ບົດທີ 30
ໂຄຣິຫໍ, ການຕໍ່ຕ້ານພຣະຄຣິດ, ການຫົວເຍາະເຍີ້ຍພຣະຄຣິດ, ການຊົດໃຊ້, ແລະ ວິນຍານແຫ່ງການທຳນາຍ—ລາວສິດສອນວ່າມັນບໍ່ມີພຣະເຈົ້າ, ບໍ່ມີການຕົກຂອງມະນຸດ, ບໍ່ມີການລົງໂທດສຳລັບບາບ, ແລະ ບໍ່ມີພຣະຄຣິດ—ແອວມາໃຫ້ຖ້ອຍຄຳວ່າພຣະຄຣິດຈະສະເດັດມາ ແລະ ວ່າທຸກສິ່ງທຸກຢ່າງຊີ້ໃຫ້ເຫັນວ່າມີພຣະເຈົ້າ—ໂຄຣິຫໍຂົ່ມຂູ່ເພື່ອຢາກເຫັນເຄື່ອງໝາຍ ແລະ ຖືກເຮັດໃຫ້ເປັນຄົນໄບ້—ມານມາປະກົດຕໍ່ໂຄຣິຫໍໃນລັກສະນະຂອງທູດ ແລະ ໄດ້ສິດສອນລາວວິທີທີ່ຈະເວົ້າ—ໂຄຣິຫໍໄດ້ຖືກຢຽບຍ່ຳ ແລະ ໄດ້ຕາຍໄປ. ປະມານ 76–74 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກ ຜູ້ຄົນຂອງອຳໂມນໄດ້ຕັ້ງຖິ່ນຖານຢູ່ໃນແຜ່ນດິນເຈີຊອນແລ້ວ, ແທ້ຈິງແລ້ວ, ແລະ ຫລັງຈາກທີ່ຊາວເລມັນຖືກ ຂັບໄລ່ອອກໄປຈາກແຜ່ນດິນແລ້ວ, ແລະ ຊາກສົບຂອງພວກເຂົາໄດ້ຖືກເອົາໄປຝັງໂດຍຜູ້ຄົນຜູ້ທີ່ຢູ່ໃນແຜ່ນດິນນັ້ນ—
2 ບັດນີ້ພວກເຂົາບໍ່ໄດ້ນັບຈຳນວນຊາກສົບຂອງຊາວເລມັນ ຍ້ອນວ່າຄວາມຫລວງຫລາຍຂອງມັນ; ທັງບໍ່ໄດ້ນັບຈຳນວນຊາກສົບຂອງຊາວນີໄຟຄືກັນ—ແຕ່ເຫດການໄດ້ບັງເກີດຂຶ້ນ ຫລັງຈາກທີ່ພວກເຂົາໄດ້ຝັງສົບຂອງຜູ້ຕາຍແລ້ວ, ແລະ ຫລັງຈາກມື້ແຫ່ງການຖືສິນອົດເຂົ້າ ແລະ ການໄວ້ທຸກ, ແລະ ການອະທິຖານລ່ວງໄປແລ້ວ, ມັນຈຶ່ງເລີ່ມມີສັນຕິສຸກທົ່ວແຜ່ນດິນ (ແລະ ມັນເປັນໄປໃນປີທີສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ).
3 ແທ້ຈິງແລ້ວ, ແລະ ຜູ້ຄົນໄດ້ຍຶດຖືທີ່ຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ; ແລະ ພວກເຂົາໄດ້ເຄັ່ງຄັດໃນການຍຶດຖື ພິທີການຂອງພຣະເຈົ້າຕາມກົດຂອງໂມເຊ; ເພາະວ່າພວກເຂົາໄດ້ຮັບການສິດສອນໃຫ້ ຮັກສາກົດຂອງໂມເຊໄປຈົນກວ່າມັນຈະສົມບູນ.
4 ແລະ ດັ່ງນັ້ນຜູ້ຄົນຈຶ່ງບໍ່ມີຄວາມຫຍຸ້ງຍາກຕະຫລອດປີທີສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສິບເຈັດແຫ່ງການປົກຄອງຂອງຜູ້ຕັດສິນ ມັນກໍຍັງມີສັນຕິສຸກຢູ່ເລື້ອຍໆໄປ.
6 ແຕ່ ເຫດການໄດ້ບັງເກີດຂຶ້ນໃນທ້າຍປີທີສິບເຈັດ ມີຄົນຜູ້ໜຶ່ງໄດ້ເຂົ້າມາໃນແຜ່ນດິນເຊຣາເຮັມລາ, ແລະ ລາວເປັນ ຜູ້ຕໍ່ຕ້ານພຣະຄຣິດ, ແລະ ລາວໄດ້ເລີ່ມສັ່ງສອນຜູ້ຄົນບໍ່ໃຫ້ເຫັນດີກັບຄຳທຳນາຍ ຊຶ່ງສາດສະດາໄດ້ທຳນາຍກ່ຽວກັບການສະເດັດມາຂອງພຣະຄຣິດ.
7 ບັດນີ້ມັນບໍ່ມີກົດໝາຍທີ່ຈະຂັດຂວາງ ຄວາມເຊື່ອຖືຂອງຄົນ, ເພາະມັນເປັນສິ່ງກົງກັນຂ້າມກັບພຣະບັນຍັດຂອງພຣະເຈົ້າທີ່ຈະມີກົດຊຶ່ງນຳພາມະນຸດໄປສູ່ພື້ນຖານທີ່ບໍ່ສະເໝີພາບກັນ.
8 ເພາະຂໍ້ຄວາມພຣະຄຳພີໄດ້ກ່າວດັ່ງນີ້: ເຈົ້າຈົ່ງ ເລືອກເອົາໃນມື້ນີ້ວ່າ, ເຈົ້າຈະຮັບໃຊ້ຜູ້ໃດ.
