ບົດທີ 12
ພຣະເຢຊູເອີ້ນ ແລະ ມອບໝາຍໜ້າທີ່ໃຫ້ສານຸສິດສິບສອງຄົນ—ພຣະອົງສິດສອນຊາວນີໄຟເໝືອນດັ່ງທີ່ພຣະອົງໄດ້ເທດສະໜາຢູ່ໂນນພູ—ພຣະອົງກ່າວຄຳບູລົມສຸກ—ຄຳສອນຂອງພຣະອົງຢູ່ເໜືອ ແລະ ສູງກວ່າກົດຂອງໂມເຊ—ມະນຸດຖືກບັນຊາໃຫ້ເປັນຄົນດີພ້ອມເໝືອນດັ່ງພຣະອົງ ແລະ ພຣະບິດາຂອງພຣະອົງເປັນ—ປຽບທຽບກັບ ມັດທາຍ 5. ປະມານ ຄ.ສ. 34.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ກັບນີໄຟ ແລະ ກັບຄົນທີ່ໄດ້ຮັບການເອີ້ນນັ້ນແລ້ວ, (ບັດນີ້ຈຳນວນຄົນທີ່ໄດ້ຮັບການເອີ້ນ ແລະ ໄດ້ຮັບອຳນາດ ແລະ ສິດອຳນາດເພື່ອໃຫ້ບັບຕິສະມານັ້ນມີຢູ່ ສິບສອງຄົນດ້ວຍກັນ) ແລະ ຈົ່ງເບິ່ງ, ພຣະອົງໄດ້ເດ່ພຣະຫັດອອກໄປຫາຝູງຊົນ, ແລະ ກ່າວຢ່າງດັງໆກັບພວກເຂົາ, ມີຄວາມວ່າ: ເຈົ້າຍ່ອມ ເປັນສຸກຖ້າຫາກເຈົ້າຈະເອົາໃຈໃສ່ຕໍ່ຖ້ອຍຄຳຂອງສິບສອງຄົນນີ້ ຊຶ່ງເຮົາໄດ້ ເລືອກເອົາມາຈາກບັນດາພວກເຈົ້າ ເພື່ອໃຫ້ປະຕິບັດສາດສະໜາກິດແກ່ເຈົ້າ ແລະ ໃຫ້ເປັນຜູ້ຮັບໃຊ້ຂອງເຈົ້າ ແລະ ເຮົາໄດ້ມອບອຳນາດໃຫ້ຜູ້ຄົນເຫລົ່ານີ້ ເພື່ອພວກເຂົາຈະໄດ້ໃຫ້ບັບຕິສະມາເຈົ້າດ້ວຍນ້ຳ ແລະ ຫລັງຈາກເຈົ້າໄດ້ຮັບບັບຕິສະມາດ້ວຍນ້ຳແລ້ວ, ຈົ່ງເບິ່ງ, ເຮົາຈະໃຫ້ບັບຕິສະມາເຈົ້າດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ; ສະນັ້ນ ເຈົ້າຍ່ອມເປັນສຸກຖ້າຫາກເຈົ້າຈະເຊື່ອໃນເຮົາ ແລະ ຮັບບັບຕິສະມາຫລັງຈາກທີ່ເຈົ້າໄດ້ເຫັນເຮົາ ແລະ ຮູ້ວ່າເຮົາເປັນຢູ່.
2 ແລະ ອີກເທື່ອໜຶ່ງ, ຜູ້ທີ່ຈະ ເຊື່ອໃນຄຳເວົ້າຂອງເຈົ້າຈະເປັນສຸກຫລາຍກວ່ານີ້ ເພາະວ່າເຈົ້າຈະໃຫ້ຖ້ອຍຄຳວ່າ ເຈົ້າໄດ້ເຫັນເຮົາ, ແລະວ່າເຈົ້າຮູ້ວ່າເຮົາເປັນຢູ່. ແທ້ຈິງແລ້ວ, ຜູ້ໃດທີ່ຈະເຊື່ອໃນຄຳເວົ້າຂອງເຈົ້າ ແລະ ລົງມາສູ່ສ່ວນເລິກແຫ່ງຄວາມຖ່ອມຕົວ ແລະ ຮັບບັບຕິສະມາຍ່ອມເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບການມາຢ້ຽມຢາມ ດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ ແລະ ຈະໄດ້ຮັບການປົດບາບຂອງຕົນ.
