວົ້າກັບພວກເຂົາ ຊຶ່ງມີຄວາມວ່າ: ຈົ່ງເບິ່ງ, ລູກຊາຍ ແລະ ລູກສາວຂອງພໍ່ ຜູ້ເປັນລູກຊາຍ ແລະ ລູກສາວຂອງລູກຄົນທີສອງຂອງພໍ່; ຈົ່ງເບິ່ງ, ພໍ່ໃຫ້ພອນແກ່ລູກທີ່ເປັນພອນດຽວກັນກັບພອນ ທີ່ພໍ່ໃຫ້ໄວ້ກັບລູກຊາຍ ແລະ ລູກສາວຂອງເລມັນ; ດັ່ງນັ້ນ, ລູກຈະບໍ່ຖືກທຳລາຍໃຫ້ສູນສິ້ນ; ແຕ່ໃນທີ່ສຸດລູກຫລານຂອງລູກຈະໄດ້ຮັບພອນ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອບິດາຂອງຂ້າພະເຈົ້າໄດ້ຈົບການເວົ້າກັບພວກເຂົາແລ້ວ, ຈົ່ງເບິ່ງ, ເພິ່ນໄດ້ເວົ້າກັບລູກຊາຍຂອງ ອິດຊະມາເອນ, ແທ້ຈິງແລ້ວ, ແລະ ແມ່ນເວົ້າກັບຄອບຄົວຂອງລາວທຸກຄົນ.
11 ແລະ ຫລັງຈາກເພິ່ນໄດ້ເວົ້າກັບພວກເຂົາຈົບແລ້ວ, ເພິ່ນໄດ້ເວົ້າກັບແຊມ, ມີຄວາມວ່າ: ລູກກັບລູກຫລານຂອງລູກເປັນສຸກແລ້ວ; ເພາະລູກຈະໄດ້ຮັບແຜ່ນດິນທີ່ເປັນມູນມໍລະດົກເຊັ່ນດຽວກັບນີໄຟ ນ້ອງຊາຍຂອງລູກ. ແລະ ລູກຫລານຂອງລູກຈະຖືກນັບເຂົ້າກັບລູກຫລານຂອງລາວ ແລະ ລູກຈະເປັນຄືກັນກັບນ້ອງຊາຍຂອງລູກ; ແລະ ລູກຫລານຂອງລູກຈະເປັນຄືກັນກັບລູກຫລານຂອງລາວ; ແລະ ລູກຈະໄດ້ຮັບພອນຕະຫລອດວັນເວລາຂອງລູກ.
12 ແລະ ເຫດການໄດ້ບັງເກີດຂຶ້ນ ຫລັງຈາກລີໄຮ, ບິດາຂອງຂ້າພະເຈົ້າໄດ້ເວົ້າກັບຄອບຄົວຂອງເພິ່ນໝົດແລ້ວທຸກຄົນ, ຕາມຄວາມຮູ້ສຶກໃນໃຈຂອງເພິ່ນ, ແລະ ຕາມພຣະວິນຍານຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ກັບເພິ່ນແລ້ວ ເພິ່ນເລີ່ມເຖົ້າແກ່ລົງ. ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສິ້ນຊີວິດ ແລະ ໄດ້ຖືກຝັງໄວ້.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກການຕາຍຂອງເພິ່ນບໍ່ພໍເທົ່າໃດມື້, ເລມັນກັບເລມູເອນ ແລະ ພວກລູກຊາຍຂອງອິດຊະມາເອນໄດ້ໃຈຮ້າຍໃຫ້ຂ້າພະເຈົ້າ ເພາະການຕັກເຕືອນຂອງພຣະຜູ້ເປັນເຈົ້າ.
