ບົດທີ 13
ພຣະເຢຊູສິດສອນຄຳອະທິຖານຂອງພຣະຜູ້ເປັນເຈົ້າໃຫ້ແກ່ຊາວນີໄຟ—ພວກເຂົາຄວນຮິບໂຮມຊັບສົມບັດໄວ້ໃນສະຫວັນ—ສານຸສິດສິບສອງຄົນຖືກບັນຊາໃຫ້ປະຕິບັດສາດສະໜາກິດໂດຍບໍ່ຄິດກ່ຽວກັບສິ່ງຂອງທາງໂລກ—ປຽບທຽບກັບ ມັດທາຍ 6. ປະມານ ຄ.ສ. 34.
1 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວວ່າ ເຮົາຢາກໃຫ້ເຈົ້າ ໃຫ້ທານແກ່ຄົນຍາກຈົນ; ແຕ່ຈົ່ງລະວັງຢ່າໃຫ້ທານເພື່ອອວດຄົນອື່ນ; ເພາະຖ້າເຮັດຢ່າງນັ້ນ ເຈົ້າຈະບໍ່ໄດ້ຮັບລາງວັນຈາກພຣະບິດາຂອງເຈົ້າ ຜູ້ສະຖິດຢູ່ໃນສະຫວັນ.
2 ສະນັ້ນ, ເມື່ອເຈົ້າໃຫ້ທານ ຢ່າໄດ້ເປົ່າແກໄປກ່ອນໜ້າເຈົ້າ, ເໝືອນດັ່ງຄົນໜ້າຊື່ໃຈຄົດເຄີຍເຮັດໃນທຳມະສາລາ ແລະ ຕາມຖະໜົນຫົນທາງ, ເພື່ອໃຫ້ມະນຸດ ສັນລະເສີນ. ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ, ພວກເຂົາໄດ້ຮັບລາງວັນຂອງພວກເຂົາແລ້ວ.
3 ແຕ່ເມື່ອເຈົ້າໃຫ້ທານ ຢ່າໃຫ້ມືຊ້າຍຂອງເຈົ້າຮູ້ວ່າມືຂວາຂອງເຈົ້າເຮັດຫຍັງ;
4 ເພື່ອຂອງທານຂອງເຈົ້າຈະເປັນໄປຢ່າງລັບໆ ແລະ ພຣະບິດາຂອງເຈົ້າຜູ້ເຫັນໃນທີ່ລັບຈະໂຜດປະທານລາງວັນໃຫ້ແກ່ເຈົ້າຢ່າງເປີດເຜີຍ.
5 ແລະ ເມື່ອເຈົ້າ ອະທິຖານ ຈົ່ງຢ່າເຮັດເໝືອນຄົນໜ້າຊື່ໃຈຄົດ, ເພາະພວກເຂົາມັກຢືນອະທິຖານໃນທຳມະສາລາ ແລະ ຕາມແຈຖະໜົນ, ເພື່ອຜູ້ຄົນຈະໄດ້ເຫັນພວກເຂົາ. ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ, ພວກເຂົາໄດ້ຮັບລາງວັນຂອງພວກເຂົາແລ້ວ.
6 ແຕ່ເວລາເຈົ້າອະທິຖານ, ຈົ່ງເຂົ້າໄປໃນຫ້ອງ ແລະ ເມື່ອເຈົ້າປິດປະຕູແລ້ວ, ຈົ່ງອະທິຖານຫາພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນທີ່ລັບ; ແລະ ພຣະບິດາຂອງເຈົ້າຜູ້ເຫັນໃນທີ່ລັບຈະໂຜດປະທານລາງວັນໃຫ້ແກ່ເຈົ້າຢ່າງເປີດເຜີຍ.
