ພຣະ​ຄຳ​ພີ
2 ນີ​ໄຟ 4


ບົດ​ທີ 4

ລີ​ໄຮ​ແນະ​ນຳ ແລະ ໃຫ້​ພອນ​ແກ່​ຜູ້​ຄົນ​ຂອງ​ເພິ່ນ—ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້—ນີ​ໄຟ​ພາກ​ພູມ​ໃຈ​ໃນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ—ນີ​ໄຟ​ມອບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເພິ່ນ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ໄປ. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ນີ​ໄຟ​ຂໍ​ເວົ້າ​ກ່ຽວ​ກັບ​ຄຳ​ທຳ​ນາຍ ຊຶ່ງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ ໂຢ​ເຊັບ ຜູ້​ທີ່​ຖືກ​ພາ​ໄປ​ຫາ​ເອ​ຢິບ.

2 ເພາະ​ຈົ່ງ​ເບິ່ງ, ເພິ່ນ​ໄດ້​ທຳ​ນາຍ​ໄວ້​ກ່ຽວ​ກັບ​ລູກ​ຫລານ​ທັງ​ໝົດ​ຂອງ​ເພິ່ນ​ແທ້ໆ. ແລະ ມີ ຄຳ​ທຳ​ນາຍ​ຢູ່​ບໍ່​ຫລາຍ​ທີ່​ຍິ່ງ​ໃຫຍ່​ກວ່າ​ຄຳ​ທຳ​ນາຍ​ທີ່​ເພິ່ນ​ໄດ້​ບັນ​ທຶກ​ໄວ້. ແລະ ເພິ່ນ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ພວກ​ເຮົາ, ແລະ ຄົນ​ລຸ້ນ​ຕໍ່ໆ​ໄປ​ຂອງ​ພວກ​ເຮົາ; ແລະ ຄຳ​ທຳ​ນາຍ​ມີ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ.

3 ດັ່ງ​ນັ້ນ, ຫລັງ​ຈາກ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເຖິງ​ຄຳ​ທຳ​ນາຍ​ຂອງ​ໂຢ​ເຊັບ​ແລ້ວ, ເພິ່ນ​ໄດ້​ເອີ້ນ​ລູກ​ຂອງ​ເລ​ມັນ, ລູກ​ຊາຍ​ຂອງ​ລາວ ແລະ ລູກ​ສາວ​ຂອງ​ລາວ, ແລະ ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ລູກ​ຊາຍ ແລະ ລູກ​ສາວ​ຂອງ​ພໍ່, ຜູ້​ເປັນ​ລູກ​ຊາຍ ແລະ ລູກ​ສາວ​ຂອງ ລູກ​ຄົນ​ທຳ​ອິດ​ຂອງ​ພໍ່, ພໍ່​ຢາກ​ຈະ​ໃຫ້​ພວກ​ເຈົ້າ​ຕັ້ງ​ໃຈ​ຟັງ​ຄຳ​ເວົ້າ​ຂອງ​ພໍ່.

4 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້​ວ່າ: ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ; ແລະ ຕາບ​ໃດ​ທີ່​ເຈົ້າ​ຈະ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ເຮົາ.

5 ແຕ່​ຈົ່ງ​ເບິ່ງ, ລູກ​ຊາຍ ແລະ ລູກ​ສາວ​ຂອງ​ພໍ່, ພໍ່​ລົງ​ໄປ​ຫາ​ຫລຸມ​ສົບ​ຂອງ​ພໍ່​ບໍ່​ໄດ້​ນອກ​ຈາກ​ພໍ່​ຈະ​ໃຫ້ ພອນ​ໄວ້​ກັບ​ລູກ​ເສຍ​ກ່ອນ; ເພາະ​ຈົ່ງ​ເບິ່ງ, ພໍ່​ຮູ້​ວ່າ​ຖ້າ​ຫາກ​ລູກ​ຖືກ​ລ້ຽງ​ດູ​ໃນ ທາງ​ທີ່​ລູກ​ຄວນ​ດຳ​ເນີນ​ໄປ ລູກ​ຈະ​ບໍ່​ອອກ​ຈາກ​ທາງ​ນັ້ນ.

