ບົດທີ 14
ພຣະເຢຊູບັນຊາວ່າ: ຢ່າກ່າວໂທດຜູ້ອື່ນ; ໃຫ້ທູນຂໍຈາກພຣະເຈົ້າ; ລະວັງສາດສະດາປອມ—ພຣະອົງສັນຍາວ່າ ຜູ້ທີ່ເຮັດຕາມພຣະປະສົງຂອງພຣະບິດາຈະໄດ້ຮັບຄວາມລອດ—ປຽບທຽບກັບ ມັດທາຍ 7. ປະມານ ຄ.ສ. 34.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູຮັບສັ່ງຂໍ້ຄວາມເຫລົ່ານີ້ແລ້ວ ພຣະອົງໄດ້ຫັນໄປທາງຝູງຊົນອີກ, ແລະ ໄດ້ເປີດປາກກ່າວກັບພວກເຂົາອີກ, ມີຄວາມວ່າ: ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຢ່າກ່າວໂທດຜູ້ອື່ນ, ເພື່ອເຈົ້າຈະບໍ່ຖືກກ່າວໂທດຄືນ.
2 ເພາະສິ່ງໃດທີ່ເຈົ້າເອົາມາກ່າວໂທດຜູ້ອື່ນ, ເຈົ້າກໍຈະຖືກກ່າວໂທດໃນສິ່ງນັ້ນ; ແລະ ເຈົ້າຕວງຜູ້ອື່ນດ້ວຍເຄື່ອງຜອງອັນໃດ, ເຈົ້າກໍຈະຖືກຕວງດ້ວຍເຄື່ອງຜອງອັນນັ້ນຄືກັນ.
3 ແລະ ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອທີ່ຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ, ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຂອງເຈົ້າ, ເຈົ້າບໍ່ຮູ້ສຶກ?
4 ຫລື ເຈົ້າຈະເວົ້າກັບພີ່ນ້ອງຂອງເຈົ້າໄດ້ແນວໃດວ່າ: ໃຫ້ຂ້ອຍເຂ່ຍຂີ້ເຫຍື້ອອອກຈາກຕາເຈົ້າເທາະ—ແລະ ຈົ່ງເບິ່ງ, ໄມ້ທັງທ່ອນຢູ່ໃນຕາຂອງເຈົ້າ?
5 ເຈົ້າຄົນໜ້າຊື່ໃຈຄົດ, ຈົ່ງເອົາໄມ້ທັງ ທ່ອນອອກຈາກຕາຂອງເຈົ້າເສຍກ່ອນ; ແລ້ວເຈົ້າຈຶ່ງຈະເຫັນໄດ້ຄັກ ເພື່ອຈະໄດ້ເຂ່ຍຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງເຈົ້າ.
6 ຢ່າເອົາຂອງທີ່ ປະເສີດໃຫ້ໝາ, ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ, ຢ້ານວ່າມັນຈະຢຽບຍ່ຳເສຍ ແລະ ຈະຕ່າວຄືນມາຂົບເຈົ້ານຳອີກ.
7 ຈົ່ງ ໝັ່ນຂໍ, ແລ້ວເຈົ້າຈະໄດ້ຮັບ; ຈົ່ງໝັ່ນຊອກ, ແລ້ວເຈົ້າຈະພົບ; ຈົ່ງໝັ່ນເຄາະ, ແລ້ວຈະມີຜູ້ໄຂປະຕູໃຫ້.
8 ເພາະວ່າທຸກຄົນທີ່ໝັ່ນຂໍ, ຈະໄດ້ຮັບ; ແລະ ທຸກຄົນທີ່ໝັ່ນຊອກ, ຈະພົບ; ແລະ ທຸກຄົນທີ່ໝັ່ນເຄາະ, ຈະມີຜູ້ໄຂປະຕູໃຫ້.
9 ຫລື ມີຜູ້ໃດແດ່ໃນພວກເຈົ້າທີ່ ຖ້າຫາກລູກຂອງຕົນຂໍເຂົ້າປັ້ນໜຶ່ງ, ພໍ່ຈະເອົາກ້ອນຫີນໃຫ້ບໍ?
10 ຫລື ຖ້າຫາກລູກຂອງຕົນຂໍປາ, ພໍ່ຈະເອົາງູໃຫ້ບໍ?
11 ເຫດສະນັ້ນ, ເຈົ້າຜູ້ເປັນຄົນຊົ່ວກໍຍັງຮູ້ຈັກເອົາຂອງດີໃຫ້ລູກຂອງຕົນ, ແລ້ວພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນຈະປະທານຂອງດີໃຫ້ແກ່ຄົນທີ່ທູນຂໍຈາກພຣະອົງຫລາຍກວ່ານັ້ນອີກຈັກເທົ່າ?
12 ສະນັ້ນ, ທຸກສິ່ງທຸກຢ່າງບໍ່ວ່າອັນໃດກໍຕາມທີ່ເຈົ້າຢາກໃຫ້ມະນຸດເຮັດກັບເຈົ້າ, ເຈົ້າຈົ່ງ ເຮັດເຊັ່ນນັ້ນກັບພວກເຂົາ, ເພາະນີ້ຄືກົດ ແລະ ສາດສະດາ.
