ບົດທີ 12
ແອວມາກ່າວກັບຊີເອສຣອມ—ຄວາມລຶກລັບຂອງພຣະເຈົ້າຈະຖືກມອບໃຫ້ແກ່ຜູ້ທີ່ຊື່ສັດເທົ່ານັ້ນ—ມະນຸດຖືກຕັດສິນດ້ວຍຄວາມຄິດ, ຄວາມເຊື່ອຖື, ຄຳເວົ້າ, ແລະ ວຽກງານຂອງຕົນ—ຄົນຊົ່ວຈະໄດ້ຮັບທຸກທໍລະມານໂດຍຄວາມຕາຍທາງວິນຍານ—ຊີວິດທີ່ເປັນມະຕະນີ້ເປັນສະພາວະແຫ່ງການທົດລອງ—ແຜນແຫ່ງການໄຖ່ເຮັດໃຫ້ການຟື້ນຄືນຊີວິດເກີດຂຶ້ນ ແລະ, ຜ່ານທາງສັດທາ, ພາໃຫ້ການປົດບາບເກີດຂຶ້ນ—ຄົນທີ່ກັບໃຈຈະໄດ້ຮັບຄວາມເມດຕາຜ່ານພຣະບຸດອົງດຽວທີ່ຖືກຳເນີດ. ປະມານ 82 ປີ ກ່ອນ ຄ.ສ.
1 ບັດນີ້ແອວມາ, ໂດຍທີ່ເຫັນວ່າຄຳເວົ້າຂອງແອມມິວເລັກເຮັດໃຫ້ຊີເອສຣອມງຽບລົງ, ເພາະລາວເຫັນວ່າ ແອມມິວເລັກຈັບລາວໄດ້ໃນ ການເວົ້າຕົວະ ແລະ ການຫລອກລວງ ເພື່ອພະຍາຍາມຈະທຳລາຍລາວ, ແລະ ເຫັນວ່າ ລາວເລີ່ມສັ່ນສາຍດ້ວຍ ຄວາມຮູ້ຕົວໃນຄວາມຜິດຂອງລາວເອງ, ເພິ່ນຈຶ່ງເປີດປາກ, ແລະ ເລີ່ມເວົ້າກັບລາວ ເພື່ອເຮັດໃຫ້ຄຳເວົ້າຂອງແອມມິວເລັກມີຫລັກຖານ, ແລະ ອະທິບາຍສິ່ງຕ່າງໆ, ຫລື ກ່າວເຖິງພຣະຄຳພີ ຊຶ່ງນອກເໜືອໄປຈາກທີ່ແອມມິວເລັກໄດ້ກ່າວໄປ.
2 ບັດນີ້ຄຳທີ່ແອວມາເວົ້າກັບຊີເອສຣອມເຮັດໃຫ້ຜູ້ຢູ່ຮອບໆນັ້ນໄດ້ຍິນອີກ; ເພາະຝູງຊົນມີຫລາຍ ແລະ ເພິ່ນໄດ້ເວົ້າໄວ້ຕາມນີ້:
3 ບັດນີ້ຊີເອສຣອມ, ໂດຍທີ່ເຫັນວ່າເຈົ້າຖືກຈັບໄດ້ໃນການເວົ້າຕົວະ ແລະ ການໃຊ້ກົນອຸບາຍ, ບໍ່ແມ່ນແຕ່ກັບມະນຸດເທົ່ານັ້ນ ແຕ່ເຈົ້າຍັງເວົ້າຕົວະພຣະເຈົ້ານຳອີກ; ເພາະຈົ່ງເບິ່ງ, ພຣະອົງຮູ້ ຄວາມຄິດທັງໝົດຂອງເຈົ້າ, ແລະ ເຈົ້າເຫັນວ່າຄວາມຄິດຂອງເຈົ້າເປັນທີ່ຮູ້ຈັກແກ່ພວກເຮົາໂດຍພຣະວິນຍານຂອງພຣະອົງ;
4 ແລະ ເຈົ້າເຫັນວ່າ ພວກເຮົາຮູ້ແຜນຂອງເຈົ້າເປັນແຜນທີ່ມີເລ່ຫລ່ຽມຫລາຍ, ຊຶ່ງເປັນເລ່ຫລ່ຽມຂອງມານ, ເພື່ອເວົ້າຕົວະ ແລະ ຫລອກລວງຜູ້ຄົນພວກນີ້ເພື່ອເຈົ້າຈະໄດ້ເຮັດໃຫ້ພວກເຂົາຕໍ່ຕ້ານພວກເຮົາ ໝິ່ນປະໝາດພວກເຮົາ ແລະ ຂັບໄລ່ພວກເຮົາອອກໄປ—
5 ບັດນີ້ມັນເປັນແຜນຂອງ ຜູ້ປໍລະປັກຂອງເຈົ້າ, ແລະ ມັນໄດ້ໃຊ້ອຳນາດຂອງມັນກັບເຈົ້າແລ້ວ. ບັດນີ້ຂ້າພະເຈົ້າຢາກໃຫ້ເຈົ້າຈຳໄວ້ວ່າ ອັນໃດທີ່ຂ້າພະເຈົ້າເວົ້າກັບເຈົ້າກໍເໝືອນກັບວ່າຂ້າພະເຈົ້າກ່າວກັບໝົດທຸກຄົນ.