14 ເພາະຂ້າພະເຈົ້ານີໄຟຖືກບັງຄັບໃຫ້ເວົ້າກັບພວກເຂົາຕາມພຣະຄຳຂອງພຣະອົງ; ເພາະຂ້າພະເຈົ້າໄດ້ເວົ້າຫລາຍເລື່ອງກັບພວກເຂົາ, ແລະ ບິດາຂອງຂ້າພະເຈົ້າກໍໄດ້ເວົ້າຄືກັນກ່ອນການຕາຍຂອງເພິ່ນຕັ້ງຫລາຍຂໍ້ ຊຶ່ງໄດ້ບັນທຶກໄວ້ໃນ ແຜ່ນຈາລຶກອີກຊຸດໜຶ່ງຂອງຂ້າພະເຈົ້າ; ເພາະປະຫວັດສ່ວນໃຫຍ່ມີຂຽນໄວ້ຢູ່ໃນ ແຜ່ນຈາລຶກອີກຊຸດໜຶ່ງຂອງຂ້າພະເຈົ້າ.
15 ແລະ ໃນແຜ່ນຈາລຶກ ເຫລົ່ານີ້ ຂ້າພະເຈົ້າໄດ້ບັນທຶກເລື່ອງຂອງຈິດວິນຍານຂອງຂ້າພະເຈົ້າ ແລະ ຂໍ້ຄວາມພຣະຄຳພີຫລາຍຂໍ້ ຊຶ່ງໄດ້ຈາລຶກຢູ່ໃນແຜ່ນຈາລຶກທອງເຫລືອງ ເພາະຈິດວິນຍານຂອງຂ້າພະເຈົ້າເບີກບານໃນພຣະຄຳພີ ແລະ ໃຈຂອງຂ້າພະເຈົ້າ ຄຳນຶງເຖິງຂໍ້ຄວາມເຫລົ່ານັ້ນ ແລະ ໄດ້ບັນທຶກມັນໄວ້ເພື່ອ ການຮຽນຮູ້ ແລະ ເພື່ອຜົນປະໂຫຍດຂອງລູກຫລານຂອງຂ້າພະເຈົ້າ.
16 ຈົ່ງເບິ່ງ, ຈິດວິນຍານຂອງຂ້າພະເຈົ້າເບີກບານໃນເລື່ອງຂອງພຣະຜູ້ເປັນເຈົ້າ; ແລະ ໃຈຂອງຂ້າພະເຈົ້າຄິດຄຳນຶງຢູ່ຕະຫລອດເວລາເຖິງເລື່ອງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນມາ.
17 ເຖິງຢ່າງໃດກໍຕາມ, ທັງທີ່ມີພຣະມະຫາ ກະລຸນາທິຄຸນຂອງພຣະຜູ້ເປັນເຈົ້າໃນການສະແດງວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນຂອງພຣະອົງກັບຂ້າພະເຈົ້າ, ໃຈຂອງຂ້າພະເຈົ້າຍັງຮ້ອງວ່າ: ໂອ້ ຄົນຕ່ຳຕ້ອຍຢ່າງຂ້າພະເຈົ້າ! ແທ້ຈິງແລ້ວ, ໃຈຂອງຂ້າພະເຈົ້າເສົ້າສະຫລົດເພາະເນື້ອໜັງຂອງຂ້າພະເຈົ້າ; ຈິດວິນຍານຂອງຂ້າພະເຈົ້າໂສກເສົ້າເພາະຄວາມຊົ່ວຮ້າຍຂອງຂ້າພະເຈົ້າ.
18 ຂ້າພະເຈົ້າຖືກຫຸ້ມລ້ອມໄປດ້ວຍສິ່ງລໍ້ລວງ ແລະ ບາບຊຶ່ງໄດ້ ກີດກັນຂ້າພະເຈົ້າໄວ້ຢ່າງງ່າຍດາຍ.
19 ແລະ ເມື່ອຂ້າພະເຈົ້າປາດຖະໜາຈະປິຕິຍິນດີ, ໃຈຂອງຂ້າພະເຈົ້າຮ້ອງຄວນຄາງເພາະບາບຂອງຂ້າພະເຈົ້າ, ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງຮູ້ວ່າ, ຂ້າພະເຈົ້າໄວ້ວາງໃຈຜູ້ໃດມາ.
20 ພຣະເຈົ້າຂອງຂ້າພະເຈົ້າເປັນຜູ້ສະໜັບສະໜູນຂອງຂ້າພະເຈົ້າ; ພຣະອົງນຳຂ້າພະເຈົ້າຜ່ານຄວາມທຸກຂອງຂ້າພະເຈົ້າໃນຖິ່ນແຫ້ງແລ້ງກັນດານ; ແລະ ພຣະອົງໄດ້ປົກປ້ອງຂ້າພະເຈົ້າເທິງນ້ຳທີ່ມີຄວາມເລິກທີ່ສຸດ.