7 ແຕ່ເມື່ອເຈົ້າອະທິຖານຢູ່, ຢ່າເວົ້າຊ້ຳຄຳເກົ່າ, ເໝືອນດັ່ງຄົນນອກສາດສະໜາ, ເພາະວ່າພວກເຂົາຄິດວ່າ ຖ້າພວກເຂົາເວົ້າຫລາຍໆເທື່ອ ພຣະອົງຈະໂຜດຮັບຟັງ.
8 ສະນັ້ນ ຢ່າເຮັດຄືພວກເຂົາ, ເພາະວ່າພຣະບິດາຂອງເຈົ້າ ຮູ້ໃນສິ່ງທີ່ເຈົ້າຕ້ອງການກ່ອນທີ່ເຈົ້າຈະຂໍຈາກພຣະອົງ.
9 ສະນັ້ນ ຕາມວິທີນີ້ ເຈົ້າຈົ່ງ ອະທິຖານ: ໂອ້ ພຣະບິດາຂອງຂ້າພຣະອົງຜູ້ສະຖິດຢູ່ໃນສະຫວັນ, ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາລົບບູຊາ.
10 ຂໍໃຫ້ພຣະປະສົງຂອງພຣະອົງເປັນໄປໃນແຜ່ນດິນໂລກເໝືອນດັ່ງທີ່ເປັນໄປໃນສະຫວັນ.
11 ແລະ ຂໍຈົ່ງໂຜດຍົກໂທດໃຫ້ຂ້າພຣະອົງເໝືອນດັ່ງທີ່ຂ້າພຣະອົງໄດ້ຍົກໂທດໃຫ້ຜູ້ທີ່ເຮັດຜິດຕໍ່ຂ້າພຣະອົງ.
12 ແລະ ຂໍຢ່າ ພາຂ້າພຣະອົງເຂົ້າໄປໃນການທົດລອງ, ແຕ່ຂໍຈົ່ງໃຫ້ຂ້າພຣະອົງພົ້ນຈາກຄວາມຊົ່ວ.
13 ເພາະອານາຈັກ, ແລະ ອຳນາດ, ແລະ ລັດສະໝີພາບ, ກໍເປັນຂອງພຣະອົງຕະຫລອດໄປ. ອາແມນ.
14 ເພາະວ່າ, ຖ້າຫາກເຈົ້າໃຫ້ ອະໄພແກ່ເພື່ອນມະນຸດດ້ວຍກັນ ພຣະບິດາເທິງສະຫວັນຂອງເຈົ້າກໍຈະໃຫ້ອະໄພແກ່ເຈົ້າຄືກັນ;
15 ແຕ່ຖ້າຫາກເຈົ້າບໍ່ໃຫ້ອະໄພແກ່ເພື່ອນມະນຸດດ້ວຍກັນ ພຣະບິດາຂອງເຈົ້າກໍຈະບໍ່ໃຫ້ອະໄພແກ່ເຈົ້າຄືກັນ.
16 ຍິ່ງໄປກວ່ານັ້ນ, ເມື່ອເຈົ້າ ຖືສິນອົດເຂົ້າ ຢ່າເຮັດໜ້າເສົ້າໝອງເໝືອນດັ່ງຄົນໜ້າຊື່ໃຈຄົດ, ເພາະພວກເຂົາເຮັດໜ້າເສົ້າໝອງເພື່ອຢາກໃຫ້ຄົນອື່ນເຫັນວ່າ ພວກເຂົາຖືສິນອົດເຂົ້າ. ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ພວກເຂົາໄດ້ຮັບລາງວັນຂອງພວກເຂົາແລ້ວ.
17 ແຕ່ເວລາເຈົ້າຖືສິນອົດເຂົ້າ, ຈົ່ງລ້າງໜ້າ, ແລະ ເອົານ້ຳມັນທາຫົວຂອງເຈົ້າ;
18 ເພື່ອບໍ່ໃຫ້ຄົນເຫັນວ່າເຈົ້າຖືສິນອົດເຂົ້າ, ແຕ່ໃຫ້ພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນ ທີ່ລັບເຫັນ, ແລະ ພຣະບິດາຂອງເຈົ້າ ຜູ້ເຫັນຢູ່ໃນທີ່ລັບຈະໂຜດປະທານລາງວັນໃຫ້ແກ່ເຈົ້າຢ່າງເປີດເຜີຍ.