6 ແລະ ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບທຸກຄົນວ່າ ນີ້ເປັນບ້ວງຂອງຜູ້ປໍລະປັກ, ຊຶ່ງວາງໄວ້ເພື່ອຫວັງຈະຈັບຜູ້ຄົນພວກນີ້ ເພື່ອມັນຈະໄດ້ເອົາພວກເຈົ້າມາຂຶ້ນຢູ່ກັບມັນ, ເພື່ອມັນຈະໄດ້ລ້ອມພວກເຈົ້າໄວ້ໃຫ້ຮອບດ້ວຍ ສາຍໂສ້ຂອງມັນ ເພື່ອມັນຈະໄດ້ຜູກມັດພວກເຈົ້າລົງໄປຫາຄວາມພິນາດອັນເປັນນິດ, ຕາມອຳນາດແຫ່ງການເປັນຊະເລີຍຂອງມັນ.
7 ບັດນີ້ເມື່ອແອວມາເວົ້າຂໍ້ຄວາມນີ້ແລ້ວ, ຊີເອສຣອມເລີ່ມສັ່ນສະທ້ານຢ່າງຍິ່ງ, ເພາະລາວຍອມຮັບໃນອຳນາດຂອງພຣະເຈົ້າຫລາຍຂຶ້ນ; ແລະ ລາວຍອມຮັບອີກວ່າ, ແອວມາກັບແອມມິວເລັກມີຄວາມຮູ້ກ່ຽວກັບຕົວລາວ, ເພາະລາວຍອມຮັບວ່າພວກເພິ່ນຮູ້ເຖິງຄວາມນຶກຄິດ ແລະ ຄວາມເຈດຕະນາຂອງໃຈລາວ; ເພາະວ່າເພິ່ນທັງສອງໄດ້ຮັບອຳນາດທີ່ຈະໄດ້ຮູ້ເລື່ອງເຫລົ່ານີ້ຕາມວິນຍານແຫ່ງການທຳນາຍ.
8 ແລະ ຊີເອສຣອມເລີ່ມສອບຖາມພວກເພິ່ນຢ່າງພາກພຽນ, ເພື່ອຈະໄດ້ຮູ້ກ່ຽວກັບອານາຈັກຂອງພຣະເຈົ້າຫລາຍຂຶ້ນ. ແລະ ລາວຖາມແອວມາວ່າ: ເລື່ອງທີ່ແອມມິວເລັກເວົ້າກ່ຽວກັບການຟື້ນຄືນຊີວິດຂອງຄົນຕາຍນັ້ນໝາຍຄວາມວ່າແນວໃດ, ວ່າຄົນທັງປວງຈະລຸກຂຶ້ນຈາກຄວາມຕາຍ, ທັງຄົນທ່ຽງທຳ ແລະ ຄົນບໍ່ທ່ຽງທຳ, ແລະ ຈະຖືກນຳມາຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ ເພື່ອຈະໄດ້ຮັບການພິພາກສາຕາມວຽກງານຂອງພວກເຂົາ?
