ພຣະ​ຄຳ​ພີ
ແອວ​ມາ 17


ເລື່ອງ​ລາວ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ຜູ້​ທີ່​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ສິດ​ທິ​ຂອງ​ຕົນ​ເພື່ອ​ປົກ​ຄອງ​ອາ​ນາ​ຈັກ​ເພາະ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ໄດ້​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີ​ໄຟ​ເພື່ອ​ສັ່ງ​ສອນ​ຊາວ​ເລ​ມັນ; ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ປົດ​ປ່ອຍ​ຂອງ​ພວກ​ເຂົາ—ຕາມ​ບັນ​ທຶກ​ຂອງ​ແອວ​ມາ.

ມີ​ຢູ່​ໃນ​ບົດ​ທີ 17 ຈົນ​ເຖິງ​ບົດ​ທີ 27.

ບົດ​ທີ 17

ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ມິ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ—ພວກ​ເຂົາ​ໄດ້​ແຍກ​ກັນ​ໄປ​ຫລາຍ​ເສັ້ນ​ທາງ​ເພື່ອ​ປະ​ກາດ​ພຣະ​ຄຳ​ແກ່​ຊາວ​ເລ​ມັນ—ອຳ​ໂມນ​ໄປ​ຫາ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ ແລະ ກາຍ​ເປັນ​ຂ້າ​ໃຊ້​ຂອງ​ກະ​ສັດ​ລາ​ໂມ​ໄນ—ອຳ​ໂມນ​ປົກ​ປັກ​ຮັກ​ສາ​ຝູງ​ແກະ​ຂອງ​ກະ​ສັດ ແລະ ໄດ້​ເຂັ່ນ​ຂ້າ​ສັດ​ຕູ​ຂອງ​ລາວ​ທີ່​ນ້ຳ​ຊີ​ບັດ. ຂໍ້​ທີ 1–3, ປະ​ມານ 77 ປີ ກ່ອນ ຄ.ສ.; ຂໍ້​ທີ 4, ປະ​ມານ 91–77 ປີ ກ່ອນ ຄ.ສ.; ແລະ ຂໍ້​ທີ 5–39, ປະ​ມານ 91 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະ​ນະ​ທີ່​ແອວ​ມາ​ກຳ​ລັງ​ເດີນ​ທາງ​ອອກ​ຈາກ​ແຜ່ນ​ດິນ​ກີ​ເດ​ໂອນ​ໄປ​ທາງ​ໃຕ້, ໄປ​ຫາ​ແຜ່ນ​ດິນ​ແມນ​ທາຍ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ເພິ່ນ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ​ຫລາຍ, ເພາະ​ວ່າ​ເພິ່ນ​ໄດ້ ພົບ​ເຫັນ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ທີ່​ກຳ​ລັງ​ເດີນ​ທາງ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ.

2 ບັດ​ນີ້ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ນີ້​ໄດ້​ຢູ່​ກັບ​ແອວ​ມາ​ໃນ​ເວ​ລາ​ທີ່​ທູດ​ມາ​ປະ​ກົດ​ຕໍ່​ເພິ່ນ ເທື່ອ​ທຳ​ອິດ; ສະ​ນັ້ນ ແອວ​ມາ​ຈຶ່ງ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ​ທີ່​ໄດ້​ພົບ​ກັບ​ອ້າຍ​ນ້ອງ​ຂອງ​ເພິ່ນ; ແລະ ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ​ທີ່​ສຸດ​ແມ່ນ​ເຂົາ​ເຈົ້າ​ຍັງ​ເປັນ​ອ້າຍ​ນ້ອງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເພິ່ນ​ຢູ່; ແທ້​ຈິງ​ແລ້ວ, ແລະ ເຂົາ​ເຈົ້າ​ໄດ້​ໝັ້ນ​ຄົງ​ຫລາຍ​ຂຶ້ນ​ໃນ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ເພາະ​ເຂົາ​ເຈົ້າ​ເປັນ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ແລະ ເຂົາ​ເຈົ້າ​ໄດ້ ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮູ້​ຈັກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

3 ແຕ່​ນີ້​ຍັງ​ບໍ່​ໝົດ; ເຂົາ​ເຈົ້າ​ຍອມ​ຕົນ​ໃນ​ການ ອະ​ທິ​ຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າ​ຫລາຍ​ທີ່​ສຸດ; ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ, ແລະ ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ​ຢູ່​ນຳ, ແລະ ເວ​ລາ​ເຂົາ​ເຈົ້າ ສິດ​ສອນ, ເຂົາ​ເຈົ້າ​ກໍ​ສິດ​ສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

