ບົດທີ 7
ຫົວໜ້າຜູ້ຕັດສິນຖືກຂ້າຕາຍ, ຜູ້ປົກຄອງຖືກໂຄ່ນລົ້ມ, ແລະ ຜູ້ຄົນແບ່ງແຍກກັນອອກເປັນຫລາຍເຜົ່າ—ຢາໂຄບຜູ້ຕໍ່ຕ້ານພຣະຄຣິດກາຍເປັນກະສັດຂອງກຸ່ມມົ້ວສຸມລັບ—ນີໄຟສັ່ງສອນເຖິງການກັບໃຈ ແລະ ສັດທາໃນພຣະຄຣິດ—ເຫລົ່າທູດມາປະຕິບັດສາດສະໜາກິດແກ່ເພິ່ນທຸກໆມື້, ແລະ ເພິ່ນໄດ້ໂຜດຍົກນ້ອງຊາຍຂອງເພິ່ນຂຶ້ນຈາກຕາຍ—ຫລາຍຄົນກັບໃຈ ແລະ ຮັບບັບຕິສະມາ. ປະມານ ຄ.ສ. 30–33.
1 ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າຈະສະແດງແກ່ພວກທ່ານວ່າ ພວກເຂົາບໍ່ໄດ້ແຕ່ງຕັ້ງໃຫ້ມີກະສັດປົກຄອງແຜ່ນດິນ; ແຕ່ໃນປີດຽວກັນນັ້ນ, ແທ້ຈິງແລ້ວ, ໃນປີທີສາມສິບ, ພວກເຂົາໄດ້ທຳລາຍບັນລັງຕັດສິນ, ແທ້ຈິງແລ້ວ, ໄດ້ລອບຂ້າຫົວໜ້າຜູ້ຕັດສິນຂອງແຜ່ນດິນ.
2 ແລະ ຜູ້ຄົນໄດ້ແບ່ງແຍກເປັນສັດຕູກັນ; ແລະ ພວກເຂົາໄດ້ແບ່ງແຍກກັນອອກເປັນຫລາຍເຜົ່າ, ຕາມຄອບຄົວ ແລະ ຍາດພີ່ນ້ອງ ແລະ ເພື່ອນຝູງຂອງພວກເຂົາ; ແລະ ພວກເຂົາໄດ້ທຳລາຍການປົກຄອງຂອງແຜ່ນດິນດັ່ງນີ້.
3 ແລະ ແຕ່ລະເຜົ່າກໍໄດ້ແຕ່ງຕັ້ງໃຫ້ມີຫົວໜ້າ ຫລື ຜູ້ດູແລພວກເຂົາ; ແລະ ພວກເຂົາຈຶ່ງກັບເປັນເຜົ່າຕ່າງໆ ແລະ ເປັນຫົວໜ້າເຜົ່າດັ່ງນີ້.
4 ບັດນີ້ຈົ່ງເບິ່ງ, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ບໍ່ມີຄອບຄົວໃຫຍ່ ແລະ ຍາດພີ່ນ້ອງ ແລະ ເພື່ອນຝູງຫລາຍຄົນ; ສະນັ້ນ ເຜົ່າຂອງພວກເຂົາຈຶ່ງແຜ່ຂະຫຍາຍຢ່າງກວ້າງຂວາງ.
5 ບັດນີ້ທັງໝົດນີ້ເປັນໄປ ແລະ ຍັງບໍ່ທັນມີສົງຄາມເກີດຂຶ້ນໃນບັນດາພວກເຂົາເທື່ອ; ແລະ ຄວາມຊົ່ວຮ້າຍທັງໝົດນີ້ມາສູ່ຜູ້ຄົນ ເພາະພວກເຂົາໄດ້ ຍອມຕົວໃຫ້ກັບອຳນາດຂອງຊາຕານ.
6 ແລະ ຂໍ້ບັງຄັບຂອງຝ່າຍຜູ້ປົກຄອງໄດ້ຖືກທຳລາຍໄປ, ເພາະ ຄວາມມົ້ວສຸມລັບຂອງເພື່ອນຝູງ ແລະ ຍາດພີ່ນ້ອງຂອງພວກທີ່ຂ້າສາດສະດາ.