9 ແລະ ບັດນີ້ແອວມາເລີ່ມຊີ້ແຈງເລື່ອງເຫລົ່ານີ້ແກ່ລາວ, ໂດຍກ່າວວ່າ: ມັນໄດ້ຖືກມອບໃຫ້ຫລາຍຄົນເພື່ອຈະຮູ້ ຄວາມລຶກລັບຂອງພຣະເຈົ້າ; ເຖິງຢ່າງໃດກໍຕາມ ພວກເຂົາໄດ້ຮັບພຣະບັນຊາຢ່າງເຄັ່ງຄັດວ່າ ບໍ່ໃຫ້ບອກເລົ່ານອກຈາກຕາມພຣະຄຳຕອນທີ່ພຣະອົງປະທານໃຫ້ລູກຫລານມະນຸດ ເທົ່ານັ້ນ, ຕາມຄວາມເອົາໃຈໃສ່ ແລະ ຄວາມພາກພຽນທີ່ພວກເຂົາຖວາຍແດ່ພຣະອົງ.
10 ແລະ ສະນັ້ນ, ຄົນທີ່ຈະເຮັດໃຈ ແຂງກະດ້າງຈະໄດ້ຮັບ ສ່ວນໜ້ອຍຂອງພຣະຄຳ; ແລະ ກັບຄົນທີ່ຈະ ບໍ່ເຮັດໃຈແຂງກະດ້າງກໍຈະໄດ້ ຮັບສ່ວນໃຫຍ່ຂອງພຣະຄຳ, ຈົນວ່າມັນຖືກມອບໃຫ້ເຂົາເພື່ອຈະໄດ້ຮູ້ຈັກເຖິງຄວາມລຶກລັບຂອງພຣະເຈົ້າ ຈົນກວ່າເຂົາຈະຮູ້ຢ່າງເຕັມທີ່.
11 ແລະ ກັບພວກທີ່ຈະເຮັດໃຈແຂງກະດ້າງ, ພຣະອົງຈະປະທານ ສ່ວນໜ້ອຍຂອງພຣະຄຳໃຫ້ ຈົນວ່າພວກເຂົາ ບໍ່ຮູ້ອັນໃດກ່ຽວກັບຄວາມລຶກລັບຂອງພຣະອົງ; ແລະ ເມື່ອນັ້ນພວກເຂົາຍ່ອມຖືກມານເອົາໄປເປັນຊະເລີຍ ແລະ ຖືກນຳໄປດ້ວຍຄວາມປະສົງຂອງມັນລົງໄປຫາຄວາມພິນາດ. ບັດນີ້ ນີ້ຄືຄວາມໝາຍຂອງ ສາຍໂສ້ແຫ່ງ ນະລົກ.
12 ແລະ ແອມມິວເລັກໄດ້ເວົ້າໄວ້ຢ່າງແຈ່ມແຈ້ງກ່ຽວກັບ ຄວາມຕາຍ, ແລະ ການຖືກຍົກຂຶ້ນຈາກຄວາມເປັນມະຕະນີ້ໄປຫາສະພາບທີ່ເປັນອະມະຕະ, ແລະ ຖືກນຳໄປຢູ່ຕໍ່ໜ້າບ່ອນພິພາກສາຂອງພຣະເຈົ້າ, ເພື່ອຈະໄດ້ຮັບການ ພິພາກສາຕາມວຽກງານຂອງພວກເຮົາ.
13 ເມື່ອນັ້ນຖ້າຫາກໃຈຂອງພວກເຮົາແຂງກະດ້າງ, ແທ້ຈິງແລ້ວ, ຖ້າຫາກພວກເຮົາເຮັດໃຈແຂງກະດ້າງຕໍ່ພຣະຄຳ, ເຖິງຂະໜາດທີ່ຫາມັນບໍ່ພົບໃນຕົວພວກເຮົາແລ້ວ, ເມື່ອນັ້ນສະພາບຂອງພວກເຮົາຈະເປັນຕາຢ້ານຫລາຍ, ເພາະເມື່ອນັ້ນພວກເຮົາຈະຖືກກ່າວໂທດ.