21 ພຣະອົງໄດ້ເຮັດໃຫ້ຂ້າພະເຈົ້າເຕັມໄປດ້ວຍ ຄວາມຮັກຂອງພຣະອົງ, ຈົນວ່າເນື້ອໜັງຂອງຂ້າພະເຈົ້າຮ້ອນຮົນ.
22 ພຣະອົງໄດ້ເຮັດໃຫ້ ສັດຕູຂອງຂ້າພະເຈົ້າຍອມຈຳນົນ, ຊຶ່ງເປັນເຫດໃຫ້ພວກເຂົາສັ່ນສາຍຕໍ່ໜ້າຂອງຂ້າພະເຈົ້າ.
23 ຈົ່ງເບິ່ງ, ພຣະອົງໄດ້ຍິນສຽງຮ້ອງຂອງຂ້າພະເຈົ້າໃນຕອນກາງເວັນ, ແລະ ພຣະອົງໄດ້ປະທານຄວາມຮູ້ໃຫ້ແກ່ຂ້າພະເຈົ້າໂດຍ ພາບນິມິດໃນຕອນກາງຄືນ.
24 ແລະ ໃນຕອນກາງເວັນ ຂ້າພະເຈົ້າເພີ່ມທະວີຄວາມແນ່ວແນ່ໃນ ການອະທິຖານທີ່ມີພະລັງຕໍ່ພຣະອົງ; ແທ້ຈິງແລ້ວ, ຂ້າພະເຈົ້າໄດ້ສົ່ງສຽງຂອງຂ້າພະເຈົ້າຂຶ້ນຫາເບື້ອງເທິງ ແລະ ເຫລົ່າທູດໄດ້ລົງມາປະຕິບັດຕໍ່ຂ້າພະເຈົ້າ.
25 ແລະ ຮ່າງກາຍຂອງຂ້າພະເຈົ້າໄດ້ຖືກ ນຳໄປດ້ວຍປີກແຫ່ງພຣະວິນຍານຂອງພຣະອົງ ໄປເທິງພູເຂົາອັນສູງທີ່ສຸດ. ແລະ ດວງຕາຂອງຂ້າພະເຈົ້າໄດ້ເຫັນສິ່ງທີ່ຍິ່ງໃຫຍ່, ແທ້ຈິງແລ້ວ, ແມ່ນສິ່ງຍິ່ງໃຫຍ່ເກີນໄປສຳລັບມະນຸດ; ສະນັ້ນ, ຂ້າພະເຈົ້າໄດ້ຖືກຫ້າມບໍ່ໃຫ້ບັນທຶກເລື່ອງເຫລົ່ານັ້ນ.
26 ໂອ້ ແລ້ວຖ້າຫາກຂ້າພະເຈົ້າບໍ່ເຫັນສິ່ງທີ່ຍິ່ງໃຫຍ່ເຊັ່ນນັ້ນ, ຖ້າຫາກພຣະຜູ້ເປັນເຈົ້າໄດ້ຖ່ອມຕົວຂອງພຣະອົງລົງໃຫ້ລູກຫລານມະນຸດຈົນສະເດັດມາຢ້ຽມຢາມມະນຸດດ້ວຍພຣະເມດຕາຢ່າງລົ້ນເຫລືອ, ເປັນຫຍັງໃຈຂອງຂ້າພະເຈົ້າຈຶ່ງຮ້ອງໄຫ້ ແລະ ຈິດວິນຍານຂອງຂ້າພະເຈົ້າຍັງຄ້າງຄາຢູ່ໃນຮ່ອມພູແຫ່ງຄວາມເສົ້າສະຫລົດໃຈ, ແລະ ເນື້ອໜັງຂອງຂ້າພະເຈົ້າສູນເສຍໄປ, ແລະ ກຳລັງຂອງຂ້າພະເຈົ້າລົດລົງ, ເປັນຍ້ອນຄວາມທຸກຂອງຂ້າພະເຈົ້າບໍ?