9 ບັດນີ້ຖ້າຫາກຜູ້ໃດປາດຖະໜາທີ່ຈະຮັບໃຊ້ພຣະເຈົ້າ, ມັນກໍເປັນສິດທິຂອງເຂົາ; ຫລື ຖ້າຫາກເຂົາຈະເຊື່ອຟັງພຣະເຈົ້າ, ມັນກໍເປັນສິດທິຂອງເຂົາທີ່ຈະຮັບໃຊ້ພຣະອົງ; ແຕ່ຖ້າຫາກເຂົາບໍ່ເຊື່ອໃນພຣະອົງ ມັນກໍບໍ່ມີກົດອັນໃດທີ່ຈະມາລົງໂທດເຂົາໄດ້.
10 ແຕ່ຖ້າຫາກເຂົາເຮັດການຄາດຕະກຳ ເຂົາກໍຈະຖືກລົງໂທດຈົນເຖິງແກ່ ຄວາມຕາຍ; ແລະ ຖ້າຫາກເຂົາປຸ້ນຈີ້ຄົນ ເຂົາກໍຈະຖືກລົງໂທດ; ແລະ ຖ້າຫາກເຂົາລັກ ເຂົາກໍຈະຖືກລົງໂທດ; ແລະ ຖ້າຫາກເຂົາຫລິ້ນຊູ້ ເຂົາກໍຈະຖືກລົງໂທດຄືກັນ; ແທ້ຈິງແລ້ວ, ເພາະຄວາມຊົ່ວຮ້າຍທັງໝົດນີ້ ພວກເຂົາຈຶ່ງຖືກລົງໂທດ.
11 ເພາະວ່າກົດໝາຍມີຢູ່ວ່າ ມະນຸດຈະຕ້ອງຖືກຕັດສິນຕາມຄວາມຜິດຂອງຕົນ. ເຖິງຢ່າງໃດກໍຕາມ, ມັນກໍບໍ່ມີກົດໝາຍທີ່ຈະຫ້າມຄວາມເຊື່ອຖືຂອງຄົນ; ສະນັ້ນ, ມະນຸດຈະຖືກລົງໂທດຕາມຄວາມຜິດ ຊຶ່ງພວກເຂົາໄດ້ເຮັດໄປເທົ່ານັ້ນ; ສະນັ້ນ ຄົນທັງປວງຈຶ່ງຢູ່ໃນພື້ນຖານທີ່ ສະເໝີພາບກັນ.
12 ແລະ ຜູ້ຕໍ່ຕ້ານພຣະຄຣິດຜູ້ນີ້ມີຊື່ວ່າ ໂຄຣິຫໍ (ແລະ ກົດບໍ່ມີອຳນາດກັບລາວໄດ້) ລາວເລີ່ມສັ່ງສອນຜູ້ຄົນວ່າ ມັນຈະບໍ່ມີພຣະຄຣິດ. ແລະ ລາວໄດ້ສັ່ງສອນຕາມວິທີນີ້, ໂດຍກ່າວວ່າ:
13 ໂອ້ ພວກທ່ານຜູ້ຖືກມັດໄວ້ຢູ່ໃຕ້ຄວາມຫວັງອັນໂງ່ຈ້າ ແລະ ບໍ່ມີປະໂຫຍດ, ເປັນຫຍັງພວກທ່ານຈຶ່ງແບກເອົາຄວາມໂງ່ຈ້າໄວ້ກັບຕົນເອງ? ເປັນຫຍັງພວກທ່ານຈຶ່ງຊອກຫາພຣະຄຣິດ? ເພາະວ່າບໍ່ມີຜູ້ໃດທີ່ຈະຮູ້ຈັກສິ່ງທີ່ຈະມາເຖິງ.
14 ຈົ່ງເບິ່ງ, ສິ່ງເຫລົ່ານີ້ທີ່ພວກທ່ານເອີ້ນວ່າຄຳທຳນາຍ, ຊຶ່ງພວກທ່ານກ່າວວ່າມັນຖືກມອບຕໍ່ໆກັນມາໂດຍສາດສະດາຜູ້ບໍລິສຸດ, ຈົ່ງເບິ່ງ, ມັນເປັນຮີດຄອງປະເພນີອັນໂງ່ຈ້າຂອງບັນພະບຸລຸດຂອງພວກທ່ານ.
15 ພວກທ່ານຮູ້ຈັກຄວາມແນ່ນອນຂອງມັນໄດ້ແນວໃດ? ຈົ່ງເບິ່ງ, ພວກທ່ານບໍ່ສາມາດຮູ້ຈັກສິ່ງທີ່ພວກທ່ານບໍ່ ເຫັນ; ສະນັ້ນ ພວກທ່ານຈຶ່ງບໍ່ສາມາດຮູ້ໄດ້ວ່າ ມັນຈະມີພຣະຄຣິດ.
16 ພວກທ່ານຫວັງ ແລະ ກ່າວວ່າພວກທ່ານເຫັນການປົດບາບຂອງພວກທ່ານເອງ. ແຕ່ຈົ່ງເບິ່ງ, ມັນເປັນຄວາມຄິດທີ່ບ້າໆ ແລະ ຄວາມຜິດປົກກະຕິຂອງຈິດໃຈຂອງພວກທ່ານ; ແລະ ເກີດຂຶ້ນຍ້ອນວ່າຮີດຄອງປະເພນີຂອງບັນພະບຸລຸດຂອງພວກທ່ານ, ຊຶ່ງນຳພາພວກທ່ານໄປເຊື່ອຖືໃນສິ່ງທີ່ເປັນໄປບໍ່ໄດ້.
