ບົດທີ 10
ລີໄຮເປັນເຊື້ອສາຍຂອງມານາເຊ—ແອມມິວເລັກທວນຄືນຄຳສັ່ງຂອງທູດທີ່ສັ່ງໃຫ້ລາວເບິ່ງແຍງແອວມາ—ຄຳອະທິຖານຂອງຄົນຊອບທຳເປັນເຫດໃຫ້ຜູ້ຄົນໄດ້ຮັບການໄວ້ຊີວິດ—ທະນາຍຄວາມ ແລະ ຜູ້ຕັດສິນທີ່ບໍ່ຊອບທຳວາງຮາກຖານແຫ່ງການທຳລາຍຕໍ່ຜູ້ຄົນ. ປະມານ 82 ປີ ກ່ອນ ຄ.ສ.
1 ບັດນີ້ ນີ້ແມ່ນ ຄຳເວົ້າຊຶ່ງ ແອມມິວເລັກໄດ້ສັ່ງສອນຜູ້ຄົນຜູ້ຢູ່ໃນແຜ່ນດິນອຳໂມນໄນຮາ, ມີຄວາມວ່າ:
2 ຂ້າພະເຈົ້າຄືແອມມິວເລັກ; ຂ້າພະເຈົ້າເປັນລູກຊາຍຂອງກິດໂດນາ, ຜູ້ເປັນລູກຊາຍຂອງອິດຊະມາເອນ, ຜູ້ຊຶ່ງເປັນຜູ້ສືບເຊື້ອສາຍຂອງອະມີນາໄດ; ແລະ ອະມີນາໄດຜູ້ດຽວກັນທີ່ເປັນຜູ້ແປຄວາມໝາຍຂອງຂໍ້ຄວາມທີ່ຢູ່ໃນກຳແພງພຣະວິຫານ, ຊຶ່ງໄດ້ຂຽນໄວ້ໂດຍນິ້ວພຣະຫັດຂອງພຣະເຈົ້າ.
3 ແລະ ອະມີນາໄດເປັນຜູ້ສືບເຊື້ອສາຍຂອງນີໄຟ, ຜູ້ເປັນລູກຊາຍຂອງລີໄຮ, ຜູ້ອອກຈາກແຜ່ນດິນເຢຣູຊາເລັມ, ຊຶ່ງເປັນຜູ້ສືບເຊື້ອສາຍຂອງ ມານາເຊຜູ້ເປັນລູກຊາຍຂອງ ໂຢເຊັບ, ຜູ້ຖືກ ຂາຍໄປຫາເອຢິບດ້ວຍມືຂອງພວກອ້າຍຂອງລາວ.
4 ແລະ ຈົ່ງເບິ່ງ, ຂ້າພະເຈົ້າເອງເປັນຄົນທີ່ຖືກນັບຖືພໍສົມຄວນໃນບັນດາຄົນທັງຫລາຍທີ່ຮູ້ຈັກຂ້າພະເຈົ້າ; ແທ້ຈິງແລ້ວ, ແລະ ຈົ່ງເບິ່ງ, ຂ້າພະເຈົ້າມີພີ່ນ້ອງ ແລະ ໝູ່ເພື່ອນຫລາຍຄົນ, ແລະ ຂ້າພະເຈົ້າມີສິ່ງຂອງອັນມີຄ່າຢ່າງຫລວງຫລາຍດ້ວຍການຫັດຖະກຳຂອງຂ້າພະເຈົ້າ.
5 ເຖິງຢ່າງໃດກໍຕາມ, ຫລັງຈາກທັງໝົດນີ້, ຂ້າພະເຈົ້າກໍບໍ່ເຄີຍຮູ້ຈັກຫຍັງຫລາຍກ່ຽວກັບທາງຂອງພຣະຜູ້ເປັນເຈົ້າ, ແລະ ຄວາມລຶກລັບ ແລະ ອຳນາດອັນໜ້າອັດສະຈັນຂອງພຣະອົງ. ຂ້າພະເຈົ້າໄດ້ເວົ້າວ່າ ຂ້າພະເຈົ້າບໍ່ເຄີຍຮູ້ກ່ຽວກັບເລື່ອງເຫລົ່ານີ້ຫລາຍ; ແຕ່ຈົ່ງເບິ່ງ, ຂ້າພະເຈົ້າຜິດ, ເພາະຂ້າພະເຈົ້າໄດ້ເຫັນຄວາມລຶກລັບຂອງພຣະອົງ ແລະ ອຳນາດອັນໜ້າອັດສະຈັນຂອງພຣະອົງມາຫລາຍແລ້ວ; ແທ້ຈິງແລ້ວ, ແມ່ນເປັນການຮັກສາຊີວິດຂອງຜູ້ຄົນພວກນີ້.
