ພຣະ​ຄຳ​ພີ
ແອວ​ມາ 38


ຄຳ​ສັ່ງ​ຂອງ​ແອວ​ມາ​ໃຫ້​ແກ່​ຊິບ​ລັນ​ລູກ​ຊາຍ​ຂອງ​ເພິ່ນ.

ມີ​ບັນ​ທຶກ​ໄວ້​ໃນ​ບົດ​ທີ 38.

ບົດ​ທີ 38

ຊິບ​ລັນ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ຄວາມ​ຊອບ​ທຳ—ຄວາມ​ລອດ​ມາ​ຈາກ​ພຣະ​ຄຣິດ, ຜູ້​ຊຶ່ງ​ເປັນ​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ—ຄວບ​ຄຸມ​ກິ​ເລດ​ຕັນ​ຫາ​ທັງ​ໝົດ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ລູກ​ຂອງ​ພໍ່, ຈົ່ງ​ຟັງ​ຄຳ​ເວົ້າ​ຂອງ​ພໍ່, ເພາະ​ວ່າ​ພໍ່​ເວົ້າ​ກັບ​ລູກ​ຄື​ກັນ​ກັບ​ທີ່​ພໍ່​ໄດ້​ເວົ້າ​ກັບ​ຮີ​ລາ​ມັນ​ວ່າ, ຕາບ​ໃດ​ທີ່​ລູກ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ລູກ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ; ແລະ ຕາບ​ໃດ​ທີ່​ລູກ​ຈະ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລ້ວ​ລູກ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

2 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ໄວ້​ວາງ​ໃຈ​ວ່າ ພໍ່​ຈະ​ມີ​ຄວາມ​ສຸກ​ຫລາຍ​ທີ່​ສຸດ​ກັບ​ລູກ, ຍ້ອນ​ຄວາມສະໝ່ຳ​ສະ​ເໝີ​ຂອງ​ລູກ; ແລະ ຄວາມ​ຊື່​ສັດ​ຂອງ​ລູກ​ທີ່​ມີ​ຕໍ່​ພຣະ​ເຈົ້າ; ເພາະ​ວ່າ​ໃນ​ເວ​ລາ​ໄວ​ໜຸ່ມ​ຂອງ​ລູກ, ລູກ​ເລີ່ມ​ຫວັງ​ເພິ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ລູກ, ສະ​ນັ້ນ​ພໍ່​ຈຶ່ງ​ຫວັງ​ວ່າ ລູກ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຕໍ່​ໄປ; ເພາະ​ວ່າ​ຜູ້​ທີ່ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຍ່ອມ​ເປັນ​ສຸກ.

3 ພໍ່​ເວົ້າ​ກັບ​ເຈົ້າ, ລູກ​ຂອງ​ພໍ່, ວ່າ​ພໍ່​ມີ​ຄວາມ​ສຸກ​ທີ່​ສຸດ​ກັບ​ລູກ​ມາ​ຢູ່​ແລ້ວ, ຍ້ອນ​ວ່າ​ຄວາມ​ຊື່​ສັດ ແລະ ຄວາມ​ພາກ​ພຽນ​ຂອງ​ລູກ, ແລະ ຄວາມ​ອົດ​ທົນ​ຂອງ​ລູກ ແລະ ຄວາມ​ອົດ​ກັ້ນ​ຂອງ​ລູກ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ ຊາວ​ໂຊ​ຣຳ.

4 ເພາະພໍ່​ຮູ້​ວ່າ ລູກ​ຢູ່​ໃນ​ພັນ​ທະ​ການ; ແທ້​ຈິງ​ແລ້ວ, ແລະ ພໍ່​ຮູ້​ອີກ​ວ່າ ລູກ​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ເພື່ອ​ເຫັນ​ແກ່​ພຣະ​ຄຳ; ແລະ ລູກ​ໄດ້​ຮັບ​ເອົາ​ສິ່ງ​ເຫລົ່າ​ນີ້​ໄວ້​ທັງ​ໝົດ​ດ້ວຍ ຄວາມ​ອົດ​ທົນ ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດ ຢູ່​ກັບ​ລູກ; ແລະ ບັດ​ນີ້​ລູກ​ຮູ້​ຈັກ​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ລູກ​ແລ້ວ.