17 ແລະ ລາວໄດ້ເວົ້າກັບພວກເຂົາອີກຫລາຍເລື່ອງໃນລັກສະນະດຽວກັນນີ້ໂດຍບອກພວກເຂົາວ່າ ມັນຈະບໍ່ມີການຊົດໃຊ້ແທນບາບຂອງມະນຸດເກີດຂຶ້ນຢ່າງເດັດຂາດ, ແຕ່ວ່າມະນຸດແຕ່ລະຄົນເປັນຢູ່ໃນຊີວິດນີ້ ຕາມການດຳເນີນຊີວິດຂອງຕົນເອງ; ສະນັ້ນ ມະນຸດແຕ່ລະຄົນມີຄວາມຮຸ່ງເຮືອງຕາມຄວາມສະຫລາດຂອງຕົນເອງ, ແລະ ວ່າທຸກຄົນຊະນະຕາມກຳລັງຂອງຕົນເອງ; ແລະ ແມ່ນຫຍັງກໍຕາມທີ່ຕົນເອງກະທຳໄປນັ້ນ ຈະບໍ່ມີຄວາມຜິດເລີຍ.
18 ແລະ ລາວໄດ້ສັ່ງສອນພວກເຂົາແບບນີ້, ແລະ ໄດ້ຊັກຈູງໃຈຫລາຍດວງໄປ, ເຮັດໃຫ້ພວກເຂົາເບີກບານໃນຄວາມຊົ່ວຮ້າຍຂອງພວກເຂົາ, ແທ້ຈິງແລ້ວ, ໄດ້ຊັກຈູງພວກຜູ້ຍິງ ແລະ ພວກຜູ້ຊາຍເປັນຈຳນວນຫລວງຫລາຍນຳອີກໃຫ້ທຳການໂສເພນີ—ບອກພວກເຂົາວ່າ ເວລາຄົນຕາຍໄປ ມັນເປັນທີ່ສຸດຂອງຊີວິດ.
19 ບັດນີ້ຄົນຜູ້ນີ້ໄດ້ໄປຫາແຜ່ນດິນເຈີຊອນ ເພື່ອສັ່ງສອນເລື່ອງເຫລົ່ານີ້ໃນບັນດາຜູ້ຄົນຂອງອຳໂມນນຳອີກ, ຊຶ່ງເຄີຍເປັນຜູ້ຄົນຂອງຊາວເລມັນມາກ່ອນ.
20 ແຕ່ຈົ່ງເບິ່ງ, ພວກເຂົາສະຫລາດກວ່າຊາວນີໄຟເປັນຈຳນວນຫລວງຫລາຍ; ເພາະວ່າພວກເຂົາໄດ້ຈັບ ແລະ ມັດລາວ, ແລະ ໄດ້ພາລາວໄປຢູ່ຕໍ່ໜ້າອຳໂມນຜູ້ເປັນມະຫາປະໂລຫິດປົກຄອງຜູ້ຄົນພວກນັ້ນ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນສັ່ງໃຫ້ລາວອອກຈາກແຜ່ນດິນໄປ. ແລະ ລາວໄດ້ເຂົ້າໄປໃນແຜ່ນດິນກີເດໂອນ ແລະ ເລີ່ມສັ່ງສອນພວກເຂົານຳອີກ, ແລະ ບ່ອນນີ້ລາວບໍ່ໄດ້ຮັບຄວາມສຳເລັດເລີຍ, ເພາະວ່າລາວຖືກຈັບ ແລະ ມັດໄວ້, ແລະ ຖືກພາໄປຢູ່ຕໍ່ໜ້າມະຫາປະໂລຫິດ ແລະ ຫົວໜ້າຜູ້ຕັດສິນປົກຄອງແຜ່ນດິນ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ມະຫາປະໂລຫິດໄດ້ຖາມລາວວ່າ: ເປັນຫຍັງເຈົ້າຈຶ່ງທ່ຽວບິດເບືອນທາງຂອງພຣະຜູ້ເປັນເຈົ້າ? ເປັນຫຍັງເຈົ້າຈຶ່ງສິດສອນຜູ້ຄົນພວກນີ້ວ່າມັນຈະບໍ່ມີພຣະຄຣິດເພື່ອຂັດຂວາງຄວາມຊື່ນຊົມຂອງພວກເຂົາ? ເປັນຫຍັງເຈົ້າຈຶ່ງເວົ້າຂັດກັບການທຳນາຍທັງໝົດຂອງສາດສະດາຜູ້ບໍລິສຸດ?
23 ບັດນີ້ຊື່ຂອງມະຫາປະໂລຫິດຜູ້ນັ້ນຄື ກິດໂດນາ. ແລະ ໂຄຣິຫໍຕອບເພິ່ນວ່າ: ຍ້ອນວ່າຂ້າພະເຈົ້າບໍ່ໄດ້ສິດສອນຮີດຄອງປະເພນີອັນໂງ່ຈ້າຫລ້າຫລັງຂອງບັນພະບຸລຸດຂອງທ່ານ, ແລະ ຍ້ອນວ່າຂ້າພະເຈົ້າບໍ່ໄດ້ສິດສອນຜູ້ຄົນພວກນີ້ໃຫ້ຜູກມັດຕົວເອງພາຍໃຕ້ພິທີການ ແລະ ການປະຕິບັດອັນໂງ່ຈ້າຫລ້າຫລັງ ຊຶ່ງປະໂລຫິດສະໄໝບູຮານກຳນົດໄວ້ ເພື່ອແຍ້ງຊີງເອົາອຳນາດ ແລະ ສິດອຳນາດປົກຄອງຂອງພວກເຂົາ, ເພື່ອເກັບກຳພວກເຂົາໄວ້ໃນຄວາມໂງ່ຈ້າຫລ້າຫລັງ, ເພື່ອພວກເຂົາຈະບໍ່ໄດ້ເງີຍໜ້າຂຶ້ນ, ແຕ່ຖືກນຳເອົາລົງໄປຕາມຄຳເວົ້າຂອງທ່ານ.
24 ທ່ານເວົ້າວ່າ ຜູ້ຄົນພວກນີ້ເປັນຄົນມີອິດສະລະ. ຈົ່ງເບິ່ງ, ຂ້າພະເຈົ້າກ່າວວ່າ ພວກເຂົາຢູ່ໃນຄວາມເປັນທາດ. ທ່ານກ່າວວ່າຄຳທຳນາຍເຫລົ່ານັ້ນຂອງສະໄໝບູຮານເປັນຄວາມຈິງ. ຈົ່ງເບິ່ງ, ຂ້າພະເຈົ້າກ່າວວ່າ ທ່ານບໍ່ຮູ້ຈັກດອກວ່າ ມັນເປັນຄວາມຈິງ.