13 ຈົ່ງເຂົ້າໄປທາງ ປະຕູຄັບ; ເພາະວ່າປະຕູກວ້າງຂວາງ ແລະ ທາງກໍ ກວ້າງຂວາງຈະນຳໄປຫາຄວາມພິນາດ, ແລະ ມີຫລາຍຄົນເຂົ້າໄປໃນທາງນັ້ນ.
14 ເພາະວ່າ ປະຕູທີ່ນຳໄປສູ່ຊີວິດກໍຄັບ, ແລະ ທາງກໍ ແຄບ, ແລະ ມີໜ້ອຍຄົນທີ່ພົບທາງນີ້.
15 ຈົ່ງລະວັງ ສາດສະດາປອມ, ຜູ້ທີ່ປອມຕົວຄືແກະມາຫາເຈົ້າ, ແຕ່ພາຍໃນເຂົາເປັນໝາໄນຕົວຮ້າຍ.
16 ເຈົ້າຈະຮູ້ຈັກເຂົາໂດຍໝາກຜົນຂອງເຂົາ. ຜູ້ຄົນຈະເກັບໝາກອະງຸ່ນຈາກເຄືອໜາມບໍ, ຫລື ເກັບໝາກເດື່ອຈາກຕົ້ນໜາມບໍ?
17 ດັ່ງນັ້ນ ຕົ້ນໄມ້ດີທຸກຕົ້ນຍ່ອມເກີດໝາກຜົນດີ; ແຕ່ຕົ້ນໄມ້ບໍ່ດີຍ່ອມເກີດໝາກຜົນບໍ່ດີ.
18 ຕົ້ນດີຈະເກີດໝາກຜົນບໍ່ດີບໍ່ໄດ້, ຫລື ຕົ້ນໄມ້ບໍ່ດີຈະເກີດໝາກຜົນດີບໍ່ໄດ້.
19 ຕົ້ນໄມ້ທຸກຕົ້ນທີ່ ບໍ່ເກີດໝາກຜົນດີຕ້ອງຖືກໂຄ່ນລົງ, ແລະ ຖືກໂຍນເຂົ້າໃນກອງໄຟເສຍ.
20 ດັ່ງນັ້ນ ເຈົ້າຈະຮູ້ຈັກເຂົາໂດຍ ໝາກຜົນຂອງເຂົາ.
21 ບໍ່ແມ່ນໝົດທຸກຄົນທີ່ກ່າວກັບເຮົາວ່າ, ພຣະອົງເຈົ້າເອີຍ, ພຣະອົງເຈົ້າເອີຍ, ແລ້ວຈະໄດ້ເຂົ້າໄປໃນອານາຈັກສະຫວັນໄດ້; ມີແຕ່ຜູ້ທີ່ກະທຳຕາມນ້ຳພຣະໄທຂອງພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນເທົ່ານັ້ນ ທີ່ຈະເຂົ້າໄປໄດ້.
22 ຫລາຍຄົນຈະ ກ່າວກັບເຮົາໃນມື້ນັ້ນວ່າ: ພຣະອົງເຈົ້າເອີຍ, ພຣະອົງເຈົ້າເອີຍ, ພວກຂ້ານ້ອຍບໍ່ໄດ້ທຳນາຍໃນພຣະນາມຂອງພຣະອົງບໍ, ແລະ ໃນພຣະນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງໄດ້ຂັບໄລ່ຜີອອກໄປ, ແລະ ໃນພຣະນາມຂອງພຣະອົງພວກຂ້ານ້ອຍຈຶ່ງໄດ້ກະທຳສິ່ງແປກປະຫລາດຫລາຍຢ່າງບໍ່ແມ່ນບໍ?
23 ແລະ ເມື່ອນັ້ນເຮົາຈະບອກກັບພວກເຂົາວ່າ: ເຮົາບໍ່ເຄີຍ ຮູ້ຈັກພວກເຈົ້າ; ພວກເຈົ້າຜູ້ທີ່ເຮັດຄວາມຊົ່ວຮ້າຍເອີຍ, ຈົ່ງ ຜ່າຍໜີໄປໃຫ້ພົ້ນຈາກເຮົາເສຍ.
24 ສະນັ້ນ, ຜູ້ໃດກໍຕາມທີ່ໄດ້ຍິນຄຳເຫລົ່ານີ້ຂອງເຮົາ ແລະ ປະຕິບັດຕາມ, ຜູ້ນັ້ນກໍປຽບເໝືອນຄົນສະຫລາດຜູ້ປຸກເຮືອນຂອງຕົນໃສ່ເທິງດານ ຫີນ—
25 ແລະ ຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະເຮືອນນັ້ນ; ແລະ ມັນບໍ່ ພັງ, ເພາະວ່າມັນຖືກສ້າງໃສ່ເທິງດານຫີນ.
26 ແຕ່ທຸກຄົນທີ່ໄດ້ຍິນຄຳເຫລົ່ານີ້ຂອງເຮົາ ແລ້ວບໍ່ປະຕິບັດຕາມກໍປຽບເໝືອນຄົນໂງ່, ຜູ້ປຸກເຮືອນຂອງຕົນໃສ່ເທິງ ດິນຊາຍ—
27 ແລະ ຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະເຮືອນນັ້ນ; ແລະ ມັນພັງ, ແລະ ການພັງນັ້ນໃຫຍ່ຫລວງ.