4 ແລະ ເຂົາ​ເຈົ້າ​ໄດ້​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ເວ​ລາ​ສິບ​ສີ່​ປີ​ຢູ່​ໃນ​ບັນ​ດາ​ຊາວ​ເລ​ມັນ, ໄດ້​ຮັບ ຄວາມ​ສຳ​ເລັດ​ຢ່າງ​ຫລວງ​ຫລາຍ​ໃນ ການ​ນຳ​ພາ​ຫລາຍ​ຄົນ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ແທ້​ຈິງ​ແລ້ວ, ໂດຍ​ອຳ​ນາດ​ແຫ່ງ​ການ​ເວົ້າ​ຂອງ​ເຂົາ​ເຈົ້າ ໄດ້​ນຳ​ເອົາ​ຫລາຍ​ຄົນ​ມາ​ຢູ່​ຕໍ່​ໜ້າ​ແທ່ນ​ບູ​ຊາ​ຂອງ​ພຣະ​ເຈົ້າ, ເພື່ອ​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ ສາ​ລະ​ພາບ​ບາບ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ອົງ.

5 ບັດ​ນີ້ ນີ້​ຄື​ສິ່ງ​ທີ່​ເກີດ​ຂຶ້ນກັບ​ເຂົາ​ເຈົ້າ​ໃນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ, ເພາະ​ເຂົາ​ເຈົ້າ​ໄດ້​ມີ​ຄວາມ​ທຸກ; ເຂົາ​ເຈົ້າ​ໄດ້​ທົນ​ມາ​ຫລາຍ, ທັງ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ, ເປັນ​ຕົ້ນ​ວ່າ​ຄວາມ​ອຶດ​ຫິວ, ຄວາມ​ອິດ​ເມື່ອຍ, ແລະ ເຮັດ​ວຽກ​ໜັກ​ທາງ​ວິນ​ຍານ​ນຳ​ອີກ.

6 ບັດ​ນີ້ ນີ້​ຄື​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ: ໂດຍ​ທີ່​ໄດ້ ອຳ​ລາ​ຈາກ​ໂມ​ໄຊ​ຢາ​ບິ​ດາ​ຂອງ​ເຂົາ​ເຈົ້າ​ໄປ​ໃນ​ປີ​ທຳ​ອິດ​ຂອງ​ຜູ້​ຕັດ​ສິນ; ໂດຍ ບໍ່​ຍອມ​ຮັບ​ລາ​ຊາ​ອາ​ນາ​ຈັກ​ຊຶ່ງ​ບິ​ດາ​ຂອງ​ຕົນ​ປາດ​ຖະ​ໜາ​ຈະ​ມອບ​ໃຫ້, ແລະ ນີ້​ກໍ​ເປັນ​ເຈດ​ຕະ​ນາ​ຂອງ​ຜູ້​ຄົນ​ນຳ​ອີກ;

7 ເຖິງ​ຢ່າງ​ໃດ​ກໍ​ຕາມ ເຂົາ​ເຈົ້າ​ໄດ້​ອອກ​ຈາກ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ​ໄປ, ແລະ ໄດ້​ເອົາ​ດາບ​ຂອງ​ເຂົາ​ເຈົ້າ ແລະ ຄັນ​ທະ​ນູ​ຂອງ​ເຂົາ​ເຈົ້າ, ແລະ ລູກ​ທະ​ນູ​ຂອງ​ເຂົາ​ເຈົ້າ, ແລະ ກະ​ຖຸນ​ຂອງ​ເຂົາ​ເຈົ້າ; ແລະ ສິ່ງ​ນີ້​ເຂົາ​ເຈົ້າ​ເຮັດ​ໄປ​ເພື່ອ​ຈະ​ໄດ້​ຫາ​ອາ​ຫານ​ມາ​ລ້ຽງ​ຕົນ​ເອງ​ໃນ​ລະ​ຫວ່າງ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

8 ແລະ ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ພ້ອມ​ດ້ວຍ​ຄົນ​ຈຳ​ນວນ​ໜຶ່ງ ຊຶ່ງ​ເຂົາ​ເຈົ້າ​ໄດ້​ເລືອກ​ໄວ້, ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີ​ໄຟ, ເພື່ອ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ຊາວ​ເລ​ມັນ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຫລາຍ​ມື້, ແລະ ເຂົາ​ເຈົ້າ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ສ່ວນ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໃຫ້​ໄປ​ນຳ ແລະ ສະ​ຖິດ​ຢູ່​ກັບ​ເຂົາ​ເຈົ້າ, ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ຖ້າ​ຫາກ​ເປັນ​ໄປ​ໄດ້, ເພື່ອ​ຈະ​ໄດ້​ນຳ​ພາ​ຊາວ​ເລ​ມັນ​ຜູ້​ເປັນ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ, ໃຫ້​ມາ​ຮູ້​ເລື່ອງ​ຄວາມ​ຕ້ອຍ​ຕ່ຳ​ຂອງ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ຊຶ່ງ​ບໍ່​ຖືກ​ຕ້ອງ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ ຢ້ຽມ​ຢາມ​ເຂົາ​ເຈົ້າ​ດ້ວຍ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ແລະ ໄດ້​ກ່າວ​ກັບ​ເຂົາ​ເຈົ້າ​ດັ່ງ​ນີ້: ຈົ່ງ ສະ​ບາຍ​ໃຈ​ເຖີດ. ແລະ ເຂົາ​ເຈົ້າ​ກໍ​ສະ​ບາຍ​ໃຈ.