5 ແລະ ບັດ​ນີ້​ຊິບ​ລັນ, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ຈື່​ຈຳ​ໄວ້​ວ່າ, ຕາບ​ໃດ​ທີ່​ລູກ​ຈະ ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ລູກ​ກໍ​ຈະ​ໄດ້​ຮັບ​ການ ປົດ​ປ່ອຍ​ຈາກ​ຄວາມ​ເດືອດ​ຮ້ອນ, ຈາກ ຄວາມ​ຫຍຸ້ງ​ຍາກ, ແລະ ຈາກ​ຄວາມ​ທຸກ​ຂອງ​ລູກ, ແລະ ລູກ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

6 ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ບໍ່​ຢາກ​ໃຫ້​ລູກ​ຄິດ​ວ່າ ພໍ່​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ດ້ວຍ​ຕົວ​ເອງ, ແຕ່​ເປັນ​ຍ້ອນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ສະ​ຖິດ​ຢູ່​ກັບ​ພໍ່ ຊຶ່ງ​ໄດ້​ເຮັດ​ໃຫ້​ເລື່ອງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ພໍ່; ເພາະ​ວ່າ​ຖ້າ​ຫາກ​ພໍ່​ບໍ່​ໄດ້ ເກີດ​ຈາກ​ພຣະ​ເຈົ້າ​ແລ້ວ ພໍ່​ກໍ​ຈະ​ບໍ່​ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້​ເລີຍ.

7 ແຕ່​ຈົ່ງ​ເບິ່ງ, ໃນ​ພຣະ​ເມດ​ຕາ​ປາ​ນີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ເຈົ້າ​ໄດ້​ສົ່ງ ທູດ​ອົງ​ໜຶ່ງ​ຂອງ​ພຣະ​ອົງ​ລົງ​ມາ​ປະ​ກາດ​ແກ່ພໍ່​ວ່າ ພໍ່​ຕ້ອງ​ຢຸດ ການ​ທຳ​ລາຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ພໍ່​ໄດ້​ເຫັນ​ທູດ​ໜ້າ​ຕໍ່​ໜ້າ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ພໍ່, ແລະ ສຽງ​ຂອງ​ເພິ່ນ​ດັງ​ຄື​ກັບ​ຟ້າ​ຮ້ອງ, ແລະ ມັນ​ເຮັດ​ໃຫ້​ທັງ​ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ໄດ້​ຢູ່​ໃນ​ຄວາມ​ເຈັບ​ປວດ​ຢ່າງ​ຂົມ​ຂື່ນ​ທີ່​ສຸດ​ຂອງ​ຈິດ​ວິນ​ຍານ​ເປັນ​ເວ​ລາ​ສາມ​ມື້​ສາມ​ຄືນ; ແລະ ພໍ່​ບໍ່​ເຄີຍ​ໄດ້​ຮັບ ການ​ປົດ​ບາບ​ຂອງ​ພໍ່​ເລີຍ​ຈົນ​ກະ​ທັ້ງ​ພໍ່​ໄດ້​ຮ້ອງ​ທູນ​ຂໍ​ຄວາມ​ເມດ​ຕາ​ຈາກ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ພໍ່​ໄດ້​ຮ້ອງ​ຫາ​ພຣະ​ອົງ ແລະ ພໍ່​ໄດ້​ພົບ​ສັນ​ຕິ​ສຸກ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ພໍ່.

9 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ເລົ່າ​ເລື່ອງ​ເຫລົ່າ​ນີ້​ໃຫ້​ລູກ​ຟັງ ເພື່ອ​ລູກ​ຈະ​ໄດ້​ຮຽນ​ຮູ້​ປັນ​ຍາ, ເພື່ອ​ລູກ​ຈະ​ໄດ້​ຮຽນ​ຮູ້​ຈາກ​ພໍ່​ວ່າ ບໍ່​ມີ​ທາງ​ອື່ນ ຫລື ວິ​ທີ​ອື່ນ​ໃດ​ທີ່​ມະ​ນຸດ​ຈະ​ລອດ​ໄດ້, ມີ​ແຕ່​ໃນ ແລະ ໂດຍ​ທາງ​ພຣະ​ຄຣິດ​ເທົ່າ​ນັ້ນ. ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ. ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ພຣະ​ຄຳ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ.

10 ແລະ ບັດ​ນີ້, ເມື່ອ​ລູກ​ໄດ້​ສິດ​ສອນ​ພຣະ​ຄຳ​ຄື​ກັນ​ກັບ​ພໍ່, ພໍ່​ກໍ​ຢາກ​ໃຫ້​ລູກ​ສິດ​ສອນ​ຕໍ່​ໄປ; ແລະ ພໍ່​ຢາກ​ໃຫ້​ລູກ​ພາກ​ພຽນ ແລະ ຮູ້​ຈັກ​ຫ້າມ​ຕົນ​ເອງ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ.