7 ແລະ ພວກເຂົາໄດ້ເຮັດໃຫ້ເກີດການຂັດແຍ້ງອັນໃຫຍ່ຫລວງໃນແຜ່ນດິນ, ເຖິງຂະໜາດທີ່ຜູ້ຄົນທີ່ຊອບທຳເກືອບຈະກາຍມາເປັນຄົນຊົ່ວໄປຈົນໝົດ; ແທ້ຈິງແລ້ວ, ຍັງມີແຕ່ຄົນທີ່ຊອບທຳຢູ່ພຽງບໍ່ເທົ່າໃດຄົນເທົ່ານັ້ນໃນບັນດາພວກເຂົາ.
8 ແລະ ເວລາຫົກປີຍັງບໍ່ທັນໄດ້ຜ່ານໄປເທື່ອນັບແຕ່ຄົນສ່ວນຫລາຍໄດ້ຫັນໄປຈາກຄວາມຊອບທຳຂອງພວກເຂົາ, ຄືກັນກັບໝາກິນສິ່ງທີ່ມັນ ຮາກອອກມາ, ຫລື ຄືກັນກັບໝູທີ່ລ້າງແລ້ວລົງໄປນອນລຸຍຢູ່ໃນບວກອີກ.
9 ບັດນີ້ກຸ່ມມົ້ວສຸມລັບນີ້, ຊຶ່ງນຳຄວາມຊົ່ວຮ້າຍອັນໃຫຍ່ຫລວງມາສູ່ຜູ້ຄົນ, ໄດ້ມາເຕົ້າໂຮມກັນ ແລະ ໄດ້ຕັ້ງຄົນຜູ້ໜຶ່ງຂຶ້ນເປັນຫົວໜ້າຂອງພວກເຂົາ ຜູ້ທີ່ພວກເຂົາເອີ້ນວ່າ ຢາໂຄບ;
10 ແລະ ພວກເຂົາໄດ້ເອີ້ນລາວວ່າເປັນກະສັດຂອງພວກເຂົາ; ສະນັ້ນ ລາວຈຶ່ງໄດ້ກາຍມາເປັນກະສັດປົກຄອງຄົນຊົ່ວກຸ່ມນີ້; ແລະ ລາວເປັນຄົນສຳຄັນທີ່ສຸດຄົນໜຶ່ງທີ່ໄດ້ອອກສຽງຕໍ່ຕ້ານສາດສະດາ ຜູ້ຊຶ່ງໃຫ້ຖ້ອຍຄຳເຖິງພຣະເຢຊູ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາບໍ່ມີຈຳນວນຄົນຫລາຍເທົ່າກັບເຜົ່າຕ່າງໆ, ຜູ້ໄດ້ຮ່ວມເຂົ້າກັນເປັນໜຶ່ງ ແຕ່ພວກຫົວໜ້າຂອງພວກເຂົາໄດ້ຕັ້ງກົດຂຶ້ນ, ແຕ່ລະຄົນຕາມເຜົ່າຂອງຕົນເອງ; ເຖິງຢ່າງໃດກໍຕາມພວກເຂົາກໍຍັງເປັນສັດຕູກັນຢູ່; ເຖິງແມ່ນວ່າພວກເຂົາບໍ່ໄດ້ເປັນຄົນຊອບທຳ, ແຕ່ພວກເຂົາກໍໄດ້ເຂົ້າຮ່ວມກັນກຽດຊັງພວກທີ່ໄດ້ເຂົ້າເຮັດພັນທະສັນຍາເພື່ອທຳລາຍຝ່າຍຜູ້ປົກຄອງ.