11 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າ​ອີກ​ວ່າ: ຈົ່ງ​ອອກ​ໄປ​ໃນ​ບັນ​ດາ​ຊາວ​ເລ​ມັນ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ, ແລະ ສະ​ຖາ​ປະ​ນາ​ຄຳ​ຂອງ​ເຮົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຈົ້າ​ຈົ່ງ ອົດ​ທົນ​ໃນ​ຄວາມ​ອົດ​ກັ້ນ ແລະ ຄວາມ​ທຸກ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ສະ​ແດງ​ຕົວ​ຢ່າງ​ອັນ​ດີ​ໃນ​ເຮົາ​ອອກ​ມາ​ໃຫ້​ຜູ້​ຄົນ​ເຫລົ່າ​ນັ້ນ​ເຫັນ, ແລະ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ເຮົາ ເພື່ອ​ຈິດ​ວິນ​ຍານ​ຫລາຍ​ດວງ​ຈະ​ໄດ້​ຮັບ​ຄວາມ​ລອດ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃຈ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ແລະ ຜູ້​ທີ່​ຢູ່​ກັບ​ເຂົາ​ເຈົ້າ​ເກີດ​ຄວາມ​ກ້າ​ຫານ​ຂຶ້ນ​ເພື່ອ​ຈະ​ອອກ​ໄປ​ຫາ​ຊາວ​ເລ​ມັນ ເພື່ອ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ພວກ​ເຂົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເຂົາ​ເຈົ້າ​ໄປ​ຮອດ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ຂອງ​ຊາວ​ເລ​ມັນ​ນັ້ນ, ເຂົາ​ເຈົ້າ​ກໍ​ໄດ້ ແຍກ​ຍ້າຍ​ກັນ​ໄປ, ໂດຍ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ພົບ​ກັນ​ອີກ​ຫລັງ​ຈາກ​ການ ເກັບ​ກ່ຽວ​ຂອງ​ເຂົາ​ເຈົ້າ​ສິ້ນ​ສຸດ​ລົງ; ເພາະ​ວ່າ​ເຂົາ​ເຈົ້າ​ຄິດ​ວ່າ​ວຽກ​ງານ​ທີ່​ເຂົາ​ເຈົ້າ​ເຮັດ​ເປັນ​ວຽກ​ງານ​ອັນ​ສຳ​ຄັນ.

14 ແລະ ມັນ​ຍິ່ງ​ໃຫຍ່​ແທ້ໆ, ເພາະ​ວ່າ​ເຂົາ​ເຈົ້າ​ຍອມ​ຮັບ​ວຽກ​ງານ​ທີ່​ຈະ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ຄົນ ປ່າ ແລະ ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ; ໃຫ້​ແກ່​ຜູ້​ຄົນ​ທີ່​ເບີກ​ບານ​ໃນ​ການ​ຄາດ​ຕະ​ກຳ, ໂຈນ​ລະ​ກຳ, ແລະ ປຸ້ນ​ຈີ້​ຊາວ​ນີ​ໄຟ; ແລະ ໃຈ​ຂອງ​ພວກ​ເຂົາ​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ, ຫລື ຢູ່​ກັບ​ຄຳ ແລະ ເງິນ, ແລະ ຫີນ​ທີ່​ມີ​ຄ່າ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ພະ​ຍາ​ຍາມ​ຫາ​ສິ່ງ​ຂອງ​ເຫລົ່າ​ນີ້​ມາ​ດ້ວຍ​ການ​ຄາດ​ຕະ​ກຳ ແລະ ການ​ປຸ້ນ​ຈີ້, ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕ້ອງ​ເຮັດ​ວຽກ​ເພື່ອ​ມັນ​ດ້ວຍ​ມື​ຂອງ​ຕົນ​ເອງ.