3 ແທ້ຈິງແລ້ວ, ຄົນທີ່ ຍາກຈົນທາງວິນຍານທີ່ ມາຫາເຮົາຍ່ອມເປັນສຸກ, ເພາະວ່າອານາຈັກສະຫວັນຈະເປັນຂອງຜູ້ນັ້ນ.
4 ແລະ ອີກຢ່າງໜຶ່ງ, ຄົນທັງປວງທີ່ໂສກເສົ້າຍ່ອມເປັນສຸກ, ເພາະວ່າເຂົາຈະໄດ້ຮັບການປອບໃຈ.
5 ແລະ ຄົນທີ່ອ່ອນໂຍນຍ່ອມເປັນສຸກ, ເພາະວ່າເຂົາຈະໄດ້ຮັບ ແຜ່ນດິນໂລກເປັນມູນມໍລະດົກ.
6 ແລະ ຄົນທັງປວງທີ່ ຫິວ ແລະ ກະຫາຍ ຄວາມຊອບທຳຍ່ອມເປັນສຸກ, ເພາະວ່າເຂົາຈະເຕັມໄປດ້ວຍພຣະວິນຍານບໍລິສຸດ.
7 ແລະ ຄົນທີ່ມີໃຈ ເມດຕາຍ່ອມເປັນສຸກ, ເພາະວ່າເຂົາຈະໄດ້ຮັບຄວາມເມດຕາຕອບແທນ.
8 ແລະ ຄົນທັງປວງທີ່ມີໃຈ ບໍລິສຸດຍ່ອມເປັນສຸກ, ເພາະວ່າເຂົາຈະໄດ້ ເຫັນພຣະເຈົ້າ.
9 ແລະ ຄົນທັງປວງທີ່ສ້າງຄວາມສະຫງົບຍ່ອມເປັນສຸກ, ເພາະວ່າເຂົາຈະຖືກເອີ້ນວ່າ ລູກຂອງພຣະເຈົ້າ.
10 ແລະ ຄົນທັງປວງທີ່ຖືກ ຂົ່ມເຫັງເພາະເຫັນແກ່ພຣະນາມຂອງເຮົາຍ່ອມເປັນສຸກ, ເພາະວ່າອານາຈັກສະຫວັນຈະເປັນຂອງເຂົາ.
11 ແລະ ເຈົ້າຍ່ອມເປັນສຸກເມື່ອຄົນໝິ່ນປະໝາດ ແລະ ຂົ່ມເຫັງເຈົ້າ ແລະ ກ່າວຄວາມຊົ່ວນາໆປະການ, ແລະ ຫາຄວາມຜິດໃສ່ເຈົ້າເພາະເຮົາ;
12 ເພາະເຈົ້າຈະມີຄວາມຊື່ນຊົມຢ່າງລົ້ນເຫລືອ ແລະ ມີຄວາມຍິນດີຢ່າງຍິ່ງ, ເພາະ ລາງວັນຂອງເຈົ້າໃນສະຫວັນຈະໃຫຍ່ຍິ່ງ; ເພາະສາດສະດາທີ່ຢູ່ມາກ່ອນເຈົ້າຖືກຂົ່ມເຫັງເຊັ່ນນັ້ນ.
13 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຮົາບັນຊາເຈົ້າໃຫ້ເປັນ ເກືອຂອງໂລກ; ແຕ່ຖ້າຫາກເກືອນັ້ນໝົດລົດເຄັມຂອງມັນ ໂລກຈະໄດ້ຄວາມເຄັມຈາກໃສ? ຈາກນັ້ນເກືອຈະບໍ່ມີປະໂຫຍດອັນໃດເລີຍ, ແຕ່ຈະຖືກໂຍນຖິ້ມໃຫ້ຄົນຢຽບຍ່ຳເທົ່ານັ້ນ.
14 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຮົາບັນຊາໃຫ້ເຈົ້າເປັນແສງສະຫວ່າງຂອງຜູ້ຄົນພວກນີ້. ເມືອງທີ່ຕັ້ງຢູ່ເທິງເນີນພູຈະຖືກບັງລັບໄວ້ບໍ່ໄດ້.
15 ຈົ່ງເບິ່ງ, ຄົນຈະໃຕ້ ທຽນ ແລ້ວເອົາກະບຸງມາກວມໄວ້ບໍ? ບໍ່ເລີຍ, ມີແຕ່ຈະຕັ້ງມັນໄວ້ເທິງບ່ອນຕັ້ງທຽນ ແລະ ມັນຈະສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຮືອນນັ້ນ.
