ບົດທີ 8
ຢາໂຄບອ່ານຈາກໜັງສືເອຊາຢາຕໍ່: ໃນຍຸກສຸດທ້າຍພຣະຜູ້ເປັນເຈົ້າຈະປອບໃຈຊີໂອນ ແລະ ເຕົ້າໂຮມອິດສະຣາເອນ—ຜູ້ທີ່ຖືກໄຖ່ຈະມາຫາຊີໂອນໃນທ່າມກາງຄວາມປິຕິຍິນດີຢ່າງຍິ່ງ—ປຽບທຽບກັບ ເອຊາຢາ 51 ແລະ 52:1–2. ປະມານ 559–545 ປີ ກ່ອນ ຄ.ສ.
1 ຈົ່ງເຊື່ອຟັງເຮົາ, ເຈົ້າທັງຫລາຍຜູ້ເດີນທາງຕາມຄວາມຊອບທຳ. ຈົ່ງຫລຽວເບິ່ງ ຫີນທີ່ເຈົ້າຖືກສະກັດອອກມາ, ແລະ ຮູຂອງຫລຸມບ່ອນເຈົ້າຖືກຂຸດອອກມາ.
2 ຈົ່ງເບິ່ງອັບຣາຮາມ, ບັນພະບຸລຸດຂອງເຈົ້າ, ແລະ ນາງຊາຣາຜູ້ໃຫ້ກຳເນີດເຈົ້າ; ເພາະເຮົາເອີ້ນລາວຜູ້ດຽວ ແລະ ໃຫ້ພອນແກ່ລາວ.
3 ແລະ ພຣະຜູ້ເປັນເຈົ້າຈະປອບໃຈ ຊີໂອນ, ພຣະອົງຈະປອບໃຈບ່ອນວ່າງເປົ່າທັງໝົດຂອງມັນ ແລະ ພຣະອົງຈະເຮັດໃຫ້ ຖິ່ນແຫ້ງແລ້ງກັນດານຂອງມັນຄືສວນເອເດນ, ແລະ ທະເລຊາຍຂອງມັນຄືກັນກັບອຸດທະຍານຂອງພຣະຜູ້ເປັນເຈົ້າ. ໃນບ່ອນນັ້ນຈະພົບຄວາມສຸກ ແລະ ຄວາມດີໃຈຈາກການຂອບພຣະໄທພຣະເຈົ້າ.
4 ຈົ່ງເຊື່ອຟັງເຮົາ, ຜູ້ຄົນຂອງເຮົາເອີຍ; ແລະ ງ່ຽງຫູຟັງເຮົາ, ໂອ້ ປະຊາຊາດຂອງເຮົາເອີຍ; ເພາະ ກົດຂໍ້ໜຶ່ງຈະອອກໄປຈາກເຮົາ, ແລະ ເຮົາຈະເຮັດໃຫ້ຄຳພິພາກສາຂອງເຮົາເປັນ ແສງສະຫວ່າງຂອງຊົນຊາດທັງຫລາຍ.
5 ຄວາມຊອບທຳຂອງເຮົາຢູ່ໃກ້; ຄວາມລອດຂອງເຮົາໄດ້ອອກໄປແລ້ວ, ແລະ ແຂນຂອງເຮົາຈະພິພາກສາຜູ້ຄົນທັງປວງ. ຜູ້ຄົນ ຊາວເກາະຈະຄອຍຖ້າເຮົາ, ແລະ ພວກເຂົາຈະໄວ້ໃຈໃນອ້ອມແຂນຂອງເຮົາ.
6 ຈົ່ງຫລຽວເບິ່ງຟ້າສະຫວັນ ແລະ ຫລຽວເບິ່ງໂລກທາງລຸ່ມ; ເພາະ ຟ້າສະຫວັນຈະ ຫາຍໄປຄືກັນກັບຄວັນ ແລະ ໂລກຈະ ເກົ່າລົງຄືກັນກັບເສື້ອຜ້າ; ແລະ ຄົນທັງຫລາຍທີ່ຢູ່ໃນນັ້ນຈະຕາຍດ້ວຍວິທີດຽວກັນ. ແຕ່ວ່າຄວາມລອດຂອງເຮົາຈະເປັນຢູ່ຕະຫລອດໄປ, ແລະ ຄວາມຊອບທຳຂອງເຮົາຈະບໍ່ລົ້ມເລີກໄປ.
7 ຈົ່ງເຊື່ອຟັງເຮົາ, ເຈົ້າທັງຫລາຍຜູ້ຮູ້ເຖິງຄວາມຊອບທຳ, ຜູ້ຊຶ່ງເຮົາໄດ້ຂຽນກົດຂອງເຮົາໄວ້ໃນໃຈຂອງເຂົາ, ເຈົ້າຢ່າ ຢ້ານກົວຄຳຕຳນິຂອງມະນຸດ ແລະ ຢ່າຢ້ານຄຳປ້ອຍດ່າຂອງຄົນເຫລົ່ານັ້ນ.