11 ຈົ່ງ​ເບິ່ງ​ວ່າ ລູກ​ຈະ​ບໍ່​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງຕົວ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ​ວ່າ​ລູກ​ຈະ​ບໍ່ ອວດ​ອ້າງ​ໃນ​ປັນ​ຍາ​ຂອງ​ຕົນ, ຫລື ພະ​ລັງ​ອັນ​ມະ​ຫາ​ສານ​ຂອງ​ລູກ​ເອງ.

12 ຈົ່ງ​ໃຊ້​ຄວາມ​ກ້າ​ຫານ, ແຕ່​ບໍ່​ແມ່ນ​ຄວາມ​ອວດ​ເກັ່ງ; ແລະ ຈົ່ງ​ເບິ່ງ​ອີກ​ວ່າ ລູກ​ຕ້ອງ​ຄວບ​ຄຸມ​ກິ​ເລດ​ຕັນ​ຫາ​ທັງ​ໝົດ​ຂອງ​ລູກ, ເພື່ອ​ລູກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ; ຈົ່ງ​ເບິ່ງ​ວ່າ​ລູກ​ລະ​ເວັ້ນ​ຈາກ​ຄວາມ​ຂີ້​ຄ້ານ​ມັກ​ງ່າຍ​ຂອງ​ລູກ.

13 ຢ່າ​ໄດ້​ອະ​ທິ​ຖານ​ເໝືອນ​ດັ່ງ​ຊາວ​ໂຊ​ຣຳ, ເພາະ​ລູກ​ເຫັນ​ແລ້ວ​ວ່າ ພວກ​ເຂົາ​ອະ​ທິ​ຖານ​ເພື່ອ​ຢາກ​ໃຫ້​ຄົນ​ອື່ນ​ໄດ້​ຍິນ, ແລະ ໄດ້​ຮັບ​ການ​ສັນ​ລະ​ເສີນ ເພາະ​ປັນ​ຍາ​ຂອງ​ພວກ​ເຂົາ​ເອງ.

14 ຢ່າ​ໄດ້​ເວົ້າ​ວ່າ: ໂອ້ ພຣະ​ອົງ​ເຈົ້າ​, ຂ້າ​ນ້ອຍ​ຂອບ​ພຣະ​ໄທ​ພຣະ​ອົງ​ທີ່​ພວກ​ຂ້າ​ນ້ອຍ ດີ​ເດັ່ນ​ກວ່າ​ພີ່​ນ້ອງ​ຂອງ​ພວກ​ຂ້າ​ນ້ອຍ; ແຕ່​ຄວນ​ຈະ​ເວົ້າ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ຈົ່ງ​ໃຫ້​ອະ​ໄພ​ຄວາມ ບໍ່​ມີ​ຄ່າ​ຄວນ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ແລະ ຂໍ​ຈົ່ງ​ລະ​ນຶກ​ເຖິງ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ດ້ວຍ​ຄວາມ​ເມດ​ຕາ​ປາ​ນີ​ດ້ວຍ​ເຖີດ—ແທ້​ຈິງ​ແລ້ວ, ລູກ​ຈົ່ງ​ຍອມ​ຮັບ​ຄວາມ​ບໍ່​ມີ​ຄ່າ​ຄວນ​ຂອງ​ລູກ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ເວ​ລາ.

15 ແລະ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ໃຫ້​ພອນ​ແກ່​ຈິດ​ວິນ​ຍານ​ຂອງ​ລູກ, ແລະ ຮັບ​ເອົາ​ລູກ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໃນ​ວັນ​ສຸດ​ທ້າຍ, ເພື່ອ​ນັ່ງ​ລົງ​ໃນ​ສັນ​ຕິ​ສຸກ. ບັດ​ນີ້​ຈົ່ງ​ໄປ​ເຖີດ, ລູກ​ຂອງ​ພໍ່, ແລະ ຈົ່ງ​ສິດ​ສອນ​ພຣະ​ຄຳ​ແກ່​ຜູ້​ຄົນ​ພວກ​ນີ້. ຈົ່ງ​ມີ​ຄວາມ​ເອົາ​ໃຈ​ໃສ່. ລາ​ກ່ອນ, ລູກ​ຂອງ​ພໍ່.