15 ພວກ​ເຂົາ​ຈຶ່ງ​ເປັນ​ຄົນ​ຂີ້​ຄ້ານ​ມັກ​ງ່າຍ​ແບບ​ນີ້, ຊຶ່ງ​ສ່ວນ​ຫລາຍ​ໄດ້​ກາບ​ໄຫວ້​ຮູບ​ບູ​ຊາ, ແລະ ຄວາມ​ສາບ​ແຊ່ງ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຕົກ​ຢູ່​ກັບ​ພວກ​ເຂົາ ເພາະ​ວ່າ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ທັງໆ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຍື່ນ​ຄຳ​ສັນ​ຍາ​ມາ​ໃຫ້​ພວກ​ເຂົາ​ແລ້ວ​ໃນ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ.

16 ສະ​ນັ້ນ, ສິ່ງ​ນີ້​ຈຶ່ງ ເປັນ​ເຫດ​ໃຫ້​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ຍອມ​ຮັບ​ວຽກ​ງານ​ອັນ​ນີ້, ເພື່ອ​ວ່າ​ບາງ​ທີ​ເຂົາ​ເຈົ້າ​ອາດ​ຈະ​ໄດ້​ນຳ​ພາ​ພວກ​ເຂົາ​ມາ​ສູ່​ການ​ກັບ​ໃຈ​ໄດ້; ເພື່ອ​ເຂົາ​ເຈົ້າ​ອາດ​ຈະ​ນຳ​ພາ​ພວກ​ເຂົາ​ມາ​ຮູ້​ຈັກ​ເຖິງ​ແຜນ​ແຫ່ງ​ການ​ໄຖ່.

17 ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ແຍກ​ຍ້າຍ​ກັນ​ໄປ, ແລະ ອອກ​ໄປ​ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ໂດຍ​ລຳ​ພັງ​ຕາມ​ພຣະ​ຄຳ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຖືກ​ມອບ​ໃຫ້​ແກ່​ເຂົາ​ເຈົ້າ.

18 ແຕ່​ອຳ​ໂມນ​ໂດຍ​ທີ່​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ, ຫລື ຕາມ​ຈິງ​ແລ້ວ ລາວ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເຂົາ​ເຈົ້າ, ແລະ ລາວ​ກໍ​ໄດ້​ອຳ​ລາ​ຈາກ​ເຂົາ​ເຈົ້າ​ໄປ​ຫລັງ​ຈາກ ໃຫ້​ພອນ​ຕາມ​ໜ້າ​ທີ່​ຂອງ​ໃຜ​ລາວ, ໂດຍ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ເຂົາ​ເຈົ້າ, ຫລື ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເຂົາ​ເຈົ້າ​ກ່ອນ​ທີ່​ລາວ​ຈະ​ຈາກ​ໄປ; ແລະ ເຂົາ​ເຈົ້າ​ຈຶ່ງ​ໄດ້​ອອກ​ໄປ​ບ່ອນ​ຕ່າງໆ​ທົ່ວ​ແຜ່ນ​ດິນ​ຕາມ​ນັ້ນ.

19 ແລະ ອຳ​ໂມນ​ໄດ້​ໄປ​ຫາ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ, ຊຶ່ງ​ເອີ້ນ​ຕາມ​ຊື່​ພວກ​ລູກ​ຊາຍ​ຂອງ ອິດ​ຊະ​ມາ​ເອນ, ຜູ້​ກັບ​ກາຍ​ເປັນ​ຊາວ​ເລ​ມັນ.

20 ແລະ ເວ​ລາ​ທີ່​ອຳ​ໂມນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ, ຊາວ​ເລ​ມັນ​ກໍ​ຈັບ​ລາວ, ແລະ ມັດ​ລາວ​ໄວ້​ເພາະ​ວ່າ​ມັນ​ເປັນ​ທຳ​ນຽມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ມັດ​ຊາວ​ນີ​ໄຟ​ທຸກ​ຄົນ​ທີ່​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຕົນ, ແລະ ເອົາ​ລາວ​ໄປ​ຢູ່​ຕໍ່​ໜ້າ​ກະ​ສັດ; ແລະ ສຸດ​ແລ້ວ​ແຕ່​ຄວາມ​ພໍ​ໃຈ​ຂອງ​ກະ​ສັດ​ທີ່​ຈະ​ຂ້າ ຫລື ເອົາ​ໄວ້​ເປັນ​ຊະ​ເລີຍ, ຫລື ເອົາ​ເຂົ້າ​ຄຸກ, ຫລື ເນ​ລະ​ເທດ​ອອກ​ຈາກ​ແຜ່ນ​ດິນ​ຕາມ​ຄວາມ​ປະ​ສົງ ແລະ ຄວາມ​ພໍ​ໃຈ​ຂອງ​ເພິ່ນ.