6 ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ເຮັດໃຈແຂງກະດ້າງ, ເພາະວ່າຂ້າພະເຈົ້າຖືກ ຮຽກຮ້ອງຫລາຍເທື່ອແລ້ວ ແລະ ຂ້າພະເຈົ້າບໍ່ຍອມ ຟັງ; ສະນັ້ນ ຂ້າພະເຈົ້າຈຶ່ງຮູ້ກ່ຽວກັບເລື່ອງເຫລົ່ານີ້, ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງບໍ່ຍອມຮັບຮູ້; ສະນັ້ນ ຂ້າພະເຈົ້າຈຶ່ງກະບົດຕໍ່ພຣະເຈົ້າໃນຄວາມຊົ່ວຮ້າຍຂອງໃຈຂອງຂ້າພະເຈົ້າ, ຈົນເຖິງວັນທີສີ່ຂອງເດືອນທີເຈັດນີ້, ຊຶ່ງຢູ່ໃນປີທີສິບແຫ່ງການປົກຄອງຂອງຜູ້ຕັດສິນ.
7 ໃນຂະນະທີ່ຂ້າພະເຈົ້າກຳລັງເດີນທາງໄປຢ້ຽມຢາມຍາດພີ່ນ້ອງທີ່ຢູ່ໃກ້ຄຽງຜູ້ໜຶ່ງ, ຈົ່ງເບິ່ງ ທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດຕໍ່ໜ້າຂ້າພະເຈົ້າ ແລະ ກ່າວວ່າ: ແອມມິວເລັກ, ຈົ່ງກັບຄືນໄປເຮືອນຂອງເຈົ້າ ເພາະວ່າເຈົ້າຈະໄດ້ບົວລະບັດສາດສະດາຜູ້ໜຶ່ງຂອງພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຄືສາດສະດາທີ່ບໍລິສຸດຜູ້ຖືກເລືອກຈາກພຣະເຈົ້າ; ເພາະເພິ່ນໄດ້ ຖືສິນອົດເຂົ້າມາຫລາຍມື້ແລ້ວ; ເພາະບາບຂອງຜູ້ຄົນພວກນີ້ ແລະ ເພິ່ນໄດ້ອຶດຫິວ, ແລະ ຈົ່ງໃຫ້ເຈົ້າ ຮັບເອົາເພິ່ນເຂົ້າໄປໃນເຮືອນຂອງເຈົ້າ ແລະ ບົວລະບັດເພິ່ນ, ແລະ ເພິ່ນຈະໃຫ້ພອນແກ່ເຈົ້າ ແລະ ເຮືອນຊານຂອງເຈົ້າ; ແລະ ພອນຂອງພຣະຜູ້ເປັນເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ເຮືອນຊານຂອງເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຮັດຕາມຄຳເວົ້າຂອງທູດອົງນັ້ນ, ແລ້ວໄດ້ກັບຄືນໄປເຮືອນຂອງຂ້າພະເຈົ້າ. ແລະ ຂະນະທີ່ຂ້າພະເຈົ້າກຳລັງເດີນທາງກັບໄປນັ້ນ ຂ້າພະເຈົ້າໄດ້ພົບກັບ ຄົນຜູ້ທີ່ທູດໄດ້ເວົ້າກັບຂ້າພະເຈົ້າວ່າ: ເຈົ້າຈົ່ງຮັບເອົາເພິ່ນເຂົ້າໄປໃນເຮືອນຂອງເຈົ້າ—ແລະ ຈົ່ງເບິ່ງ ເປັນຄົນຜູ້ດຽວກັນນີ້ທີ່ເວົ້າກັບພວກເຈົ້າກ່ຽວກັບເລື່ອງຂອງພຣະເຈົ້າ.
9 ແລະ ທູດກ່າວກັບຂ້າພະເຈົ້າວ່າ ເພິ່ນເປັນຄົນ ບໍລິສຸດ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮູ້ວ່າເພິ່ນເປັນຄົນບໍລິສຸດ ເພາະທູດຂອງພຣະເຈົ້າໄດ້ກ່າວໄວ້.