27 ແລະ ເປັນຫຍັງຂ້າພະເຈົ້າຈຶ່ງ ຜ່າຍແພ້ຕໍ່ບາບ, ເປັນຍ້ອນເນື້ອໜັງຂອງຂ້າພະເຈົ້າບໍ? ແທ້ຈິງແລ້ວ, ເປັນຫຍັງຂ້າພະເຈົ້າຈຶ່ງເປີດທາງໃຫ້ ສິ່ງລໍ້ລວງຈົນວ່າມານຮ້າຍມາຢູ່ໃນໃຈຂອງຂ້າພະເຈົ້າ ເພື່ອທຳລາຍ ສັນຕິສຸກຂອງຂ້າພະເຈົ້າ ແລະ ເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າເປັນທຸກ? ເປັນຫຍັງຂ້າພະເຈົ້າຈຶ່ງໃຈຮ້າຍ? ເປັນຍ້ອນສັດຕູຂອງຂ້າພະເຈົ້າບໍ?
28 ຕື່ນເຖີດ, ຈິດວິນຍານຂອງຂ້າພະເຈົ້າເອີຍ! ຢ່າຈົມຢູ່ໃນບາບອີກຕໍ່ໄປເລີຍ. ຈົ່ງປິຕິຍິນດີເຖີດ, ໂອ້ ໃຈຂອງຂ້າພະເຈົ້າເອີຍ, ແລະ ຢ່າໃຫ້ມີບ່ອນວ່າງເປົ່າແກ່ ສັດຕູຂອງຈິດວິນຍານຂອງຂ້າພະເຈົ້າຕໍ່ໄປເລີຍ.
29 ຢ່າໃຈຮ້າຍເພາະສັດຕູຂອງຂ້າພະເຈົ້າອີກເລີຍ ຢ່າຖອຍກຳລັງຂອງຂ້າພະເຈົ້າລົງໄປເພາະຄວາມທຸກຂອງຂ້າພະເຈົ້າເລີຍ.
30 ຈົ່ງປິຕິຍິນດີເຖີດ, ໂອ້ ໃຈຂອງຂ້າພະເຈົ້າເອີຍ, ຈົ່ງຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ແລະ ທູນວ່າ: ໂອ້ ພຣະອົງເຈົ້າເອີຍ, ຂ້ານ້ອຍຈະສັນລະເສີນພຣະອົງຕະຫລອດໄປ; ແທ້ຈິງແລ້ວ, ຈິດວິນຍານຂອງຂ້ານ້ອຍຈະປິຕິຍິນດີໃນພຣະອົງ, ພຣະເຈົ້າຂອງຂ້ານ້ອຍ, ແລະ ສີລາແຫ່ງຄວາມລອດຂອງຂ້ານ້ອຍ.
31 ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະໄຖ່ຈິດວິນຍານຂອງຂ້ານ້ອຍບໍ? ພຣະອົງຈະປົດປ່ອຍຂ້ານ້ອຍໃຫ້ພົ້ນຈາກກຳມືຂອງພວກສັດຕູຂອງຂ້ານ້ອຍບໍ? ພຣະອົງຈະເຮັດໃຫ້ຕົວຂ້ານ້ອຍສັ່ນຕໍ່ສິ່ງທີ່ຫລຽວເຫັນເປັນ ບາບບໍ?
32 ຂໍໃຫ້ປະຕູນະລົກຈົ່ງປິດສະເໝີຕໍ່ໜ້າຂ້ານ້ອຍເຖີດ, ເພາະ ໃຈຂອງຂ້ານ້ອຍຊອກຊ້ຳ ແລະ ວິນຍານຂອງຂ້ານ້ອຍສຳນຶກຜິດແລ້ວ! ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຢ່າປິດປະຕູຄວາມຊອບທຳຂອງພຣະອົງຕໍ່ໜ້າຂ້ານ້ອຍເລີຍ, ເພື່ອຂ້ານ້ອຍຈະໄດ້ ໄຕ່ໃນທາງຂອງຮ່ອມພູທີ່ຕ່ຳ, ເພື່ອຂ້ານ້ອຍຈະໄດ້ເຄັ່ງຄັດຢູ່ໃນຖະໜົນທີ່ຮາບພຽງ!