19 ຢ່າຮິບໂຮມຊັບສົມບັດສຳລັບຕົນໄວ້ໃນໂລກ, ຊຶ່ງເປັນບ່ອນມອດ ແລະ ຂີ້ໝ້ຽງກັດກິນໄດ້, ແລະ ເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້;
20 ແຕ່ຈົ່ງຮິບໂຮມ ຊັບສົມບັດສຳລັບຕົນໄວ້ໃນສະຫວັນ, ຊຶ່ງເປັນບ່ອນມອດ ແລະ ຂີ້ໝ້ຽງກັດກິນບໍ່ໄດ້, ແລະ ທັງໂຈນຈະເຈາະ ແລະ ລັກເອົາໄປບໍ່ໄດ້.
21 ເພາະວ່າຊັບສົມບັດຂອງເຈົ້າຢູ່ບ່ອນໃດ, ໃຈຂອງເຈົ້າກໍຢູ່ບ່ອນນັ້ນຄືກັນ.
22 ດວງສະຫວ່າງຂອງຮ່າງກາຍຄືຕາ; ສະນັ້ນ, ຖ້າຫາກຕາຂອງເຈົ້າເປັນໜຶ່ງ, ໝົດທັງຮ່າງຂອງເຈົ້າກໍຈະເຕັມໄປດ້ວຍແສງສະຫວ່າງ.
23 ແຕ່ຖ້າຫາກຕາຂອງເຈົ້າຊົ່ວ, ໝົດທັງຮ່າງກາຍຂອງເຈົ້າຈະເຕັມໄປດ້ວຍຄວາມມືດ. ສະນັ້ນ, ຖ້າຫາກແສງສະຫວ່າງທີ່ຢູ່ໃນຕົວຂອງເຈົ້າມືດໄປ, ຄວາມມືດນັ້ນຈະໃຫຍ່ຫລວງພຽງໃດນໍ!
24 ບໍ່ມີຜູ້ໃດສາມາດເປັນ ຂ້າໃຊ້ຂອງສອງເຈົ້າ ບ່າວສອງນາຍໄດ້; ເພາະລາວຈະຊັງນາຍຜູ້ນີ້ ແລະ ໄປຮັກນາຍຜູ້ນັ້ນ, ຫລື ຈະນັບຖືນາຍຜູ້ນີ້ ແລະ ໝິ່ນປະໝາດນາຍຜູ້ນັ້ນ. ເຈົ້າຈະເປັນຂ້າໃຊ້ຂອງພຣະເຈົ້າ ແລະ ເປັນຂ້າໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້.
25 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງກໍໄດ້ຫລຽວເບິ່ງຄົນສິບສອງຄົນຜູ້ທີ່ພຣະອົງໄດ້ເລືອກໄວ້ ແລະ ກ່າວກັບພວກເພິ່ນວ່າ: ຈົ່ງຈື່ຈຳຄຳເວົ້າ ຊຶ່ງເຮົາໄດ້ເວົ້າມານັ້ນ. ເພາະຈົ່ງເບິ່ງ, ພວກເຈົ້າຄືຜູ້ທີ່ເຮົາໄດ້ເລືອກໄວ້ ເພື່ອຈະໄດ້ ປະຕິບັດສາດສະໜາກິດແກ່ຜູ້ຄົນພວກນີ້. ສະນັ້ນ ເຮົາກ່າວກັບເຈົ້າວ່າ ຢ່າ ຄິດເຖິງຊີວິດຂອງເຈົ້າ, ວ່າເຈົ້າຈະກິນຫຍັງ, ຫລື ເຈົ້າຈະດື່ມຫຍັງ; ແລະ ຢ່າຄິດເຖິງຮ່າງກາຍຂອງເຈົ້າ, ວ່າເຈົ້າຈະນຸ່ງຫຍັງ. ຊີວິດກໍຍິ່ງໃຫຍ່ກວ່າອາຫານບໍ່ແມ່ນບໍ, ແລະ ຮ່າງກາຍກໍຍິ່ງໃຫຍ່ກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນບໍ?