10 ແລະ ອີກຢ່າງໜຶ່ງຂ້າພະເຈົ້າຮູ້ວ່າ ເລື່ອງທີ່ເພິ່ນໃຫ້ຖ້ອຍຄຳໄປນັ້ນເປັນຄວາມຈິງ; ເພາະຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ພຣະອົງຈະສົ່ງ ທູດຂອງພຣະອົງລົງມາ ເພື່ອສະແດງເລື່ອງເຫລົ່ານີ້ໃຫ້ປະຈັກແກ່ຂ້າພະເຈົ້າ; ແລະ ສິ່ງນີ້ພຣະອົງໄດ້ກະທຳໃນຂະນະທີ່ແອວມາຜູ້ນີ້ ຢູ່ທີ່ເຮືອນຂອງຂ້າພະເຈົ້າ.
11 ເພາະຈົ່ງເບິ່ງ, ແອວມາໄດ້ ໃຫ້ພອນແກ່ເຮືອນຊານຂອງຂ້າພະເຈົ້າ, ແລະ ເພິ່ນໄດ້ໃຫ້ພອນແກ່ຂ້າພະເຈົ້ານຳອີກ, ແລະ ຜູ້ຍິງຂອງຂ້າພະເຈົ້າ, ແລະ ລູກຂອງຂ້າພະເຈົ້າ, ແລະ ບິດາຂອງຂ້າພະເຈົ້າ ແລະ ຍາດພີ່ນ້ອງຂອງຂ້າພະເຈົ້າ; ແທ້ຈິງແລ້ວ, ຈົນກະທັ້ງແມ່ນແຕ່ຍາດພີ່ນ້ອງຂອງຂ້າພະເຈົ້າທັງໝົດ ເພິ່ນກໍໄດ້ໃຫ້ພອນແກ່ພວກເຂົາ, ແລະ ພອນຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກເຮົາຕາມຄຳເວົ້າທີ່ເພິ່ນໄດ້ເວົ້າໄວ້.
12 ແລະ ບັດນີ້, ເມື່ອແອມມິວເລັກເວົ້າຂໍ້ຄວາມນີ້ແລ້ວ ຜູ້ຄົນເລີ່ມແປກໃຈໂດຍທີ່ເຫັນວ່າມີພະຍານ ຫລາຍກວ່າໜຶ່ງຄົນທີ່ໃຫ້ຂໍ້ຄວາມກ່ຽວກັບເລື່ອງທີ່ພວກເຂົາຖືກກ່າວຫາ, ແລະ ກ່ຽວກັບເລື່ອງທີ່ຈະມາເຖິງນຳອີກ, ອັນເປັນໄປຕາມວິນຍານແຫ່ງການທຳນາຍຊຶ່ງມີຢູ່ກັບພວກເພິ່ນ.
13 ເຖິງຢ່າງໃດກໍຕາມ, ຍັງມີບາງຄົນໃນບັນດາພວກນັ້ນທີ່ຄິດຈະຖາມພວກເພິ່ນ, ຄືໂດຍ ເລ່ຫລ່ຽມຂອງພວກເຂົາເພື່ອພວກເຂົາຈະໄດ້ຈັບຜິດໃນຄຳຂອງພວກເພິ່ນ, ເພື່ອຈະໄດ້ມີພະຍານປັກປຳພວກເພິ່ນ, ເພື່ອຈະໄດ້ສົ່ງພວກເພິ່ນໄປໃຫ້ຜູ້ຕັດສິນຂອງພວກເຂົາ ເພື່ອພວກເພິ່ນຈະໄດ້ຖືກຕັດສິນຕາມກົດໝາຍ, ແລະ ເພື່ອພວກເພິ່ນຈະໄດ້ຖືກຂ້າ ຫລື ຖືກເອົາເຂົ້າຄຸກ, ຕາມຄວາມຜິດຊຶ່ງພວກເຂົາຈະເຮັດໃຫ້ເຫັນ ຫລື ເປັນພະຍານປັກປຳພວກເພິ່ນໄດ້.