6 ດັ່ງ​ນັ້ນ, ຖ້າ​ຫາກ​ລູກ​ຖືກ​ສາບ​ແຊ່ງ, ຈົ່ງ​ເບິ່ງ, ພໍ່​ໃຫ້​ພອນ​ໄວ້​ກັບ​ລູກ​ວ່າ ຄຳ​ສາບ​ແຊ່ງ​ຈະ​ໄດ້​ຖືກ​ເອົາ​ໄປ​ຈາກ​ລູກ ແລະ ຕົກ​ລົງ​ເທິງ ຫົວ​ຂອງ​ບິ​ດາ​ມານ​ດາ​ຂອງ​ລູກ.

7 ດັ່ງ​ນັ້ນ, ເພາະ​ພອນ​ຂອງ​ພໍ່ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ ບໍ່​ຍອມ​ໃຫ້​ລູກ​ຕາຍ; ດັ່ງ​ນັ້ນ, ພຣະ​ອົງ​ຈະ ເມດ​ຕາ​ລູກ ແລະ ລູກ​ຫລານ​ຂອງ​ລູກ​ຕະ​ຫລອດ​ໄປ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລູກ​ຊາຍ​ກັບ​ລູກ​ສາວ​ຂອງ​ເລ​ມັນ​ແລ້ວ, ເພິ່ນ​ໃຫ້​ນຳ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ເລ​ມູ​ເອນ​ມາ​ຢູ່​ຕໍ່​ໜ້າ​ເພິ່ນ.

9 ແລະ ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ ຊຶ່ງ​ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ, ລູກ​ຊາຍ ແລະ ລູກ​ສາວ​ຂອງ​ພໍ່ ຜູ້​ເປັນ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ລູກ​ຄົນ​ທີ​ສອງ​ຂອງ​ພໍ່; ຈົ່ງ​ເບິ່ງ, ພໍ່​ໃຫ້​ພອນ​ແກ່​ລູກ​ທີ່​ເປັນ​ພອນ​ດຽວ​ກັນ​ກັບ​ພອນ ທີ່​ພໍ່​ໃຫ້​ໄວ້​ກັບ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ເລ​ມັນ; ດັ່ງ​ນັ້ນ, ລູກ​ຈະ​ບໍ່​ຖືກ​ທຳ​ລາຍ​ໃຫ້​ສູນ​ສິ້ນ; ແຕ່​ໃນ​ທີ່​ສຸດ​ລູກ​ຫລານ​ຂອງ​ລູກ​ຈະ​ໄດ້​ຮັບ​ພອນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຈົບ​ການ​ເວົ້າ​ກັບ​ພວກ​ເຂົາ​ແລ້ວ, ຈົ່ງ​ເບິ່ງ, ເພິ່ນ​ໄດ້​ເວົ້າ​ກັບ​ລູກ​ຊາຍ​ຂອງ ອິດ​ຊະ​ມາ​ເອນ, ແທ້​ຈິງ​ແລ້ວ, ແລະ ແມ່ນ​ເວົ້າ​ກັບ​ຄອບ​ຄົວ​ຂອງ​ລາວ​ທຸກ​ຄົນ.