26 ຈົ່ງເບິ່ງ ນົກໃນອາກາດ, ມັນບໍ່ໄດ້ຫວ່ານ, ທັງມັນບໍ່ໄດ້ກ່ຽວ ຫລື ບໍ່ໄດ້ເຕົ້າໂຮມໃສ່ເລົ້າໄວ້; ແຕ່ພຣະບິດາເທິງສະຫວັນຂອງເຈົ້າຍັງລ້ຽງດູມັນ. ເຈົ້າປະເສີດຫລາຍກວ່ານົກບໍ່ແມ່ນບໍ?
27 ໃຜໃນເຈົ້າເມື່ອຄິດເອົາ ຈະສາມາດເພີ່ມຄວາມສູງຈັກສອກໜຶ່ງໃຫ້ຕົນເອງໄດ້ບໍ?
28 ແລະ ເຫດໃດເຈົ້າຈຶ່ງຄິດເຖິງເຄື່ອງນຸ່ງຫົ່ມ? ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງ ວ່າມັນເຕີບໂຕຂຶ້ນໄດ້ແນວໃດ? ມັນບໍ່ໄດ້ທຳງານ, ທັງບໍ່ໄດ້ເຂັນຝ້າຍ;
29 ແລະ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນໂຊໂລໂມນໃນຄວາມສະຫງ່າລາສີທັງໝົດຂອງລາວ ກໍຍັງບໍ່ໄດ້ທົງເຄື່ອງງາມເທົ່າກັບດອກໄມ້ເຫລົ່ານີ້ດອກໜຶ່ງ.
30 ດັ່ງນັ້ນ, ຖ້າຫາກພຣະເຈົ້າໄດ້ແຕ່ງຫຍ້າໃນທົ່ງຢ່າງນັ້ນ, ຊຶ່ງເປັນຢູ່ມື້ນີ້ ແລະ ມື້ໜ້າຕ້ອງຖືກໂຍນຖິ້ມໃສ່ເຕົາໄຟ, ພຣະອົງກໍຈະແຕ່ງເຈົ້າເຊັ່ນນັ້ນ ຖ້າຫາກເຈົ້າບໍ່ນ້ອຍໜ້າໃນສັດທາ.
31 ສະນັ້ນ ຢ່າຄິດໂດຍກ່າວວ່າ ຈະກິນຫຍັງ? ຫລື ດື່ມຫຍັງ? ຫລື ນຸ່ງຫົ່ມຫຍັງ?
32 ເພາະພຣະບິດາເທິງສະຫວັນຂອງເຈົ້າຮູ້ວ່າ ເຈົ້າຕ້ອງການສິ່ງທັງໝົດນີ້.
33 ແຕ່ເຈົ້າຈົ່ງສະແຫວງຫາ ອານາຈັກຂອງພຣະເຈົ້າ ແລະ ຄວາມຊອບທຳຂອງພຣະອົງເສຍກ່ອນ, ແລ້ວພຣະອົງຈະເພີ່ມສິ່ງເຫລົ່ານີ້ໃຫ້ແກ່ເຈົ້າ.
34 ສະນັ້ນຢ່າຄິດເຖິງມື້ອື່ນ, ເພາະມື້ອື່ນຈະຄິດເຖິງເລື່ອງຂອງມັນເອງ. ມື້ໜຶ່ງກໍພຽງພໍແລ້ວກັບຄວາມຊົ່ວຂອງມື້ນັ້ນ.