25 ທ່ານເວົ້າວ່າ ຜູ້ຄົນພວກນີ້ເປັນຄົນທີ່ມີຄວາມຜິດ ແລະ ຕົກໄປເພາະການລ່ວງລະເມີດຂອງພໍ່ແມ່. ຈົ່ງເບິ່ງ, ຂ້າພະເຈົ້າກ່າວວ່າລູກຈະບໍ່ມີຄວາມຜິດເພາະພໍ່ແມ່.
26 ແລະ ທ່ານເວົ້າອີກວ່າ ພຣະຄຣິດຈະສະເດັດມາ. ແຕ່ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບທ່ານວ່າ ທ່ານບໍ່ຮູ້ຈັກດອກວ່າ ມັນຈະມີພຣະຄຣິດ. ແລະ ທ່ານເວົ້າວ່າ ພຣະອົງຈະຖືກປະຫານເພື່ອ ບາບຂອງໂລກ—
27 ແລະ ທ່ານນຳພາຜູ້ຄົນພວກນີ້ໄປຕາມຮີດຄອງປະເພນີອັນໂງ່ຈ້າຫລ້າຫລັງຂອງບັນພະບຸລຸດຂອງທ່ານ, ແລະ ຕາມຄວາມປາດຖະໜາຂອງທ່ານເອງ; ແລະ ທ່ານເຮັດໃຫ້ພວກເຂົາຕ່ຳຕ້ອຍລົງ, ເຖິງແມ່ນຄືກັບວ່າ ພວກເຂົາຢູ່ໃນຄວາມເປັນທາດ, ເພື່ອທ່ານຈະອີ່ມໜຳສຳລານດ້ວຍແຮງງານຈາກມືຂອງພວກເຂົາ, ເພື່ອພວກເຂົາຈະເງີຍໜ້າຂຶ້ນບໍ່ໄດ້ດ້ວຍຄວາມອົງອາດ, ແລະ ເພື່ອພວກເຂົາຈະບໍ່ກ້າຊື່ນຊົມໃນສິດ ແລະ ສິດທິພິເສດຂອງພວກເຂົາ.
28 ແທ້ຈິງແລ້ວ, ພວກເຂົາບໍ່ກ້າໃຊ້ສິ່ງທີ່ເປັນຂອງຕົນເອງ ໂດຍຢ້ານວ່າຈະເຮັດໃຫ້ປະໂລຫິດຂອງພວກເຂົາບໍ່ພໍໃຈ, ພວກເຂົາໄດ້ເປັນແອກໃຫ້ປະໂລຫິດຕາມຄວາມປາດຖະໜາຂອງປະໂລຫິດ, ແລະ ນຳພາພວກເຂົາໃຫ້ເຊື່ອຖືຕາມຮີດຄອງປະເພນີຂອງຕົນ, ຕາມຄວາມໄຝ່ຝັນຂອງຕົນ ແລະ ຕາມອາລົມຂອງຕົນ ແລະ ພາບນິມິດນັ້ນ, ແລະ ຄວາມລຶກລັບທີ່ເຮັດຂຶ້ນມາຂອງຕົນ, ຖ້າຫາກພວກເຂົາບໍ່ເຮັດຕາມຄຳເວົ້າຂອງຕົນ, ພວກເຂົາກໍເຮັດໃຫ້ຜູ້ໃດຜູ້ໜຶ່ງ ຊຶ່ງບໍ່ເປັນທີ່ຮູ້ຈັກຂຸ່ນເຄືອງ ຜູ້ຊຶ່ງພວກເຂົາກ່າວວ່າ ເປັນພຣະເຈົ້າ—ຊຶ່ງເປັນຜູ້ທີ່ບໍ່ເຄີຍຮູ້ ແລະ ບໍ່ເຄີຍເຫັນ, ແລະ ເປັນຜູ້ທີ່ບໍ່ເຄີຍເປັນມາກ່ອນ ແລະ ຈະບໍ່ມີວັນເປັນໄປໄດ້.
29 ບັດນີ້ເວລາມະຫາປະໂລຫິດ ແລະ ຫົວໜ້າຜູ້ຕັດສິນເຫັນຄວາມແຂງກະດ້າງຂອງໃຈລາວ, ແທ້ຈິງແລ້ວ, ເມື່ອພວກເພິ່ນເຫັນລາວໝິ່ນປະໝາດພຣະເຈົ້າ, ພວກເພິ່ນຈຶ່ງບໍ່ຍອມຕອບຄຳເວົ້າຂອງລາວ; ແຕ່ພວກເພິ່ນສັ່ງໃຫ້ມັດລາວ; ແລະ ພວກເພິ່ນໄດ້ສົ່ງລາວໄປຫາເຈົ້າໜ້າທີ່ ແລະ ສົ່ງລາວຕໍ່ໄປຫາແຜ່ນດິນເຊຣາເຮັມລາເພື່ອຈະໄດ້ນຳໄປຢູ່ຕໍ່ໜ້າຂອງແອວມາ ແລະ ຫົວໜ້າຜູ້ຕັດສິນຊຶ່ງເປັນຜູ້ປົກຄອງແຜ່ນດິນທັງໝົດ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາລາວຖືກນຳມາຢູ່ຕໍ່ໜ້າແອວມາ ແລະ ຫົວໜ້າຜູ້ຕັດສິນ, ລາວກໍເຮັດແບບດຽວກັນກັບທີ່ລາວໄດ້ເຮັດໃນແຜ່ນດິນກີເດໂອນນັ້ນ; ແທ້ຈິງແລ້ວ, ລາວໄດ້ ໝິ່ນປະໝາດຕື່ມອີກ.