14 ເພາະ ຄຳເວົ້າຂອງພວກເຮົາຈະກ່າວໂທດພວກເຮົາ, ແທ້ຈິງແລ້ວ, ການກະທຳທັງໝົດຂອງພວກເຮົາຈະກ່າວໂທດພວກເຮົາ; ພວກເຮົາຈະບໍ່ພົບພວກເຮົາປາດສະຈາກມົນທິນ; ແລະ ຄວາມນຶກຄິດຂອງພວກເຮົາຈະກ່າວໂທດພວກເຮົານຳອີກ; ແລະ ໃນສະພາບອັນເປັນຕາຢ້ານນີ້ພວກເຮົາຈະບໍ່ກ້າເງີຍໜ້າເບິ່ງພຣະເຈົ້າຂອງພວກເຮົາໄດ້; ແລະ ພວກເຮົາຄົງຈະຊື່ນຊົມຖ້າຫາກພວກເຮົາສາມາດສັ່ງຫີນ ແລະ ພູເຂົາໃຫ້ຕົກລົງມາໃສ່ພວກເຮົາ ເພື່ອ ເຊື່ອງພວກເຮົາຈາກທີ່ປະທັບຂອງພຣະອົງ.
15 ແຕ່ນີ້ເປັນໄປບໍ່ໄດ້; ພວກເຮົາຕ້ອງອອກມາຢືນຢູ່ຕໍ່ພຣະພັກຂອງພຣະອົງໃນລັດສະໝີພາບຂອງພຣະອົງ, ແລະ ອຳນາດຂອງພຣະອົງ, ແລະ ໃນລິດເດດຂອງພຣະອົງ, ແລະ ເດຊານຸພາບ, ແລະ ການຄອບຄອງຂອງພຣະອົງ ແລະ ຍອມຮັບດ້ວຍຄວາມ ອັບອາຍອັນເປັນນິດວ່າ ການພິພາກສາທັງໝົດຂອງພຣະອົງທ່ຽງທຳ, ວ່າພຣະອົງທ່ຽງທຳໃນວຽກງານທັງໝົດຂອງພຣະອົງ, ແລະ ວ່າພຣະອົງເມດຕາລູກຫລານມະນຸດທຸກຄົນ, ແລະ ວ່າພຣະອົງມີອຳນາດທັງໝົດທີ່ຈະຊ່ວຍທຸກຄົນທີ່ເຊື່ອໃນພຣະນາມຂອງພຣະອົງໃຫ້ລອດ ແລະ ນຳຜົນທີ່ສົມກັບການກັບໃຈອອກມາ.
16 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບເຈົ້າວ່າ ເມື່ອນັ້ນ ຄວາມຕາຍຕ້ອງມາເຖິງ, ເຖິງແມ່ນຄວາມຕາຍເທື່ອທີສອງ ຊຶ່ງເປັນຄວາມຕາຍທາງວິນຍານ; ເມື່ອນັ້ນມັນຈະເປັນເວລາທີ່ຜູ້ໃດກໍຕາມທີ່ຕາຍໃນບາບຂອງຕົນອັນເປັນ ຄວາມຕາຍທາງໂລກຈະ ຕາຍທາງວິນຍານອີກ; ແທ້ຈິງແລ້ວ, ເຂົາຈະຕາຍໃນເລື່ອງທີ່ກ່ຽວກັບຄວາມຊອບທຳ.
17 ເມື່ອນັ້ນຄືເວລາທີ່ຄວາມທໍລະມານຂອງພວກເຂົາຈະເປັນຄື ທະເລໄຟ ແລະ ມາດ, ຊຶ່ງແປວໄຟນັ້ນລຸກຢູ່ຕະຫລອດໄປ ແລະ ຕະຫລອດການ; ແລະ ເມື່ອນັ້ນກໍຄືເວລາທີ່ພວກເຂົາຖືກລ່າມດ້ວຍສາຍໂສ້ລົງໄປຫາຄວາມພິນາດອັນເປັນນິດຕາມອຳນາດ ແລະ ການເປັນຊະເລີຍຂອງຊາຕານໂດຍທີ່ມັນເຮັດໃຫ້ພວກນີ້ຂຶ້ນກັບຄວາມປະສົງຂອງມັນ.