11 ແລະ ຫລັງ​ຈາກ​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ຈົບ​ແລ້ວ, ເພິ່ນ​ໄດ້​ເວົ້າ​ກັບ​ແຊມ, ມີ​ຄວາມ​ວ່າ: ລູກ​ກັບ​ລູກ​ຫລານ​ຂອງ​ລູກ​ເປັນ​ສຸກ​ແລ້ວ; ເພາະ​ລູກ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ເຊັ່ນ​ດຽວ​ກັບ​ນີ​ໄຟ ນ້ອງ​ຊາຍ​ຂອງ​ລູກ. ແລະ ລູກ​ຫລານ​ຂອງ​ລູກ​ຈະ​ຖືກ​ນັບ​ເຂົ້າ​ກັບ​ລູກ​ຫລານ​ຂອງ​ລາວ ແລະ ລູກ​ຈະ​ເປັນ​ຄື​ກັນ​ກັບ​ນ້ອງ​ຊາຍ​ຂອງ​ລູກ; ແລະ ລູກ​ຫລານ​ຂອງ​ລູກ​ຈະ​ເປັນ​ຄື​ກັນ​ກັບ​ລູກ​ຫລານ​ຂອງ​ລາວ; ແລະ ລູກ​ຈະ​ໄດ້​ຮັບ​ພອນ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ລູກ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ຫລັງ​ຈາກ​ລີ​ໄຮ, ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ຄອບ​ຄົວ​ຂອງ​ເພິ່ນ​ໝົດ​ແລ້ວ​ທຸກ​ຄົນ, ຕາມ​ຄວາມ​ຮູ້​ສຶກ​ໃນ​ໃຈ​ຂອງ​ເພິ່ນ, ແລະ ຕາມ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຢູ່​ກັບ​ເພິ່ນ​ແລ້ວ ເພິ່ນ​ເລີ່ມ​ເຖົ້າ​ແກ່​ລົງ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສິ້ນ​ຊີ​ວິດ ແລະ ໄດ້​ຖືກ​ຝັງ​ໄວ້.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ການ​ຕາຍ​ຂອງ​ເພິ່ນ​ບໍ່​ພໍ​ເທົ່າ​ໃດ​ມື້, ເລ​ມັນ​ກັບ​ເລ​ມູ​ເອນ ແລະ ພວກ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ​ໄດ້​ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ ເພາະ​ການ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

14 ເພາະ​ຂ້າ​ພະ​ເຈົ້າ​ນີ​ໄຟ​ຖືກ​ບັງ​ຄັບ​ໃຫ້​ເວົ້າ​ກັບ​ພວກ​ເຂົາ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ; ເພາະ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຫລາຍ​ເລື່ອງ​ກັບ​ພວກ​ເຂົາ, ແລະ ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເວົ້າ​ຄື​ກັນ​ກ່ອນ​ການ​ຕາຍ​ຂອງ​ເພິ່ນ​ຕັ້ງ​ຫລາຍ​ຂໍ້ ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ໃນ ແຜ່ນ​ຈາ​ລຶກ​ອີກ​ຊຸດ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ປະ​ຫວັດ​ສ່ວນ​ໃຫຍ່​ມີ​ຂຽນ​ໄວ້​ຢູ່​ໃນ ແຜ່ນ​ຈາ​ລຶກ​ອີກ​ຊຸດ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ.

15 ແລະ ໃນ​ແຜ່ນ​ຈາ​ລຶກ ເຫລົ່າ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ເລື່ອງ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂໍ້​ຄວາມ​ພຣະ​ຄຳ​ພີ​ຫລາຍ​ຂໍ້ ຊຶ່ງ​ໄດ້​ຈາ​ລຶກ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ເພາະ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ພຣະ​ຄຳ​ພີ ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ ຄຳ​ນຶງ​ເຖິງ​ຂໍ້​ຄວາມ​ເຫລົ່າ​ນັ້ນ ແລະ ໄດ້​ບັນ​ທຶກ​ມັນ​ໄວ້​ເພື່ອ ການ​ຮຽນ​ຮູ້ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ.

16 ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ເລື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຄິດ​ຄຳ​ນຶງ​ຢູ່​ຕະ​ຫລອດ​ເວ​ລາ​ເຖິງ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ.

17 ເຖິງ​ຢ່າງ​ໃດ​ກໍ​ຕາມ, ທັງ​ທີ່​ມີ​ພຣະ​ມະ​ຫາ ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ສະ​ແດງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ກັບ​ຂ້າ​ພະ​ເຈົ້າ, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ຮ້ອງ​ວ່າ: ໂອ້ ຄົນ​ຕ່ຳ​ຕ້ອຍ​ຢ່າງ​ຂ້າ​ພະ​ເຈົ້າ! ແທ້​ຈິງ​ແລ້ວ, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເສົ້າ​ສະ​ຫລົດ​ເພາະ​ເນື້ອ​ໜັງ​ຂອງ​ຂ້າ​ພະ​ເຈົ້າ; ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຂ້າ​ພະ​ເຈົ້າ.

18 ຂ້າ​ພະ​ເຈົ້າ​ຖືກ​ຫຸ້ມ​ລ້ອມ​ໄປ​ດ້ວຍ​ສິ່ງ​ລໍ້​ລວງ ແລະ ບາບ​ຊຶ່ງ​ໄດ້ ກີດ​ກັນ​ຂ້າ​ພະ​ເຈົ້າ​ໄວ້​ຢ່າງ​ງ່າຍ​ດາຍ.