8 ເພາະຕົວແມງຈະກິນພວກເຂົາໝົດຄືກັນກັບເສື້ອຜ້າ, ແລະ ໜອນຈະເຈາະກິນພວກເຂົາຄືກັນກັບຂົນແກະ. ແຕ່ວ່າຄວາມຊອບທຳຂອງເຮົາຈະເປັນຢູ່ຕະຫລອດໄປ, ແລະ ຄວາມລອດຂອງເຮົາຈະຢູ່ຈາກລຸ້ນສູ່ລຸ້ນ.
9 ຕື່ນຖີດ! ຕື່ນເຖີດ! ຈົ່ງຮວບຮວມ ພະລັງຂອງເຈົ້າ, ໂອ້ ແຂນຂອງພຣະຜູ້ເປັນເຈົ້າ; ຈົ່ງຕື່ນຄືກັນກັບໃນສະໄໝບູຮານ. ບໍ່ແມ່ນພຣະອົງບໍທີ່ຕັດຣາຮາບເປັນຕ່ອນໆ ແລະ ແທງມັງກອນທະລຸ?
10 ບໍ່ແມ່ນພຣະອົງບໍທີ່ເຮັດໃຫ້ນ້ຳທະເລແຫ້ງ ແລະ ຄວາມເລິກທີ່ສຸດຂອງນ້ຳອັນກວ້າງໃຫຍ່ແຫ້ງລົງ ທີ່ເຮັດໃຫ້ຄວາມເລິກຂອງທະເລເປັນ ຫົນທາງໃຫ້ຄົນຜູ້ທີ່ຖືກໄຖ່ຜ່ານໄປ?
11 ສະນັ້ນ, ຄົນທີ່ຖືກໄຖ່ໂດຍພຣະຜູ້ເປັນເຈົ້າ ຈະກັບມາ ແລະ ມາພ້ອມກັບ ການຮ້ອງເພງສູ່ຊີໂອນ ແລະ ຄວາມສຸກ ແລະ ຄວາມບໍລິສຸດອັນເປັນນິດຈະຢູ່ເທິງຫົວຂອງພວກເຂົາ; ແລະ ພວກເຂົາຈະໄດ້ຮັບຄວາມປິຕິຍິນດີ ແລະ ຄວາມສຸກ; ຄວາມເສົ້າສະຫລົດໃຈ ແລະ ຄວາມເປັນທຸກຈະໜີໄປ.
12 ເຮົາຄືຜູ້ນັ້ນ, ແທ້ຈິງແລ້ວເຮົາຄືຜູ້ທີ່ປອບໂຍນເຈົ້າ. ຈົ່ງເບິ່ງ, ເຈົ້າແມ່ນໃຜຈຶ່ງຈະ ຢ້ານມະນຸດຜູ້ຊຶ່ງຈະຕ້ອງຕາຍ, ແລະ ຢ້ານລູກຂອງມະນຸດຜູ້ຊຶ່ງຈະຖືກເຮັດໃຫ້ຄືກັນກັບ ຕົ້ນຫຍ້າ?
13 ແລະ ຫລົງລືມພຣະຜູ້ເປັນເຈົ້າ ພຣະຜູ້ສ້າງຂອງເຈົ້າທີ່ໄດ້ຢືດຟ້າສະຫວັນອອກ ແລະ ວາງຮາກຖານຂອງແຜ່ນດິນໂລກ, ແລະ ຢ້ານກົວຢູ່ເລື້ອຍໄປຕະຫລອດວັນ, ເພາະຄວາມໂມໂຫຂອງຜູ້ກົດຂີ່ຄືກັບວ່າເຂົາຈະມາທຳຮ້າຍຊັ້ນບໍ? ແລະ ຄວາມໂມໂຫຂອງຜູ້ກົດຂີ່ນັ້ນຢູ່ໃສ?
14 ຊະເລີຍຜູ້ທີ່ຖືກກັກຂັງຈະໄດ້ຮັບການປົດປ່ອຍໂດຍໄວ, ແລະ ເຂົາຈະບໍ່ຕາຍຢູ່ໃນຫລຸມ ທັງອາຫານຂອງເຂົາຈະບໍ່ຂາດ.
15 ເພາະເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ຜູ້ກວນທະເລ ແລະ ຄື້ນໃຫ້ຫວັ່ນໄຫວ; ຈອມໂຍທາຄືຊື່ຂອງເຮົາ.
16 ແລະ ເຮົາໄດ້ໃສ່ຖ້ອຍຄຳຂອງເຮົາໄວ້ໃນປາກຂອງເຈົ້າ ແລະ ປິດບັງເຈົ້າໄວ້ໃນຮົ່ມມືຂອງເຮົາ ເພື່ອເຮົາຈະໄດ້ຕັ້ງຟ້າສະຫວັນ ແລະ ວາງຮາກຖານຂອງໂລກ ແລະ ກ່າວກັບຊີໂອນວ່າ: ຈົ່ງເບິ່ງ, ເຈົ້າເປັນ ຜູ້ຄົນຂອງເຮົາ.