18 ເມື່ອນັ້ນ, ຂ້າພະເຈົ້າກ່າວກັບເຈົ້າວ່າ ພວກເຂົາຈະເປັນຄ້າຍກັບວ່າ ບໍ່ມີການໄຖ່ເກີດຂຶ້ນເລີຍ ເພາະພວກເຂົາຈະຖືກໄຖ່ບໍ່ໄດ້ຕາມຄວາມຍຸດຕິທຳຂອງພຣະເຈົ້າ; ແລະ ພວກເຂົາຈະ ຕາຍບໍ່ໄດ້, ເພາະວ່າ ບໍ່ມີການເນົ່າເປື່ອຍຕໍ່ໄປອີກແລ້ວ.
19 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອແອວມາຈົບການເວົ້າຂໍ້ຄວາມນີ້ແລ້ວ, ຜູ້ຄົນເລີ່ມແປກໃຈຫລາຍຂຶ້ນ;
20 ແຕ່ມີຄົນຜູ້ໜຶ່ງຊື່ອານທິໂອນາ, ຊຶ່ງເປັນຫົວໜ້າຜູ້ປົກຄອງຄົນໜຶ່ງໃນບັນດາພວກເຂົາ, ກ້າວອອກມາ ແລະ ຖາມແອວມາວ່າ: ສິ່ງທີ່ທ່ານກ່າວມານີ້ໝາຍຄວາມວ່າແນວໃດ, ທີ່ວ່າມະນຸດຈະລຸກຂຶ້ນຈາກຄວາມຕາຍ ແລະ ຈະຖືກປ່ຽນຈາກສະພາບທີ່ເປັນມະຕະໄປຫາສະພາບທີ່ເປັນ ອະມະຕະ, ວ່າຈິດວິນຍານຈະຕາຍບໍ່ໄດ້ອີກເລີຍ?
21 ຂໍ້ຄວາມພຣະຄຳພີໝາຍຄວາມວ່າແນວໃດທີ່ກ່າວວ່າ ພຣະເຈົ້າໃຫ້ ເຄຣູບີມພ້ອມດ້ວຍດາບທີ່ມີແປວໄຟຍາມຢູ່ທາງຕາເວັນອອກຂອງ ສວນເອເດນ ເພື່ອບໍ່ໃຫ້ບິດາມານດາຄົນທຳອິດຂອງພວກເຮົາເຂົ້າໄປ ແລະ ຮັບສ່ວນໝາກໄມ້ຂອງຕົ້ນໄມ້ແຫ່ງຊີວິດ ແລະ ມີຊີວິດຕະຫລອດການ? ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ບໍ່ມີໂອກາດຈະເປັນໄປໄດ້ເລີຍທີ່ເພິ່ນທັງສອງຈະມີຊີວິດຢູ່ຕະຫລອດການ.
22 ບັດນີ້ແອວມາກ່າວກັບລາວວ່າ: ນີ້ຄືເລື່ອງທີ່ຂ້າພະເຈົ້າກຳລັງຈະອະທິບາຍຢູ່. ບັດນີ້ພວກເຮົາເຫັນວ່າ ອາດາມ ຕົກໂດຍການຮັບສ່ວນ ໝາກໄມ້ທີ່ຕ້ອງຫ້າມຕາມພຣະຄຳຂອງພຣະເຈົ້າ; ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ໂດຍການຕົກຂອງເພິ່ນ, ມະນຸດຊາດທັງປວງຈຶ່ງກັບເປັນຄົນ ຫລົງທາງ ແລະ ຕົກໄປ.