14 ບັດນີ້ຄົນເຫລົ່ານັ້ນທີ່ພະຍາຍາມທຳລາຍແອວມາກັບແອມມິວເລັກເປັນພວກ ທະນາຍຄວາມທີ່ຖືກຈ້າງ ຫລື ຖືກກຳນົດໂດຍຜູ້ຄົນທີ່ດຳເນີນກົດໝາຍໃນເວລາທີ່ພວກເຂົາມີການພິຈາລະນາຄະດີ, ຫລື ໃນການພິຈາລະນາຄວາມຜິດຂອງຜູ້ຄົນຕໍ່ໜ້າຜູ້ຕັດສິນ.
15 ບັດນີ້ພວກທະນາຍຄວາມເຫລົ່ານີ້ເປັນຜູ້ຮູ້ວິທີ ແລະ ເລ່ຫລ່ຽມທັງຫລາຍຂອງຜູ້ຄົນ; ແລະ ນີ້ກໍເພື່ອເຮັດໃຫ້ພວກເຂົາຊຳນານໃນອາຊີບຂອງຕົນໄດ້.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເລີ່ມຖາມແອມມິວເລັກ, ໂດຍການກະທຳເຊັ່ນນັ້ນພວກເຂົາຈະໄດ້ເຮັດໃຫ້ລາວປ່ຽນແປງຄຳເວົ້າຂອງລາວ, ຫລື ໃຫ້ແອມມິວເລັກມີຄວາມບໍ່ແນ່ໃຈໃນສິ່ງທີ່ລາວຈະເວົ້າ.
17 ແລະ ບັດນີ້ພວກເຂົາບໍ່ຮູ້ຈັກວ່າ ແອມມິວເລັກຮູ້ຈັກເຖິງແຜນການຂອງພວກເຂົາແລ້ວ. ແຕ່ເຫດການໄດ້ບັງເກີດຂຶ້ນ ໃນຂະນະທີ່ພວກເຂົາເລີ່ມສອບຖາມລາວນັ້ນ, ລາວໄດ້ ຮູ້ຈັກຄວາມນຶກຄິດຂອງພວກເຂົາແລ້ວ, ແລະ ລາວໄດ້ກ່າວກັບພວກເຂົາວ່າ: ໂອ້ ພວກເຈົ້າ ລຸ້ນທີ່ຊົ່ວ ແລະ ເສຍຄົນເອີຍ, ພວກທະນາຍຄວາມທີ່ໜ້າຊື່ໃຈຄົດ, ເພາະພວກເຈົ້າກຳລັງວາງຮາກຖານຂອງມານ; ເພາະພວກເຈົ້າກຳລັງວາງ ກັບດັກ ແລະ ບ້ວງ ເພື່ອຈະຈັບເອົາຄົນບໍລິສຸດຂອງພຣະເຈົ້າ.
18 ພວກເຈົ້າກຳລັງວາງແຜນ ບິດເບືອນເສັ້ນທາງຂອງຄົນຊອບທຳ, ແລະ ເພື່ອນຳເອົາພຣະພິໂລດຂອງພຣະເຈົ້າລົງມາເທິງຫົວຂອງພວກເຈົ້າ, ຈົນວ່າຜູ້ຄົນພວກນີ້ໄດ້ຮັບຄວາມພິນາດ.
19 ແທ້ຈິງແລ້ວ, ໂມໄຊຢາຜູ້ເປັນກະສັດຄົນສຸດທ້າຍຂອງພວກເຮົາໄດ້ກ່າວໄວ້ດີແລ້ວຕອນເພິ່ນກຳລັງຈະມອບລາຊາອານາຈັກ, ໂດຍທີ່ບໍ່ມີໃຜຈະຮັບເລີຍ, ອັນເປັນເຫດໃຫ້ຜູ້ຄົນພວກນີ້ໄດ້ຮັບການປົກຄອງໂດຍສຽງຂອງຕົນເອງ—ແທ້ຈິງແລ້ວ, ເພິ່ນໄດ້ເວົ້າໄວ້ດີແລ້ວວ່າ ຖ້າຫາກເວລາມາເຖິງ ເມື່ອສຽງຂອງຜູ້ຄົນພວກນີ້ຈະ ເລືອກເອົາຄວາມຊົ່ວຮ້າຍ ນັ້ນຄືຖ້າຫາກເວລາຈະມາເຖິງເມື່ອຜູ້ຄົນພວກນີ້ຈະຕົກໄປສູ່ການລ່ວງລະເມີດ, ແລ້ວພວກເຂົາຈະສຸກເພື່ອຄວາມພິນາດ.