19 ແລະ ເມື່ອ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈະ​ປິ​ຕິ​ຍິນ​ດີ, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອງ​ຄວນ​ຄາງ​ເພາະ​ບາບ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຍັງ​ຮູ້​ວ່າ, ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ຜູ້​ໃດ​ມາ.

20 ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ຂ້າ​ພະ​ເຈົ້າ; ພຣະ​ອົງ​ນຳ​ຂ້າ​ພະ​ເຈົ້າ​ຜ່ານ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ພຣະ​ອົງ​ໄດ້​ປົກ​ປ້ອງ​ຂ້າ​ພະ​ເຈົ້າ​ເທິງ​ນ້ຳ​ທີ່​ມີ​ຄວາມ​ເລິກ​ທີ່​ສຸດ.

21 ພຣະ​ອົງ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ ຄວາມ​ຮັກ​ຂອງ​ພຣະ​ອົງ, ຈົນ​ວ່າ​ເນື້ອ​ໜັງ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອນ​ຮົນ.

22 ພຣະ​ອົງ​ໄດ້​ເຮັດ​ໃຫ້ ສັດ​ຕູ​ຂອງ​ຂ້າ​ພະ​ເຈົ້າ​ຍອມ​ຈຳ​ນົນ, ຊຶ່ງ​ເປັນ​ເຫດ​ໃຫ້​ພວກ​ເຂົາ​ສັ່ນ​ສາຍ​ຕໍ່​ໜ້າ​ຂອງ​ຂ້າ​ພະ​ເຈົ້າ.

23 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕອນ​ກາງ​ເວັນ, ແລະ ພຣະ​ອົງ​ໄດ້​ປະ​ທານ​ຄວາມ​ຮູ້​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ໂດຍ ພາບ​ນິ​ມິດ​ໃນ​ຕອນ​ກາງ​ຄືນ.

24 ແລະ ໃນ​ຕອນ​ກາງ​ເວັນ ຂ້າ​ພະ​ເຈົ້າ​ເພີ່ມ​ທະ​ວີ​ຄວາມ​ແນ່ວ​ແນ່​ໃນ ການ​ອະ​ທິ​ຖານ​ທີ່​ມີ​ພະ​ລັງ​ຕໍ່​ພຣະ​ອົງ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ຫາ​ເບື້ອງ​ເທິງ ແລະ ເຫລົ່າ​ທູດ​ໄດ້​ລົງ​ມາ​ປະ​ຕິ​ບັດ​ຕໍ່​ຂ້າ​ພະ​ເຈົ້າ.

25 ແລະ ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ ນຳ​ໄປ​ດ້ວຍ​ປີກ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ໄປ​ເທິງ​ພູ​ເຂົາ​ອັນ​ສູງ​ທີ່​ສຸດ. ແລະ ດວງ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ຍິ່ງ​ໃຫຍ່, ແທ້​ຈິງ​ແລ້ວ, ແມ່ນ​ສິ່ງ​ຍິ່ງ​ໃຫຍ່​ເກີນ​ໄປ​ສຳ​ລັບ​ມະ​ນຸດ; ສະ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ບັນ​ທຶກ​ເລື່ອງ​ເຫລົ່າ​ນັ້ນ.

26 ໂອ້ ແລ້ວ​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ເຊັ່ນ​ນັ້ນ, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖ່ອມ​ຕົວ​ຂອງ​ພຣະ​ອົງ​ລົງ​ໃຫ້​ລູກ​ຫລານ​ມະ​ນຸດ​ຈົນ​ສະ​ເດັດ​ມາ​ຢ້ຽມ​ຢາມ​ມະ​ນຸດ​ດ້ວຍ​ພຣະ​ເມດ​ຕາ​ຢ່າງ​ລົ້ນ​ເຫລືອ, ເປັນ​ຫຍັງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້ ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ຄ້າງ​ຄາ​ຢູ່​ໃນ​ຮ່ອມ​ພູ​ແຫ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ, ແລະ ເນື້ອ​ໜັງ​ຂອງ​ຂ້າ​ພະ​ເຈົ້າ​ສູນ​ເສຍ​ໄປ, ແລະ ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ​ລົດ​ລົງ, ເປັນ​ຍ້ອນ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ບໍ?

