ພຣະ​ຄຳ​ພີ
ແອວ​ມາ 39


ຄຳ​ສັ່ງ​ຂອງ​ແອວ​ມາ​ໃຫ້​ແກ່​ໂຄ​ຣິ​ອານ​ທັນ​ລູກ​ຊາຍ​ຂອງ​ເພິ່ນ.

ມີ​ຢູ່​ໃນ​ບົດ​ທີ 39 ຈົນ​ເຖິງ​ບົດ​ທີ 42.

ບົດ​ທີ 39

ບາບ​ທາງ​ການ​ຮ່ວມ​ເພດ​ເປັນ​ສິ່ງ​ທີ່​ໜ້າ​ກຽດ​ຊັງ—ບາບ​ຂອງ​ໂຄ​ຣິ​ອານ​ທັນ​ໄດ້​ກີດ​ກັນ​ຊາວ​ໂຊ​ຣຳ​ຈາກ​ການ​ໄດ້​ຮັບ​ພຣະ​ຄຳ—ການ​ໄຖ່​ຂອງ​ພຣະ​ຄຣິດ​ມີ​ຜົນ​ສະ​ທ້ອນ​ຄືນ​ຫລັງ​ເພື່ອ​ໄຖ່​ຜູ້​ຄົນ​ທີ່​ຊອບ​ທຳ​ຜູ້​ໄດ້​ເສຍ​ຊີ​ວິດ​ໄປ​ກ່ອນ. ປະ​ມານ 74 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ມີ​ບາງ​ສິ່ງ​ທີ່​ຈະ​ເວົ້າ​ກັບ​ລູກ​ຫລາຍ​ກວ່າ​ທີ່​ພໍ່​ໄດ້​ເວົ້າ​ໄປ​ແລ້ວ​ກັບ​ອ້າຍ​ຂອງ​ລູກ; ເພາະ​ຈົ່ງ​ເບິ່ງ, ລູກ​ບໍ່​ໄດ້​ສັງ​ເກດ​ຄວາມ​ແນ່​ນອນ​ຂອງ​ອ້າຍ​ຂອງ​ລູກ​ບໍ, ຄວາມ​ຊື່​ສັດ​ຂອງ​ລາວ, ແລະ ຄວາມ​ພາກ​ພຽນ​ຂອງ​ລາວ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ? ຈົ່ງ​ເບິ່ງ, ລາວ​ບໍ່​ໄດ້​ເປັນ​ຕົວ​ຢ່າງ​ທີ່​ດີ​ໃຫ້​ແກ່​ລູກ​ບໍ?

2 ເພາະ​ວ່າ​ລູກ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ຄຳ​ເວົ້າຂອງ​ພໍ່​ຫລາຍ​ຄື​ກັນ​ກັບ​ອ້າຍ​ຂອງ​ລູກ​ຢູ່​ໃນ​ບັນ​ດາ ຊາວ​ໂຊ​ຣຳ. ບັດ​ນີ້, ນີ້​ຄື​ເລື່ອງ​ທີ່​ພໍ່​ບໍ່​ພໍ​ໃຈ​ກັບ​ລູກ; ລູກ​ໄດ້​ອວດ​ອ້າງ​ກຳ​ລັງ ແລະ ປັນ​ຍາ​ຂອງ​ລູກ​ເອງ.

3 ແລະ ນີ້​ຍັງ​ບໍ່​ໝົດ, ລູກ​ຂອງ​ພໍ່. ລູກ​ໄດ້​ເຮັດ​ສິ່ງ​ຊຶ່ງ​ເປັນ​ການ​ໂສກ​ເສົ້າ​ແກ່​ພໍ່​ຫລາຍ; ເພາະ​ລູກ​ໄດ້​ປະ​ຖິ້ມ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ໄດ້​ໄປ​ຫາ​ແຜ່ນ​ດິນ​ໄຊ​ຣັນ ຊຶ່ງ​ຢູ່​ລະ​ຫວ່າງ​ຊາຍ​ແດນ​ຂອງ​ຊາວ​ເລ​ມັນ ເພື່ອ​ຕິດ​ຕາມ​ອິດ​ສະ​ເບນ ຍິງ​ໂສ​ເພ​ນີ​ຄົນ​ນັ້ນ.