16 ສະນັ້ນຈົ່ງໃຫ້ ຄວາມສະຫວ່າງຂອງເຈົ້າສ່ອງເຊັ່ນນັ້ນຕໍ່ໜ້າຜູ້ຄົນພວກນີ້, ເພື່ອວ່າພວກເຂົາຈະເຫັນການດີຂອງເຈົ້າ ແລະ ຖວາຍບາລະມີແດ່ພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນ.
17 ຢ່າຄິດວ່າເຮົາມານີ້ເພື່ອລຶບລ້າງກົດ ແລະ ຖ້ອຍຄຳຂອງສາດສະດາ. ເຮົາບໍ່ໄດ້ມາເພື່ອລຶບລ້າງ ແຕ່ເຮົາມາເພື່ອເຮັດໃຫ້ມັນສົມບູນ;
18 ເພາະຕາມຈິງແລ້ວ ເຮົາບອກເຈົ້າວ່າ ແມ່ນແຕ່ຈຸດໜຶ່ງ ຫລື ຂີດໜຶ່ງກໍບໍ່ໄດ້ຕົກຫລົ່ນໄປຈາກ ກົດ, ແຕ່ໃນເຮົາ ມັນໄດ້ສົມບູນແລ້ວທັງໝົດ.
19 ແລະ ຈົ່ງເບິ່ງ, ເຮົາໄດ້ມອບກົດ ແລະ ພຣະບັນຍັດຂອງພຣະບິດາຂອງເຮົາໃຫ້ແກ່ເຈົ້າ ເພື່ອເຈົ້າຈະໄດ້ເຊື່ອໃນເຮົາ, ແລະ ເພື່ອເຈົ້າຈະກັບໃຈຈາກບາບຂອງເຈົ້າ, ແລະ ເຂົ້າມາຫາເຮົາດ້ວຍ ໃຈທີ່ຊອກຊ້ຳ ແລະ ດ້ວຍວິນຍານທີ່ສຳນຶກຜິດ. ຈົ່ງເບິ່ງ, ເຈົ້າມີພຣະບັນຍັດຢູ່ຕໍ່ໜ້າເຈົ້າ, ແລະ ກົດສົມບູນແລ້ວ.
20 ສະນັ້ນ ຈົ່ງມາຫາເຮົາ ແລະ ເຈົ້າຈະລອດ; ເພາະເຮົາບອກກັບເຈົ້າຕາມຈິງ, ວ່າຖ້າຫາກເຈົ້າຈະບໍ່ຮັກສາບັນຍັດຂອງເຮົາ ຊຶ່ງເຮົາບັນຊາເຈົ້າໃນເວລານີ້ ບໍ່ວ່າໃນກໍລະນີໃດກໍຕາມ, ເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້.
21 ເຈົ້າໄດ້ຍິນຄຳເວົ້າ ຊຶ່ງກ່າວໄວ້ໃນສະໄໝບູຮານ ແລະ ມີຂຽນໄວ້ຕໍ່ໜ້າເຈົ້າອີກ, ວ່າຢ່າຂ້າຄົນ, ແລະ ຜູ້ໃດກໍຕາມທີ່ ຂ້າຄົນ ຜູ້ນັ້ນຈະຕ້ອງຖືກພິພາກສາລົງໂທດໂດຍພຣະເຈົ້າ;
22 ແຕ່ເຮົາບອກເຈົ້າວ່າ ຜູ້ໃດກໍຕາມທີ່ຄຽດແຄ້ນໃຫ້ອ້າຍນ້ອງຂອງຕົນ ຜູ້ນັ້ນຈະຖືກພິພາກສາລົງໂທດຈາກສານຂອງພຣະອົງ. ແລະ ຜູ້ໃດກໍຕາມທີ່ຈະເວົ້າກັບອ້າຍນ້ອງຂອງຕົນວ່າ, ຄົນໂງ່ຈ້າ, ຜູ້ນັ້ນຈະຖືກພິພາສາລົງໂທດຈາກສານສູງສຸດ, ແລະ ຜູ້ໃດກໍຕາມທີ່ຈະເວົ້າວ່າ, ຄົນບ້າ, ຜູ້ນັ້ນຈະມີໂທດເຖິງໄຟນະລົກ.