27 ແລະ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ ຜ່າຍ​ແພ້​ຕໍ່​ບາບ, ເປັນ​ຍ້ອນ​ເນື້ອ​ໜັງ​ຂອງ​ຂ້າ​ພະ​ເຈົ້າ​ບໍ? ແທ້​ຈິງ​ແລ້ວ, ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ເປີດ​ທາງ​ໃຫ້ ສິ່ງ​ລໍ້​ລວງ​ຈົນ​ວ່າ​ມານ​ຮ້າຍ​ມາ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ທຳ​ລາຍ ສັນ​ຕິ​ສຸກ​ຂອງ​ຂ້າ​ພະ​ເຈົ້າ ແລະ ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ທຸກ? ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໃຈ​ຮ້າຍ? ເປັນ​ຍ້ອນ​ສັດ​ຕູ​ຂອງ​ຂ້າ​ພະ​ເຈົ້າ​ບໍ?

28 ຕື່ນ​ເຖີດ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ! ຢ່າ​ຈົມ​ຢູ່​ໃນ​ບາບ​ອີກ​ຕໍ່​ໄປ​ເລີຍ. ຈົ່ງ​ປິ​ຕິ​ຍິນ​ດີ​ເຖີດ, ໂອ້ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ແລະ ຢ່າ​ໃຫ້​ມີ​ບ່ອນ​ວ່າງ​ເປົ່າ​ແກ່ ສັດ​ຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໄປ​ເລີຍ.

29 ຢ່າ​ໃຈ​ຮ້າຍ​ເພາະ​ສັດ​ຕູ​ຂອງ​ຂ້າ​ພະ​ເຈົ້າ​ອີກ​ເລີຍ ຢ່າ​ຖອຍ​ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ໄປ​ເພາະ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ.

30 ຈົ່ງ​ປິ​ຕິ​ຍິນ​ດີ​ເຖີດ, ໂອ້ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ຈົ່ງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ທູນ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ຈະ​ສັນ​ລະ​ເສີນ​ພຣະ​ອົງ​ຕະ​ຫລອດ​ໄປ; ແທ້​ຈິງ​ແລ້ວ, ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ອົງ, ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ແລະ ສີ​ລາ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ.

31 ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ໄຖ່​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ບໍ? ພຣະ​ອົງ​ຈະ​ປົດ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ພວກ​ສັດ​ຕູ​ຂອງ​ຂ້າ​ນ້ອຍ​ບໍ? ພຣະ​ອົງ​ຈະ​ເຮັດ​ໃຫ້​ຕົວ​ຂ້າ​ນ້ອຍ​ສັ່ນ​ຕໍ່​ສິ່ງ​ທີ່​ຫລຽວ​ເຫັນ​ເປັນ ບາບ​ບໍ?

32 ຂໍ​ໃຫ້​ປະ​ຕູ​ນະ​ລົກ​ຈົ່ງ​ປິດ​ສະ​ເໝີ​ຕໍ່​ໜ້າ​ຂ້າ​ນ້ອຍ​ເຖີດ, ເພາະ ໃຈ​ຂອງ​ຂ້າ​ນ້ອຍ​ຊອກ​ຊ້ຳ ແລະ ວິນ​ຍານ​ຂອງ​ຂ້າ​ນ້ອຍ​ສຳ​ນຶກ​ຜິດ​ແລ້ວ! ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຢ່າ​ປິດ​ປະ​ຕູ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ຕໍ່​ໜ້າ​ຂ້າ​ນ້ອຍ​ເລີຍ, ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້ ໄຕ່​ໃນ​ທາງ​ຂອງ​ຮ່ອມ​ພູ​ທີ່​ຕ່ຳ, ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ເຄັ່ງ​ຄັດ​ຢູ່​ໃນ​ຖະ​ໜົນ​ທີ່​ຮາບ​ພຽງ!