12 ສະນັ້ນ, ຢາໂຄບໂດຍທີ່ເຫັນວ່າສັດຕູມີຈຳນວນຫລາຍກວ່າພວກຕົນ, ໂດຍທີ່ລາວເອງເປັນກະສັດຂອງກຸ່ມນັ້ນ, ສະນັ້ນ ລາວຈຶ່ງໄດ້ສັ່ງໃຫ້ຜູ້ຄົນຂອງລາວໜີໄປຫາຂົງເຂດທີ່ຢູ່ເໜືອສຸດຂອງແຜ່ນດິນທາງເໜືອ, ແລະ ຢູ່ທີ່ນັ້ນຈະໄດ້ສ້າງ ອານາຈັກຂຶ້ນເພື່ອພວກເຂົາເອງ, ຈົນວ່າມີພວກທີ່ແຍກອອກໄປຮ່ວມກັບພວກເຂົາ, (ເພາະຢາໂຄບໄດ້ເວົ້າຍຸຍົງພວກເຂົາວ່າ ມັນຈະມີຜູ້ຄົນແຍກອອກໄປຮ່ວມເປັນຈຳນວນຫລວງຫລາຍ) ແລະ ພວກເຂົາກັບມາມີກຳລັງພຽງພໍທີ່ຈະຕໍ່ສູ້ກັບຜູ້ຄົນຂອງເຜົ່າຕ່າງໆ; ແລະ ພວກເຂົາໄດ້ເຮັດເຊັ່ນນີ້.
13 ແລະ ການເດີນທັບຂອງພວກເຂົານັ້ນວ່ອງໄວທີ່ສຸດ ເຖິງຂະໜາດທີ່ບໍ່ມີສິ່ງໃດຈະຂັດຂວາງພວກເຂົາໄດ້ ຈົນວ່າພວກເຂົາໄດ້ອອກໄປພົ້ນຈາກໄລຍະທີ່ຜູ້ຄົນຈະຕາມມາທັນ. ແລະ ປີທີສາມສິບໄດ້ສິ້ນສຸດລົງດັ່ງນີ້; ແລະ ການງານຂອງຜູ້ຄົນຂອງນີໄຟກໍເປັນໄປດັ່ງນີ້.
14 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສາມສິບເອັດຄື ພວກເຂົາໄດ້ແບ່ງແຍກອອກເປັນຫລາຍເຜົ່າ, ທຸກຄົນຕາມຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນຝູງຂອງເຂົາ; ເຖິງຢ່າງໃດກໍຕາມ ພວກເຂົາຍັງໄດ້ຕົກລົງກັນວ່າ ພວກເຂົາຈະບໍ່ເຮັດສົງຄາມຕໍ່ຕ້ານກັນ, ແຕ່ພວກເຂົາບໍ່ໄດ້ເປັນໜຶ່ງເລື່ອງກົດໝາຍ ແລະ ລະບຽບການປົກຄອງຂອງພວກເຂົາ ເພາະພວກເຂົາໄດ້ຕັ້ງກົດຂຶ້ນຕາມຄວາມຄິດເຫັນຂອງຜູ້ທີ່ເປັນຫົວໜ້າ ແລະ ຜູ້ນຳຂອງພວກເຂົາ. ແຕ່ວ່າພວກເຂົາໄດ້ຕັ້ງກົດເຄັ່ງຄັດທີ່ສຸດຂຶ້ນວ່າ ບໍ່ໃຫ້ແຕ່ລະເຜົ່າລ່ວງລະເມີດຊຶ່ງກັນແລະກັນ, ເຖິງຂະໜາດທີ່ມັນໄດ້ມີສັນຕິສຸກຢູ່ໃນແຜ່ນດິນພໍສົມຄວນ; ເຖິງຢ່າງໃດກໍຕາມ, ໃຈຂອງພວກເຂົາໄດ້ຫັນເຫໄປຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ພວກເຂົາໄດ້ແກວ່ງກ້ອນຫີນໃສ່ສາດສະດາ, ແລະ ໄດ້ຂັບໄລ່ພວກເພິ່ນອອກໄປຈາກບັນດາພວກເຂົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟ—ໂດຍທີ່ໄດ້ຮັບການມາຢ້ຽມຢາມຈາກເຫລົ່າທູດ ແລະ ໄດ້ຍິນສຸລະສຽງຂອງພຣະເຈົ້ານຳອີກ, ສະນັ້ນ ນີໄຟຈຶ່ງໄດ້ເຫັນເຫລົ່າທູດ, ແລະ ເປັນພະຍານດ້ວຍຕາ, ແລະ ມີອຳນາດທີ່ຖືກປະທານໃຫ້ແກ່ເພິ່ນ ເພື່ອເພິ່ນຈະໄດ້ຮູ້ຈັກກ່ຽວກັບການປະຕິບັດສາດສະໜາກິດຂອງພຣະຄຣິດ, ແລະ ເປັນພະຍານດ້ວຍຕາ ເຖິງການຫັນເຫຢ່າງວ່ອງໄວຈາກຄວາມຊອບທຳໄປສູ່ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົານຳອີກ;
16 ສະນັ້ນ, ໂດຍທີ່ມີຄວາມໂສກເສົ້າ ເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ ແລະ ຄວາມບອດຂອງຈິດໃຈຂອງພວກເຂົາ—ຈຶ່ງໄດ້ອອກໄປໃນປີດຽວກັນນັ້ນ, ແລະ ເລີ່ມໃຫ້ຖ້ອຍຄຳຢ່າງອາດຫານເລື່ອງການກັບໃຈ ແລະ ການປົດບາບຜ່ານສັດທາໃນອົງພຣະເຢຊູຄຣິດເຈົ້າ.