20 ແລະ ບັດນີ້ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ພຣະຜູ້ເປັນເຈົ້າພິພາກສາເລື່ອງຄວາມຊົ່ວຮ້າຍຂອງພວກເຈົ້າດີແລ້ວ; ພຣະອົງຮຽກຮ້ອງຜູ້ຄົນພວກນີ້ໂດຍສຽງຂອງ ທູດຂອງພຣະອົງດີແລ້ວວ່າ: ເຈົ້າຈົ່ງກັບໃຈ, ກັບໃຈເຖີດ, ເພາະວ່າອານາຈັກແຫ່ງສະຫວັນໃກ້ເຂົ້າມາເຖິງແລ້ວ.
21 ແທ້ຈິງແລ້ວ, ພຣະອົງຮຽກຮ້ອງດີແລ້ວໂດຍສຽງຂອງທູດຂອງພຣະອົງວ່າ: ເຮົາຈະລົງມາໃນບັນດາຜູ້ຄົນຂອງເຮົາ, ພ້ອມດ້ວຍຄວາມທ່ຽງທຳ ແລະ ຄວາມຍຸດຕິທຳໃນພຣະຫັດຂອງເຮົາ.
22 ແທ້ຈິງແລ້ວ, ແລະ ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ຖ້າຫາກບໍ່ແມ່ນຍ້ອນ ຄຳອະທິຖານຂອງຄົນທີ່ຊອບທຳຊຶ່ງຢູ່ໃນແຜ່ນດິນນີ້ແລ້ວ, ວ່າແມ່ນແຕ່ຂະນະນີ້ພວກເຈົ້າກໍຈະຖືກຢ້ຽມຢາມດ້ວຍຄວາມພິນາດໝົດ; ບໍ່ແມ່ນແຕ່ຈະເປັນດ້ວຍ ນ້ຳຖ້ວມດັ່ງທີ່ເປັນມາແລ້ວກັບຜູ້ຄົນໃນວັນເວລາຂອງໂນອາ, ແຕ່ຈະເປັນດ້ວຍຄວາມອຶດຢາກ, ແລະ ດ້ວຍພະຍາດໂລຄາ, ແລະ ດ້ວຍດາບ.
23 ແຕ່ເປັນຍ້ອນ ຄຳອະທິຖານຂອງຄົນຊອບທຳທີ່ພວກເຈົ້າໄດ້ຮັບການໄວ້ຊີວິດ; ສະນັ້ນຖ້າຫາກພວກເຈົ້າຈະຂັບໄລ່ຄົນທີ່ຊອບທຳອອກໄປຈາກບັນດາພວກເຈົ້າ ແລ້ວເມື່ອນັ້ນພຣະເຈົ້າຈະບໍ່ຫ້າມພຣະຫັດຂອງພຣະອົງ; ແຕ່ໃນຄວາມຄຽດແຄ້ນອັນຮ້າຍແຮງຂອງພຣະອົງ, ພຣະອົງຈະສະເດັດມາລົງໂທດພວກເຈົ້າ; ເມື່ອນັ້ນພວກເຈົ້າຈະຖືກລົງໂທດດ້ວຍຄວາມອຶດຢາກ, ດ້ວຍພະຍາດໂລຄາ, ແລະ ດ້ວຍດາບ; ແລະ ເວລານັ້ນຈະມາຮອດໃນບໍ່ຊ້ານີ້ຖ້າຫາກພວກເຈົ້າບໍ່ກັບໃຈ.
24 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນໄດ້ຄຽດແຄ້ນໃຫ້ແອມມິວເລັກຫລາຍຂຶ້ນ, ແລະ ພວກເຂົາຮ້ອງອອກມາ, ມີຄວາມວ່າ: ຊາຍຄົນນີ້ໝິ່ນປະໝາດກົດອັນທ່ຽງທຳຂອງພວກເຮົາ ແລະ ທະນາຍຄວາມຜູ້ສະຫລາດຂອງພວກເຮົາ ຊຶ່ງພວກເຮົາໄດ້ເລືອກໄວ້.