21 ແລະ ອຳ​ໂມນ​ໄດ້​ຖືກ​ນຳ​ໄປ​ຢູ່​ຕໍ່​ໜ້າ​ກະ​ສັດ​ຜູ້​ປົກ​ຄອງ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ​ດັ່ງ​ນີ້; ແລະ ຊື່​ຂອງ​ເພິ່ນ​ຄື ລາ​ໂມ​ໄນ; ແລະ ເພິ່ນ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ອິດ​ຊະ​ມາ​ເອນ.

22 ແລະ ກະ​ສັດ​ໄດ້​ສອບ​ຖາມ​ອຳ​ໂມນ​ວ່າ ເປັນ​ຫຍັງ​ລາວ​ຈຶ່ງ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ຊາວ​ເລ​ມັນ ຫລື ວ່າ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ.

23 ແລະ ອຳ​ໂມນ​ເວົ້າ​ກັບ​ເພິ່ນ​ວ່າ: ແທ້​ຈິງ​ແລ້ວ, ຂ້າ​ນ້ອຍ​ປາດ​ຖະ​ໜາ​ຈະ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້​ຊົ່ວ​ໄລ​ຍະ​ໜຶ່ງ; ແທ້​ຈິງ​ແລ້ວ, ແລະ ອາດ​ຈະ​ຢູ່​ຈົນ​ຮອດ​ມື້​ຂ້າ​ນ້ອຍ​ຕາຍ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ລາ​ໂມ​ໄນ​ມີ​ຄວາມ​ພໍ​ໃຈ​ກັບ​ອຳ​ໂມນ, ແລະ ໄດ້​ສັ່ງ​ໃຫ້​ແກ້​ເຊືອກ​ຂອງ​ລາວ​ອອກ; ແລະ ເພິ່ນ​ຢາກ​ໃຫ້​ອຳ​ໂມນ​ຮັບ​ເອົາ​ລູກ​ສາວ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄວ້​ເປັນ​ພັນ​ລະ​ຍາ.

25 ແຕ່​ອຳ​ໂມນ​ເວົ້າ​ຕໍ່​ກະ​ສັດ​ວ່າ: ບໍ່​ໄດ້​ດອກ, ແຕ່​ຂ້າ​ນ້ອຍ​ຈະ​ເປັນ​ຂ້າ​ໃຊ້​ທ່ານ. ສະ​ນັ້ນ ອຳ​ໂມນ​ຈຶ່ງ​ໄດ້​ກາຍ​ເປັນ​ຂ້າ​ໃຊ້​ຂອງ​ກະ​ສັດ​ລາ​ໂມ​ໄນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ຖືກ​ແຕ່ງ​ຕັ້ງ​ໃຫ້​ຢູ່​ກັບ​ບັນ​ດາ​ຂ້າ​ໃຊ້​ຄົນ​ອື່ນໆ​ເພື່ອ​ດູ​ແລ​ຝູງ​ສັດ​ລ້ຽງ​ຂອງ​ລາ​ໂມ​ໄນ​ຕາມ​ທຳ​ນຽມ​ຂອງ​ຊາວ​ເລ​ມັນ.

26 ແລະ ຫລັງ​ຈາກ​ລາວ​ໄດ້​ຮັບ​ໃຊ້​ກະ​ສັດ​ຢູ່​ສາມ​ມື້​ແລ້ວ, ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຢູ່​ກັບ​ຂ້າ​ໃຊ້​ທີ່​ເປັນ​ຊາວ​ເລ​ມັນ ຜູ້​ກຳ​ລັງ​ພາ​ຝູງ​ສັດ​ລ້ຽງ​ລົງ​ໄປ​ກິນ​ນ້ຳ, ຊຶ່ງ​ເອີ້ນ​ວ່າ​ນ້ຳ​ຊີ​ບັດ, ແລະ ເປັນ​ບ່ອນ​ທີ່​ຊາວ​ເລ​ມັນ​ທັງ​ໝົດ​ຕ້ອນ​ເອົາ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ໄປ​ບ່ອນ​ນັ້ນ, ເພື່ອ​ມັນ​ຈະ​ໄດ້​ກິນ​ນ້ຳ—