33 ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ພຣະ​ອົງ​ຈົ່ງ​ໂອບ​ອ້ອມ​ຂ້າ​ນ້ອຍ​ໃຫ້​ຮອບ​ໃນ​ເສື້ອ​ຄຸມ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ! ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ພຣະ​ອົງ​ຈົ່ງ​ເຮັດ​ທາງ​ເພື່ອ​ການ​ຫລົບ​ໜີ​ຂອງ​ຂ້າ​ນ້ອຍ​ຕໍ່​ໜ້າ​ສັດ​ຕູ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ! ຂໍ​ພຣະ​ອົງ​ຈົ່ງ​ເຮັດ​ທາງ​ໃຫ້​ຊື່​ໄປ​ຕໍ່​ໜ້າ​ຂ້າ​ນ້ອຍ! ຂໍ​ພຣະ​ອົງ​ຢ່າ​ວາງ​ສິ່ງ​ທີ່​ເຮັດ​ໃຫ້​ມີ​ສະ​ດຸດ​ໃນ​ທາງ​ຂອງ​ຂ້າ​ນ້ອຍ—ແຕ່​ຂໍ​ໃຫ້​ພຣະ​ອົງ​ຈົ່ງ​ຖາງ​ທາງ​ຂອງ​ຂ້າ​ນ້ອຍ​ຕໍ່​ໜ້າ​ຂ້າ​ນ້ອຍ, ແລະ ຂໍ​ຢ່າ​ລ້ອມ​ຮົ້ວ​ຕັນ​ທາງ​ຂ້າ​ນ້ອຍ, ແຕ່​ໃຫ້​ຕັນ​ທາງ​ສັດ​ຕູ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ.

34 ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ນ້ອຍ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ຂ້າ​ນ້ອຍ​ຈະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຕະ​ຫລອດ​ໄປ. ຂ້າ​ນ້ອຍ​ຈະ​ບໍ່​ວາງ​ຄວາມ ໄວ້​ວາງ​ໃຈ​ໃນ​ແຂນ​ແຫ່ງ​ເນື້ອ​ໜັງ; ເພາະ​ຂ້າ​ນ້ອຍ​ຮູ້​ວ່າ​ຄົນ​ທີ່​ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຂົາ​ໃນ​ແຂນ​ແຫ່ງ​ເນື້ອ​ໜັງ​ຈະ​ຖືກ​ສາບ​ແຊ່ງ. ແທ້​ຈິງ​ແລ້ວ, ຄົນ​ທີ່​ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຂົາ​ໃນ​ມະ​ນຸດ ຫລື ເຮັດ​ໃຫ້​ເນື້ອ​ໜັງ​ເປັນ​ແຂນ​ຂອງ​ເຂົາ ຈະ​ຖືກ​ສາບ​ແຊ່ງ.

35 ແທ້​ຈິງ​ແລ້ວ, ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ເຈົ້າ​ຈະ​ປະ​ທານ​ໃຫ້ ດ້ວຍ​ໃຈ​ກະ​ລຸ​ນາ​ແກ່​ຄົນ​ທີ່​ຂໍ. ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ​ຈະ​ປະ​ທານ​ໃຫ້​ຂ້າ​ນ້ອຍ​ຖ້າ​ຫາກ​ຂ້າ​ນ້ອຍ ຂໍ ບໍ່​ຜິດ​ທາງ; ສະ​ນັ້ນ ຂ້າ​ນ້ອຍ​ຈະ​ກາບ​ທູນ​ໃຫ້​ສຽງ​ຂອງ​ຂ້າ​ນ້ອຍ​ເຖິງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ຂ້າ​ນ້ອຍ​ຈະ​ຮ້ອງ​ທູນ​ຕໍ່​ພຣະ​ອົງ, ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ, ສີ​ລາ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ຂ້າ​ນ້ອຍ. ຈົ່ງ​ເບິ່ງ, ສຽງ​ຂອງ​ຂ້າ​ນ້ອຍ​ຈະ​ຂຶ້ນ​ໄປ​ເຖິງ​ພຣະ​ອົງ, ພຣະ​ຜູ້​ເປັນ​ສີ​ລາ​ຂອງ​ຂ້າ​ນ້ອຍ ແລະ ພຣະ​ເຈົ້າ​ຜູ້​ເປັນ​ນິດ​ຂອງ​ຂ້າ​ນ້ອຍ​ຕະ​ຫລອດ. ອາ​ແມນ.