31 ແລະ ລາວໄດ້ໃຊ້ຄຳເວົ້າທີ່ ຮຸນແຮງຫລາຍຂຶ້ນຕໍ່ໜ້າແອວມາ, ແລະ ໝິ່ນປະໝາດພວກປະໂລຫິດ ແລະ ຜູ້ສິດສອນໂດຍກ່າວຫາວ່າພວກເພິ່ນໄດ້ຊັກນຳຜູ້ຄົນໃຫ້ເຮັດຕາມຮີດຄອງປະເພນີອັນໂງ່ຈ້າຫລ້າຫລັງຂອງບັນພະບຸລຸດຂອງຕົນ ເພື່ອເຫັນແກ່ຄວາມອີ່ມໜຳສຳລານຈາກແຮງງານຂອງປະຊາຊົນ.
32 ບັດນີ້ແອວມາໄດ້ກ່າວກັບລາວວ່າ: ເຈົ້າຮູ້ຢູ່ແລ້ວວ່າ ພວກເຮົາບໍ່ໄດ້ອີ່ມໜຳສຳລານຈາກແຮງງານຂອງຜູ້ຄົນພວກນີ້; ເພາະຈົ່ງເບິ່ງ ຂ້າພະເຈົ້າໄດ້ອອກແຮງງານຕັ້ງແຕ່ການເລີ່ມຕົ້ນຂອງການປົກຄອງຂອງຜູ້ຕັດສິນມາຈົນເຖິງບັດນີ້ດ້ວຍມືຂອງຂ້າພະເຈົ້າເອງເພື່ອຫາລ້ຽງຕົນເອງ, ທັງໆທີ່ຂ້າພະເຈົ້າໄດ້ເດີນທາງຫລາຍເທື່ອໄປມາທົ່ວແຜ່ນດິນເພື່ອປະກາດພຣະຄຳຂອງພຣະເຈົ້າແກ່ຜູ້ຄົນຂອງຂ້າພະເຈົ້າ.
33 ແລະ ທັງໆທີ່ມັນເປັນວຽກງານຢ່າງຫລວງຫລາຍ ຊຶ່ງຂ້າພະເຈົ້າໄດ້ເຮັດໄປໃນສາດສະໜາຈັກ, ຂ້າພະເຈົ້າກໍບໍ່ໄດ້ຮັບພຽງແຕ່ໜຶ່ງ ຊີໄນເພື່ອແຮງງານຂອງຂ້າພະເຈົ້າເລີຍ; ທັງພີ່ນ້ອງຂອງຂ້າພະເຈົ້າກໍບໍ່ໄດ້ຮັບຫຍັງເລີຍນອກຈາກເວລາທີ່ຢູ່ໃນບັນລັງຕັດສິນ; ແລະ ເມື່ອນັ້ນພວກເຮົາຈະໄດ້ຮັບຕາມກົດໝາຍສຳລັບເວລາຂອງພວກເຮົາເທົ່ານັ້ນ.
34 ແລະ ບັດນີ້, ຖ້າຫາກພວກເຮົາບໍ່ໄດ້ຮັບສິ່ງຕອບແທນແຮງງານຂອງພວກເຮົາໃນສາດສະໜາຈັກແລ້ວ, ມັນຈະເປັນປະໂຫຍດອັນໃດແກ່ພວກເຮົາທີ່ຈະເຮັດການໃນສາດສະໜາຈັກນອກຈາກເພື່ອປະກາດຄວາມຈິງ ເພື່ອພວກເຮົາຈະໄດ້ມີຄວາມປິຕິຍິນດີໃນ ຄວາມສຸກຂອງພີ່ນ້ອງຂອງພວກເຮົາ?
35 ແລ້ວເປັນຫຍັງເຈົ້າຈຶ່ງເວົ້າວ່າ ພວກເຮົາສັ່ງສອນຜູ້ຄົນພວກນີ້ເພື່ອຫາຜົນປະໂຫຍດ, ໃນເມື່ອຕົວເຈົ້າເອງກໍຮູ້ຈັກຢູ່ແລ້ວວ່າ ພວກເຮົາບໍ່ໄດ້ຮັບຜົນປະໂຫຍດອັນໃດເລີຍ? ແລະ ບັດນີ້, ເຈົ້າເຊື່ອບໍວ່າ ພວກເຮົາຫລອກລວງຜູ້ຄົນພວກນີ້ ທີ່ເຮັດໃຫ້ພວກເຂົາມີຄວາມສຸກເຊັ່ນນີ້ໃນໃຈຂອງພວກເຂົາ?
36 ແລະ ໂຄຣິຫໍຕອບເພິ່ນວ່າ, ຖືກແລ້ວ.
37 ແລະ ແລ້ວແອວມາຖາມລາວວ່າ: ເຈົ້າເຊື່ອບໍວ່າ ມັນມີພຣະເຈົ້າ?
38 ແລະ ລາວຕອບວ່າ, ບໍ່ເຊື່ອ.
39 ບັດນີ້ແອວມາເວົ້າກັບລາວວ່າ: ເຈົ້າຈະປະຕິເສດອີກບໍວ່າ ມັນບໍ່ມີພຣະເຈົ້າ, ແລະ ປະຕິເສດພຣະຄຣິດອີກບໍ? ເພາະຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບເຈົ້າວ່າ, ຂ້າພະເຈົ້າຮູ້ຈັກວ່າ ມັນມີພຣະເຈົ້າ ແລະ ວ່າພຣະຄຣິດຈະສະເດັດມາ.
40 ແລະ ບັດນີ້ເຈົ້າມີຫລັກຖານແນວໃດທີ່ວ່າມັນບໍ່ມີ ພຣະເຈົ້າ, ຫລື ວ່າພຣະຄຣິດຈະບໍ່ສະເດັດມາ? ຂ້າພະເຈົ້າກ່າວວ່າ ເຈົ້າບໍ່ມີເລີຍ, ນອກຈາກຄຳເວົ້າຂອງເຈົ້າເທົ່ານັ້ນ.