23 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ຖ້າຫາກເປັນໄປໄດ້ທີ່ອາດາມຈະ ຮັບສ່ວນກິນ ໝາກໄມ້ຂອງຕົ້ນໄມ້ແຫ່ງຊີວິດໃນເວລານັ້ນ, ກໍຈະບໍ່ມີຄວາມຕາຍເລີຍ, ແລະ ພຣະຄຳກໍບໍ່ມີຄວາມໝາຍເປັນການເຮັດໃຫ້ພຣະເຈົ້າເປັນຜູ້ກ່າວເທັດ, ເພາະພຣະອົງໄດ້ກ່າວໄວ້ວ່າ: ຖ້າຫາກເຈົ້າກິນ ເຈົ້າຈະຕາຍຢ່າງແນ່ນອນ.
24 ແລະ ພວກເຮົາເຫັນວ່າ ຄວາມຕາຍມາຫາມະນຸດຊາດ, ແທ້ຈິງແລ້ວ, ເປັນຄວາມຕາຍທີ່ແອມມິວເລັກເວົ້າເຖິງ, ຊຶ່ງຄືຄວາມຕາຍທາງໂລກ; ເຖິງຢ່າງໃດກໍຕາມ ຍັງມີໄລຍະເວລາທີ່ປະທານໃຫ້ ມະນຸດ ຊຶ່ງໃນເວລານັ້ນ ພວກເຂົາຈະໄດ້ກັບໃຈ; ສະນັ້ນ ຊີວິດນີ້ຈຶ່ງມາເປັນສະພາວະແຫ່ງການທົດລອງ; ເປັນເວລາທີ່ ຕຽມພ້ອມທີ່ຈະພົບພຣະເຈົ້າ; ເປັນເວລາທີ່ຕຽມພ້ອມເພື່ອສະພາບອັນບໍ່ຮູ້ຈັກຈົບ ຊຶ່ງພວກເຮົາໄດ້ເວົ້າມາແລ້ວ, ຊຶ່ງຢູ່ຫລັງຈາກການຟື້ນຄືນຊີວິດຂອງຄົນຕາຍ.
25 ບັດນີ້, ຖ້າຫາກບໍ່ມີ ແຜນແຫ່ງການໄຖ່ ຊຶ່ງວາງໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກແລ້ວ, ມັນຈະມີ ການຟື້ນຄືນຊີວິດຂອງຄົນຕາຍບໍ່ໄດ້; ແຕ່ມີແຜນແຫ່ງການໄຖ່ວາງໄວ້ ຊຶ່ງຈະເຮັດໃຫ້ເກີດການຟື້ນຄືນຊີວິດຂອງຄົນຕາຍຊຶ່ງໄດ້ກ່າວມາແລ້ວ.
26 ແລະ ບັດນີ້ຈົ່ງເບິ່ງ, ຖ້າຫາກເປັນໄປໄດ້ວ່າ ບິດາມານດາຄົນທຳອິດຂອງພວກເຮົາອອກໄປກິນໝາກໄມ້ຈາກ ຕົ້ນໄມ້ແຫ່ງຊີວິດອີກແລ້ວ ທັງສອງກໍຈະທຸກທໍລະມານຕະຫລອດການ, ໂດຍບໍ່ມີສະພາບການຕຽມ ແລະ ແຜນແຫ່ງການໄຖ່ຈະລົ້ມເຫລວໄປ, ແລະ ພຣະຄຳຂອງພຣະເຈົ້າກໍຈະບໍ່ມີຄວາມໝາຍ ແລະ ບໍ່ເກີດຜົນເລີຍ.
27 ແຕ່ຈົ່ງເບິ່ງ, ມັນບໍ່ໄດ້ເປັນເຊັ່ນນັ້ນ; ແຕ່ ກຳນົດໃຫ້ມະນຸດວ່າ ພວກເຂົາຕ້ອງຕາຍ; ແລະ ຫລັງຈາກຄວາມຕາຍ, ພວກເຂົາຕ້ອງມາຫາ ການພິພາກສາ, ຊຶ່ງເປັນການພິພາກສາອັນດຽວກັບທີ່ພວກເຮົາໄດ້ເວົ້າມາ, ຊຶ່ງເປັນບ່ອນສຸດ.