4 ແທ້​ຈິງ​ແລ້ວ, ນາງ​ໄດ້ ລັກ​ເອົາ​ໃຈ​ຂອງ​ຫລາຍ​ຄົນ​ໄປ; ແຕ່​ນີ້​ບໍ່​ແມ່ນ​ຂໍ້​ແກ້​ຕົວ​ສຳ​ລັບ​ລູກ, ລູກ​ຂອງ​ພໍ່. ລູກ​ຄວນ​ເອົາ​ໃຈ​ໃສ່​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຊຶ່ງ​ເປັນ​ສິ່ງ​ທີ່​ລູກ​ໄດ້​ຮັບ​ມອບ​ໝາຍ.

5 ລູກ​ບໍ່​ຮູ້​ບໍ, ລູກ​ຂອງ​ພໍ່, ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ໜ້າ​ກຽດ​ຊັງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ໜ້າ​ກຽດ​ຊັງ​ທີ່​ສຸດ​ເໜືອ​ກວ່າ​ບາບ​ທັງ​ປວງ​ນອກ​ຈາກ​ການ​ເຮັດ​ໃຫ້​ຜູ້​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ ຫລື ການ​ປະ​ຕິ​ເສດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

6 ເພາະ​ຈົ່ງ​ເບິ່ງ, ຖ້າ​ຫາກ​ລູກ ປະ​ຕິ​ເສດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຄັ້ງ​ໜຶ່ງ​ສະ​ຖິດ​ຢູ່​ໃນ​ລູກ, ແລະ ລູກ​ຮູ້​ວ່າ​ຕົນ​ປະ​ຕິ​ເສດ, ຈົ່ງ​ເບິ່ງ, ນີ້​ເປັນ​ບາບ ທີ່​ອະ​ໄພ​ໃຫ້​ບໍ່​ໄດ້​ເລີຍ; ແທ້​ຈິງ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຄາດ​ຕະ​ກອນ​ຕໍ່​ຄວາມ​ສະ​ຫວ່າງ ແລະ ຮູ້​ເລື່ອງ​ພຣະ​ເຈົ້າ, ມັນ​ບໍ່​ແມ່ນ​ຂອງ​ງ່າຍ​ສຳ​ລັບ​ພວກ​ເຂົາ​ທີ່​ຈະ​ໄດ້​ຮັບ ການ​ໃຫ້​ອະ​ໄພ; ແທ້​ຈິງ​ແລ້ວ, ພໍ່​ເວົ້າ​ກັບ​ລູກ, ລູກ​ຂອງ​ພໍ່, ວ່າ​ມັນ​ບໍ່​ງ່າຍ​ສຳ​ລັບ​ພວກ​ເຂົາ​ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

7 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ປາດ​ຖະ​ໜາ​ຕໍ່​ພຣະ​ເຈົ້າ​ວ່າ ລູກ​ຈະ​ບໍ່​ມີ ຄວາມ​ຜິດ​ອັນ​ໃຫຍ່​ຫລວງ​ເຊັ່ນ​ນັ້ນ. ພໍ່​ບໍ່​ຢາກ​ເວົ້າ​ເຖິງ​ຄວາມ​ຜິດ​ຂອງ​ລູກ, ອັນ​ຈະ​ທໍ​ລະ​ມານ​ຈິດ​ວິນ​ຍານ​ຂອງ​ລູກ, ຖ້າ​ຫາກ​ບໍ່​ແມ່ນ​ເພື່ອ​ຄວາມ​ດີ​ຂອງ​ລູກ.

8 ແຕ່​ຈົ່ງ​ເບິ່ງ, ລູກ​ເຊື່ອງ​ຄວາມ​ຜິດ​ຂອງ​ລູກ​ໃຫ້​ພົ້ນ​ຈາກ​ພຣະ​ເຈົ້າ​ບໍ່​ໄດ້; ແລະ ຖ້າ​ຫາກ​ລູກ​ບໍ່​ກັບ​ໃຈ ມັນ​ຈະ​ຢືນ​ເປັນ​ປະ​ຈັກ​ພະ​ຍານ​ກ່າວ​ໂທດ​ລູກ​ໃນ​ວັນ​ສຸດ​ທ້າຍ.