27 ສະ​ນັ້ນ, ໃນ​ຂະ​ນະ​ທີ່​ອຳ​ໂມນ ແລະ ຂ້າ​ໃຊ້​ຂອງ​ກະ​ສັດ​ກຳ​ລັງ​ຕ້ອນ​ເອົາ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ໄປ​ບ່ອນ​ມີ​ນ້ຳ​ນັ້ນ, ຈົ່ງ​ເບິ່ງ, ຊາວ​ເລ​ມັນ​ຈຳ​ນວນ​ໜຶ່ງ​ທີ່​ໄດ້​ເອົາ​ຝູງ​ສັດ​ລ້ຽງ​ຂອງ​ຕົນ​ໄປ​ກິນ​ນ້ຳ​ແລ້ວ, ໄດ້​ຢືນ​ຢູ່ ແລະ ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ອຳ​ໂມນ ແລະ ຂ້າ​ໃຊ້​ຂອງ​ກະ​ສັດ​ແຕກ​ກະ​ຈາຍ​ໄປ, ແລະ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ມັນ​ແຕກ​ກະ​ຈາຍ​ໄປ​ຫລາຍ​ແທ້ໆ ເຖິງ​ຂະ​ໜາດ​ທີ່​ມັນ​ໄດ້​ແຕກ​ໄປ​ຫລາຍ​ທິດ​ທາງ.

28 ບັດ​ນີ້​ພວກ​ຂ້າ​ໃຊ້​ຂອງ​ກະ​ສັດ​ເລີ່ມ​ຈົ່ມ ໂດຍ​ກ່າວ​ວ່າ: ບັດ​ນີ້​ກະ​ສັດ​ຈະ​ຂ້າ​ພວກ​ເຮົາ​ຖິ້ມ​ແລ້ວ, ຄື​ກັນ​ກັບ​ເພິ່ນ​ໄດ້​ກະ​ທຳ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ ເພາະ​ວ່າ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຄົນ​ພວກ​ນັ້ນ. ແລະ ພວກ​ເຂົາ​ກໍ​ເລີ່ມ​ຮ້ອງ​ໄຫ້​ຢ່າງ​ໜັກ, ໂດຍ​ກ່າວ​ວ່າ: ຈົ່ງ​ເບິ່ງ, ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຮົາ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ໝົດ​ແລ້ວ.

29 ບັດ​ນີ້​ພວກ​ເຂົາ​ຮ້ອງ​ໄຫ້​ເພາະ​ຢ້ານ​ວ່າ​ຈະ​ຖືກ​ຂ້າ​ຖິ້ມ. ບັດ​ນີ້​ເມື່ອ​ອຳ​ໂມນ​ເຫັນ​ດັ່ງ​ນັ້ນ ໃຈ​ຂອງ​ລາວ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ; ເພາະ​ລາວ​ກ່າວ​ຢູ່​ໃນ​ໃຈ​ວ່າ, ເຮົາ​ຈະ​ໄດ້​ສະ​ແດງ​ອຳ​ນາດ​ຂອງ​ເຮົາ​ແກ່​ໝູ່​ເພື່ອນ​ຂ້າ​ໃຊ້​ຂອງ​ເຮົາ, ຫລື ໃຊ້​ອຳ​ນາດ​ທີ່​ຢູ່​ກັບ​ເຮົາ, ໃນ​ການ​ນຳ​ເອົາ​ຝູງ​ສັດ​ລ້ຽງ​ເຫລົ່າ​ນັ້ນ​ຄືນ​ມາ​ໃຫ້​ກະ​ສັດ, ເພື່ອ​ເຮົາ​ຈະ​ໄດ້​ເອົາ​ຊະ​ນະ​ໃຈ​ຂອງ​ໝູ່​ເພື່ອນ​ຂ້າ​ໃຊ້​ເຫລົ່າ​ນີ້​ຂອງ​ເຮົາ, ເພື່ອ​ເຮົາ​ຈະ​ໄດ້​ນຳ​ພວກ​ເຂົາ​ໄປ​ໃຫ້​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ຂອງ​ເຮົາ.

30 ແລະ ບັດ​ນີ້, ນີ້​ຄື​ຄວາມ​ຄິດ​ຂອງ​ອຳ​ໂມນ, ເວ​ລາ​ລາວ​ໄດ້​ເຫັນ​ຄວາມ​ທຸກ​ຂອງ​ຄົນ​ເຫລົ່າ​ນັ້ນ ຜູ້​ທີ່​ລາວ​ຖື​ວ່າ​ເປັນ​ພີ່​ນ້ອງ​ຂອງ​ລາວ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ໝັ້ນ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ລາວ, ໂດຍ​ກ່າວ​ວ່າ: ພີ່​ນ້ອງ​ຂອງ​ເຮົາ​ເອີຍ, ຈົ່ງ​ສະ​ບາຍ​ໃຈ​ເຖີດ, ແລະ ຂໍ​ໃຫ້​ພວກ​ເຮົາ​ອອກ​ໄປ​ເພື່ອ​ຊອກ​ຫາ​ຝູງ​ສັດ​ລ້ຽງ ແລະ ຮວບ​ຮວມ​ມັນ​ເຂົ້າ​ກັນ​ອີກ ແລະ ປ້ອງ​ມັນ​ມາ​ຫາ​ບ່ອນ​ມີ​ນ້ຳ; ແລະ ພວກ​ເຮົາ​ຈະ​ປົກ​ປັກ​ຮັກ​ສາ​ຝູງ​ສັດ​ລ້ຽງ​ໄວ້​ໃຫ້​ກະ​ສັດ​ດ້ວຍ​ວິ​ທີ​ນີ້ ແລະ ເພິ່ນ​ຈະ​ບໍ່​ຂ້າ​ພວກ​ເຮົາ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ໄປ​ຊອກ​ຫາ​ຝູງ​ສັດ​ລ້ຽງ, ໂດຍ​ຕິດ​ຕາມ​ອຳ​ໂມນ​ໄປ, ແລະ ພວກ​ເຂົາ​ຟ້າວ​ອອກ​ໄປ​ຢ່າງ​ວ່ອງ​ໄວ ແລະ ໄດ້​ສະ​ກັດ​ກັ້ນ​ຝູງ​ສັດ​ລ້ຽງ​ຂອງ​ກະ​ສັດ ແລະ ໄດ້​ຮວບ​ຮວມ​ມັນ​ເຂົ້າ​ກັນ​ອີກ​ໄປ​ຫາ​ແມ່​ນ້ຳ.

33 ແລະ ຄົນ​ພວກ​ນັ້ນ​ໄດ້​ມາ​ຢືນ​ຢູ່​ເພື່ອ​ຈະ​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ອີກ; ແຕ່​ອຳ​ໂມນ​ໄດ້​ເວົ້າ​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ວ່າ: ຈົ່ງ​ລ້ອມ​ຝູງ​ສັດ​ໄວ້​ໂດຍ​ຮອບ​ເພື່ອ​ບໍ່​ໃຫ້​ມັນ​ໜີ​ໄປ; ແລະ ເຮົາ​ເອງ​ຈະ​ໄປ​ຕໍ່​ສູ້​ກັບ​ຄົນ​ພວກ​ນັ້ນ​ຜູ້​ທີ່​ເຮັດ​ໃຫ້​ຝູງ​ສັດ​ຂອງ​ພວກ​ເຮົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ.

34 ສະ​ນັ້ນ, ພວກ​ເຂົາ​ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ອຳ​ໂມນ​ສັ່ງ, ແລະ ລາວ​ໄດ້​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ນັ້ນ ຊຶ່ງ​ຢືນ​ຢູ່​ໃກ້​ນ້ຳ​ຊີ​ບັດ; ແລະ ພວກ​ເຂົາ​ມີ​ຈຳ​ນວນ​ບໍ່​ໜ້ອຍ​ເລີຍ.

35 ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ຢ້ານ​ອຳ​ໂມນ, ເພາະ​ພວກ​ເຂົາ​ຄິດ​ວ່າ​ຄົນ​ຜູ້​ດຽວ​ຂອງ​ພວກ​ເຂົາ​ກໍ​ສາ​ມາດ​ຂ້າ​ລາວ​ໄດ້ ຕາມ​ຄວາມ​ພໍ​ໃຈ​ຂອງ​ພວກ​ເຂົາ, ເພາະ​ວ່າ​ພວກ​ເຂົາ​ບໍ່​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ໂມ​ໄຊ​ຢາ​ໄວ້​ວ່າ ພຣະ​ອົງ​ຈະ ປົດ​ປ່ອຍ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ພວກ​ເຂົາ; ທັງ​ພວກ​ເຂົາ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ດີ​ໃຈ​ໃນ​ຄວາມ​ພິ​ນາດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ; ແລະ ເພາະ​ເຫດ​ນີ້ ພວກ​ເຂົາ​ຈຶ່ງ​ຢືນ​ຢູ່​ເພື່ອ​ເຮັດ​ໃຫ້​ຝູງ​ສັດ​ລ້ຽງ​ຂອງ​ກະ​ສັດ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ອີກ.