28 ແລະ ຫລັງຈາກພຣະເຈົ້າໄດ້ກຳນົດວ່າ ເລື່ອງເຫລົ່ານີ້ຈະມາເຖິງມະນຸດ, ຈົ່ງເບິ່ງ, ເມື່ອນັ້ນ ພຣະອົງຈຶ່ງເຫັນວ່າສົມຄວນທີ່ມະນຸດຈະຮູ້ກ່ຽວກັບເລື່ອງທີ່ພຣະອົງກຳນົດໄວ້ໃຫ້ພວກເຂົາ;
29 ສະນັ້ນ ພຣະອົງຈຶ່ງໄດ້ສົ່ງ ທູດລົງມາເວົ້າກັບພວກເຂົາ, ຜູ້ທີ່ໄດ້ເຮັດໃຫ້ມະນຸດເຫັນລັດສະໝີພາບຂອງພຣະອົງ.
30 ແລະ ນັບແຕ່ເວລານັ້ນມາ ພວກເຂົາເລີ່ມເອີ້ນຫາພຣະນາມຂອງພຣະອົງ; ສະນັ້ນ ພຣະເຈົ້າຈຶ່ງ ກ່າວກັບມະນຸດ, ແລະ ໃຫ້ພວກເຂົາຮູ້ຈັກ ແຜນແຫ່ງການໄຖ່, ຊຶ່ງຕຽມໄວ້ແລ້ວນັບຕັ້ງແຕ່ ການວາງຮາກຖານຂອງໂລກ; ແລະ ການນີ້ພຣະອົງຈຶ່ງເຮັດໃຫ້ພວກເຂົາຮູ້ຕາມສັດທາ ແລະ ການກັບໃຈຂອງພວກເຂົາ ແລະ ວຽກງານອັນບໍລິສຸດຂອງພວກເຂົາ.
31 ດັ່ງນັ້ນ, ພຣະອົງຈຶ່ງປະທານ ພຣະບັນຍັດໃຫ້ແກ່ມະນຸດໂດຍໃນຂັ້ນຕົ້ນພວກເຂົາລ່ວງລະເມີດພຣະບັນຍັດ ທຳອິດ ຊຶ່ງກ່ຽວກັບເລື່ອງທີ່ເປັນຂອງທາງໂລກ, ແລະ ກາຍມາເປັນເໝືອນດັ່ງພຣະເຈົ້າ, ໂດຍ ການຮູ້ຈັກຄວາມດີຈາກຄວາມຊົ່ວ, ເຮັດໃຫ້ຕົກຢູ່ໃນສະພາບທີ່ຈະ ປະຕິບັດ ຫລື ຖືກໃຫ້ຢູ່ໃນສະພາບທີ່ຈະກະທຳຕາມຄວາມປະສົງ ແລະ ຄວາມພໍໃຈຂອງຕົນເອງ, ບໍ່ວ່າຈະເຮັດຄວາມຊົ່ວ ຫລື ເຮັດຄວາມດີ—
32 ສະນັ້ນ ພຣະເຈົ້າຈຶ່ງປະທານພຣະບັນຍັດໃຫ້ແກ່ພວກເຂົາ, ຫລັງຈາກເຮັດໃຫ້ພວກເຂົາ ຮູ້ແຜນແຫ່ງການໄຖ່ ເພື່ອພວກເຂົາຈະບໍ່ເຮັດຄວາມຊົ່ວ, ຊຶ່ງໂທດຂອງການນີ້ຄື ຄວາມຕາຍເທື່ອທີສອງ, ຊຶ່ງເປັນຄວາມຕາຍອັນເປັນນິດໃນເລື່ອງອັນກ່ຽວກັບຄວາມຊອບທຳ; ເພາະແຜນແຫ່ງການໄຖ່ຈະມີອຳນາດກັບຄົນເຊັ່ນນັ້ນບໍ່ໄດ້, ເພາະຕາມພຣະກະລຸນາທິຄຸນອັນເລີດລ້ຳຂອງພຣະເຈົ້າ, ວຽກງານແຫ່ງ ຄວາມຍຸດຕິທຳຈະຖືກທຳລາຍບໍ່ໄດ້.