9 ບັດ​ນີ້​ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ກັບ​ໃຈ ແລະ ປະ​ຖິ້ມ​ບາບ​ຂອງ​ລູກ, ແລະ ບໍ່​ຫລົງ​ໄຫລ ແລະ ໄຝ່​ຝັນ​ຢູ່​ກັບ​ສິ່ງ​ທີ່​ເຫັນ​ໄດ້, ແຕ່​ຈົ່ງ ຫ້າມ​ຕົນ​ເອງ​ຈາກ​ສິ່ງ​ທັງ​ໝົດ​ນີ້; ເພາະ​ຖ້າ​ຫາກ​ລູກ​ບໍ່​ເຮັດ​ດັ່ງ​ນີ້ ລູກ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ​ໄດ້​ເລີຍ. ໂອ້, ຈົ່ງ​ຈຳ​ໄວ້, ແລະ ຈົ່ງ​ຖື​ເປັນ​ໜ້າ​ທີ່, ແລະ ຫ້າມ​ຕົນ​ເອງ​ຈາກ​ສິ່ງ​ເຫລົ່າ​ນີ້.

10 ແລະ ພໍ່​ສັ່ງ​ລູກ​ໃຫ້​ຖື​ເປັນ​ໜ້າ​ທີ່ ທີ່​ຈະ​ປຶກ​ສາ​ກັບ​ພວກ​ອ້າຍ​ໃນ​ການ​ປະ​ຕິ​ບັດ​ຂອງ​ລູກ; ເພາະ​ຈົ່ງ​ເບິ່ງ, ລູກ​ຍັງ​ໜຸ່ມ​ຢູ່, ແລະ ລູກ​ຍັງ​ຕ້ອງ​ໃຫ້​ພວກ​ອ້າຍ​ບຳ​ລຸງ​ລ້ຽງ, ແລະ ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ແນະ​ນຳ​ຂອງ​ພວກ​ເຂົາ.

11 ຢ່າ​ຍອມ​ໃຫ້​ຕົນ​ເອງ​ຖືກ​ຊັກ​ນຳ​ໄປ​ໂດຍ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ ຫລື ໂງ່​ຈ້າ​ເລີຍ; ຢ່າ​ຍອມ​ໃຫ້​ມານ​ຊັກ​ນຳ​ໃຈ​ຂອງ​ລູກ​ໃຫ້​ຕິດ​ຕາມ​ພວກ​ຍິງ​ໂສ​ເພ​ນີ​ທີ່​ຊົ່ວ​ຮ້າຍ​ເຫລົ່າ​ນັ້ນ​ອີກ. ຈົ່ງ​ເບິ່ງ, ໂອ້ ລູກ​ຂອງ​ພໍ່, ລູກ​ໄດ້​ນຳ​ເອົາ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ພຽງ​ໃດ​ມາ​ໃຫ້ ຊາວ​ໂຊ​ຣຳ; ເພາະ​ວ່າ​ເມື່ອ​ພວກ​ເຂົາ​ເຫັນ ການ​ປະ​ພຶດ​ຂອງ​ລູກ ພວກ​ເຂົາ​ບໍ່​ຍອມ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ພໍ່​ເລີຍ.

12 ແລະ ບັດ​ນີ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພໍ່​ວ່າ: ຈົ່ງ ສິດ​ສອນ ພວກ​ລູກ​ຂອງ​ເຈົ້າ​ໃຫ້​ສ້າງ​ຄວາມ​ດີ, ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ຊັກ​ນຳ​ໃຈ​ຂອງ​ຫລາຍ​ຄົນ​ໄປ​ສູ່​ຄວາມ​ພິ​ນາດ; ສະ​ນັ້ນ​ພໍ່​ສັ່ງ​ລູກ, ລູກ​ຂອງ​ພໍ່, ດ້ວຍ​ຄວາມ​ເກງ​ກົວ​ພຣະ​ເຈົ້າ, ໃຫ້​ລູກ​ລະ​ເວັ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລູກ;

13 ໃຫ້​ລູກ​ຫັນ​ໜ້າ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ຄວາມ​ນຶກ​ຄິດ, ຄວາມ​ສາ​ມາດ, ແລະ ກຳ​ລັງ; ເພື່ອ​ບໍ່​ໃຫ້​ລູກ​ຊັກ​ນຳ​ໃຈ​ຂອງ​ຜູ້​ໃດ​ໃຫ້​ເຮັດ​ຄວາມ​ຊົ່ວ; ແຕ່​ແທ້​ຈິງ​ແລ້ວ​ຈົ່ງ​ກັບ​ໄປ​ຫາ​ພວກ​ເຂົາ, ແລະ ຍອມ​ຮັບ​ຄວາມ​ຜິດ​ຂອງ​ລູກ ແລະ ຄວາມ​ຜິດ​ນັ້ນ ຊຶ່ງ​ລູກ​ໄດ້​ກະ​ທຳ​ລົງ​ໄປ.

