ບົດທີ 2
ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງເພີ່ມທະວີຂຶ້ນໃນບັນດາຜູ້ຄົນ—ຊາວນີໄຟ ແລະ ຊາວເລມັນຮ່ວມມືກັນເພື່ອປົກປ້ອງຕົນເອງຈາກພວກໂຈນແກດີອານທັນ—ຊາວເລມັນທີ່ເຫລື້ອມໃສກັບເປັນຄົນຜິວຂາວ ແລະ ຖືກເອີ້ນວ່າຊາວນີໄຟ. ປະມານ ຄ.ສ. 5–16.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີເກົ້າສິບຫ້າກໍໄດ້ຜ່ານໄປຄືກັນ, ແລະ ຜູ້ຄົນເລີ່ມຫລົງລືມເຄື່ອງໝາຍ ແລະ ຄວາມແປກປະຫລາດຊຶ່ງພວກເຂົາເຄີຍໄດ້ຍິນມາ, ແລະ ເລີ່ມແປກໃຈໜ້ອຍລົງກ່ຽວກັບເຄື່ອງໝາຍ ຫລື ການແປກປະຫລາດຈາກສະຫວັນ, ເຖິງຂະໜາດທີ່ພວກເຂົາເລີ່ມແຂງກະດ້າງໃນໃຈ ແລະ ມືດດັບໃນຈິດ, ແລະ ເລີ່ມບໍ່ເຊື່ອທຸກສິ່ງຊຶ່ງພວກເຂົາໄດ້ຍິນ ແລະ ເຫັນມາ—
2 ນຶກຄິດເຖິງສິ່ງທີ່ບໍ່ມີປະໂຫຍດບາງຢ່າງໃນໃຈຂອງພວກເຂົາ ວ່າມະນຸດ ແລະ ອຳນາດຂອງມານເຮັດມັນຂຶ້ນເພື່ອຊັກຈູງ ແລະ ຫລອກລວງໃຈຂອງຜູ້ຄົນ; ແລະ ຊາຕານໄດ້ຄອບຄອງໃຈຂອງຜູ້ຄົນອີກແລ້ວດັ່ງນັ້ນ, ເຖິງຂະໜາດທີ່ມັນໄດ້ເຮັດໃຫ້ຕາຂອງພວກເຂົາບອດ ແລະ ຊັກນຳພວກເຂົາໄປໃຫ້ເຊື່ອວ່າ ຄຳສອນຂອງພຣະຄຣິດເປັນສິ່ງທີ່ໂງ່ຈ້າລ້າຫລັງ ແລະ ບໍ່ມີປະໂຫຍດ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນເລີ່ມເກັ່ງກ້າຫລາຍຂຶ້ນໃນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ; ແລະ ພວກເຂົາບໍ່ເຊື່ອວ່າ ມັນຈະມີເຄື່ອງໝາຍ ຫລື ການແປກປະຫລາດເກີດຂຶ້ນຕື່ມອີກ; ແລະ ຊາຕານໄດ້ ໄປຫາທົ່ວທຸກແຫ່ງຫົນຊັກຈູງໃຈຂອງຜູ້ຄົນໄປໂດຍລໍ້ລວງພວກເຂົາ ແລະ ເປັນເຫດໃຫ້ພວກເຂົາເຮັດຄວາມຊົ່ວຮ້າຍອັນໃຫຍ່ຫລວງໃນແຜ່ນດິນ.
4 ແລະ ປີທີເກົ້າສິບຫົກໄດ້ຜ່ານໄປດັ່ງນັ້ນ; ແລະ ປີທີເກົ້າສິບເຈັດນຳອີກ; ແລະ ປີທີເກົ້າສິບແປດ ແລະ ປີທີເກົ້າສິບເກົ້ານຳອີກ.
5 ແລະ ໜຶ່ງຮ້ອຍປີໄດ້ຜ່ານໄປ ນັບຕັ້ງແຕ່ວັນເວລາຂອງ ໂມໄຊຢາ, ຜູ້ເປັນກະສັດຂອງຊາວນີໄຟ.
6 ແລະ ຫົກຮ້ອຍເກົ້າປີໄດ້ຜ່ານໄປ ນັບຕັ້ງແຕ່ລີໄຮອອກຈາກເຢຣູຊາເລັມມາ.