33 ແຕ່ພຣະເຈົ້າໄດ້ເອີ້ນຫາມະນຸດໃນພຣະນາມຂອງພຣະບຸດຂອງພຣະອົງ, (ນີ້ແມ່ນແຜນແຫ່ງການໄຖ່ ຊຶ່ງກຳນົດໄວ້) ໂດຍກ່າວວ່າ: ຖ້າຫາກເຈົ້າຈະກັບໃຈ, ແລະ ບໍ່ເຮັດໃຈແຂງກະດ້າງ, ເມື່ອນັ້ນເຮົາຈະເມດຕາເຈົ້າ ໂດຍຜ່ານທາງພຣະບຸດອົງດຽວທີ່ຖືກຳເນີດຂອງເຮົາ;
34 ສະນັ້ນ, ຜູ້ໃດກໍຕາມທີ່ກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງ, ເຂົາຈະມີສິດທິໃນ ຄວາມເມດຕາໂດຍທາງພຣະບຸດອົງດຽວທີ່ຖືກຳເນີດຂອງເຮົາໄປສູ່ ການປົດບາບຂອງເຂົາ; ແລະ ຄົນເຫລົ່ານັ້ນຈະເຂົ້າໄປໃນ ທີ່ພັກຂອງເຮົາ.
35 ແລະ ຜູ້ໃດກໍຕາມທີ່ຈະເຮັດໃຈແຂງກະດ້າງ ແລະ ຈະເຮັດຄວາມຊົ່ວຮ້າຍແລ້ວ, ຈົ່ງເບິ່ງ, ເຮົາສາບານໃນຄວາມຄຽດແຄ້ນຂອງເຮົາວ່າ ເຂົາຈະເຂົ້າໄປໃນທີ່ພັກຂອງເຮົາບໍ່ໄດ້.
36 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກເຈົ້າວ່າ ຖ້າຫາກພວກເຈົ້າຈະເຮັດໃຈແຂງກະດ້າງ ພວກເຈົ້າຈະເຂົ້າໄປໃນທີ່ພັກຂອງພຣະເຈົ້າບໍ່ໄດ້; ສະນັ້ນ ຄວາມຊົ່ວຮ້າຍຂອງພວກເຈົ້າຈະທ້າທາຍພຣະອົງຈົນພຣະອົງສົ່ງພຣະພິໂລດຂອງພຣະອົງລົງມາເທິງພວກເຈົ້າເໝືອນດັ່ງການທ້າທາຍເທື່ອ ທຳອິດ, ແທ້ຈິງແລ້ວ, ຕາມພຣະຄຳຂອງພຣະອົງນັ້ນ ການທ້າທາຍເທື່ອສຸດທ້າຍກໍເໝືອນດັ່ງການທ້າທາຍເທື່ອທຳອິດ, ມັນຈະເປັນ ຄວາມພິນາດອັນເປັນນິດຂອງຈິດວິນຍານຂອງພວກເຈົ້າ; ສະນັ້ນ, ຕາມພຣະຄຳຂອງພຣະອົງ, ຄວາມຕາຍເທື່ອສຸດທ້າຍກໍເໝືອນດັ່ງຄວາມຕາຍເທື່ອທຳອິດ.
37 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ເມື່ອເຫັນວ່າພວກເຮົາຮູ້ຈັກເລື່ອງເຫລົ່ານີ້ແລ້ວ, ແລະ ມັນເປັນຄວາມຈິງ, ຈຶ່ງຂໍໃຫ້ພວກເຮົາກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ, ວ່າພວກເຮົາຈະບໍ່ ທ້າທາຍພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາ ຈົນວ່າພຣະອົງສົ່ງພຣະພິໂລດຂອງພຣະອົງລົງມາເທິງພວກເຮົາ; ໃນພຣະບັນຍັດທີສອງຂອງພຣະອົງ ຊຶ່ງພຣະອົງໄດ້ປະທານໃຫ້ແກ່ພວກເຮົາ; ແຕ່ຂໍໃຫ້ພວກເຮົາເຂົ້າໄປໃນ ທີ່ພັກຂອງພຣະເຈົ້າ, ຊຶ່ງຕຽມໄວ້ຕາມພຣະຄຳຂອງພຣະອົງເຖີດ.