25 ແຕ່ແອມມິວເລັກໄດ້ເດ່ມືອອກໄປ ແລະ ຮ້ອງດ້ວຍສຸດກຳລັງຕໍ່ພວກເຂົາ, ມີຄວາມວ່າ: ໂອ້ ພວກເຈົ້າລຸ້ນທີ່ຊົ່ວ ແລະ ເສຍຄົນເອີຍ, ເປັນດ້ວຍເຫດໃດຊາຕານຈຶ່ງມີອຳນາດເໜືອໃຈຂອງພວກເຈົ້າ? ເປັນດ້ວຍເຫດໃດພວກເຈົ້າຈຶ່ງຍອມຕົວໃຫ້ມັນ ຈົນວ່າມັນມີອຳນາດເໜືອກວ່າພວກເຈົ້າ, ຈົນເຮັດໃຫ້ຕາຂອງພວກເຈົ້າ ບອດ, ເພື່ອພວກເຈົ້າຈະບໍ່ເຂົ້າໃຈຄຳເວົ້າຊຶ່ງເວົ້າໄປຕາມຄວາມຈິງແທ້ໆ?
26 ເພາະຈົ່ງເບິ່ງ, ຂ້າພະເຈົ້າໄດ້ໃຫ້ຖ້ອຍຄຳທີ່ຕໍ່ຕ້ານກັບກົດໝາຍຂອງພວກເຈົ້າບໍ? ພວກເຈົ້າບໍ່ເຂົ້າໃຈ; ພວກເຈົ້າເວົ້າວ່າ ຂ້າພະເຈົ້າເວົ້າຕໍ່ຕ້ານກົດໝາຍຂອງພວກເຈົ້າ; ແຕ່ຂ້າພະເຈົ້າບໍ່ໄດ້ເຮັດຢ່າງນັ້ນ, ຂ້າພະເຈົ້າເວົ້າສະໜັບສະໜູນກົດໝາຍຂອງພວກເຈົ້າ, ເພື່ອກ່າວໂທດພວກເຈົ້າ.
27 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກເຈົ້າວ່າ, ຮາກຖານຂອງຄວາມພິນາດຂອງຜູ້ຄົນພວກນີ້ກຳລັງຈະຖືກວາງໄວ້ ໂດຍຄວາມບໍ່ຊອບທຳຂອງ ພວກທະນາຍຄວາມ ແລະ ຜູ້ຕັດສິນຂອງພວກເຈົ້າ.
28 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອແອມມິວເລັກເວົ້າຂໍ້ຄວາມນີ້ແລ້ວ ຜູ້ຄົນໄດ້ຮ້ອງຕໍ່ຕ້ານລາວ, ມີຄວາມວ່າ: ບັດນີ້ພວກເຮົາຮູ້ຈັກແລ້ວວ່າ ຊາຍຄົນນີ້ເປັນລູກຂອງມານ ເພາະວ່າລາວ ເວົ້າຕົວະພວກເຮົາ; ເພາະວ່າລາວໄດ້ເວົ້າຕໍ່ຕ້ານກົດໝາຍຂອງພວກເຮົາ. ແລະ ບັດນີ້ລາວກ່າວວ່າ ລາວບໍ່ໄດ້ເວົ້າຕໍ່ຕ້ານ.
29 ແລະ ອີກຢ່າງໜຶ່ງ, ລາວໝິ່ນປະໝາດພວກທະນາຍຄວາມ ແລະ ຜູ້ຕັດສິນຂອງພວກເຮົາ.
30 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກທະນາຍຄວາມໄດ້ເກັບໃສ່ໃຈຂອງພວກເຂົາໄວ້ ເພື່ອພວກເຂົາຈະໄດ້ຈົດຈຳສິ່ງເຫລົ່ານີ້ໄວ້ເພື່ອຟ້ອງລາວ.
31 ແລະ ມີຄົນໜຶ່ງໃນບັນດາຜູ້ຄົນນັ້ນຜູ້ມີຊື່ວ່າ ຊີເອສຣອມ. ບັດນີ້ລາວເປັນຄົນທີ່ໄດ້ ກ່າວໂທດແອມມິວເລັກ ແລະ ແອວມາຫລາຍກວ່າຄົນອື່ນ, ເພາະລາວເປັນຜູ້ມີຄວາມຊຳນານທີ່ສຸດຜູ້ໜຶ່ງ ໂດຍທີ່ມີທຸລະກິດຫລາຍຢ່າງໃນບັນດາຜູ້ຄົນ.
32 ບັດນີ້ຈຸດປະສົງຂອງພວກທະນາຍຄວາມເຫລົ່ານີ້ຄື ເພື່ອຫາຜົນປະໂຫຍດ; ແລະ ພວກເຂົາໄດ້ຮັບຜົນປະໂຫຍດຕາມວຽກງານຂອງພວກເຂົາ.