7 ແລະ ເກົ້າປີໄດ້ຜ່ານໄປ ນັບຕັ້ງແຕ່ເວລາທີ່ມີເຄື່ອງໝາຍປະທານໃຫ້, ຊຶ່ງສາດສະດາໄດ້ເວົ້າໄວ້ວ່າ ພຣະຄຣິດຈະສະເດັດມາສູ່ໂລກ.
8 ບັດນີ້ຊາວນີໄຟໄດ້ເລີ່ມນັບເວລາຂອງພວກເຂົານັບຕັ້ງແຕ່ເວລານີ້ເປັນຕົ້ນໄປເລີ່ມຈາກເວລາທີ່ມີເຄື່ອງໝາຍປະທານໃຫ້, ຫລື ນັບຕັ້ງແຕ່ການສະເດັດມາຂອງພຣະຄຣິດ; ສະນັ້ນ, ມັນຈຶ່ງເປັນເວລາພຽງແຕ່ເກົ້າປີຜ່ານໄປ.
9 ແລະ ນີໄຟຜູ້ເປັນບິດາຂອງນີໄຟຜູ້ໄດ້ຮັບໜ້າທີ່ເພື່ອເກັບແຜ່ນຈາລຶກນັ້ນ, ບໍ່ ໄດ້ກັບຄືນມາແຜ່ນດິນເຊຣາເຮັມລາອີກ, ແລະ ບໍ່ມີຜູ້ໃດພົບເຫັນເພິ່ນຢູ່ບ່ອນໃດເລີຍໃນທົ່ວແຜ່ນດິນ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຍັງຄົງຢູ່ໃນຄວາມຊົ່ວຮ້າຍ, ທັງໆທີ່ມີການສັ່ງສອນ ແລະ ໃຫ້ຄຳທຳນາຍຫລາຍຢ່າງໃນບັນດາພວກເຂົາ; ແລະ ປີທີສິບໄດ້ຜ່ານໄປດັ່ງນີ້; ແລະ ປີທີສິບເອັດກໍໄດ້ຜ່ານໄປດ້ວຍຄວາມຊົ່ວຮ້າຍນຳອີກ.
11 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສິບສາມ ມັນເລີ່ມມີສົງຄາມ ແລະ ການຂັດແຍ້ງກັນຕະຫລອດທົ່ວແຜ່ນດິນ; ເພາະວ່າພວກໂຈນແກດີອານທັນກັບມີຈຳນວນຫລວງຫລາຍຂຶ້ນ, ແລະ ໄດ້ຂ້າຜູ້ຄົນຢ່າງຫລວງຫລາຍ, ແລະ ເຮັດໃຫ້ຫລາຍຫົວເມືອງແປນເປົ່າ ແລະ ໄດ້ຂະຫຍາຍຄວາມຕາຍ ແລະ ການຂ້າຟັນຢ່າງຫລວງຫລາຍທົ່ວແຜ່ນດິນ, ຈົນວ່າມັນເປັນສິ່ງສົມຄວນທີ່ຜູ້ຄົນທັງໝົດ ທັງຊາວນີໄຟ ແລະ ຊາວເລມັນຈະຈັບອາວຸດຂຶ້ນຕໍ່ສູ້ກັບພວກເຂົາ.