17 ແລະ ເພິ່ນໄດ້ປະຕິບັດສາດສະໜາກິດຫລາຍຢ່າງແກ່ພວກເຂົາ; ແລະ ບໍ່ສາມາດຂຽນເລື່ອງທັງໝົດໄວ້ໄດ້, ແລະ ຖ້າຈະຂຽນສ່ວນໜຶ່ງໄວ້ກໍຈະບໍ່ຄົບຖ້ວນ, ສະນັ້ນ ມັນຈຶ່ງບໍ່ໄດ້ຖືກຂຽນໄວ້ເລີຍໃນໜັງສືເຫລັ້ມນີ້. ແລະ ນີໄຟໄດ້ປະຕິບັດສາດສະໜາກິດດ້ວຍ ອຳນາດ ແລະ ດ້ວຍສິດອຳນາດອັນຍິ່ງໃຫຍ່.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຄຽດແຄ້ນໃຫ້ເພິ່ນ, ເພາະເພິ່ນມີອຳນາດຫລາຍກວ່າພວກເຂົາ, ເພາະມັນເປັນໄປ ບໍ່ໄດ້ທີ່ພວກເຂົາຈະບໍ່ເຊື່ອຄຳເວົ້າຂອງເພິ່ນ, ເພາະສັດທາຂອງເພິ່ນໃນອົງພຣະເຢຊູຄຣິດເຈົ້ານັ້ນໃຫຍ່ຍິ່ງທີ່ສຸດຈົນວ່າເຫລົ່າທູດໄດ້ມາປະຕິບັດແກ່ເພິ່ນທຸກໆມື້.
19 ແລະ ໃນພຣະນາມຂອງພຣະເຢຊູ ເພິ່ນໄດ້ຂັບໄລ່ພວກຜີສາງ ແລະ ວິນຍານອັນບໍ່ສະອາດອອກໄປ; ແລະ ເຖິງຂະໜາດທີ່ເພິ່ນໄດ້ໂຜດຍົກນ້ອງຊາຍຂອງເພິ່ນຂຶ້ນຈາກຕາຍ, ຫລັງຈາກທີ່ລາວຖືກຜູ້ຄົນແກວ່ງກ້ອນຫີນໃສ່ຈົນເຖິງແກ່ຄວາມຕາຍ.
20 ແລະ ຜູ້ຄົນໄດ້ເຫັນເຫດການນີ້ ແລະ ໄດ້ເປັນພະຍານເຖິງເລື່ອງນີ້, ແລະ ໄດ້ຄຽດແຄ້ນໃຫ້ເພິ່ນຍ້ອນອຳນາດຂອງເພິ່ນ; ແລະ ເພິ່ນໄດ້ເຮັດສິ່ງມະຫັດສະຈັນອີກ ຫລາຍຢ່າງໃນພຣະນາມຂອງພຣະເຢຊູຕໍ່ສາຍຕາຂອງຜູ້ຄົນນຳອີກ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີສາມສິບເອັດໄດ້ຜ່ານພົ້ນໄປ, ແລະ ມີຄົນບໍ່ເທົ່າໃດຄົນທີ່ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ; ແຕ່ຫລາຍຕໍ່ຫລາຍຄົນທີ່ປ່ຽນໃຈເຫລື້ອມໃສໄດ້ສະແດງຕໍ່ຜູ້ຄົນໂດຍແທ້ຈິງວ່າ ພວກເຂົາໄດ້ຖືກຢ້ຽມຢາມໂດຍອຳນາດ ແລະ ພຣະວິນຍານຂອງພຣະເຈົ້າຊຶ່ງສະຖິດຢູ່ໃນພຣະເຢຊູຄຣິດ, ຊຶ່ງໃນພຣະອົງພວກເຂົາເຊື່ອຖື.