14 ຢ່າ ຊອກ​ຫາ​ຂອງ​ມີ​ຄ່າ ຫລື ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ; ເພາະ​ຈົ່ງ​ເບິ່ງ, ລູກ​ຈະ​ເອົາ​ມັນ​ໄປ​ກັບ​ລູກ​ບໍ່​ໄດ້.

15 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຢາກ​ເວົ້າ​ສິ່ງ​ໜຶ່ງ​ກັບ​ລູກ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ. ຈົ່ງ​ເບິ່ງ, ພໍ່​ເວົ້າ​ກັບ​ລູກ​ວ່າ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ່າງ​ແນ່​ນອນ​ເພື່ອ​ເອົາ​ບາບ​ຂອງ​ໂລກ​ໄປ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ເພື່ອ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ.

16 ແລະ ບັດ​ນີ້​ລູກ​ຂອງ​ພໍ່, ນີ້​ຄື​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຊຶ່ງ​ເອີ້ນ​ລູກ​ມາ, ເພື່ອ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ເຫລົ່າ​ນີ້​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້, ເພື່ອ​ຕຽມ​ຈິດ​ໃຈ​ຂອງ​ເຂົາ; ຫລື ແທ້​ຈິງ​ແລ້ວ ຄວາມ​ລອດ​ນັ້ນ​ຈະ​ມາ​ຫາ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຕຽມ​ຈິດ​ໃຈ​ຂອງ ລູກ​ຫລານ​ຂອງ​ພວກ​ເຂົາ​ໃຫ້​ໄດ້​ຍິນ​ພຣະ​ຄຳ​ໃນ​ເວ​ລາ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

17 ແລະ ບັດ​ນີ້​ພໍ່​ຈະ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ລູກ​ສະ​ບາຍ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ນີ້. ຈົ່ງ​ເບິ່ງ, ລູກ​ແປກ​ໃຈ​ຢູ່​ວ່າ​ເປັນ​ດ້ວຍ​ເຫດ​ໃດ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ເປັນ​ທີ່​ຮູ້​ກັນ​ມາ​ກ່ອນ​ເປັນ​ເວ​ລາ​ດົນ​ນານ​ເຖິງ​ພຽງ​ນີ້. ຈົ່ງ​ເບິ່ງ, ພໍ່​ກ່າວ​ກັບ​ລູກ​ວ່າ​ຈິດ​ວິນ​ຍານ​ໃນ​ເວ​ລາ​ນີ້​ບໍ່​ແມ່ນ​ບໍ​ທີ່​ມີ​ຄ່າ​ຕໍ່​ພຣະ​ເຈົ້າ​ດັ່ງ​ຈິດ​ວິນ​ຍານ​ໃນ​ເວ​ລາ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ?

18 ມັນ​ຈຳ​ເປັນ​ບໍ່​ແມ່ນ​ບໍ​ທີ່​ແຜນ​ແຫ່ງ​ການ​ໄຖ່​ຈະ​ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ຄົນ​ພວກ​ນີ້​ເຊັ່ນ​ດຽວ​ກັບ​ເປັນ​ທີ່​ຮູ້​ຈັກ​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ?

19 ມັນ​ງ່າຍ​ບໍ່​ແມ່ນ​ບໍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ທູດ​ຂອງ​ພຣະ​ອົງ​ມາ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ເຫລົ່າ​ນີ້​ແກ່​ພວກ​ເຮົາ​ໃນ​ເວ​ລາ​ນີ້​ດັ່ງ​ແກ່​ລູກ​ຫລານ​ຂອງ​ພວກ​ເຮົາ, ຫລື ດັ່ງ​ພາຍ​ຫລັງ​ເວ​ລາ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ?