ພຣະ​ຄຳ​ພີ
ແອວ​ມາ 25


ບົດ​ທີ 25

ຄວາມ​ຮຸກ​ຮານ​ຂອງ​ຊາວ​ເລ​ມັນ​ແຜ່​ຂະ​ຫຍາຍ​ອອກ​ໄປ—ລູກ​ຫລານ​ຂອງ​ພວກ​ປະ​ໂລ​ຫິດ​ຂອງ​ກະ​ສັດ​ໂນ​ອາ​ຕາຍ​ດັ່ງ​ທີ່​ອະ​ບີ​ນາ​ໄດ​ໄດ້​ທຳ​ນາຍ​ໄວ້—ຊາວ​ເລ​ມັນ​ຫລາຍ​ຄົນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ເຂົ້າ​ມາ​ຮ່ວມ​ກັບ​ຜູ້​ຄົນ​ຂອງ​ອານ​ໄທ-ນີ​ໄຟ​-ລີ​ໄຮ—ພວກ​ເຂົາ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຮັກ​ສາ​ກົດ​ຂອງ​ໂມ​ເຊ. ປະ​ມານ 90–77 ປີ ກ່ອນ ຄ.ສ.

1 ແລະ ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ເຫລົ່າ​ນັ້ນ ໄດ້​ມີ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດ ເພາະ​ວ່າ​ພວກ​ເຂົາ​ໄດ້​ຂ້າ​ພີ່​ນ້ອງ​ຂອງ​ຕົນ; ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ສາ​ບານ​ວ່າ​ຈະ​ແກ້​ແຄ້ນ​ຊາວ​ນີ​ໄຟ; ແລະ ພວກ​ເຂົາ​ບໍ່​ໄດ້​ພະ​ຍາ​ຍາມ​ຂ້າ​ຜູ້​ຄົນ​ຂອງ ອານ​ໄທ-ນີ​ໄຟ-ລີ​ໄຮ ອີກ​ຕໍ່​ໄປ​ໃນ​ເວ​ລາ​ນັ້ນ.

2 ແຕ່​ພວກ​ເຂົາ​ໄດ້​ຍົກ​ກອງ​ທັບ​ຂ້າມ​ໄປ​ໃນ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ແລະ ເຂົ້າ​ມາ​ໂຈມ​ຕີ​ຜູ້​ຄົນ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ອຳ​ໂມນ​ໄນ​ຮາ ແລະ ທຳ​ລາຍ​ພວກ​ເຂົາ.

3 ແລະ ຫລັງ​ຈາກ​ນັ້ນ, ພວກ​ເຂົາ​ໄດ້​ມີ​ການ​ສູ້​ຮົບ​ກັບ​ຊາວ​ນີ​ໄຟ​ຫລາຍ​ຄັ້ງ, ຊຶ່ງ​ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ ແລະ ຖືກ​ຂ້າ​ຕາຍ.

4 ແລະ ໃນ​ບັນ​ດາ​ຊາວ​ເລ​ມັນ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ​ມີ ລູກ​ຫລານ​ຂອງ​ອະ​ມິວ​ລອນ ແລະ ພີ່​ນ້ອງ​ຂອງ​ລາວ​ຜູ້​ເປັນ​ພວກ​ປະ​ໂລ​ຫິດ​ຂອງ​ໂນ​ອາ, ແລະ ພວກ​ເຂົາ​ເຫລົ່າ​ນັ້ນ​ເກືອບ​ທັງ​ໝົດ ຖືກ​ຂ້າ​ຕາຍ​ດ້ວຍ​ນ້ຳ​ມື​ຂອງ​ຊາວ​ນີ​ໄຟ;

5 ແລະ ພວກ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ ແລະ ໄປ​ຍາດ​ແຍ່ງ​ເອົາ​ອຳ​ນາດ ແລະ ສິດ​ອຳ​ນາດ​ປົກ​ຄອງ​ຊາວ​ເລ​ມັນ, ຈຶ່ງ​ເຮັດ​ໃຫ້​ຊາວ​ເລ​ມັນ​ຫລາຍ​ຄົນ​ຖືກ ຂ້າ​ຕາຍ​ດ້ວຍ​ໄຟ ເພາະ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ—

6 ເພາະ​ຫລັງ​ຈາກ​ທີ່ ພວກ​ເຂົາ​ຫລາຍ​ຄົນ​ໄດ້​ຮັບ​ການ​ສູນ​ເສຍ​ຢ່າງ​ໜັກ ແລະ ມີ​ຄວາມ​ທຸກ​ນັ້ນ​ຫລາຍ, ກໍ​ເລີ່ມ​ສຳ​ນຶກ​ໃນ​ຄວາມ​ຊົງ​ຈຳ​ເຖິງ ຄຳ​ເວົ້າ​ຂອງ​ອາ​ໂຣນ ແລະ ພີ່​ນ້ອງ​ຂອງ​ລາວ ຊຶ່ງ​ໄດ້​ສັ່ງ​ສອນ​ພວກ​ເຂົາ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ​ບໍ່​ເຊື່ອ​ຖື​ໃນ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ແລະ ມາ​ເຊື່ອ​ຖື​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ວ່າ​ພຣະ​ອົງ​ໄດ້​ປະ​ທານ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ຊາວ​ນີ​ໄຟ; ແລະ ຫລາຍ​ຄົນ​ໃນ​ພວກ​ເຂົາ​ຈຶ່ງ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ດັ່ງ​ນີ້​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ທີ່​ປົກ​ຄອງ​ທີ່​ເຫລືອ​ຢູ່ ຊຶ່ງ​ເປັນ​ລູກ​ຫລານ​ຂອງ ອະ​ມິວ​ລອນ ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຫລົ່າ​ນັ້ນ ຕາຍ, ແທ້​ຈິງ​ແລ້ວ, ແມ່ນ​ຄົນ​ທັງ​ໝົດ​ທີ່​ເຊື່ອ​ຖື​ໃນ​ເລື່ອງ​ເຫລົ່າ​ນີ້.

8 ບັດ​ນີ້​ການ​ຕາຍ​ນີ້​ເປັນ​ສາ​ເຫດ​ໃຫ້​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຫລາຍ​ຄົນ​ຖືກ​ຍຸ​ຍົງ​ໃຫ້​ຄຽດ​ແຄ້ນ ແລະ ເລີ່ມ​ມີ​ການ​ຜິດ​ຖຽງ​ກັນ​ຂຶ້ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ຊາວ​ເລ​ມັນ​ເລີ່ມ ຕາມ​ຂ້າ​ລູກ​ຫລານ​ຂອງ​ອະ​ມິວ​ລອນ ແລະ ພີ່​ນ້ອງ​ຂອງ​ພວກ​ເຂົາ ແລະ ເລີ່ມ​ຂ້າ​ພວກ​ເຂົາ; ແລະ ພວກ​ເຂົາ​ກໍ​ໄດ້​ປົບ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ຕາ​ເວັນ​ອອກ.

9 ແລະ ຈົ່ງ​ເບິ່ງ ພວກ​ເຂົາ​ຖືກ​ຊາວ​ເລ​ມັນ​ຕາມ​ຂ້າ​ຈົນ​ເຖິງ​ມື້​ນີ້. ດັ່ງ​ນັ້ນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ​ຈຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ຈິງ​ຂຶ້ນ​ມາ​ແນວ​ນີ້, ຊຶ່ງ​ເພິ່ນ​ໄດ້​ເວົ້າ​ໄວ້​ກ່ຽວ​ກັບ​ລູກ​ຫລານ​ຂອງ​ພວກ​ປະ​ໂລ​ຫິດ ຜູ້​ທີ່​ເຮັດ​ໃຫ້​ເພິ່ນ​ຕ້ອງ​ໄດ້​ຮັບ​ຄວາມ​ຕາຍ​ດ້ວຍ​ໄຟ.

10 ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ ກະ​ທຳ​ຕໍ່​ຂ້າ​ພະ​ເຈົ້າ ນີ້​ຈະ​ເປັນ​ຮູບ​ແບບ​ຂອງ​ສິ່ງ​ທີ່​ຈະ​ມາ​ເຖິງ.

11 ແລະ ບັດ​ນີ້​ອະ​ບີ​ນາ​ໄດ​ເປັນ​ຄົນ​ທຳ​ອິດ​ທີ່​ຕ້ອງ​ຮັບ ຄວາມ​ຕາຍ​ດ້ວຍ​ໄຟ; ຍ້ອນ​ວ່າ​ຄວາມ​ເຊື່ອ​ຖື​ຂອງ​ເພິ່ນ​ໃນ​ພຣະ​ເຈົ້າ; ບັດ​ນີ້ ນີ້​ຄື​ສິ່ງ​ທີ່​ເພິ່ນ​ໝາຍ​ເຖິງ​ຄື ຫລາຍ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ຕາຍ​ດ້ວຍ​ໄຟ​ຄື​ກັນ​ກັບ​ທີ່​ເພິ່ນ​ໄດ້​ຮັບ.

12 ແລະ ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ໂນ​ອາ​ວ່າ ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ເຮັດ​ໃຫ້​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ຈຳ​ເປັນ​ຕ້ອງ​ຕາຍ​ໃນ​ວິ​ທີ​ດຽວ​ກັບ​ເພິ່ນ, ແລະ ວ່າ​ພວກ​ເຂົາ​ຈະ​ແຕກ​ພັດ​ພາກ​ຈາກ​ກັນ​ໄປ​ທົ່ວ​ທີບ ແລະ ຖືກ​ຂ້າ​ຕາຍ​ຄື​ກັນ​ກັບ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ, ຖືກ​ຂັບ​ໄລ່​ໄປ ແລະ ຖືກ​ສັດ​ປ່າ​ຂ້າ​ຕາຍ​ອີກ; ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຄຳ​ເວົ້າ​ເຫລົ່າ​ນີ້​ໄດ້​ປະ​ກົດ​ເປັນ​ຄວາມ​ຈິງ​ແລ້ວ, ເພາະ​ວ່າ​ພວກ​ເຂົາ​ຖືກ​ຊາວ​ເລ​ມັນ​ຂັບ​ໄລ່​ໄປ ແລະ​ຖືກ​ລ່າ ແລະ ຖືກ​ທຸບ​ຕີ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາວ​ເລ​ມັນ​ເຫັນ​ວ່າ​ຕົນ​ເອງ​ເອົາ​ຊະ​ນະ​ຊາວ​ນີ​ໄຟ​ບໍ່​ໄດ້ ພວກ​ເຂົາ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ຕົນ​ອີກ; ແລະ ຫລາຍ​ຄົນ​ໄດ້​ຂ້າມ​ມາ​ຢູ່​ໃນ​ແຜ່ນ​ດິນ​ອິດ​ຊະ​ມາ​ເອນ ແລະ ຢູ່​ໃນ​ແຜ່ນ​ດິນ​ນີ​ໄຟ; ແລະ ໄດ້​ລວມ​ຕົວ​ເຂົ້າ​ກັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເປັນ​ຜູ້​ຄົນ​ຂອງ ອານ​ໄທ-ນີ​ໄຟ-ລີ​ໄຮ.

14 ແລະ ພວກ​ເຂົາ​ໄດ້ ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ໄວ້, ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໄດ້​ກະ​ທຳ​ໄປ, ແລະ ພວກ​ເຂົາ​ເລີ່ມ​ເປັນ​ຄົນ​ຊອບ​ທຳ; ແລະ ພວກ​ເຂົາ​ໄດ້​ເດີນ​ໃນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ຂໍ້​ກຳ​ນົດ​ຂອງ​ພຣະ​ອົງ.

15 ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ຮັກ​ສາ​ກົດ​ຂອງ​ໂມ​ເຊ. ເພາະ​ມັນ​ເປັນ​ການ​ສົມ​ຄວນ​ທີ່​ພວກ​ເຂົາ​ຕ້ອງ​ຮັກ​ສາ​ກົດ​ຂອງ​ໂມ​ເຊ​ໄວ້, ເພາະ​ຍັງ​ບໍ່​ສົມ​ບູນ​ທັງ​ໝົດ. ແຕ່​ເຖິງ​ແມ່ນ​ມີ ກົດ​ຂອງ​ໂມ​ເຊ ພວກ​ເຂົາ​ຍັງ​ໄດ້​ມຸ້ງ​ຫາ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ໂດຍ​ຖື​ວ່າ​ກົດ​ຂອງ​ໂມ​ເຊ​ເປັນ ແບບ​ໜຶ່ງ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ແລະ ໂດຍ​ເຊື່ອ​ວ່າ​ພວກ​ເຂົາ​ຕ້ອງ​ຮັກ​ສາ​ການ​ປະ​ຕິ​ບັດ ພາຍ​ນອກ​ເຫລົ່າ​ນັ້ນ​ໄວ້​ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ຈະ​ເປັນ​ທີ່​ເປີດ​ເຜີຍ​ແກ່​ພວກ​ເຂົາ.

16 ບັດ​ນີ້ພວກ​ເຂົາ​ບໍ່​ຄິດ​ວ່າ ຄວາມ​ລອດ​ຈະ​ມາ​ເຖິງ​ໂດຍ​ກົດ​ຂອງ​ໂມ​ເຊ; ແຕ່​ວ່າ ກົດ​ຂອງ​ໂມ​ເຊ​ມີ​ໄວ້​ເພື່ອ​ໃຫ້​ສັດ​ທາ​ຂອງ​ພວກ​ເຂົາ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ; ແລະ ພວກ​ເຂົາ​ຕັ້ງ​ໝັ້ນ​ໃນ ຄວາມ​ຫວັງ​ດ້ວຍ​ສັດ​ທາ, ຈົນ​ເຖິງ​ຄວາມ​ລອດ​ນິ​ລັນ​ດອນ, ໂດຍ​ຫວັງ​ໃນ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ຊຶ່ງ​ກ່າວ​ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ.

17 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ອຳ​ໂມນ, ແລະ ອາ​ໂຣນ, ແລະ ອອມ​ເນີ, ແລະ ຮິມ​ໄນ, ແລະ ພີ່​ນ້ອງ​ຂອງ​ພວກ​ເຂົາ ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ ເພາະ​ຄວາມ​ສຳ​ເລັດ​ທີ່​ພວກ​ເຂົາ​ມີ​ໃນ​ບັນ​ດາ​ຊາວ​ເລ​ມັນ ໂດຍ​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້​ພວກ​ເຂົາ​ຕາມ ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ ແລະ ວ່າ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ ປະ​ກົດ​ເປັນ​ຈິງ​ແກ່​ພວກ​ເຂົາ​ຢ່າງ​ຄົບ​ຖ້ວນ​ແລ້ວ.

ພິມ