22 ແລະ ຫລາຍຕໍ່ຫລາຍຄົນທີ່ໄດ້ຮັບການຂັບໄລ່ຜີສາງອອກຈາກຕົວຂອງພວກເຂົາ, ແລະ ໄດ້ຮັບການປິ່ນປົວຈາກຄວາມເຈັບໄຂ້ໄດ້ປ່ວຍຂອງພວກເຂົາ ແລະ ຄວາມບໍ່ຢູ່ດີມີແຮງຂອງພວກເຂົານັ້ນ, ໄດ້ປະກາດແກ່ຜູ້ຄົນໂດຍແທ້ຈິງວ່າ ພວກເຂົາໄດ້ຮັບການປິ່ນປົວໂດຍພຣະວິນຍານຂອງພຣະເຈົ້າ, ແລະ ໄດ້ຫາຍດີເປັນປົກກະຕິແລ້ວ; ແລະ ພວກເຂົາໄດ້ສະແດງເຄື່ອງໝາຍໃຫ້ປະຈັກນຳອີກ ແລະ ໄດ້ເຮັດສິ່ງມະຫັດສະຈັນຫລາຍຢ່າງໃນບັນດາຜູ້ຄົນ.
23 ປີທີສາມສິບສອງກໍໄດ້ຜ່ານໄປດັ່ງນີ້. ແລະ ນີໄຟໄດ້ຮ້ອງປ່າວຕໍ່ຜູ້ຄົນໃນຕົ້ນປີທີສາມສິບສາມ; ແລະ ເພິ່ນໄດ້ສັ່ງສອນເລື່ອງການກັບໃຈ ແລະ ການປົດບາບໃຫ້ແກ່ພວກເຂົາ.
24 ບັດນີ້ຂ້າພະເຈົ້າຢາກໃຫ້ທ່ານຈື່ຈຳໄວ້ນຳອີກວ່າ ບໍ່ມີຜູ້ໃດເລີຍທີ່ໄດ້ຮັບການນຳມາສູ່ການກັບໃຈໂດຍປາດສະຈາກ ການບັບຕິສະມາດ້ວຍນ້ຳ.
25 ສະນັ້ນ, ຈຶ່ງມີຜູ້ຊາຍຫລາຍຄົນໄດ້ຮັບການແຕ່ງຕັ້ງຈາກນີໄຟ, ເພື່ອປະຕິບັດສາດສະໜາກິດນີ້ ເພື່ອທຸກຄົນທີ່ມາຫາພວກເພິ່ນຈະໄດ້ຮັບບັບຕິສະມາດ້ວຍນ້ຳ, ແລະ ການຮັບບັບຕິສະມາດ້ວຍນ້ຳນີ້ຈະເປັນພະຍານ ແລະ ປະຈັກພະຍານຕໍ່ພຣະພັກຂອງພຣະເຈົ້າ, ແລະ ຕໍ່ຜູ້ຄົນວ່າພວກເຂົາໄດ້ກັບໃຈ ແລະ ໄດ້ຮັບ ການປົດບາບແລ້ວ.
26 ແລະ ໃນຕົ້ນປີນີ້ ມີຄົນເປັນຈຳນວນຫລວງຫລາຍໄດ້ຮັບບັບຕິສະມາໄວ້ກັບການກັບໃຈ; ແລະ ເວລາສ່ວນຫລາຍຂອງປີໄດ້ຜ່ານໄປດັ່ງນີ້.