23 ສະນັ້ນ, ຖ້າຫາກເຈົ້າຈະມາຫາເຮົາ, ຫລື ປາດຖະໜາທີ່ຈະມາຫາເຮົາ ແລະ ນຶກຂຶ້ນໄດ້ວ່າເຈົ້າມີຂໍ້ຂຸ່ນເຄືອງກັບອ້າຍນ້ອງຂອງເຈົ້າດ້ວຍເລື່ອງໃດເລື່ອງໜຶ່ງ—
24 ກໍໃຫ້ກັບໄປ ຄືນດີກັບອ້າຍນ້ອງຂອງເຈົ້າເສຍກ່ອນ, ແລ້ວຈຶ່ງມາຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ແລະ ເຮົາຈະຮັບເອົາເຈົ້າ.
25 ຈົ່ງຮີບປອງດອງກັບຄູ່ໂຈດຂອງເຈົ້າ ໃນຂະນະທີ່ຢູ່ກາງທາງນຳກັນ, ຢ້ານວ່າຄູ່ໂຈດຂອງເຈົ້າຈະມອບເຈົ້າໄວ້, ແລະ ເຈົ້າຈະຖືກສົ່ງເຂົ້າຄຸກ.
26 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຈົ້າຈະອອກຈາກທີ່ນັ້ນບໍ່ໄດ້ຈົນກວ່າເຈົ້າຈະໄດ້ໃຊ້ໜີ້ຈົນຄົບທຸກຊີໄນເສຍກ່ອນ. ແລະ ໃນຂະນະທີ່ເຈົ້າຢູ່ໃນຄຸກນັ້ນ ເຈົ້າຈະມີເງິນຈັກ ຊີໄນບໍ່ທີ່ຈະເອົາມາເປັນຄ່າໄຖ່ຕົວ? ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ບໍ່ເລີຍ.
27 ຈົ່ງເບິ່ງ, ຄົນໃນສະໄໝກ່ອນໄດ້ຂຽນໄວ້ວ່າ, ຢ່າຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ;
28 ແຕ່ເຮົາກ່າວກັບເຈົ້າວ່າ, ຜູ້ໃດກໍຕາມທີ່ຫລຽວເບິ່ງແມ່ຍິງດ້ວຍ ຄວາມໄຄ່ໃນຍິງນັ້ນ, ຜູ້ນັ້ນກໍໄດ້ຫລິ້ນຊູ້ໃນໃຈຂອງຕົນແລ້ວ.
29 ຈົ່ງເບິ່ງ, ເຮົາໃຫ້ບັນຍັດແກ່ເຈົ້າ, ວ່າຢ່າຍອມໃຫ້ເລື່ອງເຫລົ່ານີ້ເຂົ້າມາໃນ ໃຈຂອງເຈົ້າເລີຍ;
30 ເພາະວ່າມັນຈະເປັນການດີກວ່າທີ່ເຈົ້າຈະປະຕິເສດຕົນຈາກສິ່ງເຫລົ່ານີ້, ຊຶ່ງໃນການນີ້ເຈົ້າຈະໄດ້ແບກ ໄມ້ກາງແຂນຂອງເຈົ້າເອງ ແທນທີ່ເຈົ້າຈະຖືກໂຍນລົງສູ່ນະລົກ.
31 ມັນມີຂຽນໄວ້, ວ່າຖ້າຜູ້ໃດກໍຕາມທີ່ຈະປະຮ້າງເມຍຂອງຕົນ ກໍໃຫ້ເຮັດໜັງສື ຢ່າຮ້າງໃຫ້ນາງ.
32 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າຜູ້ໃດກໍຕາມທີ່ຈະ ປະຖິ້ມເມຍຂອງຕົນ ນອກຈາກເພາະຜິດຖານ ຫລິ້ນຊູ້, ຍ່ອມເປັນເຫດໃຫ້ນາງ ມີຊູ້; ແລະ ຜູ້ໃດທີ່ຈະແຕ່ງງານກັບນາງຊຶ່ງຖືກຢ່າ ຍ່ອມເປັນຊູ້.