33 ໂອ້ ພຣະຜູ້ເປັນເຈົ້າ, ຂໍພຣະອົງຈົ່ງໂອບອ້ອມຂ້ານ້ອຍໃຫ້ຮອບໃນເສື້ອຄຸມແຫ່ງຄວາມຊອບທຳຂອງພຣະອົງ! ໂອ້ ພຣະຜູ້ເປັນເຈົ້າ, ຂໍພຣະອົງຈົ່ງເຮັດທາງເພື່ອການຫລົບໜີຂອງຂ້ານ້ອຍຕໍ່ໜ້າສັດຕູຂອງຂ້ານ້ອຍດ້ວຍເທີ້ນ! ຂໍພຣະອົງຈົ່ງເຮັດທາງໃຫ້ຊື່ໄປຕໍ່ໜ້າຂ້ານ້ອຍ! ຂໍພຣະອົງຢ່າວາງສິ່ງທີ່ເຮັດໃຫ້ມີສະດຸດໃນທາງຂອງຂ້ານ້ອຍ—ແຕ່ຂໍໃຫ້ພຣະອົງຈົ່ງຖາງທາງຂອງຂ້ານ້ອຍຕໍ່ໜ້າຂ້ານ້ອຍ, ແລະ ຂໍຢ່າລ້ອມຮົ້ວຕັນທາງຂ້ານ້ອຍ, ແຕ່ໃຫ້ຕັນທາງສັດຕູຂອງຂ້ານ້ອຍດ້ວຍເທີ້ນ.
34 ໂອ້ ພຣະຜູ້ເປັນເຈົ້າ, ຂ້ານ້ອຍ ໄວ້ວາງໃຈໃນພຣະອົງ, ແລະ ຂ້ານ້ອຍຈະ ໄວ້ວາງໃຈໃນພຣະອົງຕະຫລອດໄປ. ຂ້ານ້ອຍຈະບໍ່ວາງຄວາມ ໄວ້ວາງໃຈໃນແຂນແຫ່ງເນື້ອໜັງ; ເພາະຂ້ານ້ອຍຮູ້ວ່າຄົນທີ່ວາງຄວາມໄວ້ວາງໃຈຂອງເຂົາໃນແຂນແຫ່ງເນື້ອໜັງຈະຖືກສາບແຊ່ງ. ແທ້ຈິງແລ້ວ, ຄົນທີ່ວາງຄວາມໄວ້ວາງໃຈຂອງເຂົາໃນມະນຸດ ຫລື ເຮັດໃຫ້ເນື້ອໜັງເປັນແຂນຂອງເຂົາ ຈະຖືກສາບແຊ່ງ.
35 ແທ້ຈິງແລ້ວ, ຂ້ານ້ອຍຮູ້ວ່າ ພຣະເຈົ້າຈະປະທານໃຫ້ ດ້ວຍໃຈກະລຸນາແກ່ຄົນທີ່ຂໍ. ແທ້ຈິງແລ້ວ, ພຣະເຈົ້າຂອງຂ້ານ້ອຍຈະປະທານໃຫ້ຂ້ານ້ອຍຖ້າຫາກຂ້ານ້ອຍ ຂໍ ບໍ່ຜິດທາງ; ສະນັ້ນ ຂ້ານ້ອຍຈະກາບທູນໃຫ້ສຽງຂອງຂ້ານ້ອຍເຖິງພຣະອົງ; ແທ້ຈິງແລ້ວ, ຂ້ານ້ອຍຈະຮ້ອງທູນຕໍ່ພຣະອົງ, ພຣະເຈົ້າຂອງຂ້ານ້ອຍ, ສີລາແຫ່ງຄວາມຊອບທຳຂອງຂ້ານ້ອຍ. ຈົ່ງເບິ່ງ, ສຽງຂອງຂ້ານ້ອຍຈະຂຶ້ນໄປເຖິງພຣະອົງ, ພຣະຜູ້ເປັນສີລາຂອງຂ້ານ້ອຍ ແລະ ພຣະເຈົ້າຜູ້ເປັນນິດຂອງຂ້ານ້ອຍຕະຫລອດ. ອາແມນ.