12 ສະນັ້ນ, ຊາວເລມັນທັງໝົດຜູ້ໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າຈຶ່ງໄດ້ເຂົ້າສົມທົບກັບຊາວນີໄຟພີ່ນ້ອງຂອງພວກເຂົາ, ແລະ ຖືກບັງຄັບໃຫ້ຈັບອາວຸດຂຶ້ນຕໍ່ສູ້ກັບໂຈນແກດີອານທັນເຫລົ່ານັ້ນ ເພື່ອຄວາມປອດໄພຂອງຊີວິດຂອງພວກເຂົາ ແລະ ພວກແມ່ຍິງຂອງພວກເຂົາ ແລະ ພວກເດັກນ້ອຍຂອງພວກເຂົາ, ແທ້ຈິງແລ້ວ, ແລະ ເພື່ອປົກປັກຮັກສາສິດຂອງພວກເຂົາ, ແລະ ສິດທິພິເສດຂອງສາດສະໜາຈັກຂອງພວກເຂົາ ແລະ ສິດຂອງການນະມັດສະການຂອງພວກເຂົາ, ແລະ ອິດສະລະພາບ ແລະ ເສລີພາບຂອງພວກເຂົານຳອີກ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ກ່ອນປີທີສິບສາມຈະຜ່ານພົ້ນໄປ ຊາວນີໄຟໄດ້ຖືກຄຸກຄາມດ້ວຍການທຳລາຍອັນໃຫຍ່ຫລວງ ຍ້ອນວ່າສົງຄາມເທື່ອນີ້ໂຫດຮ້າຍທາລຸນຫລາຍທີ່ສຸດ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນເຫລົ່ານັ້ນຜູ້ທີ່ໄດ້ເຂົ້າມາຮ່ວມກັບຊາວນີໄຟ ໄດ້ຖືກນັບເຂົ້າຢູ່ໃນບັນດາຊາວນີໄຟ;
15 ແລະ ຄຳສາບແຊ່ງທີ່ມີຢູ່ກັບພວກເຂົາຖືກຖອນອອກໄປ, ແລະ ຜິວໜັງຂອງພວກເຂົາກັບມາ ຂາວຄືກັນກັບຊາວນີໄຟ;
16 ແລະ ພວກຊາຍໜຸ່ມ ແລະ ພວກລູກສາວຂອງພວກເຂົາກັບມາເປັນຄົນຈົບງາມທີ່ສຸດ, ແລະ ພວກເຂົາຖືກນັບເຂົ້າຢູ່ໃນບັນດາຊາວນີໄຟ ແລະ ຖືກເອີ້ນວ່າຊາວນີໄຟ. ແລະ ປີທີສິບສາມໄດ້ສິ້ນສຸດລົງດັ່ງນີ້.
17 ແລະ ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີສິບສີ່, ສົງຄາມລະຫວ່າງພວກໂຈນ ແລະ ຜູ້ຄົນຂອງນີໄຟໄດ້ດຳເນີນຕໍ່ໄປ ແລະ ມັນໄດ້ກັບມາຮ້າຍແຮງຫລາຍທີ່ສຸດ; ເຖິງຢ່າງໃດກໍຕາມ, ຜູ້ຄົນຂອງນີໄຟຍັງໄດ້ປຽບພວກໂຈນຢູ່, ເຖິງຂະໜາດທີ່ພວກເຂົາໄດ້ຂັບໄລ່ພວກເຂົາອອກໄປຈາກແຜ່ນດິນຂອງຕົນ ເຂົ້າໄປໃນພູ ແລະ ບ່ອນລີ້ຊ່ອນຂອງພວກເຂົາ.
18 ແລະ ປີທີສິບສີ່ໄດ້ສິ້ນສຸດລົງດັ່ງນີ້. ແລະ ໃນປີທີສິບຫ້າ ພວກເຂົາໄດ້ຍົກມາຕໍ່ສູ້ກັບຜູ້ຄົນຂອງນີໄຟ; ແລະ ເປັນຍ້ອນຄວາມຊົ່ວຮ້າຍຂອງຜູ້ຄົນຂອງນີໄຟ, ແລະ ການຂັດແຍ້ງ ແລະ ການແຕກແຍກກັນຫລາຍຕໍ່ຫລາຍເທື່ອຂອງພວກເຂົາ, ພວກໂຈນແກດີອານທັນຈຶ່ງໄດ້ປຽບພວກເຂົາ.
19 ແລະ ປີທີສິບຫ້າໄດ້ສິ້ນສຸດລົງດັ່ງນີ້, ແລະ ຜູ້ຄົນໄດ້ຢູ່ໃນສະພາບແຫ່ງຄວາມທຸກຢູ່ດັ່ງນີ້; ແລະ ດາບແຫ່ງຄວາມພິນາດໄດ້ແຂວນຢູ່ເທິງຫົວຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາຈະຖືກມັນຟາດຟັນ, ແລະ ນີ້ກໍເພາະຄວາມຊົ່ວຮ້າຍຂອງພວກເຂົາ.