36 ແຕ່ ອຳ​ໂມນ​ໄດ້​ກ້າວ​ອອກ​ໄປ ແລະ ເລີ່ມ​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເຂົາ​ດ້ວຍ​ກະ​ຖຸນ​ຂອງ​ລາວ; ແທ້​ຈິງ​ແລ້ວ, ດ້ວຍ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່ ລາວ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ເຂົາ; ແລະ ລາວ​ໄດ້​ຂ້າ​ພວກ​ເຂົາ​ເຫລົ່າ​ນັ້ນ ຈຳ​ນວນ​ໜຶ່ງ​ໂດຍ​ວິ​ທີ​ນີ້ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ແປກ​ປະ​ຫລາດ​ໃຈ​ໃນ​ອຳ​ນາດ​ຂອງ​ລາວ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໃຈ​ຮ້າຍ​ເພາະ​ຄົນ​ຕາຍ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຕັ້ງ​ໃຈ​ຈະ​ໃຫ້​ລາວ​ຕາຍ; ສະ​ນັ້ນ, ເມື່ອ​ເຫັນ​ວ່າ​ພວກ​ເຂົາ​ບໍ່ ສາ​ມາດ​ແກວ່ງ​ກ້ອນ​ຫີນ​ໃສ່​ລາວ, ພວກ​ເຂົາ​ຈຶ່ງ​ອອກ​ມາ​ພ້ອມ​ດ້ວຍ​ໄມ້​ຄ້ອນ​ເພື່ອ​ຈະ​ຂ້າ​ລາວ.

37 ແຕ່​ຈົ່ງ​ເບິ່ງ, ທຸກ​ຄົນ​ທີ່​ຍົກ​ໄມ້​ຄ້ອນ​ເພື່ອ​ຈະ​ຕີ​ອຳ​ໂມນ​ນັ້ນ, ລາວ​ໄດ້​ຕັດ​ແຂນ​ຂອງ​ພວກ​ເຂົາ​ອອກ​ດ້ວຍ​ດາບ​ຂອງ​ລາວ; ເພາະ​ລາວ​ໄດ້​ຕ້ານ​ທານ​ການ​ຕີ​ຂອງ​ພວກ​ເຂົາ​ດ້ວຍ​ການ​ຟັນ​ແຂນ​ຂອງ​ພວກ​ເຂົາ, ດ້ວຍ​ຄົມ​ດາບ​ຂອງ​ລາວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ແປກ​ປະ​ຫລາດ​ໃຈ ແລະ ເລີ່ມ​ປົບ​ໜີ​ໄປ​ຕໍ່​ໜ້າ​ລາວ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ມີ​ຈຳ​ນວນ​ບໍ່​ໜ້ອຍ​ເລີຍ; ແລະ ລາວ​ເຮັດ​ໃຫ້​ພວກ​ເຂົາ​ປົບ​ໜີ​ໄປ​ດ້ວຍ​ກຳ​ລັງ​ແຂນ​ຂອງ​ລາວ.

38 ບັດ​ນີ້​ມີ​ຫົກ​ຄົນ​ຂອງ​ພວກ​ເຂົາ​ລົ້ມ​ຕາຍ​ລົງ​ດ້ວຍ​ກະ​ຖຸນ, ແຕ່​ລາວ​ບໍ່​ໄດ້​ຂ້າ​ຜູ້​ໃດ​ດ້ວຍ​ດາບ​ຂອງ​ລາວ​ນອກ​ຈາກ​ຫົວ​ໜ້າ​ຂອງ​ພວກ​ເຂົາ; ແລະ ລາວ​ໄດ້​ຟັນ​ແຂນ​ຂອງ​ທຸກ​ຄົນ​ທີ່​ຍົກ​ຂຶ້ນ​ເພື່ອ​ຈະ​ທຳ​ລາຍ​ລາວ, ແລະ ມັນ​ມີ​ຈຳ​ນວນ​ບໍ່​ໜ້ອຍ​ເລີຍ.

39 ແລະ ເວ​ລາ​ລາວ​ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ໄກ​ແລ້ວ, ລາວ​ຈຶ່ງ​ກັບ​ມາ ແລະ ພວກ​ເຂົາ​ໄດ້​ພາ​ຝູງ​ສັດ​ລ້ຽງ​ໄປ​ກິນ​ນ້ຳ ແລະ ຕ້ອນ​ມັນ​ກັບ​ໄປ​ຫາ​ທົ່ງ​ຫຍ້າ​ຂອງ​ກະ​ສັດ, ຈາກ​ນັ້ນ​ພວກ​ເຂົາ​ກໍ​ໄດ້​ເຂົ້າ​ໄປ​ຫາ​ກະ​ສັດ, ໂດຍ​ເອົາ​ແຂນ​ຂອງ​ຄົນ​ທີ່​ພະ​ຍາ​ຍາມ​ຂ້າ​ລາວ​ໄປ​ນຳ ຊຶ່ງ​ຖືກ​ຟັນ​ດ້ວຍ​ດາບ​ຂອງ​ອຳ​ໂມນ, ແລະ ພວກ​ເຂົາ​ນຳ​ເອົາ​ແຂນ​ເຫລົ່າ​ນັ້ນ​ໄປ​ຫາ​ກະ​ສັດ​ເພື່ອ​ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ​ໄປ.

ພິມ