41 ເພາະຈົ່ງເບິ່ງ, ຂ້າພະເຈົ້າມີທຸກສິ່ງທຸກຢ່າງທີ່ເປັນ ປະຈັກພະຍານວ່າສິ່ງເຫລົ່ານີ້ເປັນຄວາມຈິງ; ແລະ ເຈົ້າກໍມີທຸກສິ່ງທຸກຢ່າງທີ່ຈະໃຫ້ເປັນປະຈັກພະຍານວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ; ແລະ ເຈົ້າຈະປະຕິເສດມັນບໍ? ເຈົ້າເຊື່ອບໍວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ?
42 ຈົ່ງເບິ່ງ, ຂ້າພະເຈົ້າຮູ້ວ່າ ເຈົ້າເຊື່ອ, ແຕ່ເຈົ້າຖືກຄອບງຳດ້ວຍວິນຍານທີ່ຕົວະ, ແລະ ເຈົ້າບໍ່ເອົາໃຈໃສ່ຕໍ່ພຣະວິນຍານຂອງພຣະເຈົ້າ ຈົນວ່າມັນບໍ່ມີບ່ອນຢູ່ໃນຕົວເຈົ້າ; ແຕ່ເວລານີ້ມານມີອຳນາດເໜືອເຈົ້າ, ແລະ ມານໄດ້ພາເຈົ້າໄປເຮັດກົນອຸບາຍຢູ່ທົ່ວທີບ, ເພື່ອມັນຈະໄດ້ທຳລາຍລູກຫລານຂອງພຣະເຈົ້າ.
43 ແລະ ບັດນີ້ໂຄຣິຫໍໄດ້ກ່າວກັບແອວມາວ່າ: ຖ້າຫາກທ່ານຈະສະແດງ ເຄື່ອງໝາຍແກ່ຂ້າພະເຈົ້າ, ບາງທີຂ້າພະເຈົ້າອາດຈະຍອມຮັບວ່າມັນມີພຣະເຈົ້າ, ແທ້ຈິງແລ້ວ, ຈົ່ງສະແດງແກ່ຂ້າພະເຈົ້າວ່າ ພຣະອົງມີອຳນາດ ແລະ ເມື່ອນັ້ນຂ້າພະເຈົ້າຈະຍອມຮັບຄຳເວົ້າຂອງທ່ານວ່າເປັນຄວາມຈິງ.
44 ແຕ່ແອວມາກ່າວກັບລາວວ່າ: ເຈົ້າມີເຄື່ອງໝາຍຢູ່ພຽງພໍແລ້ວ; ເຈົ້າຈະທົດລອງພຣະເຈົ້າຂອງເຈົ້າບໍ? ເຈົ້າຈະເວົ້າວ່າ ຈົ່ງສະແດງເຄື່ອງໝາຍແກ່ຂ້າພະເຈົ້າຢູ່ບໍ ໃນເມື່ອເຈົ້າເອງມີປະຈັກພະຍານເຫລົ່ານີ້ ທັງໝົດຈາກພີ່ນ້ອງຂອງເຈົ້າ, ແລະ ຈາກສາດສະດາຜູ້ບໍລິສຸດທັງໝົດນຳອີກ? ພຣະຄຳພີວາງຢູ່ຕໍ່ໜ້າຂອງເຈົ້າ, ແທ້ຈິງແລ້ວ, ແລະ ທຸກສິ່ງທຸກຢ່າງຊີ້ໃຫ້ເຫັນວ່າ ມັນມີພຣະເຈົ້າ; ແທ້ຈິງແລ້ວ, ເຖິງແມ່ນ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງທີ່ມີໃນຜືນແຜ່ນດິນນີ້, ແທ້ຈິງແລ້ວ, ແລະ ການເຄື່ອນໄຫວຂອງມັນ, ແທ້ຈິງແລ້ວ, ແລະ ພ້ອມທັງ ດາວພະເຄາະທັງໝົດນຳອີກ ຊຶ່ງເຄື່ອນໄຫວໃນລັກສະນະຂອງມັນ ຊຶ່ງເປັນພະຍານວ່າມີພຣະຜູ້ສ້າງສູງສຸດ.
45 ແລ້ວເຈົ້າຍັງໄປທົ່ວທີບເພື່ອຊັກນຳໃຈຂອງຜູ້ຄົນພວກນີ້ໄປ, ໃຫ້ຖ້ອຍຄຳແກ່ພວກເຂົາວ່າ ບໍ່ມີພຣະເຈົ້າອີກບໍ? ແລະ ເຈົ້າຍັງປະຕິເສດພະຍານທັງໝົດເຫລົ່ານີ້ບໍ? ແລະ ລາວຕອບວ່າ: ແທ້ຈິງແລ້ວ, ຂ້າພະເຈົ້າຈະປະຕິເສດເວັ້ນເສຍແຕ່ທ່ານຈະສະແດງເຄື່ອງໝາຍແກ່ຂ້າພະເຈົ້າເທົ່ານັ້ນ.
46 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາເວົ້າກັບລາວວ່າ: ຈົ່ງເບິ່ງ, ຂ້າພະເຈົ້າໂສກເສົ້າຍ້ອນວ່າ ຄວາມແຂງກະດ້າງຂອງໃຈເຈົ້າ, ແທ້ຈິງແລ້ວ, ຄືເຈົ້າຍັງຈະຕໍ່ຕ້ານວິນຍານແຫ່ງຄວາມຈິງຢູ່ຈົນວ່າຈິດວິນຍານຂອງເຈົ້າຖືກທຳລາຍໄປ.