17 ຕື່ນເຖີດ! ຕື່ນເຖີດ! ຈົ່ງຢືນຂຶ້ນ, ໂອ້ ເຢຣູຊາເລັມ, ຊຶ່ງໄດ້ດື່ມ ຈອກແຫ່ງ ພຣະພິໂລດຈາກພຣະຫັດຂອງພຣະຜູ້ເປັນເຈົ້າ—ເຈົ້າໄດ້ດື່ມເງື່ອນທີ່ເຫລືອຈາກຈອກແຫ່ງຄວາມສັ່ນສະເທືອນ—
18 ແລະ ໃນບັນດາລູກທັງໝົດທີ່ນາງຄອດອອກມາ ບໍ່ມີໃຜຊີ້ນຳນາງເລີຍ ແລະ ທັງໃນບັນດາລູກທັງໝົດທີ່ນາງໄດ້ລ້ຽງມາບໍ່ມີໃຜຊ່ວຍນາງເລີຍ.
19 ລູກສອງຄົນນີ້ຈະມາຫາເຈົ້າ ແມ່ນໃຜຈະເສຍໃຈແທນເຈົ້າ—ຍ້ອນຄວາມເປົ່າປ່ຽວ ແລະ ຄວາມພິນາດ, ແລະ ຄວາມອຶດຢາກ ແລະ ສົງຄາມ—ແລະ ແມ່ນໃຜຈະເປັນຜູ້ປອບໂຍນເຈົ້າ?
20 ລູກຊາຍທັງຫລາຍຂອງເຈົ້າໄດ້ເປັນລົມໄປ, ນອກຈາກສອງຄົນນີ້; ພວກເຂົານອນຢູ່ທີ່ຕົ້ນທາງທຸກສາຍ; ໃນຂະນະທີ່ພວກເຂົາຄືກັນກັບງົວປ່າທີ່ຖືກຕາໜ່າງຢູ່, ພວກເຂົາເຕັມໄປດ້ວຍຄວາມໂມໂຫໃຫ້ພຣະຜູ້ເປັນເຈົ້າ, ແລະ ຕິຕຽນພຣະເຈົ້າຂອງເຈົ້າ.
21 ສະນັ້ນ, ບັດນີ້, ຈົ່ງຟັງເລື່ອງນີ້, ເຈົ້າໄດ້ເປັນທຸກ, ແລະ ໄດ້ ມຶນເມົາ, ແລະ ບໍ່ແມ່ນການມຶນເມົາຂອງເຫລົ້າອະງຸ່ນ:
22 ພຣະຜູ້ເປັນເຈົ້າກ່າວໄວ້ວ່າ ພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງເຈົ້າໄດ້ ວິງວອນແທນຜູ້ຄົນຂອງພຣະອົງ; ຈົ່ງເບິ່ງ, ເຮົາເອົາຈອກແຫ່ງຄວາມສັ່ນສະເທືອນ, ແລະ ເງື່ອນໃນຖ້ວຍແຫ່ງພຣະພິໂລດຂອງເຮົາອອກຈາກມືຂອງເຈົ້າແລ້ວ; ເພື່ອເຈົ້າຈະບໍ່ດື່ມມັນອີກຕໍ່ໄປ.
23 ແຕ່ ເຮົາຈະເອົາມັນໄວ້ໃນມືຂອງຄົນທີ່ເຮັດໃຫ້ເຈົ້າເປັນທຸກ; ຄົນທີ່ເວົ້າກັບຈິດວິນຍານຂອງເຈົ້າວ່າ: ກົ້ມຫົວລົງກາບໄຫວ້ເພື່ອເຮົາຈະໄດ້ຍ່າງຜ່ານໄປ—ແລະ ເຈົ້າໄດ້ວາງຕົວຂອງເຈົ້າຄືກັນກັບພື້ນດິນ ແລະ ຄືກັນກັບຫົນທາງເພື່ອໃຫ້ເຂົາຜ່ານໄປ.
24 ຕື່ນເຖີດ, ຕື່ນເຖີດ, ໂອ້ ຊີໂອນ, ຈົ່ງສວມ ພະລັງຂອງເຈົ້າ; ໂອ້ ເຢຣູຊາເລັມ, ນະຄອນສັກສິດ; ຈົ່ງສວມອາພອນທີ່ສວຍງາມຂອງເຈົ້າ; ເພາະນັບແຕ່ນີ້ໄປຈະບໍ່ມີຜູ້ໃດທີ່ສົກກະປົກ ແລະ ບໍ່ສະອາດເຂົ້າມາຫາເຈົ້າ ອີກຕໍ່ໄປ.
25 ຈົ່ງສັ່ນຂີ້ຝຸ່ນອອກຈາກຕົວຂອງເຈົ້າ; ໂອ້ ເຢຣູຊາເລັມ; ຈົ່ງ ລຸກຂຶ້ນ ແລະ ນັ່ງເທິງບັນລັງເທີ້ນ, ໂອ້ ຍິງຊະເລີຍຊາວຊີໂອນເອີຍ, ຈົ່ງປົດ ປອກຄໍຂອງເຈົ້າອອກ.