33 ແລະ ມັນມີຂຽນໄວ້ອີກວ່າ, ຢ່າສາບານເທັດ, ແຕ່ໃຫ້ປະຕິບັດ ຄຳສາບານຂອງເຈົ້າຕໍ່ພຣະຜູ້ເປັນເຈົ້າ;
34 ແຕ່ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຢ່າ ສາບານເລີຍ; ທັງຢ່າອ້າງສະຫວັນ, ເພາະວ່າມັນເປັນພຣະທີ່ນັ່ງຂອງພຣະເຈົ້າ;
35 ຫລື ຢ່າອ້າງແຜ່ນດິນໂລກ, ເພາະວ່າມັນເປັນທີ່ຮອງພຣະບາດຂອງພຣະອົງ;
36 ທັງຢ່າສາບານໂດຍອ້າງເຖິງຫົວຂອງເຈົ້າ, ເພາະວ່າເຈົ້າຈະເຮັດໃຫ້ຜົມເສັ້ນໜຶ່ງກັບເປັນດຳ ຫລື ຂາວບໍ່ໄດ້;
37 ແຕ່ຈົ່ງໃຫ້ຖ້ອຍຄຳຂອງເຈົ້າເປັນດັ່ງນີ້, ແມ່ນກໍໃຫ້ວ່າແມ່ນ; ບໍ່ແມ່ນກໍໃຫ້ວ່າບໍ່ແມ່ນ; ເພາະຄຳເວົ້າເກີນນີ້ໄປມາຈາກຄວາມຊົ່ວ.
38 ແລະ ຈົ່ງເບິ່ງ, ມັນມີຂຽນໄວ້ວ່າ, ຕາຕໍ່ຕາ, ແລະ ແຂ້ວຕໍ່ແຂ້ວ;
39 ແຕ່ເຮົາກ່າວກັບເຈົ້າວ່າ ຢ່າ ຕໍ່ສູ້ກັບຄົນຊົ່ວ, ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງເຈົ້າ, ຈົ່ງ ປິ່ນແກ້ມເບື້ອງຊ້າຍໃຫ້ຜູ້ນັ້ນນຳອີກ;
40 ແລະ ຖ້າຄົນໃດຢາກຟ້ອງສານເອົາເສື້ອຊັ້ນໃນຂອງເຈົ້າ, ກໍຈົ່ງເອົາເສື້ອຊັ້ນນອກຂອງເຈົ້າໃຫ້ເຂົາເໝືອນກັນ;
41 ແລະ ຖ້າຜູ້ໃດຈະບັງຄັບໃຫ້ເຈົ້າຍ່າງໄປໜຶ່ງຫລັກ, ກໍໃຫ້ເຈົ້າໄປກັບເຂົາເຖິງສອງຫລັກ.
42 ຈົ່ງ ໃຫ້ແກ່ຄົນທີ່ຂໍເຈົ້າ, ແລະ ຢ່າໄດ້ປິ່ນຫລັງໃສ່ຜູ້ຂໍຢືມເຈົ້າ.
43 ແລະ ຈົ່ງເບິ່ງ ມັນມີຂຽນໄວ້ອີກ, ວ່າຈົ່ງຮັກເພື່ອນບ້ານຂອງເຈົ້າ ແລະ ກຽດຊັງສັດຕູຂອງເຈົ້າ;
44 ແຕ່ຈົ່ງເບິ່ງ ເຮົາກ່າວກັບເຈົ້າວ່າ, ຈົ່ງຮັກ ສັດຕູຂອງເຈົ້າ, ຈົ່ງໃຫ້ພອນແກ່ຄົນທີ່ປ້ອຍດ່າເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງເຈົ້າ, ແລະ ຈົ່ງ ອະທິຖານເພື່ອຜູ້ທີ່ໃຊ້ເຈົ້າຢ່າງໝິ່ນປະໝາດ ແລະ ຂົ່ມເຫັງເຈົ້າ;
45 ເພື່ອວ່າເຈົ້າຈະໄດ້ເປັນລູກຂອງພຣະບິດາຂອງເຈົ້າຜູ້ປະທັບຢູ່ໃນສະຫວັນ; ເພາະພຣະອົງໄດ້ເຮັດໃຫ້ດວງຕາເວັນຂຶ້ນສ່ອງແສງໃສ່ຄົນຊົ່ວ ແລະ ຄົນດີ.
46 ສະນັ້ນ ເລື່ອງເຫລົ່ານີ້ ຊຶ່ງເປັນຂອງສະໄໝກ່ອນ, ຊຶ່ງມີຢູ່ໃນກົດ, ຈຶ່ງສົມບູນທັງໝົດໃນເຮົາ.
47 ສິ່ງ ເກົ່າໝົດໄປ, ແລະ ທຸກສິ່ງເປັນຂອງໃໝ່.
48 ສະນັ້ນ ເຮົາຈຶ່ງຢາກໃຫ້ເຈົ້າ ດີພ້ອມຄືກັນກັບເຮົາ, ຫລື ພຣະບິດາຂອງເຈົ້າ ຜູ້ປະທັບຢູ່ໃນສະຫວັນຊົງດີພ້ອມ.