47 ແຕ່ຈົ່ງເບິ່ງ, ມັນເປັນການ ດີກວ່າທີ່ຈິດວິນຍານຂອງເຈົ້າຈະຖືກທຳລາຍໄປ ແທນທີ່ເຈົ້າຈະເປັນຄົນນຳພາຈິດວິນຍານຫລາຍດວງລົງໄປສູ່ຄວາມພິນາດດ້ວຍການເວົ້າຕົວະ ແລະ ດ້ວຍຄວາມຍົກຍ້ອງຂອງເຈົ້າ; ສະນັ້ນ ຖ້າຫາກເຈົ້າປະຕິເສດອີກ, ຈົ່ງເບິ່ງ ພຣະເຈົ້າຈະລົງໂທດເຈົ້າ, ເພື່ອເຈົ້າຈະກາຍເປັນຄົນໄບ້, ເພື່ອເຈົ້າຈະເປີດປາກຂອງຕົນບໍ່ໄດ້ອີກເລີຍ, ເພື່ອເຈົ້າຈະບໍ່ໄດ້ຫລອກລວງຜູ້ຄົນພວກນີ້ອີກຕໍ່ໄປ.
48 ບັດນີ້ໂຄຣິຫໍໄດ້ເວົ້າກັບເພິ່ນວ່າ: ຂ້າພະເຈົ້າບໍ່ໄດ້ປະຕິເສດການດຳລົງຢູ່ຂອງພຣະເຈົ້າ, ແຕ່ຂ້າພະເຈົ້າບໍ່ເຊື່ອວ່າ ມັນມີພຣະເຈົ້າ; ແລະ ຂ້າພະເຈົ້າເວົ້າອີກວ່າ, ທ່ານກໍບໍ່ຮູ້ຄືກັນວ່າມີພຣະເຈົ້າ; ແລະ ຖ້າຫາກທ່ານບໍ່ສະແດງເຄື່ອງໝາຍແກ່ຂ້າພະເຈົ້າ, ຂ້າພະເຈົ້າຈະບໍ່ເຊື່ອ.
49 ແລະ ບັດນີ້ແອວມາໄດ້ເວົ້າກັບລາວວ່າ: ສິ່ງທີ່ຂ້າພະເຈົ້າຈະໃຫ້ແກ່ເຈົ້າເພື່ອເປັນເຄື່ອງໝາຍຄື ເຈົ້າຈະເກີດເປັນ ຄົນໄບ້ຕາມຄຳເວົ້າຂອງຂ້າພະເຈົ້າ; ແລະ ຂ້າພະເຈົ້າກ່າວໃນພຣະນາມຂອງພຣະເຈົ້າ, ເຈົ້າຈະເກີດເປັນຄົນໄບ້ເພື່ອເຈົ້າຈະເວົ້າບໍ່ໄດ້ອີກຕໍ່ໄປ.
50 ບັດນີ້ເມື່ອແອວມາໄດ້ກ່າວຂໍ້ຄວາມນີ້ແລ້ວ ໂຄຣິຫໍກໍເກີດເປັນຄົນໄບ້, ຈົນວ່າລາວເປັ່ງສຽງບໍ່ໄດ້ຕາມຄຳເວົ້າຂອງແອວມາ.
51 ແລະ ບັດນີ້ເວລາຫົວໜ້າຜູ້ຕັດສິນເຫັນເຫດການນີ້ແລ້ວ, ເພິ່ນຈຶ່ງເດ່ມືຂອງເພິ່ນອອກໄປຂຽນໜັງສືໃຫ້ໂຄຣິຫໍ, ມີຄວາມວ່າ: ເຈົ້າຍອມຮັບເຖິງອຳນາດຂອງພຣະເຈົ້າແລ້ວບໍ? ແລ້ວເຈົ້າຈະໃຫ້ແອວມາສະແດງເຄື່ອງໝາຍນີ້ກັບຜູ້ໃດອີກ? ເຈົ້າຢາກໃຫ້ເພິ່ນເຮັດໃຫ້ຜູ້ອື່ນຕ້ອງທຸກທໍລະມານນຳອີກບໍ ເພື່ອການສະແດງໃຫ້ແກ່ເຈົ້າເຫັນ? ຈົ່ງເບິ່ງ, ເພິ່ນໄດ້ສະແດງເຄື່ອງໝາຍແກ່ເຈົ້າແລ້ວ; ແລະ ບັດນີ້ເຈົ້າຈະໂຕ້ຖຽງຕໍ່ໄປອີກບໍ?
52 ແລະ ໂຄຣິຫໍໄດ້ເດ່ມືຂອງລາວອອກໄປ, ຂຽນວ່າ: ຂ້າພະເຈົ້າຮູ້ຈັກແລ້ວວ່າ ຂ້າພະເຈົ້າເປັນຄົນໄບ້ເພາະຂ້າພະເຈົ້າເວົ້າບໍ່ໄດ້; ແລະ ຂ້າພະເຈົ້າຮູ້ຈັກແລ້ວວ່າ ບໍ່ມີສິ່ງໃດອີກແລ້ວນອກຈາກຈະເປັນອຳນາດຂອງພຣະເຈົ້າທີ່ນຳເອົາສິ່ງນີ້ມາສູ່ຂ້າພະເຈົ້າ; ແທ້ຈິງແລ້ວ, ແລະ ຂ້າພະເຈົ້າ ຮູ້ຢູ່ຕະຫລອດວ່າ ມັນມີພຣະເຈົ້າ.
53 ແຕ່ຈົ່ງເບິ່ງ, ມານໄດ້ ຫລອກລວງຂ້າພະເຈົ້າ; ເພາະມັນໄດ້ມາ ປະກົດຕໍ່ຂ້າພະເຈົ້າໃນລັກສະນະຂອງທູດ ແລະ ເວົ້າກັບຂ້າພະເຈົ້າວ່າ: ຈົ່ງໄປເອີ້ນຜູ້ຄົນເຫລົ່ານີ້ກັບຄືນມາ ເພາະວ່າພວກເຂົາທັງໝົດຫລົງທາງ ຕາມພຣະເຈົ້າ ທີ່ບໍ່ຮູ້ຈັກ. ແລະ ມັນໄດ້ເວົ້າກັບຂ້າພະເຈົ້າວ່າ: ບໍ່ມີພຣະເຈົ້າ; ແທ້ຈິງແລ້ວ, ແລະ ມັນໄດ້ສິດສອນຂ້າພະເຈົ້າເຖິງສິ່ງທີ່ຂ້າພະເຈົ້າຄວນເວົ້າ. ແລະ ຂ້າພະເຈົ້າໄດ້ສິດສອນຄຳເວົ້າຂອງມັນ; ແລະ ຂ້າພະເຈົ້າໄດ້ເຮັດໄປ ເພາະວ່າມັນເປັນທີ່ພໍໃຈໃຫ້ແກ່ຈິດໃຈແຫ່ງ ກາມມະລົມ; ແລະ ຂ້າພະເຈົ້າໄດ້ສິດສອນມັນຈົນໄດ້ຮັບຄວາມສຳເລັດຢ່າງຫລວງຫລາຍ, ເຖິງຂະໜາດທີ່ຂ້າພະເຈົ້າເຊື່ອແທ້ວ່າ ມັນເປັນຄວາມຈິງ; ແລະ ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຄັດຄ້ານຄວາມຈິງ, ຈົນວ່າຂ້າພະເຈົ້າໄດ້ນຳເອົາການສາບແຊ່ງອັນຍິ່ງໃຫຍ່ນີ້ມາສູ່ຂ້າພະເຈົ້າເອງ.
54 ບັດນີ້ເມື່ອລາວກ່າວເລື່ອງນີ້ແລ້ວ, ລາວໄດ້ວິງວອນແອວມາໃຫ້ອະທິຖານຫາພຣະເຈົ້າເພື່ອເອົາການສາບແຊ່ງອອກໄປຈາກລາວ.
55 ແຕ່ແອວມາເວົ້າກັບລາວວ່າ: ຖ້າຫາກພຣະອົງເອົາການສາບແຊ່ງນີ້ອອກໄປຈາກເຈົ້າແລ້ວ ເຈົ້າກໍຈະຊັກຊວນໃຈຂອງຜູ້ຄົນພວກນີ້ໄປນຳອີກ; ສະນັ້ນ, ມັນຈຶ່ງຈະຢູ່ກັບເຈົ້າ ເພາະນີ້ເປັນພຣະປະສົງຂອງພຣະຜູ້ເປັນເຈົ້າ.
56 ແລະ ເຫດການໄດ້ບັງເກີດຂຶ້ນຄື ການສາບແຊ່ງນັ້ນບໍ່ໄດ້ຖືກເອົາໄປຈາກໂຄຣິຫໍ; ແຕ່ລາວໄດ້ຖືກຂັບໄລ່ອອກໄປ ແລະ ໄດ້ທ່ອງທ່ຽວໄປຈາກເຮືອນຫລັງໜຶ່ງຫາເຮືອນອີກຫລັງໜຶ່ງເພື່ອຂໍທານກິນ.
57 ແລະ ບັດນີ້ຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນກັບໂຄຣິຫໍຖືກປະກາດໄປຕະຫລອດທົ່ວແຜ່ນດິນໂດຍທັນທີ; ແທ້ຈິງແລ້ວ, ຫົວໜ້າຜູ້ຕັດສິນໄດ້ສົ່ງຂ່າວສານອອກໄປຫາຜູ້ຄົນທັງໝົດໃນແຜ່ນດິນ, ປະກາດແກ່ຜູ້ທີ່ເຊື່ອຖືໃນຄຳເວົ້າຂອງໂຄຣິຫໍວ່າ ພວກເຂົາຕ້ອງກັບໃຈໂດຍໄວ, ຖ້າບໍ່ດັ່ງນັ້ນ ການພິພາກສາແບບດຽວກັນຈະມາສູ່ພວກເຂົາ.
58 ແລະ ເຫດການໄດ້ບັງເກີດຂຶ້ນຄື ທຸກຄົນໄດ້ຍອມຮັບເຖິງຄວາມຊົ່ວຮ້າຍຂອງໂຄຣິຫໍ. ສະນັ້ນ ພວກເຂົາຈຶ່ງໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າອີກ; ແລະ ນີ້ເຮັດໃຫ້ຄວາມຊົ່ວຮ້າຍຕາມແບບຢ່າງຂອງໂຄຣິຫໍສິ້ນສຸດລົງ ແລະ ໂຄຣິຫໍໄດ້ທ່ອງທ່ຽວໄປມາຈາກເຮືອນຫລັງໜຶ່ງຫາເຮືອນອີກຫລັງໜຶ່ງເພື່ອຂໍທານລ້ຽງຕົນເອງ.
59 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ລາວເຂົ້າໄປຫາບັນດາຜູ້ຄົນ, ແທ້ຈິງແລ້ວ, ໄປຫາຜູ້ຄົນພວກໜຶ່ງທີ່ແຍກຕົວອອກຈາກຊາວນີໄຟ ແລະ ເອີ້ນຕົວເອງວ່າຊາວໂຊຣຳ, ໂດຍມີຄົນຜູ້ໜຶ່ງຊື່ວ່າ ໂຊຣຳ ນຳພາໄປ—ແລະ ໃນຂະນະທີ່ລາວເຂົ້າໄປຫາບັນດາຜູ້ຄົນ, ຈົ່ງເບິ່ງ, ລາວໄດ້ຖືກຢຽບຍ່ຳຈົນເຖິງແກ່ຄວາມຕາຍ.
60 ແລະ ພວກເຮົາຈຶ່ງເຫັນບ່ອນຈົບຂອງລາວ ຜູ້ທີ່ບິດເບືອນທາງຂອງພຣະຜູ້ເປັນເຈົ້າດັ່ງນັ້ນ; ແລະ ພວກເຮົາຈຶ່ງເຫັນວ່າ ມານຈະບໍ່ ຄ້ຳຊູລູກຫລານຂອງມັນໃນວັນສຸດທ້າຍດັ່ງນັ້ນ, ແຕ່ມັນຈະລາກພວກເຂົາລົງໄປ ນະລົກຢ່າງວ່ອງໄວ.